ຟອສຊິນ (Fossil) ທີ່ຄົ້ນພົບ ຈາກຖໍ້າຜາລີງ ຢືນຢັນວ່າມີມະນຸດເປັນເວລານານກວ່າທີ່ຄຶດ.
ບັນພະບຸຣຸດຄົນທໍາອິດຂອງພວກເຮົາ ໄດ້ຜ່ານເອເຊັຍຕາເວັນອອກສຽງໃຕ້ ໃນການເດີນທາງໄປ ຊຶ່ງໄວກວ່າປະມານ 40 ພັນປີ ຢ່າງທີ່ເຊື່ອກັນ ກ່ອນຫນ້ານີ້.
ພວກເຂົາ ອາດຈະບໍ່ໄດ້ມີສ່ວນສຳຄັນ ຕໍ່ປະຊາກອນສມັຍໃຫມ່ຂອງເຮົາ, ແຕ່ການຄົ້ນພົບ ຟອສຊິນ (Fossil) ຈາກຖໍ້າແຫ່ງຫນຶ່ງ ໃນພາກເຫນືອຂອງປະເທດລາວ ຢືນຢັນການມີມະນຸດ ເປັນເວລານານແລ້ວ.
Catriona Stirrat ລາຍງານ.
ບັນພະບຸຣຸດຍຸກທຳອິດຂອງພວກເຮົາ ມີມາແຕ່ດົນນານ ກວ່າທີ່ເຄີຍຄິດມາກ່ອນ- ແລະໄດ້ຜ່ານເອເຊັຍຕາເວັນອອກສຽງໃຕ້ ໃນການເດີນທາງໄປອອສເຕຣເລັຍ.
ຫລັກຖານຫຼ້າສຸດຈາກ ຖໍ້າຜາລີງ ໃນພາກເຫນືອຂອງປະເທດລາວ ເຜີຍໃຫ້ເຫັນວ່າ ມະນຸດໄດ້ເດີນທາງ ຜ່ານເຂດເອເຊັຍຕາເວັນອອກສຽງໃຕ້ແຜ່ນດິນໃຫຍ່ ລະຫວ່າງ 86,000 ຫາ 68,000 ປີກ່ອນ.
40,000 ປີໄວກວ່າທີ່ເຊື່ອກັນ ໃນຕອນທໍາອິດ.
ຮອງສາສດາຈານ Kira Westaway ຈາກໂຮງຮຽນວິທະຍາສາດ ທັມມະຊາດ ຂອງມະຫາວິທະຍາໄລ Macquarie (Macquarie University's School of Natural Sciences), ແມ່ນຫນຶ່ງໃນນັກຄົ້ນຄວ້າອອສເຕຣເລັຍ ທີ່ມີສ່ວນຮ່ວມໃນການລາຍງານຫຼ້າສຸດ.
"ເລື່ອງລາວຂອງການຄົ້ນພົບຄັ້ງທໍາອິດຂອງພວກເຮົາ ໃນເອເຊັຍຕາເວັນອອກສ່ຽງໃຕ້ ແມ່ນຄັ້ງທໍາອິດທີ່ Homo sapiens ໄດ້ມາຮອດເອເຊັຍຕາເວັນອອກສ່ຽງໃຕ້, ແລະມັນໄວກວ່າ ທີ່ພວກເຮົາໄດ້ຄາດໄວ້ແທ້ໆ, ແລະມັນກໍໄວກວ່າຫຼັກຖານ ທາງພັນທຸກັມ (Genetic evidence) ຊີ້ໃຫ້ເຫັນເຊັ່ນກັນ, ເຊິ່ງໄດ້ເຮັດໃຫ້ ມັນມີການໂຕ້ຖຽງກັນຫຼາຍຂຶ້ນ ແຕ່ກໍຍັງຕື່ນເຕັ້ນຫຼາຍຂຶ້ນ ອີກດ້ວຍ.”
ການໂຕ້ແຍ້ງ ກ່ຽວກັບຄວາມຂັດແຍ້ງ ລະຫວ່າງຫຼັກຖານທາງພັນທຸກັມ (Genetic evidence) ແລະຟອສຊິນ (Fossil).
ການຄົ້ນພົບຄັ້ງທໍາອິດ ຂອງກະໂຫຼກແລະກະດູກຄາງກະໄຕ ໃນປີ 2009 ສອດຄ່ອງກັບ ເວລາທາງພັນທຸກັມເບື້ອງຕົ້ນ ປະມານ 50 ຫຼື 60 ພັນປີມາແລ້ວ.
ບໍ່ມີຫຼັກຖານທາງພັນທຸກັມ ທີ່ຈະກໍານົດການເຊື່ອມໂຍງລະຫວ່າງ ການມາເຖິງຄັ້ງທໍາອິດ ໃນອອສເຕຣເລັຍ ແລະຄົນທໍາອິດຂອງອອສເຕຣເລັຍດັ່ງທີ່ພວກເຮົາຮູ້ຈັກໃນປັດຈຸບັນ.
ສາດສະດາຈານ Westaway ອະທິບາຍ.
"ເພາະສະນັ້ນ, ຖ້າຈະຍົກຕົວຢ່າງ, ການຍົກຍ້າຍຖິ່ນຖານບໍ່ປະສົບຜົນສໍາເລັດ, ດັ່ງນັ້ນ ພວກເຂົາເຈົ້າຈຶ່ງບໍ່ສາມາດ ທີ່ຈະມາຮອດອອສເຕຣເລັຍ, ແລ້ວພວກເຂົາເຈົ້າ ຈະບໍ່ມີສ່ວນຕໍ່ DNA. ຄົງຈະບໍ່ມີໂອກາດໃດໆ ທີ່ຈະສືບພັນກັນ ຫລືສິ່ງໃດໆແບບນັ້ນ ທີ່ຈະສົ່ງຜົນຕໍ່ DNA ຂອງພວກເຮົາ. ແຕ່ພວກເຮົາຄິດວ່າ ສິ່ງເຫຼົ່ານີ້ ແມ່ນການຍົກຍ້າຍຖິ່ນຖານ ທີ່ບໍ່ປະສົບຜົນສໍາເລັດ, ແຕ່ວ່າ, ພວກເຂົາ ຍັງຢູ່ທີ່ນັ້ນໃນເວລານີ້, ເຊິ່ງມັນເປັນຄວາມສໍາເລັດທີ່ເຫຼືອເຊື່ອ."
ຮອງສາສດາຈານ Renaud Joannes-Boyau ຈາກມະຫາວິທະຍາໄລ Southern Cross ຢືນຢັນວ່າ ນີ້ແມ່ນພຽງຂໍ້ພິສູດຂອງການຍົກຍ້າຍຫຼາຍຮູບແບບ.
"ແລະຂ້າພະເຈົ້າຄິດວ່າ ສິ່ງທີ່ພວກເຮົາເຫັນໃນປວັດສາດຕອນນີ້ ແມ່ນ Homo sapiens ໄດ້ອອກຈາກ Africa ຫຼາຍຄັ້ງ, ອາດຈະແມ່ນຕັ້ງແຕ່ 250 ພັນປີກ່ອນ, ດັ່ງທີ່ພວກເຮົາເຫັນຮ່ອງຮອຍໃນ Greece. ແຕ່ການຍົກຍ້າຍຖິ່ນຖານ ຢູ່ນອກ Africa ໃນຕອນຕົ້ນເຫລົ່ານັ້ນ ແມ່ນບໍ່ປະສົບຄວາມສໍາເລັດ, ພວກເຂົາເຈົ້າ ບໍ່ໄດ້ຖິ້ມວັດຖຸທາງພັນທຸກັມໃດໆໄວ້ ໃນກຸ່ມມະນຸດໃນຍຸກສມັຍໃຫມ່. ສິ່ງທີ່ເຮົາເຫັນ ຈາກການສຶກສາ ນີ້ແມ່ນວ່າ ເຮົາໄດ້ອອກຈາກ Africa ມາຫລາຍເທື່ອກ່ອນໜ້ານີ້. ແລະຫນຶ່ງໃນກຸ່ມມະນຸດ ເກົ່າແກ່ທີ່ສຸດໃນເອເຊັຍຕາເວັນອອກສ່ຽງໃຕ້ ແມ່ນປະມານ ໃນຫຼັກ 80 ພັນປີ."
ລາວອະທິບາຍວ່າ ອຸບປະສັກຢ່າງຫນຶ່ງ ທີ່ຈະເຂົ້າໃຈໃນຄວາມຊັບຊ້ອນ ຂອງບັນພະບຸຣຸດຍຸກທຳອິດຂອງເຮົາ ແມ່ນຕົວຢ່າງ ທີ່ເຫນືອກວ່າຂອງ Homo sapiens.
ມະນຸດໃນຍຸກທຳອິດ ມັກຈະມີວິວັດທະນາການ ຈາກປະສົມຂອງຫຼາຍກຸ່ມ, ປະສົມກັບ Homo ກຸ່ມອື່ນໆເຊັ່ນ Neanderthals.
Homo sapiens ພຽງແຕ່ມີການກຽມພ້ອມທີ່ດີກວ່າ ໃນການປັບຕົວ ແລະດັ່ງນັ້ນ ຈຶ່ງປາກົດໃຫ້ເຫັນ ໃນທຸກໆສະພາບແວດລ້ອມ.
"ເປັນເວລາດົນນານ, Homo sapiens ແມ່ນຈຸດສູງສຸດນີ້, ສິ່ງທີ່ມີຊີວິດທີ່ເຫນືອກວ່າ, ເມື່ອພວກເຮົາອອກຈາກ Africa ພວກເຮົາຍຶດທຸກສິ່ງທຸກຢ່າງ ແລະພວກເຮົາໄດ້ຄອບງຳເໜືອທຸກສິ່ງທຸກຢ່າງ ລວມທັງ Neanderthals ທີ່ເປັນປະເພດຂອງມະນຸດ ທີ່ຕໍ່າກວ່າ ແລະອື່ນໆ. ສິ່ງທີ່ເຮົາເຫັນໃນຕອນນີ້ບໍ່ແມ່ນເຊັ່ນນັ້ນ. Homo sapiens ແມ່ນຜູ້ທີ່ປັບຕົວໄດ້ດີ ໃນ Africa ແລະຂຍາຍໄປທົ່ວ Africa ຢ່າງໄວ ແລະອາສັຍຢູ່ໃນ Africa ເໜືອກວ່າຫຼາຍກຸ່ມ, ມັນບໍ່ແມ່ນບ່ອນດຽວທີ່ Homo sapiens ປາກົດຕົວ. ມັນເປັນບ່ອນທີ່ມີການປະສົມກັນຂອງຫຼາຍກຸ່ມ."
ສາດສະດາຈານ Westaway ອະທິບາຍເຖິງສອງສະຖານທີ່ ໃນເອເຊັຍຕາເວັນອອກສ່ຽງໃຕ້, ລວມທັງສະຖານທີ່ ໃນພາກເຫນືອຂອງອອສເຕຣເລັຍ ທີ່ມີຫຼັກຖານ ກ່ຽວກັບການຍົກຍ້າຍ ໃນເບື້ອງຕົ້ນເຫຼົ່ານີ້ແນວໃດ.
ສະຖານທີ່ແຫ່ງຫນຶ່ງໃນເມືອງ Sumatra ທີ່ເອີ້ນວ່າ Lida Ajer ທີ່ມີຫລັກຖານຂອງ Homo sapiens ຕັ້ງແຕ່ 73 ຫາ 63 ພັນປີກ່ອນ.
"ແລະເຫັນໄດ້ຢ່າງຊັດເຈນວ່າ ສະຖານທີ່ໃນພາກເຫນືອຂອງອອສເຕຣເລັຍ, Madjedbebe, ຊຶ່ງເຮົາມີຫລັກຖານວ່າ Homo sapiens ໄດ້ມາເຖິງເມື່ອ 65,000 ປີກ່ອນ. ມັນເປັນເວລາດົນນານຫຼາຍ ກ່ວາທີ່ Genetics ຈະຄາດຄະເນໄດ້ ແລະເບິ່ງຄ້າຍກັບວ່າຈະມີການເຊື່ອມໂຍງທີ່ດີ ລະຫວ່າງການຍົກຍ້າຍ ໃນເບື້ອງຕົ້ນເຫຼົ່ານີ້ເມື່ອອີງຕາມເວລາ. ດັ່ງນັ້ນ ພວກເຂົາເຈົ້າ ອາດຈະໄປໄກກວ່າ ທີ່ຄາດການໄວ້ກ່ອນ."
ການຄົ້ນພົບ ຍັງປ່ຽນແນວຄິດຂອງພວກເຮົາ ກ່ຽວກັບການຍົກຍ້າຍ, ໂດຍລະບຸເສັ້ນທາງທີ່ບໍ່ຄາດຄິດ ຂອງການເຄື່ອນໄຫວຂອງມະນຸດ ໃນຕອນນັ້ນ.
ສາດສະດາຈານ Westaway ກ່າວວ່າ ນີ້ອາດຈະເປັນເລື່ອງທີ່ຫນ້າແປກໃຈ ຫຼາຍກວ່າເວລາ.
"ຂ້ອຍຄິດວ່າ ມັນກ່ຽວກັບສະຖານທີ່ຫຼາຍກວ່າ. ຖໍ້າບໍ່ແມ່ນເຂດແຄມນ້ຳ, ມັນບໍ່ແມ່ນເກາະ. ມັນເປັນຢູ່ກາງແຜ່ນດິນ ຂອງເອເຊັຍຕາເວັນອອກສຽງໃຕ້. ແລະບໍ່ພຽງແຕ່ເທົ່ານັ້ນ, ມັນຢູ່ໃນເຂດພູສູງ, ມັນສູງກວ່າ 1000 ແມັດ ແລະຈະມີປ່າຫນາແຫນ້ນເຊັ່ນກັນ. ສະນັ້ນ ຂ້າພະເຈົ້າຄິດວ່າມັນຈະເປັນສິ່ງແປກໃຈວ່າ Hominins (ມະນຸດ/Homo sapiens) ເລືອກທີ່ຈະຍ້າຍຜ່ານ ແລະອົບພະຍົບຜ່ານເຂດທີ່ພວກເຮົາຄິດວ່າ ລຳບາກຕໍ່ການເຄື່ອນໄຫວ."
ສາດສະດາຈານ Joannes-Boyau ມີທັກສະພິເສດ ໃນຖານະເປັນນັກທໍຣະນີວິທຍາ ເຊິ່ງເຮັດໃຫ້ລາວ ສາມາດລະບຸອາຍຸ ຂອງຟອສຊິນ (Fossil) ໄດ້ຢ່າງລະມັດລະວັງ ໂດຍບໍ່ທໍາລາຍມັນ.
"ສິ່ງທີ່ຂ້ອຍເຮັດແມ່ນຂ້ອຍມີຄວາມຊ່ຽວຊານໃນການລະບຸອາຍຸຂອງຟອສຊິນ(Fossil) ໂດຍກົງ. ມັນຍັງມີຄວາມສໍາຄັນຫຼາຍທີ່ຈະລະບຸອາຍຸຂອງຟອສຊິນ(Fossil)ໂດຍກົງ ເພາະວ່າບໍ່ດັ່ງນັ້ນທ່ານມີຄວາມສົງສັຍສເມີ. ສະນັ້ນ ສິ່ງທີ່ເຂົາເຈົ້າເຮັດຄື ເຂົາເຈົ້າເອີ້ນຂ້າພະເຈົ້າ ເມື່ອເຂົາເຈົ້າພົບເຫັນຟອສຊິນ(Fossil) ທີ່ສໍາຄັນ ແລະພວກເຮົາມີບໍ່ຫຼາຍໃນໂລກ, ແທ້ຈິງແລ້ວ ພວກເຮົາມີຫນ້ອຍແທ້ໆ, ອາດຈະມີພຽງ 5 ຫຼື 6 ຄົນ ທີ່ເຮັດກ່ຽວກັບສິ່ງນັ້ນ ແລະວິທີປະຕິບັດຂອງຂ້າພະເຈົ້າ ແມ່ນວ່າ ຂ້າພະເຈົ້າລະບຸອາຍຸຂອງຟອສຊິນ (Fossil) ໂດຍກົງ ແລະບໍ່ທຳລາຍ ຟອສຊິນ (Fossil) ນັ້ນ.
ການປະສົມເຕັກນິກທີ່ຫຼາກຫຼາຍ ແມ່ນມີຄວາມສໍາຄັນ ໃນການເຮັດໃຫ້ການຄົ້ນພົບ ມີຄວາມເຂັ້ມແຂງພໍ ທີ່ຈະໄດ້ຮັບການຢືນຢັນ, ດັ່ງທີ່ສາສດາຈານ Westaway ໄດ້ອະທິບາຍເຖິງຄວາມສົງສັຍ ກ່ຽວກັບການລະບຸອາຍຸໃນເບື້ອງຕົ້ນ.
ລາວເວົ້າວ່າ ໃນຕອນຕົ້ນ ພວກເຂົາເຈົ້າອາສັຍການລະບຸອາຍຸດ້ວຍແສງ (Luminescence Dating) ຊຶ່ງອາສັຍສັນຍານທີ່ໄວຕໍ່ແສງ, ກ່ອນທີ່ຈະພົບ ”ແຂ້ວງົວສອງເຫຼັ້ມ” ແລະການກໍ່ໂຕຂອງແຮ່ທາດ ທີ່ຫ້ອຍຢູ່ເພດານຂອງຖໍ້າ ເພື່ອຊ່ວຍວັດແທກຕະກອນ.
"ຈະມີອົງປະກອບ ຂອງຄວາມສົງສັຍສເມີ, ທ່ານຮູ້ບໍ່ວ່າ ຕອນຂ້າພະເຈົ້າໄປປະຊຸມ, ຈະມີການເວົ້າ ມີຢູ່ສເມີວ່າ 'oh yes ແຕ່ຂ້າພະເຈົ້າບໍ່ຮູ້ ກ່ຽວກັບອາຍຸ'. ສະນັ້ນ ຂ້າພະເຈົ້າຈຶ່ງຮູ້ວ່າ ເອກກະສານສະບັບນີ້ ຕ້ອງມີຄວາມເດັດຂາດ, ສໍາລັບລຳດັບເວລາ (Chronology) ຂອງຖ້ຳຜາລີງ ມັນຕ້ອງເປັນແນວນີ້. ມັນຕ້ອງເຂັ້ມແຂງ, ມັນຕ້ອງປອດພັຍ ແລະຫຼັກຖານທີ່ຄອບຄຸມໃນອາຍຸທີ່ກວ້າງ. ພວກເຮົາບໍ່ເວົ້າເຖິງ ພຽງແຕ່ກະດູກສອງສາມທ່ອນ ທີ່ຖິ້ມຢູ່ໃນຖໍ້າ, ມັນເປັນການສະສົມປົກກະຕິ ຫຼາຍກວ່ານັ້ນ. ທ່ານຮູ້ບໍ, ມັນພຽງແຕ່ໃຫ້ຄວາມສົມບູນຫຼາຍຂຶ້ນ ຕໍ່ເລື່ອງຂອງມະນຸດ."
ແລະເຫັນໄດ້ຢ່າງຊັດເຈນວ່າ ການຄົ້ນພົບ ໄດ້ເຜີຍໃຫ້ເຫັນປວັດສາດຮ່ວມຂອງມະນຸດ ທີ່ມີຄວາມຊັບຊ້ອນຫລາຍ.
"ຖ້າທ່ານເບິ່ງມະນຸດໃນໂລກໃນສມັຍປັດຈຸບັນ, ພວກເຮົາທຸກຄົນ ມີວັດຖຸທາງພັນທຸກັມ ທີ່ແຕກຕ່າງກັນຫຼາຍ. ບາງຄົນມີ Denisovans ໃນໂຕພວກເຂົາ, ບາງຄົນຄືກັບຂ້າພະເຈົ້າ ມີ Neanderthals, ບາງຄົນກໍບໍ່ມີ. ດັ່ງນັ້ນ ສິ່ງທີ່ຂ້າພະເຈົ້າຢາກເວົ້າແມ່ນວ່າ ພວກເຮົາທຸກຄົນແຕກຕ່າງກັນ, ແລະພວກເຮົາທຸກຄົນ ມີປວັດທີ່ແຕກຕ່າງກັນ, ແຕ່ພວກເຮົາທຸກຄົນມີປວັດສາດຮ່ວມອັນດຽວກັນ. ແລະດ້ວຍເຫດນີ້ ມັນຈຶ່ງສໍາຄັນຫຼາຍ ທີ່ຈະເຂົ້າໃຈການຍົກຍ້າຍຂອງ Homo sapiens ຢູ່ນອກ Africa ເຂົ້າໄປໃນເອເຊັຍຕາເວັນອອກສ່ຽງໃຕ້, ເພາະວ່າ ມັນເປັນປວັດສາດຂອງພວກເຮົາທຸກຄົນ, ເຖິງແມ່ນວ່າ ພວກເຮົາຈະມີປວັດທີ່ແຕກຕ່າງກັນ ຫຼັງຈາກນັ້ນກໍຕາມ."
Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.