ລະບົບການຈັດອັນດັບອັນຕະຣາຍ ຂອງອອສເຕຣເລັຍ

What's the best way to warn communities about dangers (AAP)

ລະບົບເຕືອນພັຍທີ່ດີທີ່ສຸດ ແລະເໝາະສົມທີ່ສຸດ ສຳລັບຊຸມຊົນ. Source: AAP / Noah Berger/AP

ລະບົບເຕືອນພັຍຂອງອອສເຕຣເລັຍ ຖືກອອກແບບມາ ເພື່ອລວມເອົາ ຄໍາເຕືອນອັນຕະຣາຍ ຫຼາຍປະເພດ ເຊັ່ນ: ນໍ້າຖ້ວມ, ໄຟ, ລົມພາຍຸ, ຄວາມຮ້ອນ ພ້ອມທັງ ກໍມີລະບົບຊັ້ນ ທີ່ໃຫ້ການເຕືອນ. ສ່ວນລະດັບຄວາມຮຸນແຮງ ນັ້ນຂຶ້ນຢູ່ກັບພັຍຂົ່ມຂູ່ຕໍ່ຊີວິດ ຂອງປະຊາຊົນ ຫຼືເຮືອນ ຫຼືທຸຣະກິດ. ຫນຶ່ງແມ່ນກ່ອນເຫດການ ແລະຫນຶ່ງ ແມ່ນໃນລະຫວ່າງເຫດການ.


ລະບົບການຈັດອັນດັບອັນຕະລາຍ ຂອງອອສເຕຣເລັຍ.

ໄຟປ່າທີ່ຮ້າຍແຮງ ຢູ່ເກາະ Maui ຂອງຮາວາຍ ໄດ້ເນັ້ນເຖິງຄວາມຈໍາເປັນ ທີ່ຊຸມຊົນ ຈະໄດ້ຮັບການເຕືອນຢ່າງພຽງພໍ ກ່ຽວກັບພັຍພິບັດ ທີ່ກໍາລັງຈະມາເຖິງ.

ດັ່ງນັ້ນ ປະເທດຕ່າງໆຈະເຮັດແນວໃດ? ແລະອອສເຕຣເລັຍເດ, ເປັນແນວໃດ?

Allan Lee ລາຍງານ.

"ໂດຍປົກກະຕິແລ້ວ ພວກເຂົາໃຊ້ສຽງຫວໍ ຫຼື sirens ພາຍຸ ທີ່ຈະເຕືອນພວກເຮົາ. ແຕ່ນີ້ບໍ່ມີຫຍັງເລີຍ. ທຸກຄົນຍົກຍ້າຍອອກ ດ້ວຍປາກຕໍ່ປາກ. ແລະດ້ວຍເຫດນັ້ນ ຫຼາຍຄົນຈຶ່ງຢູ່ທີ່ຖນົນ Front,ແລະຢູ່ໃນບໍລິເວນນັ້ນ. ຄືກັນກັບພວກເຂົາເຮັດຫຍັງບໍ່ຖືກ. ປານໄດ້ຮັບການກະທົບຈາກຄວັນໄຟ."

ນັ້ນແມ່ນ Ms Sydney Carney, ຜູ້ອາສັຍໃນຊຸມຊົນ ທີ່ໄດ້ຮັບຄວາມເສັຍຫາຍ ຂອງ Lahaina ທີ່ຖືກເຜົາໂດຍໄຟປ່າ ຢູ່ເກາະ Maui ຂອງຮາວາຍ.

ເຊັ່ນດຽວກັບຫລາຍຄົນ, ນາງໄດ້ຕິຕຽນ ການຂາດຄໍາເຕືອນຕໍ່ຄົນໃນທ້ອງຖິ່ນ ໃນຂນະທີ່ ໄຟປ່າທີ່ເຄື່ອນໂຕຢ່າງໄວ ໄປທີ່ເມືອງນັ້ນ.

ສາດສະດາຈານ Chris Hilson, ຜູ້ອໍານວຍການຂອງ Centre for Climate and Justice ມະຫາວິທະຍາໄລ Reading ໃນປະເທດອັງກິດກ່າວວ່າ ທາງການ ຈໍາເປັນຕ້ອງມີລະບົບ ເພື່ອເຕືອນຊຸມຊົນກ່ຽວກັບພັຍພິບັດ ທີ່ກໍາລັງຈະມາເຖິງ.

"ສ່ວນຫນຶ່ງຂອງການວາງແຜນ ການປັບຕົວ ໃນສ່ວນຂອງໜ່ວຍງາຂອງຣັດ ແມ່ນກ່ຽວກັບ ບໍ່ພຽງແຕ່ພະຍາຍາມ ທີ່ຈະເຮັດໃຫ້ຊຸມຊົນ ມີຄວາມຍືດຍຸ່ນຫຼາຍຂຶ້ນ ຕໍ່ພັຍຂົ່ມຂູ່ທາງຮ່າງກາຍ-ບໍ່ວ່າທ່ານຈະຄິດກ່ຽວກັບໄຟ, ມັນອາດຈະເປັນ ການສ້າງສິ່ງກັ້ນໄຟ ຫຼືສິ່ງໃດກໍຕາມ-ແຕ່ມັນ ຍັງກ່ຽວກັບ ການມີລະບົບເຕືອນລ່ວງໜ້າ ທີ່ເຫມາະສົມເຫຼົ່ານີ້ດ້ວຍ. ແລະ ເປັນ   ໜ່ວຍງານຂອງຣັດທີ່ມີຫນ້າທີ່ຮັບຜິດຊອບ ໃນການນຳໃຊ້ ແລະຮັກສາສິ່ງເຫລົ່ານັ້ນ. ສະນັ້ນ, ຂ້າພະເຈົ້າຄິດວ່າ ບ່ອນໃດ ທີ່ມີຄວາມລົ້ມເຫລວ ໃນລະບົບເຕືອນລ່ວງໜ້າເຫລົ່ານັ້ນ, ຜູ້ຄົນກໍຈະຕິຕຽນເຈົ້າຫນ້າທີ່."

ໃນປະເທດອອສເຕຣເລັຍນີ້, ລະບົບເຕືອນພັຍ ແລະລະບົບການຈັດອັນດັບອັນຕະລາຍ ຈາກອັກຄີພັຍ ໄດ້ຮັບການແກ້ໄຂໃນເດືອນກັນຍາ ທີ່ຜ່ານມາ(2022).

ທ່ານນາງ Fiona Dunstan ຜູ້ຈັດການ ການມີສ່ວນຮ່ວມ ຂອງຊຸມຊົນແຫ່ງຊາດ (National Community Engagement) ຂອງກົມອຸຕຸນິຍົມວິທະຍາ ໄດ້ບອກກັບ podcast 'Australia Explained' ຂອງ SBS ວ່າ ລະບົບການຈັດອັນດັບອັນຕະລາຍ ຈາກອັກຄີພັຍ ຂອງອອສເຕຣເລັຍ (Australian Fire Danger Rating System) ໃຊ້ເພື່ອແຈ້ງເຕືອນຊຸມຊົນເມື່ອໃດ ທີ່ຈະເລີ່ມກະກຽມ ໃນກໍລະນີທີ່ເກີດໄຟໄຫມ້.

"ຖ້າເຮົາຈະບອກວ່າ ມື້ອື່ນຈະຮ້ອນ ແລະມີລົມແຮງ ແລະຝົນບໍ່ຕົກມາໄລຍະຫນຶ່ງແລ້ວ, ຫຍ້າ ແລະພືດຕ່າງໆ ຫຼືຕົ້ນໄມ້ກໍແຫ້ງຫຼາຍ, ຈາກນັ້ນພວກເຮົາຈະກໍານົດ ການຈັດອັນດັບອັນຕະລາຍຈາກອັກຄີພັຍແລະຈາກນັ້ນ ພວກເຮົາບອກວ່າ ພວກເຮົາຕ້ອງລົງມື ປະຕິບັດ ເພື່ອກຽມພ້ອມ ໃນກໍຣະນີທີ່ເກີດໄຟໄຫມ້."

ທ່ານນາງ Dunstan ກ່າວວ່າ, ລະບົບເຕືອນພັຍຂອງອອສເຕຣເລັຍ ຍັງໃຊ້ ເພື່ອໃຫ້ຄໍາແນະນໍາ ເຖິງລະດັບພັຍຂົ່ມຂູ່ ຂອງອັນຕະລາຍທັມມະຊາດ ທີ່ແຕກຕ່າງກັນ ທີ່ເກີດຂຶ້ນແລ້ວ.

"ລະບົບເຕືອນພັຍຂອງອອສເຕຣເລັຍ ຖືກອອກແບບມາ ເພື່ອລວມເອົາ ຄໍາເຕືອນອັນຕະຣາຍ ຫຼາຍປະເພດ. ດັ່ງນັ້ນ, ນໍ້າຖ້ວມ, ໄຟ, ລົມພາຍຸ, ຄວາມຮ້ອນ, ແມ່ນລະບົບປະເພດຕ່າງໆເຫຼົ່ານັ້ນ. ແລະຈາກນັ້ນ ກໍມີລະບົບຊັ້ນ ທີ່ໃຫ້ການເຕືອນ.  ສ່ວນລະດັບນັ້ນຂຶ້ນຢູ່ກັບພັຍຂົ່ມຂູ່ຕໍ່ຊີວິດ ຂອງປະຊາຊົນ ຫຼືເຮືອນ ຫຼືທຸຣະກິດ ຂອງເຂົາເຈົ້າ. ດັ່ງນັ້ນ, ຫນຶ່ງແມ່ນກ່ອນເຫດການ ແລະຫນຶ່ງ ແມ່ນໃນລະຫວ່າງເຫດການ."

ລະບົບເຕືອນພັຍເຫຼົ່ານີ້ ແມ່ນສອດຄ່ອງກັນທົ່ວປະເທດ.

Professor Hilson ກ່າວວ່າ ຫວໍ ຫຼື siren ເຕືອນແບບປົກກະຕິນັ້ນຈະບໍ່ພຽງພໍ.

"ມັນແມ່ນວິທີຄິດເຖິງວິທີການທີ່ຈະເຂົ້າເຖິງທຸກຄົນ-ແລະຈະເຫັນໄດ້ຊັດເຈນວ່າ ຄວາມຫຼາກຫຼາຍ ຈະມີຄວາມສໍາຄັນແທ້ໆ. ແຕ່ຂ້າພະເຈົ້າຄິດວ່າ ອີກສິ່ງຫນຶ່ງ-ແລະນີ້ຄືສິ່ງທີ່ບາງເທື່ອ ລະບົບລົ້ມເຫຼວ-ແມ່ນທ່ານຕ້ອງການ ທີ່ຈະເຮັດໃຫ້ມັນຊັດເຈນສໍາລັບຜູ້ຄົນວ່າ ເຂົາເຈົ້າຈະຕ້ອງເຮັດແນວໃດ. ເພາະວ່າ, ຍົກຕົວຢ່າງເຊັ່ນ ຫວໍຫຼື sirenນັ້ນ ມັນບອກຫຍັງຕໍ່ຜູ້ຄົນແທ້ໆ? ສະນັ້ນ ເຖິງແມ່ນວ່າຫວໍຫຼື siren ໄດ້ດັງຂຶ້ນແລ້ວ, ມັນຈະກະຕຸ້ນໃຫ້ທຸກຄົນ ໂດດຂຶ້ນຣົດຂອງເຂົາເຈົ້າບໍ່? ແລະໃນສະຖານະການໄຟປ່າ, ນັ້ນອາດບໍ່ແມ່ນຄວາມຄິດ ທີ່ດີທີ່ສຸດແທ້ໆ."

Philippines ແມ່ນປະເທດທີ່ມີແນວໂນ້ມ ຕໍ່ພັຍພິບັດຈາກສະພາບອາກາດເປັນພິເສດ.

ປະມານ 74 ເປີເຊັນຂອງປະຊາກອນ ໃນປະເທດ ປະເຊີນກັບອັນຕະຣາຍເຊັ່ນ:ພັຍນ້ຳຖ້ວມ, ລົມພະຍຸ cyclones, ພັຍແລ້ງ, ແຜ່ນດິນໄຫວ, ສຸນາມິ ແລະດິນເຈື່ອນ, ອີງຕາມທະນາຄານໂລກ.

ສະພາຫລຸດຜ່ອນ ແລະຈັດການຄວາມສ່ຽງ ຈາກພັຍພິບັດ ແຫ່ງຊາດ (The National Disaster Risk Reduction and Management Council) ມີຫນ້າທີ່ຮັບຜິດຊອບ ໃນການດູແລປ້ອງກັນແລະສວັດດີການ ຂອງປະຊາຊົນ ໃນໄລຍະພັຍພິບັດ ຫຼືເຫດສຸກເສີນ.

ໂຄສົກ, ທ່ານ Edgar Posadas ກ່າວວ່າ ສະພາໃຊ້ປໂຍດ ຈາກການໃຊ້ໂທຣະສັບມືຖື ແມ່ນແພ່ຫຼາຍໃນຟີລິບປິນ.

"ພວກເຮົາ ມີຂໍ້ຄວາມເຕືອນລ່ວງໜ້າ ໃນຊ່ວງພັຍພິບັດ-ພາຍຸໄຕ້ຝຸ່ນ,ນ້ຳຖ້ວມ ຫຼືແມ່ນແຕ່ແຜ່ນດິນໄຫວ-ແລະນີ້ແມ່ນ ການຮ່ວມມືລະຫວ່າງ, OCD (ຫ້ອງການປ້ອງກັນພົນລະເຮືອນ-Office of Civil Defense) ແລະ NDRRMC, ສູນປະຕິບັດການສຸກເສີນຂອງພວກເຮົາ. ແນ່ນອນ, ພວກເຮົາມີ DICT (Department of Information and Communications Technology) ແລະພັນທະມິດທາງໂທຣະສັບ ຂອງພວກເຮົາ ທີ່ພວກເຮົາຮ່ວມມືກັນ ສົ່ງຂໍ້ຄວາມຄຳເຕືອນລ່ວງຫນ້າ ສໍາລັບຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດໃນອັນຕະຣາຍໃດ ໂດຍສະເພາະ, ແລະສິ່ງນີ້ ຍັງຖືກກ່າວຢໍ້າ ໂດຍຜ່ານວິທີທີ່ຊ້ຳກັນຜ່ານບັນຊີສື່ສັງຄົມອອນລາຍ ຂອງພວກເຮົາ. ແລະເຮົາໃຊ້ທຸກວິທີທາງທີ່ເປັນໄປໄດ້ ເພື່ອສື່ສານພັຍອັນຕະຣາຍ ແລະເຮັດໃຫ້ຜູ້ຄົນປອດພັຍ ແລະຕຽມພ້ອມ."

Professor Hilson ກ່າວວ່າ ບໍ່ວ່າເທັກໂນໂລຢີ ທີ່ໃຊ້ຈະເປັນແນວໃດ, ເຄັດລັບໃນການຮັກສາຄົນ ໃຫ້ປອດພັຍໃນພາວະສຸກເສີນ ແມ່ນເຮັດໃຫ້ປະຊາຊົນຮູ້ວ່າ ຈະເຮັດແນວໃດເມື່ອໄດ້ຮັບຄໍາເຕືອນ.

"ມັນເປັນຄວາມສ່ຽງທີ່ພວກເຮົາຄິດວ່າ ເທັກໂນໂລຢີ ຈະແກ້ໄຂ ທຸກສິ່ງທຸກຢ່າງ ແລະວ່າທຸກຢ່າງແມ່ນກ່ຽວກັບເທັກໂນໂລຢີ, ແຕ່ຄວາມຈິງແລ້ວ, ມັນມັກຈະກ່ຽວກັບຈິດຕະວິທະຍາເຊັ່ນກັນ, ແລະກ່ຽວກັບວິທີ ທີ່ຄົນເຮົາມີປະຕິກິຣິຍາ ຕໍ່ເທັກໂນໂລຢີ ແລະວ່າພວກເຂົາກໍາລັງໃຊ້ມັນຢ່າງເຫມາະສົມຫຼືບໍ່."

Elizabeth Goh ເປັນອາສາສມັກຂອງ NSW Rural Fire Service.

ນາງເຫັນດີນຳວ່າ ການເຂົ້າໃຈການຈັດອັນດັບ ຂອງອັນຕະຣາຍເປັນສິ່ງສໍາຄັນ, ເພາະເຈົ້າໜ້າທີ່ສຸກເສີນ ຕ້ອງໄດ້ດູແລຜູ້ທີ່ບໍ່ໄດ້ໂຍກຍ້າຍຕາມເວລາ.

"ຫນຶ່ງໃນສິ່ງທີ່ເຮົາເຫັນສເມີ ແມ່ນຄົນທີ່ບໍ່ຫນີ, ບໍ່ເຂົ້າໃຈຫຼືໜີຊ້າເກີນໄປ, ເຮົາມັກຈະຕ້ອງເຮັດວຽກກັບເຂົາເຈົ້າ ໃນຕອນໄຟໄຫມ້ຢ່າງຮຸນແຮງຫຼາຍ. ແລະສິ່ງທີ່ກໍາລັງເກີດຂຶ້ນແທ້ໆ ແມ່ນການດຶງເອົາຊັບພະຍາກອນ ຈາກການດັບເພີງ ເພາະວ່າ ພວກເຮົາຈໍາເປັນຕ້ອງເບິ່ງແຍງຜູ້ຄົນ, ຊ່ອຍໃຫ້ຜູ້ຄົນໃຫ້ອອກຈາກສະຖານະການ ທີ່ເປັນອັນຕະລາຍເຫຼົ່ານັ້ນ."

'ແລະສໍາລັບເລື່ອງເພີ່ມເຕີມ ກ່ຽວກັບວິກິດ ສະພາບພູມອາກາດ ທີ່ທ່ານສາມາດຕິດຕາມ 'SBS Climate Calling' ໃນ ແອັບພລິເຄຊັນ podcast ຂອງທ່ານ.

ເນື້ອເລື່ອງໂດຍ Allan Lee ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share