ລາຍງານໃຫມ່ຈາກສະພາໂຣກມະເຮັງ (Cancer Council) ແລະ Quit Australia ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍສ່ວນໃຫຍ່ ສນັບສນູນ ການກະທໍາເພື່ອຄວບຄຸມການໃຊ້ຢາສູບອີເລັກໂຕຣນິກ (e-cigarettes) ໃຫ້ດີຂຶ້ນ.
ປີກາຍນີ້ (ນັບແຕ່ວັນທີ 1 ຕຸລາ 2021), ການຂາຍຢາສູບ ອີເລັກໂຕຣນິກ (e-cigarettes) ທີ່ມີ ນິໂກຕິນ (nicotine) ໂດຍບໍ່ມີໃບ ອະນຸຍາດ ຫຼື ໃບສັ່ງຢາ (Prescription) ໄດ້ກາຍເປັນສິ່ງຜິດກົດຫມາຍ.
ແຕ່ດ້ວຍ vapes ຫຼື e-cigarettes ທີ່ມີການເຂົ້າເຖິງໄດ້ຫລາຍກວ່າ ທີ່ຜ່ານມາ, ສນັ້ນການຊື້ສິນຄ້າປະເພດນີ້ຈຶ່ງເຮັດໄດ້ງ່າຍ ຈຶ່ງເປັນການຄຸກຄາມຕໍ່ຄວາມສໍາເລັດທາງສາທາຣະນະສຸກ ທີ່ອອສເຕຣເລັຍ ເຄີຍໄດ້ມີມາເປັນເວລາຫລາຍສິບປີ .. Hannah Kwon ມີຂໍ້ມູນເພີ່ມ.
ດ້ວຍກິ່ນຫອມທີ່ຫນ້າຫຼົງໄຫຼ ແລະ ກ່ອງຫໍ່ທີ່ມີສີສັນສົດໃສ, ຢາສູບອີເລັກໂທຣນິກ (e-cigarettes) ຫຼື vapes, ໄດ້ກາຍເປັນທີ່ ນິຍົມຂອງໄວຫນຸ່ມຫຼາຍຂຶ້ນ.
ແຕ່ທັມຊາດທີ່ເສບຕິດຂອງມັນ ແລະ ການຂາດຄວາມເຂົ້າໃຈ ກ່ຽວກັບ ສິ່ງທີ່ແທ້ຈິງຢູ່ໃນຕົວມັນຍັງເຮັດໃຫ້ເກີດຄວາມເປັນຫ່ວງອີກຢູ່.
Dylan ໃຊ້ຢາສູບ e-cigarettes ແລະເວົ້າວ່າການຈະເລີກສູບ ນັ້ນມັນເປັນສິ່ງທີ່ທ້າທາຍ
"ຂ້ອຍເຄີຍສູບຢາ, ແລະຂ້ອຍບໍ່ເຄີຍມີບັນຫາທີ່ຈະຢຸດສູບ. ຂ້ອຍບໍ່ເຄີຍຕິດແຮງເຖິງຂັ້ນວ່າຕ້ອງໃຊ້ patches ຫຼືອື່ນໆ ແນວນັ້ນ. ຖ້າຢາກຢຸດ, ຂ້ອຍກໍພຽງແຕ່ຢຸດ. ແຕ່ກັບສິ່ງນີ້, ຂ້ອຍຮູ້ສຶກວ່າ ຂ້ອຍຕິດຫລາຍຂຶ້ນ ແລະ ມັນຍາກສໍາລັບຂ້ອຍທີ່ຈະຢຸດ. ແລະຂ້ອຍໄດ້ພະຍາຍາມສອງສາມເທື່ອ. ແຕ່ ຂ້ອຍກໍບໍ່ສາມາດອົດໄດ້ດົນກວ່າສອງ - ສາມມື້. ແລະ ຂ້ອຍຄິດວ່າມັນຈະເຮັດໃຫ້ຕິດແຮງຂຶ້ນກວ່າ, ການເຂົ້າເຖິງໄດ້ຫລາຍກວ່າ ແລະ ມັນມີຣົດຊາດດີກວ່າຢາສູບ."
Megan Varlow ຜູ້ອຳນວຍການ ຝ່າຍນະໂຍບາຍຄວບຄຸມມະເຮັງ ຂອງ Cancer Council Australia ກ່າວວ່າ ພວກມັນໄດ້ຖືກ ອອກແບບໂດຍເຈດຕະນາເພື່ອເປັນເຊັ່ນນັ້ນ.
"ດັ່ງນັ້ນພວກມັນໄດ້ຖືກສ້າງຂຶ້ນໃນວິທີທີ່ດຶງດູດໃຈ, ພວກມັນໄດ້ຮັບການຕະຫຼາດ ແລະເຮັດໃນຣົດຊາດ, ແລະການອອກແບບ ທີ່ຫນ້າສົນໃຈສໍາລັບໄວຫນຸ່ມ. ພວກມັນຍັງເຮັດວຽກທີ່ດີແທ້ໆໃນການເຊື່ອມຕໍ່ຜ່ານຫມູ່ເພື່ອນ, ແລະເຮັດໃຫ້ແນ່ໃຈວ່າຄົນໄວຫນຸ່ມ ສາມາດເຂົ້າເຖິງ ຜລິດຕະພັນທີ່ຜິດກົດຫມາຍໂດຍບໍ່ຮູ້ວ່ານັ້ນແມ່ນສິ່ງທີ່ພວກ ເຂົາກໍາລັງເຮັດຢູ່."
ການຄົ້ນຄວ້າໃຫມ່ແນະນໍາວ່າ ຊາວອອສເຕຣເລັຍສ່ວນໃຫຍ່ ສນັບສນູນ ການກະທໍາເພື່ອຄວບຄຸມການໃຊ້ຢາສູບອີເລັກໂທຣນິກ (e-cigarettes) ໄດ້ດີກວ່າເກົ່າ.
ລາຍງານຮ່ວມຈາກ ສະພາໂຣກມະເຮັງ ອອສເຕຣເລັຍ (Cancer Council Australia) ແລະ Quit Australia ເປີດເຜີຍວ່າ 83 ເປີເຊັນ ຂອງຊາວ ອອສເຕຣເລັຍຢາກ ໃຫ້ຣັຖບານກາງ ແລະຣັຖບານຂອງຣັດປາບປາມພວກຂາຍສິນຄ້າຍ່ອຍ ທີ່ຂາຍຢາສູບອີເລັກໂຕຣນິກ (e-cigarettes) ທີ່ມີ ນິໂກຕີນ ຢ່າງຜິດກົດຫມາຍ ໂດຍບໍ່ມີໃບສັ່ງຢາທີ່ຖືກຕ້ອງ.
Dr Sarah White ຜູ້ອໍານວຍການຂອງ Quit Victoria ໄດ້ບອກ SBSNews ວ່າ ຜູ້ໃຊ້ e-cigarette ສ່ວນໃຫຍ່ແມ່ນຜູ້ໃຫຍ່ໄວຫນຸ່ມ, ອາຍຸລະຫວ່າງ 18 ຫາ 24 ປີ.
ເຮົາກັງວົນຫຼາຍເພາະກຸ່ມອາຍຸ 18-24 ປີ ທີ່ຈິງແລ້ວ ມີອັດຕາການສູບຢາຕໍ່າຫຼາຍ. ສະນັ້ນ ນີ້ແມ່ນກຸ່ມ ທີ່ຕອບສນອງຕໍ່ວັທນະທັມ, ມັນບໍ່ແມ່ນກຸ່ມ ທີ່ໃຊ້ຢາສູບ ອີເລັກໂຕຣນິກເພື່ອຢຸດເຊົາການສູບຢາ. ແລະ ເມື່ອທ່ານເຫັນສາມສ່ວນສີ່ ຂອງກຸ່ມນັ້ນເວົ້າວ່າ ການສູບ ຢາອີເລັກໂຕຣນິກນັ້ນ ແມ່ນເສບຕິດຢ່າງແຮງ, ພວກເຮົາ ກໍຮູ້ວ່າພວກ ເຂົາເຈົ້າກໍາລັງ ຄິດເຖິງບັນຫາ ທີ່ຄົນອື່ນໆ ມີ ປະສົບການ ຢູ່ໃນກຸ່ມອາຍຸຂອງພວກເຂົາທີ່ກໍາລັງເສບ vaping ຫຼື e-cigaretteຢູ່."
Dr White ກ່າວວ່າ ການສູບ e-cigarettes ໄດ້ຖືກນໍາມາໃຊ້ ເປັນ ເທື່ອທໍາອິດດ້ວຍຄວາມຫວັງວ່າພວກມັນອາດຈະ ຊ່ວຍໃຫ້ຜູ້ໃຫຍ່ ທີ່ມີອາຍຸສູງ ຢຸດສູບຢາ.
Dylan ກ່າວວ່າ ຕອນທຳອິດລາວກໍເປັນຜູ້ທີ່ມີຄວາມເຊື່ອແນວນັ້ນ.
"ຂ້ອຍຄິດວ່າ ຕອນທໍາອິດ ຜູ້ຄົນເຫັນວ່າມັນເປັນຄືກັນກັບຂອງລະຫວ່າງ ທີ່ຈະເລີກຈາກການສູບຢາ. ແລະ ເພື່ອຈຸດປະສົງນັ້ນ ຂ້ອຍເຫັນວ່າ ມັນອາດເປັນສິ່ງທີ່ດີ, ແຕ່ ຂ້ອຍຄິດວ່າ ບັດນີ້ ມັນກາຍເປັນການລະບາດຕື່ມອີກ. ຂ້ອຍຄິດວ່າ ມັນແມ່ນສິ່ງດຽວກັນກັບການສູບຢາ."
ທ່ານ ດຣ White ກ່າວວ່າ ຄວາມເຊື່ອທີ່ວ່າ ການສູບ e-cigarettes ເປັນອັນຕະຣາຍ ຫນ້ອຍກວ່າການສູບຢາທັມດາ ໄດ້ ກາຍມາເປັນ ຄວາມຄິດຜິດ ທີ່ອັນຕະຣາຍ.
"ຂ້າພະເຈົ້າຄິດວ່າ ພວກເຮົາກໍາລັງຕໍ່ສູ້ ກັບແນວຄວາມຄິດ ທີ່ວ່າຫຼາຍຄົນທີ່ ສູບ e-cigaretteຄິດວ່ານີ້ບໍ່ເປັນອັນຕະຣາຍ, ເປັນພຽງແຕ່ອາຍບາງຊະນິດທີ່ບໍ່ເປັນອັນຕະຣາຍ ນັ້ນບໍ່ແມ່ນຄວາມຈິງ. ສິ່ງທີ່ອອກມາຈາກ ນັ້ນແມ່ນ aerosol. ມັນເປັນສານເຄມີ, ມັນແມ່ນລະອອງນ້ອຍໆແລະໂລຫະຫນັກ ຊຶ່ງຢູ່ພາຍໃຕ້ຄວາມກົດດັນ. ແລະເມື່ອຜູ້ຄົນສູບe-cigarettes ,ຄົນທີ່ຢູ່ອ້ອມຂ້າງ ເຂົາເຈົ້າກໍາລັງຫາຍໃຈເອົາ ສິ່ງທີ່ຄົນທີ່ກໍາລັງສູບ e-cigarettesນັ້ນພົ່ນອອກມາ. ສະນັ້ນ ຈຶ່ງມີສິ່ງຫນຶ່ງທີ່ ເປັນ aerosol ມືສອງ, ແລະ ດ້ວຍເຫດນີ້ ມັນຈຶ່ງສໍາຄັນຫຼາຍທີ່ເຮົາຈະບໍ່ສູບe-cigarettesໃກ້ຄົນອື່ນ."
ການສຶກສາຮ່ວມຂອງ Quit ແລະ Cancer Council Australia ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍສ່ວນໃຫຍ່ຍັງເຊື່ອວ່າ ການສູບຢາ ອີເລັກໂຕຣນິກ (e-cigarette) ແມ່ນການເສບຕິດສູງ.
ໃນຈໍານວນຜູ້ໃຫຍ່ຂອງ ອອສເຕຣເລັຍ 3,522 ຄົນທີ່ຖືກສໍາຫລວດ, ຫຼາຍກວ່າ 70 ເປີເຊັນເຫັນນຳກັບຖແລງການນັ້ນ.
Khaled Alckhewaldeh ໄດ້ເລີ່ມສູບ e-cigarettes ໃນຕອນເລີ່ມຕົ້ນຂອງການລັອກດາວຂອງ Sydney COVID-19, ແລະຕອນນີ້ຍັງໃຊ້ e-cigarettes ໃນບາງຄັ້ງ.
"ຂ້ອຍຄິດວ່າ ເມື່ອເວລາຜ່ານໄປມັນໄດ້ເລີ່ມເຫັນໄດ້ ຢ່າງຊັດເຈນວ່າ ນີ້ເປັນປັນຫາ. ພຽງແຕ່ຍ້ອນວ່າ ຂ້ອຍບໍ່ຄິດວ່າ ພວກເຮົາຮູ້ແທ້ໆວ່າມີຫຍັງຢູ່ໃນe-cigarettes ນັ້ນ. ຂ້ອຍເຄີຍໄດ້ສູບຢາສູບອື່ນໆ. ຂ້ອຍເຄີຍສູບຢາ shisha ມາກ່ອນ. ປະຣິມານນິໂກຕີນໃນ e-cigarettes ຄ້າຍກັບວ່າສູງຫຼາຍ. ເພາະຄືເມື່ອຢຸດສູບe-cigarettesມັນກໍຈະກາຍເປັນປັນຫາ, ເປັນບ້າ. ຄວາມຢາກ, ຄວາມແງ້ນທີ່ທ່ານໄດ້ຮັບຈາກ
e-cigarettes ຫຼື vapes ນັ້ນຮ້າຍແຮງກວ່າຜລິດຕະພັນ ນິໂກຕີນ ອື່ນໆ."
ປີກາຍນີ້ (ນັບ ແຕ່ ວັນ ທີ 1 ຕຸລາ 2021), ການຂາຍຢາສູບ ອີເລັກ ໂຕຣນິກ (e-cigarettes) ທີ່ມີນິໂກຕິນ ໂດຍບໍ່ມີໃບອະນຸຍາດທີ່ຖືກຕ້ອງ ຫຼື ໃບສັ່ງຢາຂອງທ່ານຫມໍ ໄດ້ກາຍເປັນການຜິດກົດຫມາຍ.
"ບັນຫາແມ່ນກົດຫມາຍບໍ່ໄດ້ຣະບຸໄວ້ຢ່າງຊັດເຈນເພື່ອໃຫ້ມີການບັງຄັບໃຊ້ທີ່ງ່າຍ. ພວກເຂົາສ່ວນຫຼາຍແມ່ນຢູ່ທົ່ວອອສເຕຣເລັຍກໍາລັງຕົກ ຢູ່ລະຫວ່າງ ຊ່ອງຫວ່າງ ກົດຫມາຍ ຢາເສບຕິດແລະຢາພິດ, ແລະ ກົດໝາຍວ່າດ້ວຍຢາສູບ ດັ່ງນັ້ນ ພວກເຮົາຕ້ອງການໃຫ້ຣັຖບານອອສເຕຣເລັຍເຮັດຫຼາຍຂຶ້ນ ໃນການນຳເຂົ້າປະເທດ ແລະ ພວກເຮົາ ຕ້ອງການ ຣັຖບານຂອງຣັດ ແລະ ເຂດແດນ ຈະທໍາການ ປາບປາມການບັງຄັບໃຊ້ໃນລະດັບຂາຍຍ່ອຍ. ມັນບໍ່ແມ່ນວ່າ ເດັກນ້ອຍອາຍຸ 14, 15 ປີກໍສາມາດ ຍ່າງເຂົ້າໄປໃນ ຮ້ານຂາຍຢາສູບ ແລະຊື້ສິ່ງເຫຼົ່ານີ້ໄດ້ໂດຍງ່າຍ. ແລະພວກ ຂາຍຍ່ອຍ ກໍຮູ້ວ່າພວກເຂົາຈະບໍ່ເດືອດຮ້ອນຍ້ອນການເຮັດແນວນັ້ນ."
Khaled ກ່າວວ່າ ລາວປລາດໃຈ ກັບການຫາຊື້ e-cigarettes ໄດ້ງ່າຍພຽງໃດ.
"ມັນເປັນເລື່ອງທີ່ຫນ້າແປກໃຈສໍາລັບຂ້ອຍໃນຄືອອສເຕຣເລັຍທີ່ຣາຄາກອກຢາ Marlboro ຊອງລະ $40 ແລະ ນັ້ນບໍ່ແມ່ນສິ່ງທີ່ບໍ່ດີ, ນັ້ນອາດເປັນສິ່ງຖືກຕ້ອງ. ທ່ານ ສາມາດໄປຮ້ານຂາຍຢາສູບ ຫຼື T-S-G ໃນ Sydney, ເຊັ່ນດຽວ ກັບຮ້ານທີ່ ສະດວກຊື້ ເຊັ່ນກັນ, ແລະສາມາດຊື້ e-cigarettes ຫຼື vape ໄດ້ໂດຍບໍ່ຜິດກົດຫມາຍ. ບໍ່ມີໃຜຮູ້ວ່າມັນຖືກຜລິດຢູ່ໃສ, ມີຫຍັງຢູ່ໃນຫັ້ນ. ອາດຈະເປັນນ້ຳກົດຫມໍ້ໄຟກໍໄດ້. ບໍ່ມີໃຜຮູ້."
Dr White ກ່າວວ່າ ຄົນສ່ວນຫລາຍ ສນັບສນູນ ກົດລະບຽບການສູບຢາ e-cigarettes.
"ສະນັ້ນ ການສນັບສນູນ ການຄວບຄຸມ e-cigarettes ແມ່ນສູງຫຼາຍ, 83 ເປີ ເຊັນ. ດັ່ງນັ້ນ ມັນຈຶ່ງ ສມ່ໍາ ສເມີ ໃນທົ່ວກຸ່ມທີ່ແຕກຕ່າງກັນ ແລະ ເມື່ອພວກເຮົາ ໄດ້ຊອກຫາ ວິທີທີ່ແຕກຕ່າງກັນສອງສາມຢ່າງ ທີ່ ອາດເກີດຂຶ້ນ ຄົນສ່ວນຫຼາຍກໍ ສນັບສນູນ ຢ່າງຫຼາຍໃນການບໍ່ອະນຸຍາດ ໃຫ້ ມີການສົ່ງເສີມ ໃນສື່ມວນຊົນ ແລະ ທາງອິນເຕີເນັດ. ພວກເຂົາເຈົ້າຍັງ ສນັບສນູນໃນການບໍ່ອະນຸຍາດໃຫ້ໂຄສະນາຢູ່ໃນ ແລະຢູ່ອ້ອມຂ້າງຮ້ານຄ້າ. ສະນັ້ນ ຂ້າພະເຈົ້າ ຄິດວ່າ ນັ້ນແມ່ນ...ມັນເປັນທີ່ຊັດແຈ້ງຫລາຍ ທີ່ຄົນເຫັນ ວ່າ vaping ກໍຄືການສູບຢາອີກແບບຫນຶ່ງ, ແລະ ຂ້າພະເຈົ້າຄິດວ່າ... ມີຄວາມເປັນຫ່ວງຢ່າງແທ້ຈິງ ໃນຊຸມຊົນທີ່ເດັກນ້ອຍ ສູບຢາ e-cigarettes."
Dylan ກ່າວວ່າ ລາວບໍ່ໄດ້ເຫັນການສນັບສນູນ ໃນການເຮັດໃຫ້ຄົນ ເລີກສູບຢາ e-cigarettes ຫຼາຍປານໃດ.
"ຂ້ອຍບໍ່ຄິດວ່າ ມັນດໍາເນີນໄປຕາມເສັ້ນທາງຂອງມັນຫຼາຍປານໃດ. ຂ້ອຍຄິດວ່າມັນຍັງໄວຢູ່. ຂ້ອຍມີຫມູ່ທີ່ຕ້ອງການທີ່ຈະເຊົາສູບ ມັນບໍ່ຄືການຣົນນະຣົງ ເພາະວ່າ ມັນຍັງໃໝ່ຢູ່ສຳຣັບເລື້ອງນີ້. ແຕ່ກໍບໍ່ມີໃຜຮູ້, ບາງທີອາດຈະເປັນ ຄືກັນໃນ ສອງສາມປີ, ບາງທີອາດຈະມີສິ່ງຕ່າງໆກ່ຽວກັບການ vaping ຫຼືຢາ e-cigarettes ແຕ່ຕອນນີ້ ບໍ່ມີຫຍັງເລີຍກ່ຽວກັບເລື່ອງນັ້ນ."
Megan Varlow ກ່າວວ່າ ມີຫລາຍໂອກາດ ທີ່ຈະຈໍາກັດການເຂົ້າເຖິງ e-cigaretttes ທີ່ເຂົ້າມາໃນປະເທດຢ່າງຜິດກົດຫມາຍ.
"ພວກເຮົາຢາກເຫັນ ຣັຖບານ ຂອງຣັດແລະ ເຂດແດນ ເພີ່ມທະວີການປະຕິບັດ ແລະ ການບັງຄັບໃຊ້ ຂອງເຂົາເຈົ້າ ເພື່ອວ່າ ເມື່ອຜລິດຕະພັນ ຖືກຂາຍຢ່າງຜິດກົດຫມາຍ ເຂົາເຈົ້າຖືກຍຶດ ແລະ ຜູ້ຂາຍສິນຄ້າເຫລົ່ານັ້ນ ຖືກດໍາເນີນຄະດີ ແລະ ພວກເຮົາຢາກເຫັນຣັຖບານກາງຍົກຣະດັບການເສີມກໍາລັງຢູ່ເຂດຊາຍແດນ. ຢາ e-cigaretttes ບໍ່ໄດ້ຜລິດໃນອອສເຕຣເລັຍ ທັງຫມົດແມ່ນມາຈາກການນໍາເຂົ້າ. ແລະສະນັ້ນພວກເຮົາຈຶ່ງຢາກເຫັນການປັບປຸງກົດຫມາຍ ວ່າດ້ວຍຄ່າທໍານຽມສຸລກາກອນເພື່ອໃຫ້ e-cigaretttes ທັງຫມົດເປັນຂອງຕ້ອງຫ້າມໃນການນໍາເຂົ້າ ໂດຍມີຂໍ້ຍົກເວັ້ນ ທີ່ຊັດເຈນນັ້ນ ສໍາລັບ ຜລິດຕະພັນທີ່ນຳເຂົ້ານັ້ນມີໃບສັ່ງຢາ."
ນາງ Varlow ກ່າວວ່າ ຕ້ອງໄດ້ເຮັດຫລາຍກວ່າເກົ່າ ເພື່ອຈໍາກັດ ການເຂົ້າເຖິງ e-cigarette ໂດຍສະເພາະກັບຊາວຫນຸ່ມ.
"ໃນເວລານີ້, e-cigaretteທີ່ມີນິໂກຕີນ ແມ່ນຜິດກົດຫມາຍ, ເວັ້ນເສັຍແຕ່ວ່າທ່ານມີໃບສັ່ງຢາຈາກທ່ານໝໍ ແລະພວກເຮົາ ສນັບສນູນສິ່ງນັ້ນ. ສໍາລັບຄົນທີ່ອາດຈະຕ້ອງໃຊ້e-cigaretteເພື່ອເຊົາສູບຢາເຫຼົ່ານັ້ນ, ການໄດ້ຮັບໃບສັ່ງຢາຈາກທ່ານຫມໍ ແລະສາມາດເຂົ້າເຖິງຜລິດຕະພັນ e-cigarette ນັ້ນແມ່ນມີປໂຍດ, ແຕ່ສໍາລັບຄົນໄວຫນຸ່ມ ທີ່ຈະ ສາມາດເຂົ້າເຖິງ ບ່ອນທີ່ພວກເຂົາສາມາດຊື້ໄດ້ທີ່ຮ້ານຂອງທົ່ວໄປ, ຫຼື ບ່ອນໃດກໍຕາມທີ່ພວກເຂົາຕ້ອງການ, ແລະນັ້ນມັນເປັນການ ເອົາຜລິດຕະພັນ ທີ່ເປັນອັນຕະຣາຍ ແທ້ໆ ເຂົ້າໄປໃນມື ຂອງຄົນໄວຫນຸ່ມ ແລະເຮັດໃຫ້ຄົນລຸ້ນໃຫມ່ຕິດ ນິໂກຕີນ."
ເນື້ອເລື່ອງໂດຍ Hannah Kwon ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.