ຄວາມສໍາຄັນຂອງການເຮັດໃຫ້ບ່ອນທີ່ທ່ານອາສັຍເປັນສີຂຽວ

Bonding In The Garden

Father and son bonding in their garden and tending to their vegetable patch together. Credit: SolStock/Getty Images

ຊາວອອສເຕຣເລັຍໃຫ້ຄວາມສຳຄັນຫລາຍຕໍ່ສະຖານທີ່ສີຂຽວ. ປໂຍດສ່ວນຕົວ, ຊຸມຊົນ ແລະສິ່ງແວດລ້ອມຂອງຊີວິດພືດ ແມ່ນເລິກເຊິ່ງ. ນີ້ແມ່ນເຫດຜົນ ທີ່ຂໍ້ກໍານົດຕ່າງໆເພື່ອເປັນແນວທາງໃນສິ່ງທີ່ພວກເຮົາສາມາດເຮັດໄດ້ ແລະບໍ່ສາມາດເຮັດໄດ້ ໃນສວນ ແລະຖນົນຂອງພວກເຮົາ.


ຈຸດສຳຄັນ
  • ພືດສາມາດດຶງທ່ານໄປສູ່ບ້ານເກີດ ແລະວັຍເດັກຂອງທ່ານ
  • ເທສບານມີຄໍາສັ່ງອະນຸຣັກຕົ້ນໄມ້ ເພື່ອປົກປ້ອງຫຼັງຄາຕົ້ນໄມ້ເມືອງ (Canopy) ອັນລ້ຳຄ່າຂອງພວກເຮົາCouncils have Tree Preservation Orders to protect our precious urban tree canopy
  • ຜູ້ເຊົ່າຕ້ອງຕິດຕໍ່ຜູ້ຈັດການຊັບສິນຂອງຕົນສເມີ ກ່ອນທີ່ຈະເຮັດການປ່ຽນແປງອັນໃຫຍ່ຕ່າງໆໃນສວນters must always contact their property manager prior to making major changes to the garden
ມັນເປັນການຍາກທີ່ຈະໂຕ້ແຍ້ງກ່ຽວກັບປໂຍດຂອງການເຮັດສວນ ແລະການສົ່ງເສີມພືດຜັກອ້ອມບ້ານຂອງທ່ານ

ທ່ານ Justin Calverley ຜູ້ຊ່ຽວຊານດ້ານພືດສວນກ່າວວ່າ "ມີການສຶກສາຫຼາຍຢ່າງກ່ຽວກັບຄວາມສຳພັນຣະຫວ່າງມະນຸດແລະທັມມະຊາດ(Biophilia) ຊຶ່ງເປັນການເຊື່ອມໂຍງຂອງມະນຸດກັບໂລກພາຍນອກ."

"ຢູ່ໃນເມືອງນັ້ນ,ພວກເຮົາມັກຈະຍ້າຍອອກໄປຈາກສິ່ງນັ້ນ (Biophilia), ແຕ່ພວກເຮົາຮູ້ສເມີວ່າພວກເຮົາຮູ້ສຶກດີຂຶ້ນຫລາຍເມື່ອພວກເຮົາຖືກອ້ອມຮອບໄປດ້ວຍພືດໃນໂລກທັມມະຊາດ."
Apartment block in Sydney NSW Australia with hanging gardens and plants on exterior of the building at Sunset with lovely colourful clouds in the sky
Apartment block in Sydney, Australia with hanging gardens and plants on exterior of the building at Sunset. Source: iStockphoto / Elias/Getty Images/iStockphoto
ປໂຍດຂອງການປູກ ລວມເຖິງຜົນທີ່ຕາມມາຂອງການມີຮົ່ມ ແລະຄວາມເຢັນ ແລະສິ່ງໄດ້ຮັບອື່ນໆ ແມ່ນມີອາກາດທີ່ຜ່ານການກອງ ທີ່ທ່ານຮູ້ສຶກເມື່ອທ່ານຢູ່່ທ່າມກາງຕົ້ນໄມ້ໃຫຍ່

ແຕ່ສໍາລັບຄົນທີ່ຍັງໃຫມ່ກັບອອສເຕຣເລັຍມີບາງສິ່ງພິເສດ ກ່ຽວກັບການເຫັນພືດທີ່ຄຸ້ນເຄີຍ ໃນສະພາບການທີ່ທ່ານຄຶດບໍ່ເຖິງ ,Mr Calverley ກ່າວ.

"ມັນດຶງທ່ານກັບບ້ານເກີດແທ້ໆ ແລະມັນເປັນພຽງການງຶກໜ້າປອບໃຈພຽງເລັກນ້ອຍວ່າ ທຸກສິ່ງທຸກຢ່າງຈະເປັນໄປດ້ວຍດີ."
ພາບແລະສຽງທີ່ບໍ່ຄຸ້ນເຄີຍຫລາຍຢ່າງ ທີ່ເຮົາໄດ້ຮັບໃນພື້ນທີ່ທີ່ ຖືກສ້າງຂຶ້ນ (built-up areas) ຂອງເຮົາສາມາດລືມສິ່ງເຫຼົ່ານັ້ນໄດ້ ໂດຍການເຫັນ, ສໍາຜັດ, ໄດ້ດົມກິ່ນ ຫລືພຽງແຕ່ກິນ ພືດທີ່ທ່ານເຄີຍກິນຕອນຍັງນ້ອຍ. ໂດຍສະເພາະແລ້ວ, ຄວາມຮູ້ສຶກຂອງກິ່ນ ແລະຣົດຊາດນັ້ນ ສາມາດພາທ່ານກັບຄືນໄປຫາວັຍເດັກ ແລະບ້ານເກີດຂອງທ່ານ. ພືດແລະສວນ ສາມາດມອບສິ່ງນັ້ນໃຫ້ທ່ານໄດ້.
Justin Calverley, horticulturalist
McElhone Place Surry Hills, Sydney
McElhone Place Surry Hills, Sydney Credit: Richard Gurney
ພວກເຮົາຮູ້ວ່າການປູກສວນທີ່ມີຜົນຜລິດມີປໂຍດເຊັ່ນ: ຄຸນຄ່າທາງໂພຊະນາການ ແລະການອອກກໍາລັງກາຍ.

ທ່ານ Calverley ກ່າວວ່າ "ພວກເຮົາໄດ້ຮັບວິຕາມິນ D ຈາກຕາເວັນ ແລະແທ້ຈິງແລ້ວ ມັນແມ່ນສິ່ງທີ່ພວກເຮົາຖືກສ້າງຂຶ້ນ ເພື່ອເຮັດສິ່ງນັ້ນ. "ການອອກກໍາລັງກາຍເບົາໆ, ເຮັດວຽກກັບແຜ່ນດິນ."

 ຫຼັງຄາເມືອງ (Urban Canopy) ແມ່ນຫຍັງ?

ທ່ານ Marcus Pearl ເຈົ້າເມືອງ Port Phillip ໃນ Melbourne ກ່າວວ່າ: ສ່ວນໃຫຍ່ແລ້ວບ່ອນເປີດກວ້າງແມ່ນມີຈໍາກັດຢູ່ໃນເຂດພາຍໃນເມືອງ ດັ່ງນັ້ນຕົ້ນໄມ້ຈຶ່ງມີຄວາມສໍາຄັນ ສໍາລັບສັດປ່າ ແລະຊຸມຊົນຂອງພວກເຮົາ.

ຕົ້ນໄມ້ຂອງອອສເຕຣເລັຍໄດ້ຮັບການປົກປ້ອງໂດຍກົດຫມາຍ ວ່າດ້ວຍການຄຸ້ມຄອງຕົ້ນໄມ້(Tree Protection Act)ແລະຄໍາສັ່ງປົກປັກຮັກສາຕົ້ນໄມ້ (Tree Preservation Orders) ຂອງເທສບານທ້ອງຖິ່ນ.
Melbourne tree canopy_Mark Burban_Getty.jpg
Melbourne tree canopy Credit: Mark Burban / Getty Images
ດັ່ງນັ້ນ, ຜູ້ອາສັຍໃນເມືອງ ຈຶ່ງຮຽກຮ້ອງໃຫ້ໄດ້ຮັບອະນຸຍາດ ຈາກເທສບານກ່ອນທີ່ ຈະກຳຈັດຕົ້ນໄມ້ທີ່ສໍາຄັນ, ແມ່ນແຕ່ໃນສວນສ່ວນບຸກຄົນ.

Councillor Pearl ກ່າວວ່າ "ຕົວເມືອງມີຂໍ້ຈໍາກັດ ໃນການກໍາຈັດຕົ້ນໄມ້ທີ່ສໍາຄັນ ໃນພື້ນທີ່ສ່ວນໃຫຍ່, ເພາະວ່າເທສບານເມືອງ ຕ້ອງການທີ່ຈະຮັກສາ ສິ່ງທີ່ພວກເຂົາເຈົ້າເອີ້ນວ່າ 'Canopy ເມືອງ' ຂອງພວກເຂົາເຈົ້າ, ຊຶ່ງແມ່ນຈໍານວນຮົ່ມ ແລະຕົ້ນໄມ້ໃນເມືອງຂອງເຂົາເຈົ້າ."

ເທສບານໃຫ້ຄໍາແນະນໍາໃນຫຼາຍພາສາ ກ່ຽວກັບສິ່ງທີ່ທ່ານສາມາດເຮັດໄດ້ ແລະບໍ່ສາມາດເຮັດໄດ້ ກັບຕົ້ນໄມ້ທີ່ຕັ້ງຢູ່ໃນດິນຂອງທ່ານ.

ການລິເລີ່ມທາງທັມມະຊາດ

ຕົວຢ່າງເຊັ່ນເມືອງ Port Phillip ມີຊ່ອງວ່າງເປີດຈໍາກັດ, ດັ່ງນັ້ນ ຄົນທ້ອງຖິ່ນຈຶ່ງເລີ້ມປັບປຸງບ່ອນທີ່ເຂົາເຈົ້າອາສັຍຢູ່, Councillor Pearl ອະທິບາຍ.

ຫລັງຈາກການປຶກສາຫາລືໃນຊຸມຊົນ, ໄດ້ມີການຍົກເລີກຂໍ້ຈໍາກັດ ເພື່ອອະນຸຍາດໃຫ້ປູກຢູ່ ຫລືຢູ່ໃນກ່ອງພືດ ໃກ້ບ້ານເຮືອນຂອງເຂົາເຈົ້າ.
ສິ່ງທີ່ເກີດຂຶ້ນໃນຊ່ວງ COVID ແມ່ນຫນ້າສົນໃຈຫຼາຍ. ໄດ້ມີຜູ້ຄົນຈຳນວນຫຼາຍ ທີ່ດູແລທ້ອງຖິ່ນຂອງພວກເຂົາເຈົ້າ ແລະນັ້ນແມ່ນຮວມທັງທີ່ດິນອອກໄປທາງຫນ້າເຮືອນ ຫຼື Apartments ຂອງພວກເຂົາເຈົ້າ ຊຶ່ງເປັນເຂດທັມມະຊາດ.
Marcus Pearl, Mayor of the City of Port Phillip in Melbourne
"ພວກເຮົາສົ່ງເສີມໃຫ້ປະຊາຊົນເຮັດກິດຈະກັມແບບນີ້ ຢູ່ເມືອງ Port Phillip ເພາະວ່າມັນມີປໂຍດທາງດ້ານວັດທະນະທັມ ແລະສັງຄົມທີ່ດີເລີດໃຫ້ແກ່ທຸກຄົນ."

ຜູ້ເຊົ່າສາມາດເຮັດຫຍັງໄດ້ແດ່?

ຜູ້ເຊົ່າຈະຕ້ອງດູແລສວນຂອງເຂົາເຈົ້າ, ລວມທັງການຕັດຫຍ້າ ແລະການຕັດງ່າໄມ້.

ຖ້າຫາກວ່າຜູ້ເຊົ່າຕ້ອງການທີ່ຈະປັບປຸງ, ນັ້ນແມ່ນສິ່ງທີ່ຍອມຮັບໄດ້, Iggy Damiani ຜູ້ຈັດການຊັບສິນຂອງ Sydney ກ່າວ.

ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າຄວນຂໍອະນຸຍາດກ່ອນຖ້າເຂົາເຈົ້າຕ້ອງການ ທີ່ຈະເຮັດການປ່ຽນແປງອັນໃຫຍ່ ຫຼືປູກຕົ້ນໄມ້ທີ່ອາດຂັດຂວາງວິວ.

"ເມື່ອຜູ້ເຊົ່າເຮັດການປ່ຽນແປງສວນ ທາງທີ່ດີທີ່ສຸດສເມີຄວນຈະຕິດຕໍ່ຜູ້ຈັດການຊັບສິນ ເພື່ອໃຫ້ແນ່ໃຈວ່າ ເຈົ້າຂອງທີ່ດິນພໍໃຈກັບການປ່ຽນແປງ."
Potted gardens_Adene Sanchez_Getty.jpg
ແຕ່ສໍາລັບຄົນທີ່ຍັງໃຫມ່ກັບອອສເຕຣເລັຍມີບາງສິ່ງພິເສດ ກ່ຽວກັບການເຫັນພືດທີ່ຄຸ້ນເຄີຍ ໃນສະພາບການທີ່ທ່ານຄຶດບໍ່ເຖິງ, Mr Calverleyກ່າວ. Credit: Adene Sanchez / Getty Images
ສວນກະຖາງໃຫ້ຜູ້ເຊົ່າມີຄວາມຍືດຍຸ່ນຫຼາຍກວ່າ.

Mr Calverley ກ່າວວ່າ "ທ່ານສາມາດເອົາກະຖາງເລົ່ານັ້ນໄປນໍາທ່ານ, ທ່ານສາມາດຍ້າຍພວກເຂົາເຂົ້າໄປໃນແດດ ຫຼືຮົ່ມ. "ແຕ່ບາງທີອາດຈະເລີ່ມຕົ້ນນ້ອຍໆ. ສວນກະຖາງຕ້ອງເປັນພືດແລະກະຖາງຕ້ອງ ເໝາະສົມກັນ. ດັ່ງນັ້ນ ໃຫ້ເຮັດການຄົ້ນຄວ້າຫນ້ອຍຫນຶ່ງ ເພື່ອໃຫ້ແນ່ໃຈວ່າ ທ່ານມີກະຖາງທີ່ເຫມາະສົມກັບພືດ."

ຄວນພິຈາຣະນາທີ່ຈະປູກພືດ ຂອງອອສເຕຣເລັຍ ຫຼືຈະໃຫ້ດີ ຄວນຈະປູກພືດພື້ນເມືອງ, ເຊິ່ງມີຄວາມສະເພາະໃນເຂດໃດເຂດຫນຶ່ງ.

"ຖ້າທ່ານຈະເລີ່ມເຮັດສວນ, ພືດພື້ນເມືອງສ່ວນຫຼາຍ ຈະໃຫ້ທ່ານປະສົບຜົນສໍາເລັດຫຼາຍກວ່າ ເພາະວ່າມັນໄດ້zjkoວິວັດທະນາການ ໃນສະພາບອາກາດຂອງທ່ານ ແລະໃນດິນຂອງທ່ານ."

Share