ແຜ່ນດິນໄຫວທີ່ ປະເທດ ອິນໂດເນເຊັຍ.

162 died due to earthquake in Indonesia

CIANJUR - ອິນໂດເນເຊັຍ - ວັນທີ 21 ພະຈິກ: ອາຄານຈໍານວນຫນຶ່ງໄດ້ພັງລົງຍ້ອນເກີດແຜ່ນດິນໄຫວຢູ່ເຂດບ້ານ Nyalindung, ເມືອງ Cuguenang, Cianjur, ພາກຕາເວັນຕົກຂອງເກາະ Java, ອິນໂດເນເຊັຍ ໃນວັນຈັນ ທີ 21 ພະຈິກ 2022. ແຜ່ນດິນ ໄຫວ ຂະຫນາດ 5.6 ໄດ້ເຮັດໃຫ້ມີຜູ້ເສັຍຊີວິດ 162 ຄົນ ແລະ ຫລາຍຮ້ອຍຄົນ ໄດ້ ຮັບບາດຈັບ. (ຮູບພາບໂດຍ Eko Siswono Toyudho/Anadolu Agency ຜ່ານ Getty Images) Source: Anadolu / Anadolu Agency/Anadolu Agency via Getty Images

ພັຍພິບັດທາງທັມມະຊາດທີ່ປະເທດ ອິນໂດເນເຊັຍ ໄດ້ສ້າງຄວາມເສັຍຫາຍຕໍ່ຊັບສິນ ແລະນຳມາຊຶ່ງຄວາມໂສກເສົ້າແກ່ປະຊາຊົນທົ່ວໄປ. ປະທານາທິບໍດີໄດ້ສະແດງຄວາມເສັຍໃຈ ແລະອອກຄຳສັ່ງໃຫ້ຄົ້ນຫາຜູ້ເຄາະຮ້າຍ ພ້ອມທັງຈະຊ່ອຍເຫຼືອດ້ານທີ່ຢູ່ອາສັຍ.


ແຜ່ນດິນໄຫວທີ່ ປະເທດ ອິນໂດເນເຊັຍ.

ຈໍານວນຜູ້ເສັຍຊີວິດຈາກແຜ່ນດິນໄຫວທີ່ເກີດຂຶ້ນ ໃນອິນໂດເນເຊັຍ ໃນວັນຈັນ ໄດ້ເພີ້ມຂຶ້ນເປັນ 260 ຄົນ ໃນຂນະທີ່ ພວກກູ້ພັຍ ຍັງສືບຕໍ່ຄົ້ນຫາພວກທີ່ຍັງບໍ່ຮູ້ຊະຕາກັມ ຕາມເສດສິ່ງຫັກພັງ.

ຊາວອິນໂດເນເຊັຍພວມປະເຊີນກັບຄວາມເສັຍຫາຍ ແລະການເພພັງຂອງບ້ານເຮືອນຫຼາຍພັນຫຼັງ ແລະການເສັຍຊີວິດ, ໂດຍມີຊາຍຄົນຫນຶ່ງ ໄດ້ສູນເສັຍສະມາຊິກ ໃນຄອບຄົວ 11 ຄົນ. Essamal-Ghalib ລາຍງານ.

ຈໍານວນຜູ້ເສັຍຊີວິດຈາກແຜ່ນດິນໄຫວ ຂນາດຄວາມແຮງ 5.6 ຂອງວັນຈັນ ທີ່ໄດ້ເກີດຂຶ້ນໃນເກາະໃຫຍ່ ຂອງອິນໂດເນເຊັຍ ໃນເວລານີ້ ມີຈຳນວນເຖິງ 260 ກວ່າຄົນ ໂດຍມີຜູ້ໄດ້ຮັບບາດເຈັບ ແລະຫາຍສາບສູນຫລາຍກວ່ານັ້ນ.

ນຶ່ງມື້ຫຼັງຈາກແຜ່ນດິນໄຫວນັ້ນ ສົບໄດ້ສືບຕໍ່ ຖືກດຶງອອກຈາກຊາກຫັກພັງ ໃນຕອນເຊົ້າ ຂອງວັນອັງຄານ ຢູ່ໃນເມືອງ Cianjur ທີ່ຮັບຄວາມກະທົບທີ່ຮ້າຍແຮງທີ່ສຸດ ຊຶ່ງຕັ້ງຢູ່ໃນແຂວງ ທີ່ມີປະຊາກອນຫນາແຫນ້ນ ທີ່ສຸດ ຂອງປະເທດ ຢູ່ທາງພາກຕາເວັນຕົກຂອງ Java, 75 ກິໂລແມັດ ທາງພາກໃຕ້ ຂອງນະຄອນຫລວງ Jakarta.

Enjot ຜູ້ລອດຊີວິດ ກຳລັງເບິ່ງງົວຂອງລາວ ຢູ່ໃນເນີນພູ ບໍ່ໄກຈາກເຮືອນຂອງລາວ ຕອນເກີດແຜ່ນດິນໄຫວ.

ລາວໄດ້ໂດດຂຶ້ນຣົດຈັກຂອງລາວ ແລະຟ້າວກັບບ້ານ, ລາວໄດ້ມາເຖິງບ້ານພາຍໃນບໍ່ທໍ່ໃດນາທີ ແລະໄດ້ເຫັນບ້ານເຮືອນຕ່າງໆໃກ້ກັບເຮືອນຂອງລາວໄດ້ເພພັງລົງ.

ໃນເວລາ 24 ຊົ່ວໂມງຕໍ່ມາ, ລາວໄດ້ເຫັນໜ່ວຍກູ້ພັຍດຶງເອົາສົບຂອງສະມາຊິກ ໃນຄອບຄົວຂອງລາວອອກມາ.

Enjot ໄດ້ອະທິບາຍເຖິງສິ່ງທີ່ລາວ ແລະຜູ້ລອດຊີວິດຄົນອື່ນໆ ຕ້ອງໄດ້ທົນຕລອດທັງກາງເວັນແລະຄືນ ຫຼັງຈາກທີ່ພື້ນດິນໄດ້ສັ່ນສະເທືອນຢ່າງຮຸນແຮງ.

"ຂ້ອຍໄດ້ຍິນຊາວບ້ານຄົນອື່ນໆຮ້ອງໄຫ້, ຮ້ອງໄຫ້ສຽງດັງຢ່າງແຮງຊອກຫາແມ່ຂອງລາວ, ຊອກຫາພໍ່, ຊອກຫາອ້າຍ ຂອງລາວ....ຕອນຂ້ອຍເຫັນຈັ່ງຊັ້ນ...ຂ້ອຍກໍຮ້ອງໄຫ້"

ຕລອດມື້, ຍາດພີ່ນ້ອງໄດ້ຮ້ອງໄຫ້ ໃນຂນະທີ່ເຂົາເຈົ້າເບິ່ງຜູ້ກູ້ພັຍດຶງເອົາຊາກສົບ ທີ່ເຕັມໄປດ້ວຍຂີ້ຕົມ ອອກຈາກຕຶກ ທີ່ຖືກທໍາລາຍ, ຮວມທັງຫລານຊາຍຄົນຫນຶ່ງຂອງ Enjot ທີ່ໄດ້ເສັຍຊີວິດໄປ.

ເຊັ່ນດຽວກັບຊາວບ້ານຄົນອື່ນໆ, ລາວຂຸດສິ່ງຫັກພັງຢ່າງສຸດຂີດ ເພື່ອຊອກຫາຜູ້ລອດຊີວິດ, ແລະກໍສາມາດຊ່ອຍເຫຼືອໄດ້ຫຼາຍຄົນ.

ແຕ່ເສັ້ນທາງທີ່ຖືກຕັດຂາດ ແລະຂົວທີ່ໄດ້ຮັບ ຄວາມເສັຍຫາຍນັ້ນ ຫມາຍຄວາມວ່າ ເຈົ້າຫນ້າທີ່ ບໍ່ສາມາດນໍາເອົາເຄື່ອງຈັກເຄື່ອງມືໃຫຍ່ ທີ່ຈໍາເປັນໃນການຍົກເອົາດິນແຜ່ນຄອນກຣີດຂນາດໃຫຍ່ ແລະເສດດິນຈີ່ອື່ນໆ ອອກໄປ ຈົນກວ່າວັນອັງຄານ.

ບໍ່ໄກຈາກເຮືອນຂອງ Enjot ທີ່ພັງລົງມາ, ຄວາມສັ່ນສະເທືອນຫຼັງຈາກແຜ່ນດິນໄຫວ (Aftershock) ໄດ້ກໍ່ໃຫ້ເກີດແຜ່ນດິນເຈື່ອນ (Landslide), ຊຶ່ງໄດ້ຕົກໃສ່ເຮືອນ ຂອງຍາດພີ່ນ້ອງ ຄົນຫນຶ່ງ ຂອງລາວ ແລະໄດ້ຝັງຄົນເຈັດຄົນຢູ່ຂ້າງໃນ.

ສີ່ຄົນ ໄດ້ຮັບການຊ່ອຍເຫຼືອ ແຕ່ຫລານຊາຍສອງຄົນ ແລະພີ່ນ້ອງຂອງລາວ ໄດ້ເສັຍຊີວິດ.

ຢູ່ໃນຫມູ່ບ້ານໃກ້ຄຽງ, ນ້ອງສາວຂອງລາວ, ຍາດພີ່ນ້ອງອີກ 7 ຄົນ ໄດ້ເສັຍຊີວິດ ເມື່ອເຮືອນຂອງເຂົາເຈົ້າພັງລົງ.

"ນີ້ເປັນຕາຢ້ານຫຼາຍ. ສິ່ງທີ່ຂ້ອຍປະສົບກັບແຜ່ນດິນໄຫວຄັ້ງນີ້ ຂ້ອຍຕ້ອງສູນເສັຍຍາດພີ່ນ້ອງ ແລະເຮືອນຂອງຂ້ອຍ ກໍຖືກທໍາລາຍເຊັ່ນກັນ."

ລວມແລ້ວ Enjot ໄດ້ສູນເສັຍສະມາຊິກຄອບຄົວ 11 ຄົນ.

ໃນບັນດາຜູ້ທີ່ລອດຊີວິດຂອງຄອບຄົວລາວ ແມ່ນເອື້ອຍໃພ້ລາວ ແລະລູກຂອງນາງ, ຊຶ່ງໄດ້ຮັບບາດເຈັບທີ່ຫົວຢ່າງແຮງ ແລະກະດູກຫັກ ແລະຕອນນີ້ກໍໄດ້ຮັບການປິ່ນປົວ ຢູ່ໂຮງຫມໍບ່ອນທີ່ ມີຊາກສົບຂອງຜູ້ເສັຍຊີວິດຖືກນຳເຂົ້າມາຢ່າງຫລວງຫລາຍ.

ເມື່ອປະເຊີນກັບການສູນເສັຍຊີວິດຢ່າງກະທັນຫັນ, ແລະບໍ່ມີບ່ອນອາສັຍ, Enjot ກໍບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນຕໍ່ໄປສໍາລັບລາວ.

ລາວໄດ້ອາສັຍຢູ່ໃນເຕັນ ຫຼືບ່ອນພັກເຊົາຊົ່ວຄາວອື່ນໆ ທີ່ຖືກຕັ້ງໂດຍອາສາສມັກ ຄືກັນກັບຊາວອິນໂດເນເຊັຍຫຼາຍພັນຄົນ,ຊຶ່ງເຕັນ ຫຼືບ່ອນພັກເຊົາຊົ່ວຄາວເຫຼົ່ານັ້ນ ເກືອບຈະບໍ່ພຽງພໍ ທີ່ຈະປົກປ້ອງພວກເຂົາເຈົ້າ ຈາກຝົນທີ່ຕົກຫນັກ, ໃນຂນະທີ່ພວກເຂົາເຈົ້າພະຍາຍາມສ້າງຄືນໃຫມ່.

ເຈົ້າຫນ້າທີ່ຣະບຸວ່າ 151 ຄົນ ຍັງຫາຍສາບສູນ ແລະອີກເກືອບ 1,100 ຄົນໄດ້ຮັບບາດເຈັບ, ຜູ້ເຄາະຮ້າຍເກືອບທັງຫມົດແມ່ນຢູ່ໃນບໍລິເວນອ້ອມແອ້ມເມືອງ Cianjur ບ່ອນທີ່ Enjot ແລະຄອບຄົວຂອງລາວອາສັຍຢູ່.

ທີ່ໂຮງຫມໍປະຈໍາເຂດ Sayang, ນາງ Siti Fatimah ນັ່ງຢູ່ ກັບລູກສາວຂອງນາງຊື່ Fitri, ຊຶ່ງໄດ້ຮັບບາດເຈັບສາຫັດ.

ນາງໄດ້ບັນຍາຍເຖິງສິ່ງທີ່ນາງ ແລະລູກສາວປະສົບ.

"ໃນຕອນນັ້ນ ຂ້ອຍໄດ້ບອກ Fitri ໃຫ້ລ້າງມືຫຼັງຈາກກິນເຂົ້າແລ້ວ, ດັ່ງນັ້ນນາງຈຶ່ງຍ່າງໄປຫ້ອງນ້ຳ, ສອງສາມນາທີຕໍ່ມາ ກໍມີແຜ່ນດິນໄຫວ, ແລະມັນກໍຮຸນແຮງຫຼາຍ. ກໍາແພງໄດ້ພັງລົງມາໃສ່ໂຕລາວຈາກຄໍລົງມາ, ຂ້ອຍເຫັນພຽງແຕ່ຫົວຂອງນາງເທົ່ານັ້ນ. ມີກະຕິກນ້ຳຮ້ອນທີ່ຖືກກໍາແພງລົ້ມໃສ່ເຊັ່ນກັນ, ແລະນ້ຳຮ້ອນຕົກໃສ່ກົ້ນແລະຂາຂອງນາງ, ແລະນາງກໍຖືກນ້ຳຮ້ອນລວກ"

Acen Awaludin ອາຍຸ 50 ປີ ລອດຊີວິດມາໄດ້, ແຕ່ຕອນນີ້ກໍາລັງອາສັຍຢູ່ໃນບ່ອນພັກເຊົາຊົ່ວຄາວ.

ລາວກ່າວວ່າ ພວກທີ່ລອດຊີວິດ ຕ້ອງການນໍ້າສະອາດ ແລະອາຫານ.

"ຂໍ້ຮ້ອງຮຽນຂອງຊາວບ້ານສ່ວນຫຼາຍ ແມ່ນກ່ຽວກັບ ການຂາດນ້ຳດື່ມ ແລະການຊ່ອຍເຫຼືອສິ່ງຕ່າງໆ ເຊັ່ນຜ້າຫົ່ມ ແລະຢາຮັກສາໂຣກ."

ປະທານາທິບໍດີ ອິນໂດເນເຊັຍ, ທ່ານ Joko Widodo,ໄດ້ໄປຢ້ຽມຢາມເຂດ Cianjur ແລະໄດ້ສັ່ງໃຫ້ພວກກູ້ພັຍສືບຕໍ່ຂຸດຄົ້ນຫາພວກທີ່ລອດຊີວິດ.

"ຄໍາສັ່ງຂອງຂ້າພະເຈົ້າ ແມ່ນໃຫ້ຄວາມສໍາຄັນໃນການກູ້ພັຍແລະການຊ່ອຍເຫຼືອຜູ້ປະສົບພັຍ ທີ່ຍັງຕິດຄ້າງຢູ່ໃຕ້ເສດຫັກພັງກ່ອນ.....ຣັຖບານ ຈະໃຫ້ການຊ່ວຍເຫຼືອ ແກ່ຜູ້ທີ່ເຮືອນຂອງພວກເຂົາເຈົ້າ ໄດ້ຮັບຄວາມເສັຍຫາຍຫນັກ, ເບົາ ຫຼືປານກາງ."

ທ່ານຍັງໄດ້ສະແດງຄວາມເສົ້າສລົດໃຈນໍາດ້ວຍ.

"ໃນນາມຂອງຂ້າພະເຈົ້າເອງ ແລະຣັຖບານ ອິນໂດເນເຊັຍ, ຂ້າພະເຈົ້າຂໍສະແດງຄວາມເສົ້າສລົດໃຈ ຢ່າງສຸດຊຶ້ງ ຕໍ່ແຜ່ນດິນໄຫວ ທີ່ເກີດຂຶ້ນໃນ Cianjur ແຂວງ Java ຕາເວັນຕົກ."

ອິນໂດເນເຊັຍ ຕັ້ງຢູ່ເທິງບ່ອນທີ່ເອີ້ນວ່າ "ວົງແຫວນໄຟປາຊີຟິກ - Pacific Ring of Fire", ຊຶ່ງເປັນເຂດທີ່ມີແຜ່ນດິນໄຫວໄຫວສູງ, ບ່ອນທີ່ຊັ້ນດິນທີ່ແຕກຕ່າງກັນຢູ່ເທິງໂລກມາຕຳກັນ ແລະກໍ່ໃຫ້ເກີດແຜ່ນດິນໄຫວ ແລະພູໄຟເປັນຈໍານວນຫຼາຍ.

ອອສເຕຣເລັຍ ແລະຫມູ່ເກາະ Solomon (Solomon Islands)ກໍຢູ່ໃນ "ວົງແຫວນໄຟປາຊີຟິກ - Pacific Ring of Fire".

ຫລາຍຊົ່ວໂມງຫລັງຈາກແຜ່ນດິນໄຫວໃນອິນໂດເນເຊັຍ, ກໍໄດ້ມີແຜ່ນດິນໄຫວ ຂນາດຄວາມແຮງ7.0 ເກີດຂຶ້ນໃນເມືອງ Honiara ຊຶ່ງເປັນເມືອງຫລວງ ຂອງຫມູ່ເກາະ Solomon (Solomon Islands) ທີ່ໄດ້ກໍ່ໃຫ້ເກີດການເຕືອນພັຍຄື້ນຟອງຍັກ ສຸນາມິ ແຕ່ກໍໄດ້ຖືກຍົກເລີກໄປແລ້ວ.

ການສັ່ນສະເທືອນຄັ້ງໃຫຍ່ ຄວາມແຮງ 6.0 ໄດ້ເກີດຂຶ້ນໃນ 30 ນາທີຕໍ່ມາ, ເຖິງແມ່ນວ່າບໍ່ມີລາຍງານກ່ຽວກັບການເສັຍຊີວິດຫຼືບາດເຈັບ.

ຫລັງຄາຂອງຫ້ອງການຕ່າງໜ້າສະຖານທູດ (High Commission) ຂອງອອສເຕຣເລັຍ ໃນຫມູ່ເກາະ Solomon (Solomon Islands) ໄດ້ພັງລົງ.

ເນື້ອເລື່ອງໂດຍ Essam al-Ghalib ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share