ຣັຖບານກຳລັງຈະເຮັດຫຼາຍຂຶ້ນກ່ຽວກັບຄວາມຮຸນແຮງພາຍໃນຄອບຄົວ.
ການຮັບມື ແລະຄວາມຮັບຮູ້ ຂອງຄວາມຮຸນແຮງ ໃນຄອບຄົວ ກຳລັງເປັນຈຸດສົນໃຈ ອັນກວ້າງຂວາງ ທົ່ວປະເທດ ໃນອາທິດນີ້.
ຣັຖບານຫວັງວ່າ ການລົງທຶນເພີ່ມເຕີມ, ການໄດ້ຮັບຄ່າຈ້າງຕອນລາວຽກ, ແລະເຕັກໂນໂລຊີໃຫມ່ - ສາມາດສ້າງຄວາມແຕກຕ່າງ ສໍາລັບຜູ້ເຄາະຮ້າຍ. Monique Pueblos ລາຍງານ.
ຄວາມແຕກຕ່າງກັນ ຂອງຊາວອອສເຕຣເລັຍ ແມ່ນມີຄວາມສຳຄັນຫຼາຍ ຂອງການສົ່ງເສີມການເພີ່ມທຶນໃຫມ່ ສໍາລັບການບໍຣິການສນັບສນູນ ໃນຄອບຄົວ ຂອງຄວາມຫຼາກຫຼາຍ ວັດທະນະທັມ.
Astrid Perry, ຫົວຫນ້າຝ່າຍ ແມ່ຍິງ, ຄວາມສເມີພາບ ແລະຄວາມຮຸນແຮງໃນຄອບຄົວ (Head of Women, Equity and Domestic Violence) ທີ່ Settlement Services International, ຍິນດີກັບການເຄື່ອນໄຫວນີ້:
“ຂ້າພະເຈົ້າຄິດວ່າ ມັນເປັນການເລີ່ມຕົ້ນທີ່ເຂັ້ມແຂງ, ເປັນເລື້ອງທີ່ ໜ້າຍິນດີຢ່າງຍິ່ງ. ການໃຫ້ຄວາມສຳຄັນ ແກ່ຜູ້ອົບພະຍົບ ແລະຜູ້ລີ້ພັຍແລະຄວາມເປັນຢູ່ທີ່ດີຂອງເຂົາເຈົ້າ, ໂດຍສະເພາະ ກ່ຽວກັບ ຄວາມຮຸນແຮງໃນຄອບຄົວ, ແມ່ນເລື້ອງໜ້າຍິນດີຫຼາຍ."
ນັບແຕ່ວັນທີ 13 ກຸມພາ, ກຸ່ມສນັບສນູນ ທີ່ແຕກຕ່າງກັນ ທາງວັດທະນະທັມ ແລະສາສນາໃນ ຣັດ New South Wales ຈະສາມາດສມັກ ຂໍເງິນຊ່ວຍເຫຼືອໄດ້ຫນຶ່ງຄັ້ງ-ເລີ່ມຈາກ 20,000 ໂດລາ.
Mark Coure ຣັຖມົນຕີ ຫຼາຍວັດທະນະທັມ (Multiculturalism) ຂອງ ຣັດ New South Wales ກ່າວວ່າ:
"ພວກເຮົາແມ່ນຫນຶ່ງໃນ ຊຸມຊົນຫຼາຍວັດທະນະທັມຫຼາຍທີ່ສຸດໃນໂລກ ແລະຜູ້ນໍາຊຸມຊົນ ຈະຍິນດີຕ້ອນຮັບໂຄງການນີ້ ແລະຊັບພະຍາກອນທີ່ຈໍາເປັນນີ້, ທຶນນີ້ ເພື່ອໃຫ້ແນ່ໃຈວ່າ ພວກເຮົາຈະຫຼຸດອັດຕາ ຂອງຄວາມຮຸນແຮງໃນຄອບຄົວ ໃນ New South Wales."
ໃນທ້າຍສັບປະດານີ້, ຜູ້ນໍາຝ່າຍຄ້ານຂອງຣັດ New South Wales, ທ່ານ Chris Minns, ໄດ້ໃຫ້ຄໍາຫມັ້ນສັນຍາວ່າ ຈະໃຫ້ການບໍຣິການພິເສດໃຫມ່ ກ່ຽວກັບຄວາມຮຸນແຮງໃນຄອບຄົວຫຼາກຫຼາຍວັດທະນະທັມ-ຖ້າຖືກເລືອກ.
ໃນທົ່ວປະເທດອອສເຕຣເລັຍ, ການໄດ້ຮັບຄ່າຈ້າງ ຈາກການລາງານຍ້ອນຄວາມຮຸນແຮງໃນຄອບຄົວ ມີຜົນບັງຄັບໃຊ້ແລ້ວ, ແທນການລາວຽກ ໂດຍບໍ່ໄດ້ຮັບຄ່າຈ້າງທີ່ມີຢູ່.
ໃນອະນາຄົດ, ພະນັກງານເຕັມເວລາ, ບໍ່ເຕັມເວລາ ແລະລູກຈ້າງຊົ່ວຄາວທຸກຄົນ ຈະມີສິດເຂົ້າເຖິງ 10 ວັນຂອງການລາງານ ຍ້ອນຄວາມຮຸນແຮງໃນຄອບຄົວ ໃນໄລຍະ 12 ເດືອນ.
ການລານີ້ ຈະມີໃຫ້ພະນັກງານ ທີ່ປະສົບກັບພຶດຕິກັມທີ່ຮຸນແຮງ, ຂົ່ມຂູ່ ຫຼືການກະທຳທີ່ບໍ່ເໝາະສົມ ອື່ນໆ ໂດຍຍາດພີ່ນ້ອງໃກ້ຊິດ, ຄູ່ທີ່ສນິດສນົມ ໃນປະຈຸບັນ ຫຼືອະດີດ, ຫຼືສະມາຊິກໃນຄອບຄົວ ທີ່ພະຍາຍາມບັງຄັບ ຫຼືຄວບຄຸມເຂົາເຈົ້າ, ຫຼືຜູ້ທີ່ເຮັດໃຫ້ເຂົາເຈົ້າເປັນອັນຕະລາຍ ຫຼືຢ້ານກົວ.
ທຸລະກິດຂນາດນ້ອຍ ຈະມີເວລາເພີ່ມອີກຫົກເດືອນ ເພື່ອປັບຕົວໃຫ້ເຂົ້າກັບການປ່ຽນແປງ, ຈະມີຜົນບັງຄັບໃຊ້ກັບຄວາມຮຸນແຮງໃນຄອບຄົວ ໃນບ່ອນເຮັດວຽກຂອງເຂົາເຈົ້າ ຕັ້ງແຕ່ວັນທີ 1 ສິງຫາ.
ແລະເຈົ້າຂອງ ທຸລະກິດຂນາດນ້ອຍຫຼາຍຄົນ-ດັ່ງ Holy Michael, ເຈົ້າຂອງຮ້ານກາເຟ Brewmance Cafe-ພ້ອມທີ່ຈະແບກຮັບຄ່າໃຊ້ຈ່າຍ.
"ມັນເປັນສິ່ງທີ່ດີ ທີ່ພວກເຂົາສາມາດລາວຽກ ແລະຍັງໄດ້ຮັບຄ່າຈ້າງຢູ່.ຂ້ອຍຮູ້ສຶກວ່າ ຄົນເຮົາຈະມີຄວາມສຸກຫຼາຍຂຶ້ນ ທີ່ຈະເຮັດເຊັ່ນນັ້ນ"
ໃນ Queensland, ມີເຕັກໂນໂລຊີຕ້ານຄອບຄົວບ່ອນທໍາອິດ ໃນອອສເຕຣເລັຍ.
ເມື່ອເປີດໃຊ້ງານແລ້ວ-ໂຄງການທີ່ໃຊ້ cloud ເຕັກໂນໂລຊີນີ້ ຈະແຈ້ງເຕືອນເຄືອຂ່າຍທີ່ໃກ້ຊິດທີ່ສຸດ ຂອງຜູ້ທີ່ພວກເຂົາ ຮູ້ສຶກວ່າມີຄວາມສ່ຽງ.
ຜູ້ກໍ່ຕັ້ງຂອງ CommSync ເຊິ່ງຢູ່ເບື້ອງຫຼັງໂຄງການນີ້ແມ່ນ Chris Boyle.
"ພວກເຮົາຕ້ອງການ ທີ່ຈະເຮັດການປ້ອງກັນ ແລະວິທີທີ່ດີທີ່ສຸດ ທີ່ພວກເຮົາສາມາດເຮັດໄດ້ ໃນການປ້ອງກັນແມ່ນຜ່ານຄອບຄົວ ແລະຫມູ່ເພື່ອນ-ຄວາມຈິງແລ້ວ ມັນເປັນວິທີດຽວ ທີ່ພວກເຮົາສາມາດເຮັດໄດ້ ໃນການປ້ອງກັນ, ດັ່ງນັ້ນຄວາມຕ້ອງການຂອງຂ້າພະເຈົ້າ ແມ່ນການເຮັດໃຫ້ເຄືອຂ່າຍຄອບຄົວ ແລະມິດຕະພາບເຫຼົ່ານັ້ນຮັບຮູ້ ເພາະວ່າ ຕອນທີ່ພວກເຂົາຢູ່ເຮືອນແລະກັງວົນກ່ຽວກັບຄົນທີ່ພວກເຂົາຮັກ, ແລະເຊື່ອມຕໍ່ຄົນເຫຼົ່ານັ້ນກັບຜູ້ທີ່ມີຄວາມສ່ຽງ.
ເນື້ອເລື່ອງໂດຍ Monique Pueblos ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.