ຄວາມເຫັນຂອງຊາວອອສເຕຣເລັຍໃນການໃຊ້ແກັສ ແລະໄຟຟ້າ.
ການສໍາຫຼວດແຫ່ງຊາດ ໂດຍນັກວິຊາການອິດສຣະ ຂອງສະຖາບັນອອສເຕຣເລັຍ (Australia Institute) ແລະ SEC Newgate ພົບວ່າ ຄວາມກົດດັນດ້ານເງິນເຟີ້ ແລະຄວາມເປັນຫ່ວງດ້ານສະພາບພູມອາກາດ ກໍາລັງປ່ຽນທັດສະນະ ຂອງຄົວເຮືອນ ໃຫ້ຫ່າງຈາກການໃຊ້ແກັສ.
ຜູ້ເຂົ້າຮ່ວມ ຮູ້ສຶກໃນແງ່ດີ ໂດຍສະເພາະກ່ຽວກັບການເຄື່ອນໄຫວ ທີ່ຈະຮັບຣົດໄຟຟ້າ (EV) ຕື່ມອີກ-ໂດຍ 25 ເປີເຊັນ ກ່າວວ່າ ເຂົາເຈົ້າຄາດຫວັງວ່າ ຣົດຄັນຕໍ່ໄປຂອງເຂົາເຈົ້າ ຈະເປັນຣົດໄຟຟ້າ. Hannah Kwon ລາຍງານ.
Howard Elston ແລະພັນລະຍາຂອງລາວ Libby ອາສັຍຢູ່ໃນເຮືອນໄຟຟ້າທັງຫມົດ, ຍືນຍົງ, 'ສລາດ' ໃນເມືອງ Melbourne.
"ໂອ, ມັນ fantastic. Libby ພັນລະຍາຂອງຂ້າພະເຈົ້າ ແລະຂ້າພະເຈົ້າ ຄິດວ່າ ມັນເປັນບ້ານທີ່ດີທີ່ສຸດ ທີ່ເຮົາເຄີຍອາສັຍຢູ່ ໃນດ້ານຄວມສະດວກສະບາຍ; ປະຣິມານຂອງແສງ ທີ່ເຂົ້າມາໃນເຮືອນ."
ເມື່ອລູກຂອງເຂົາເຈົ້າ ໄດ້ຍ້າຍອອກໄປ ເມື່ອສິບປີກ່ອນ ເຂົາເຈົ້າໄດ້ຫຼຸດຂນາດ ຂອງເຮືອນລົງ, ຊື້ທີ່ດິນຢູ່ນອກເມືອງ ທາງຕາເວັນອອກ ແລະສ້າງເຮືອນໄຟຟ້າ ສາມແຫ່ງຢູ່ໃນນັ້ນ.
ເຕັມໄປດ້ວຍ Charging station ສຳລັບຣົດໄຟຟ້າ, Howard ກ່າວວ່າ ພວກເຂົາເຈົ້າ ສາມາດຫຼຸດຜ່ອນ ຄ່າຄວາມຮ້ອນ ແລະຄວາມເຢັນ ດ້ວຍສິ່ງທີ່ເອີ້ນວ່າ: ການອອກແບບແສງຕາເວັນ ແບບ passive (Passive Solar Design).
"ສະນັ້ນ ແນວຄວາມຄິດ ຄືການໃຊ້ຕາເວັນ ເພື່ອຄວາມອົບອຸ່ນໃນລະດູຫນາວ, ແລ້ວກັນແສງແດດໃນລະດູຮ້ອນ. ດັ່ງນັ້ນ, ໃນເຮືອນມີຄວາມຮ້ອນຢູ່ພາຍໃນ. ແລະນັ້ນເປັນຄອນກຣີດ ແລະທ່ານພະຍາຍາມ ຮັກສາອຸນຫະພູມ ໃຫ້ສມ່ຳສເມີຕລອດປີ. ພວກເຮົາບໍ່ໄດ້ເຮັດຄວາມຮ້ອນ ຫຼືຄວາມເຢັນຕລອດເວລາ ເພື່ອພະຍາຍາມ ທີ່ຈະຮັກສາອຸນຫະພູມນັ້ນ. ດັ່ງນັ້ນ ພວກເຮົາພຽງແຕ່ເລັມມັນຫນ້ອຍຫນຶ່ງ. ເນື່ອງຈາກວ່າ ພວກເຮົາມີແຜ່ນແສງຕາເວັນ ແລະແບັດເຕີຣີ, ພະລັງງານສ່ວນໃຫຍ່ຂອງພວກເຮົາ ແມ່ນມາຈາກແສງຕາເວັນ. ສະນັ້ນ ພວກເຮົາບໍ່ມີຄ່າໃຊ້ຈ່າຍ ດ້ານພະລັງງານສູງເລີຍ."
ເຊັ່ນດຽວກັບ Howard ແລະ Libby, ຊາວອອສເຕຣເລັຍຫຼາຍຄົນ ຕ້ອງການທີ່ຈະປ່ຽນຈາກແກັສ ເພາະແມ່ນພະລັງງານ ທີ່ສະອາດກວ່າ.
ການສໍາຫຼວດແຫ່ງຊາດ ໂດຍນັກວິຊາການອິດສຣະ ຂອງສະຖາບັນອອສເຕຣເລັຍ (the Australia Institute) ແລະ SEC Newgate ສະແດງໃຫ້ເຫັນວ່າ ຫຼາຍກວ່າເຄິ່ງຫນຶ່ງ-ຫຼື55ເປີເຊັນ-ຮູ້ສຶກ ໃນທາງບວກ ກ່ຽວກັບການ ເຮັດໃຫ້ບ້ານເຮືອນ ຂອງອອສເຕຣເລັຍ ໃຊ້ພະລັງງານໄຟຟ້າ. ໃນຂນະທີ່ 13 ເປີເຊັນ ມີຄວາມຮູ້ສຶກໃນທາງລົບ.
ຜູ້ອໍານວຍການ ຂອງສະຖາບັນ ສາຂາ South Australia ທ່ານ Noah Schultz-Byard ກ່າວວ່າ ຕົວຊຸກຍູ້ຫຼັກ ຂອງເລື່ອງນີ້ ແມ່ນການປ່ຽນແປງຂອງສະພາບພູມອາກາດ (59 ເປີເຊັນ) ຕາມດ້ວຍ ຄ່າພະລັງງານທີ່ຖືກກວ່າ (18 ເປີເຊັນ).
"ແຕ່ຍັງມີສ່ວນສໍາຄັນ ຂອງຜູ້ຄົນທີ່ຕ້ອງການ ທີ່ຈະເຮັດ ດ້ວຍເຫດຜົນທາງເສດຖະກິດ. ພວກເຮົາຮູ້ວ່າ ລາຄາຂອງແກ໊ສ ແມ່ນເພີ່ມຂຶ້ນ, ຄ່າໃຊ້ຈ່າຍ ຂອງພະລັງງານທັງຫມົດ ແມ່ນເພີ່ມຂຶ້ນ, ແລະຄ່າໃຊ້ຈ່າຍ ຂອງນໍ້າມັນ ແມ່ນສູງກາຍຫຼັງຄາ. ສະນັ້ນ ຈຶ່ງມີຄວາມປາຖນາຢ່າງແທ້ຈິງ ຈາກຄອບຄົວ ຂອງອອສເຕຣເລັຍ, ທີ່ຈະເຮັດໃຫ້ ບ້ານເຮືອນຂອງເຂົາເຈົ້າ ໃຊ້ໄຟຟ້າໝົດ ແລະຊຸກຍູ້ຄ່ານ້ຳມັນ ແລະຄ່າແກັສເຫຼົ່ານັ້ນ ໃຫ້ເປັນສູນ."
ດ້ວຍຄວາມກົດດັນ ຂອງຄ່າຄອງຊີບຍັງສືບຕໍ່ເພີ່ມຂຶ້ນ, ລາຄາໄຟຟ້າ (64 ເປີເຊັນ) ແລະເສດຖະກິດ (63 ເປີເຊັນ) ແມ່ນສິ່ງສຳຄັນ ສໍາລັບຊາວອອສເຕຣເລັຍ ຫຼາຍຄົນ.
ຈາກການສໍາຫລວດພົບວ່າ 52 ເປີເຊັນ ຮູ້ສຶກໃນທາງບວກ ກ່ຽວກັບການເຄື່ອນໄຫວ ໃນການໃຊ້ຣົດໄຟຟ້າ ຕື່ມອີກ.
ໃນຂນະທີ່ 25 ເປີເຊັນ ຂອງຜູ້ຄົນ ທີ່ຊອກຊື້ຣົດພາຍໃນ 10 ປີຂ້າງຫນ້າ ຄາດວ່າ ຍານພາຫະນະຕໍ່ໄປຂອງເຂົາເຈົ້າ ຈະເປັນຣົດໄຟຟ້າ.
"ສະນັ້ນ, ແນ່ນອນວ່າ ມີການປ່ຽນໄປ ຢູ່ໃນຄວາມຄິດ ຂອງຊາວອອສເຕຣເລັຍ ເມື່ອເວົ້າເຖິງຣົດໄຟຟ້າ ແລະການມີຣົດທີ່ສະອາດ ຢູ່ໃນຫົນທາງຂອງເຮົາ. ພຽງແຕ່ວ່າ ພວກເຮົາຍັງຕ້ອງໄດ້ເຫັນ ນະໂຍບາຍຈາກລະດັບ ທີ່ຈະຊ່ວຍ ແລະສນັບສນຸນໃຫ້ຊາວອອສເຕຣເລັຍ ປ່ຽນໄປໃຊ້ຣົດໄຟຟ້າ."
ບໍ່ເຖິງໜຶ່ງອາທິດຜ່ານມາ ຣັຖບານໄດ້ປະກາດມາດຕະຖານ ປະສິດທິພາບ ການໃຊ້ນໍ້າມັນເຊື້ອໄຟໃຫມ່ ສໍາລັບຍານພາຫະນະອອສເຕຣເລັຍ.
ໃນຈໍານວນຜູ້ທີ່ຖືກສໍາຫລວດ ກ່ຽວກັບການເລືອກຂອງເຂົາເຈົ້າ ໃນການໃຊ້ແກສ ຫຼືໄຟຟ້າ ໃນເຄື່ອງໃຊ້ຕ່າງໆ, 58 ເປີເຊັນ ມັກເຄື່ອງເຮັດຄວາມຮ້ອນໄຟຟ້າ, ສ່ວນ 20 ເປີເຊັນ ມັກໃຊ້ແກັສ.
ແຕ່ທ່ານ Schultz-Byard ກ່າວວ່າ ຍັງມີອຸບປະສັກ ໃນການການປ່ຽນແປງນັ້ນຢູ່.
"ຄວາມກັງວົນທີຫນຶ່ງ ແມ່ນຄ່າໃຊ້ຈ່າຍໃນການປ່ຽນ, ເຊິ່ງມັນກໍເປັນເລື້ອງທັມມະດາ ເມື່ອທ່ານຢາກປ່ຽນເຮືອນຂອງທ່ານໄປໃຊ້ໄຟຟ້າ (ທັງໝົດ), ມີຄ່າຕົ້ນທຶນສູງ ໃນການນໍາເອົາເຄື່ອງໃຊ້ໃຫມ່ເຫຼົ່ານີ້ , ເຖິງແມ່ນວ່າ ມັນຈະມີປະສິດທິພາບຫຼາຍຂຶ້ນ ແລະຈະປະຢັດເງິນ ໃນໄລຍະຍາວ. ດັ່ງນັ້ນ ຄ່າໃຊ້ຈ່າຍໃນການປ່ຽນ ໄປໃຊ້ໄຟຟ້າ ຈຶ່ງເປັນອຸບປະສັກຢ່າງແນ່ນອນ ແລະນັ້ນກໍຄື ບ່ອນທີ່ພວກເຮົາຄິດວ່າ ຣັຖບານກາງ ສາມາດ ໃຫ້ການສນັບສນູນບາງຢ່າງ, ການສນັບສນູນທາງດ້ານການເງິນບາງຢ່າງ ຫລືນະໂຍບາຍ ກ່ຽວກັບການມາປ່ຽນມາໃຊ້ໄຟຟ້າ ໃນຄອບຄົວ ທີ່ເຂົາເຈົ້າຕ້ອງການ ຈະເຮັດງ່າຍຂຶ້ນ, ແຕ່ຍັງບໍ່ສາມາດເຮັດໄດ້ເທື່ອ."
Dr Trivess Moore ອາຈານສອນອາວຸໂສຢູ່ School of Property, Construction and Project Management ທີ່ມະຫາວິທະຍາໄລ RMIT
ກ່າວວ່າ ເຖິງແມ່ນວ່າອອສເຕຣເລັຍມີນະໂຍບາຍທີ່ດີ ແລະການສນັບສນູນ ທາງດ້ານການເງິນບາງຢ່າງ, ແຕ່ຍັງບໍ່ມີຄວາມຮັບຮູ້ພຽງພໍ ກ່ຽວກັບວ່າມີທາງເລືອກໃດແດ່.
"ຂ້າພະເຈົ້າຄິດວ່າ ປະຊາຊົນທົ່ວໄປ ອາດຈະບໍ່ມີຄວາມເຂົ້າໃຈ ໃນລະດັບທີ່ດີ ກ່ຽວກັບວ່າ ບ້ານເຮືອນທີ່ມີຄຸນນະພາບທີ່ດີ, ມີຄວາມຍືນຍົງຕໍ່ສິ່ງແວດລ້ອມ ແມ່ນຫຍັງ, ແລະມັນຫມາຍຄວາມວ່າແນວໃດ. ຂ້າພະເຈົ້າຄິດວ່າ ຍັງມີຄວາມເຂົ້າໃຈທີ່ເລິກໆ ວ່າການຕິດຕັ້ງເພີ່ມຕື່ມ (Retrofit) ຈະໃຊ້ເງິນຫລາຍ ຫລືໄປຢູ່ໃນບ້ານໃຫມ່ ທີ່ມາດຕະຖານທີ່ສູງກວ່າ ກໍຈະເພີ່ມຄ່າໃຊ້ຈ່າຍທີ່ສໍາຄັນ. ແລະແນ່ນອນການປ່ຽນອາຄານ ແລະຕື່ມສິ່ງຕ່າງໆ ເຊັ່ນຫມໍ້ໄຟ ຫລືຣົດໄຟຟ້າ, ແລ້ວກໍເປັນສິ່ງທ້າທາຍອີກຢ່າງຫນຶ່ງ ທີ່ມີຄ່າໃຊ້ຈ່າຍນໍາອີກ."
ລາວເວົ້າວ່າ ຄອບຄົວທີ່ມີລາຍຮັບຕໍ່າ ມັກຈະມີປັນຫາແບບນີ້.
"ແຕ່ວ່າຕອນນີ້ ພວກເຮົາມີຫຼາຍກວ່າ ຫນຶ່ງສ່ວນສາມ ຂອງປະເທດ ທີ່ເຊົ່າເຮືອນຢູ ເຊິ່ງແນນອນວ່າ ເຮືອນປະເພດດັ່ງກ່າວ ຖືກພົບວ່າມີສະພາບທີ່ບໍ່ດີທີ່ສຸດ. ສະນັ້ນ ພວກເຮົາຕ້ອງຊອກຫາ ວິທີຂັບເຄື່ອນຝ່າຍເຮືອນເຊົ່າ ໃຫ້ປັບປຸງຄຸນນະພາບ ແລະຜົນການດໍາເນີນງານ ໃຫ້ດີຂຶ້ນ."
"ແລະມັນເປັນພຽງແຕ່ ໃນໄລຍະ 20 ປີທີ່ຜ່ານມາ ທີ່ເຮົາໄດ້ມີຂໍ້ກຳໜົດຂັ້ນຕ່ຳ ສໍາລັບເຮືອນໃຫມ່. ສະນັ້ນ ສິ່ງທີ່ເຮົາຮູ້ກໍຄື ໃນລະດັບສູນເຖິງ 10, ໂດຍສູນເປັນທີ່ຮ້າຍແຮງທີ່ສຸດ ແລະ 10 ເປັນທີ່ດີທີ່ສຸດ ທີ່ເຮືອນທີ່ມີຢູ່ຂອງເຮົາ ສ່ວນຫລາຍ ທີ່ຖືກສ້າງຂຶ້ນກ່ອນຕົ້ນປີ 2000 ສເລັ່ຍຢູ່ລະຫວ່າງປະມານ ຫນຶ່ງ ຫາສາມດາວ ຂອງລະດັບ 10 ດາວ. ຄວາມຕ້ອງການຫນ້ອຍທີ່ສຸດ ໃນປະຈຸບັນ ແມ່ນຫົກດາວ ສໍາລັບເຮືອນໃຫມ່. ແລະກຳລັງຍ້າຍໄປສູ່ ເຈັດດາວໃນປີນີ້."
ໃນຂນະທີ່ Howard ແລະ Libby ສາມາດຄວບຄຸມອຸນຫະພູມ ຂອງເຮືອນຂອງເຂົາເຈົ້າ ດ້ວຍພະລັງງານແສງຕາເວັນ,ແຕ່ບໍ່ແມ່ນທຸກຄົນສາມາດເຮັດໄດ້.
"ສິ່ງທີ່ພວກເຮົາຮູ້ກໍຄື, ເຮືອນທີ່ຄຸນນະພາບບໍ່ດີ ຈະໃຊ້ພະລັງງານຫຼາຍ ເພື່ອຮັກສາຄວາມອົບອຸ່ນໃນລະດູຫນາວ ແລະຄວາມເຢັນໃນລະດູຮ້ອນ. ແລະວ່າ ຄວາມປ່ຽນແປງຂອງອຸນຫະພູມທີ່ຮ້າຍແຮງ ທີ່ມີໃນບາງເຮືອນນັ້ນ ມີຜົນກະທົບທີ່ສໍາຄັນ ຕໍ່ສຸຂະພາບ ແລະຄວາມເປັນຢູ່ຂອງຜູ້ຄົນ. ແລະສະນັ້ນ ພວກເຮົາກໍາລັງເວົ້າເຖິງ ຜົນກະທົບຕໍ່ສິ່ງຕ່າງໆເຊັ່ນ: ໂຣກຫົວໃຈ, ແລະຜົນກະທົບດ້ານສຸຂະພາບອື່ນໆ ອີກຫຼາຍຢ່າງ."
ເຈົ້າຂອງເຮືອນແບບຍືນຍົງ ທ່ານ Howard Elston ກ່າວວ່າ ທ່ານຢາກໃຫ້ຜູ້ຄົນຮູ້ວ່າ ການປ່ຽນທາງເລືອກທີ່ສະອາດກວ່ານັ້ນ ແມ່ນສາມາດເຮັດໄດ້.
"ທ່ານຮູ້ບໍ່ວ່າ....ມັນໄດ້ຜົນ. ແລະພວກເຮົາມີໂຕເລກທີ່ຈະພິສູດໄດ້. ມັນສະດວກຫຼາຍ. ມັນບໍ່ມີຄ່າໃຊ້ຈ່າຍຫຼາຍປານໃດ ແລະປໂຍດກໍຄື ການຢູ່ໃນສະຖານທີ່ ທີ່ທ່ານຮູ້ສຶກສະບາຍໃຈ ເມື່ອຮູ້ວ່າ ທ່ານບໍ່ໄດ້ຈ່າຍເງິນຫຼາຍ."
Hannah Kwon ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.