ລາຄາໄຟຟ້າຈະເພີ່ມຂຶ້ນອີກ ໃນກາງປີນີ້.
ຄົວເຮືອນ ແລະທຸລະກິດ ໃນຖືກບອກໃຫ້ຕຽມພ້ອມ ສໍາລັບລະດູໜາວ ທີ່ລຳບາກແລະມີລາຄາແພງ.
ນັບແຕ່ເດືອນກໍລະກົດ ຣາຄາໄຟຟ້າອາດຈະເພີ້ມຂຶ້ນ ໃນບາງສ່ວນ ຂອງຝັ່ງຕາເວັນອອກ ເຖິງ 30 ເປີເຊັນ.
ການແຊກແຊງຂອງ ອາດເຮັດໃຫ້ການບັນເທົາຄວາມລຳບາກແກ່ບາງຄົນ ແຕ່ບໍ່ແມ່ນທັງຫມົດ. Naveen Razik ລາຍງານ.
ສໍາລັບໂຮງພາບພະຍົນ Ritz ໃນ Sydney, ການທີ່ຮັກສາໃຫ້ມີແສງໄຟຟ້າ ແລະເຄື່ອງສາຍພາບພະຍົນຕ່າງໆນັ້ນ ມີລາຄາແພງຫຼາຍຂຶ້ນ.
Eddie Tamir ເປັນເຈົ້າຂອງໂຮງພາບພະຍົນ.
"ໂຮງພາບພະຍົນ ແມ່ນກ່ຽວກັບແສງໄຟ, ແສງໄຟກ່ຽວກັບໄຟຟ້າ. ທັງຫມົດແມ່ນກ່ຽວກັບແສງໄຟຜ່ານຟີມ (celluloid), ແສງໄຟຜ່ານເຄື່ອງສາຍພາບພະຍົນດິຈິຕອນ ໃສ່ຫນ້າຈໍ. ພວກເຮົາໄດ້ເຈຣະຈາສັນຍາໄຟຟ້າຂອງເຮົາໃຫມ່ ເພາະວ່າມັນໝົດອາຍຸໃນເດືອນທັນວາ ແລະແນ່ນອນວ່າ ລາຄາໄດ້ຂຶ້ນເພີ່ມ ແລະແນ່ນອນນັ້ນກໍຈະມີສິ່ງທ້າທາຍບາງຢ່າງ."
ທຸລະກິດ ໄດ້ປະເຊີນກັບການເພີ້ມລາຄາຂຶ້ນ 60 ເປີເຊັນໃນປີກາຍນີ້.
ບັດນີ້ ມີການຢືນຢັນສໍາລັບລູກຄ້າຫຼາຍຄົນ ທົ່ວອອສເຕຣເລັຍ ວ່ານັບແຕ່ເດືອນກໍລະກົດ, ລາຍຈ່າຍຄ່າໄຟຟ້າຂອງເຂົາເຈົ້າ ຈະສ້າງຄວາມຕົກໃຈ.
ໜ່ວຍຄຸ້ມຄອງຄຕລາດໄຟຟ້າ ທາງຝັ່ງຕາເວັນອອກ ຂອງອອສເຕຣເລັຍ ໄດ້ເປີດເຜີຍ ລາຄາຂອງພວກເຂົາ ສໍາລັບປີງົບປະມານໜ້າ.
ລູກຄ້າຄົວເຮືອນ (Residential customers) ຫຼາຍກວ່າຫນຶ່ງລ້ານຄົນ ໃນຂໍ້ ສເນີມາດຕະຖານ (Default offers) ຈະໄດ້ຮັບຜົນກະທົບກ່ອນ.
ນັບແຕ່ວັນທີ 1 ກໍລະກົດ, ລູກຄ້າໃນພາກຕາເວັນອອກສຽງໃຕ້ຂອງ Queensland ປະເຊີນກັບການເພີ່ມຂຶ້ນເກືອບ 20 ເປີເຊັນ.
ລູກຄ້າໃນເຂດນອກເມືອງຂອງຣັດ ປະເຊີນກັບການເພີ່ມຂຶ້ນເກືອບ 29 ເປີເຊັນ.
ລາຄາຈະເພີ້ມຂຶ້ນເກືອບ 22 ເປີເຊັນ ໃນ South Australia ແລະຫຼາຍກວ່າ 23 ເປີເຊັນໃນ ຣັດ New South Wales.
ໃນຂນະທີ່ຣັດ Victoria ຄາດວ່າຈະມີການເພີ່ມຂຶ້ນ 31 ເປີເຊັນ.
ລູກຄ້າສ່ວນໃຫຍ່ ໃນອັດຕາທີ່ມີສ່ວນຫຼຸດຂອງຕລາດຂາຍຍ່ອຍ (Discounted market retail rates) ຈະໄດ້ຮັບການກະທົບ ເມື່ອສັນຍາຂອງເຂົາເຈົ້າ ສິ້ນສຸດລົງ.
Gavin Dufty ຈາກ St Vincent De Pauls ອະທິບາຍ.
"ຂໍ້ສເນີຕລາດມາດຕະຖານ ແມ່ນລາຄາແພງທີ່ສຸດ. ດັ່ງນັ້ນ ມັນໄດ້ຂຶ້ນໄປ 19 ເຖິງ 24 ສ່ວນຮ້ອຍ. ການສເນີຂອງຕລາດ ແມ່ນລາຄາຖືກກວ່າ, ອາດຈະເພີ່ມຂຶ້ນໃນອັດຕາທີ່ສູງກວ່າ ການສເນີມາດຕະຖານ ເພາະວ່າພວກເຂົາມາຈາກພື້ນຖານ (ລາຄາ) ທີ່ຕ່ຳກວ່າ."
ການເພີ່ມຂຶ້ນ ແມ່ນຖືກຂັບເຄື່ອນໂດຍ ຜົນກະທົບຂອງສົງຄາມໃນ Ukraine ຕໍ່ການສນອງທົ່ວໂລກ ແລະໄຟຟ້່າຂາດໃນທົ່ວສະຖານີໄຟຟ້າ ໃນອອສເຕຣເລັຍ.
ການແຊກແຊງຕລາດ ຂອງຣັຖບານກາງໃນປີກາຍນີ້ (2022), ໂດຍຈໍາກັດລາຄາຖ່ານຫີນ ແລະແກັສ, ໄດ້ສົ່ງຜົນກະທົບອີງຕາມ Clare Savage ຈາກຜູ້ຄຸ້ມຄອງພະລັງງານຂອງອອສເຕຣເລັຍ.
ໜ່ວຍຄຸ້ມຄອງຄວບຄຸມລາຄາ ຢູ່ພາກຕາເວັນອອກສ່ຽງໃຕ້ Queensland, New South Wales ແລະ South Australia.
"ການແຊກແຊງໃນຕລາດຖ່ານຫີນ ແລະແກັສ ໄດ້ຫຼຸດການຄາດຫມາຍລາຄາລົງ ໃນປີນີ້. ລາຄາສັນຍາ ໄດ້ຫຼຸດລົງ 50%. ແລະດ້ວຍເຫດນີ້ ການຕັດສິນໃຈຂອງພວກເຮົາໃນມື້ນີ້ ແມ່ນ 20 ຫາ 22% ແທນທີ່ຈະແມ່ນ 40 ຫາ 50%."
ຣັຖມົນຕີພະລັງງານ ທ່ານ Chris Bowen ກ່າວວ່າ ການຄາດຫມາຍລາຄາທີ່ຕ່ຳລົງ ສະເດງໃຫ້ເຫັນຂອງຕອບສນອງຂອງຣັຖບານ.
"ຕົວເລກເຫຼົ່ານີ້ ສະແດງໃຫ້ເຫັນເຖິງການແຊກແຊງ. ມັນໄດ້ສະແດງໃຫ້ເຫັນ ເຖິງສິ່ງທີ່ເຮົາໄດ້ຄາດການໄວ້. ທີ່ຈິງແລ້ວ, ການບັນເທົາ ອາດສູງກວ່າທີ່ເຮົາໄດ້ຄາດໄວ້. ການເພີ່ມຂຶ້ນ 20 ເປີເຊັນ ແມ່ນຍາກຫຼາຍ, ການເພີ່ມຂຶ້ນ 50 ເປີເຊັນຄົງຈະລຳບາກ."
ແຕ່ມັນອາດຈະບໍ່ພຽງພໍ ສໍາລັບຄົນທີ່ກໍາລັງດີ້ນຮົນຢູ່ແລ້ວ, Cassandra Goldie ຈາກສະພາບໍຣິການສັງຄົມຂອງອອສເຕຣເລັຍ (Australia Council of Social Services).
"ພວກເຮົາມີກໍຣະນີທີ່ຮ້າຍແຮງທີ່ສຸດແລ້ວ, ບ່ອນທີ່ພວກເຮົາ ມີຄົນໃນປະເທດ ທີ່ຍອມສລະຫຼັງຄາເທິງຫົວຂອງພວກເຂົາ ເພາະວ່າພວກເຂົາບໍ່ສາມາດຈ່າຍຄ່າໃຊ້ຈ່າຍໄດ້, ພວກເຂົາຕ້ອງອາສັຍຢູ່ໃນຣົດ ແລະໃນສວນສາທາຣະນະ."
ນາງເປັນຜູ້ນຳໃນການຮຽກຮ້ອງ ໃຫ້ບັນເທົາລາຄາໂດຍກົງ ສໍາລັບຜູ້ຄົນທີ່ປະສົບຄວາມຍາກລຳບາກ.
Queensland ໄດ້ປະກາດໃນການເພີ່ມເງິນຊ່ອຍເຫຼືອຂຶ້ນຕໍ່ພວກເຂົາເຈົ້າ.
ຣັຖບານກາງ ຈະສເນີການບັນເທົາຄ່າພະລັງງານ ໃນງົບປະມານຕໍ່ໄປ ທີ່ຈະຖືກເປີດເຜີຍໃນເດືອນພຶດສະພາ.
ເດືອນນັ້ນ ການຕັດສິນໃຈສຸດທ້າຍຂອງໜ່ວຍງານດູແລ ກ່ຽວກັບ ການຂຶ້ນລາຄາໄຟຟ້າ ຈະຖືກສົ່ງມອບໃຫ້.
ທ່ານ Ted O'Brien ຣັຖມົນຕີພະລັງງານ ຝ່າຍຄ້ານກ່າວວ່າ ມັນຈະຊ້າເກີນໄປສໍາລັບຫລາຍຄົນ.
"ຂໍ້ໂຕ້ແຍ້ງຂອງພັກແຮງງານ ໃນມື້ນີ້ ແມ່ນພວກເຂົາເຈົ້າ ກໍາລັງເຮັດວຽກໄດ້ດີ ເພາະວ່າສິ່ງທີ່ພວກເຂົາເຈົ້າໄດ້ເຮັດ ອາດຈະຫຍຸ້ງຫຼາຍກວ່ານັ້ນ."
ທ່ານ Bowen ໄດ້ໂຕ້ແຍ້ງວ່າ ວິທີການຂອງຣັຖບານແມ່ນກົງໄປກົງມາ.
Naveen Razik ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.