ຈຸດສໍາຄັນ
- ອັດຕາດອກເບັ້ຍ ແລະຄ່າທໍານຽມ ແຕກຕ່າງກັນໄປ ຕາມຜູ້ໃຫ້ກູ້ຢືມ,ປະເພດເງິນກູ້ ແລະສະພາບການຂອງທ່ານ.
- ຄະແນນເຄຣດິດ (Credit Score) ຂອງທ່ານ ບອກຕໍ່ຜູ້ໃຫ້ກູ້ຢືມວ່າ ທ່ານສາມາດຈັດການ ກັບເງິນກູ້ຢືມຢ່າງມີຄວາມຮັບຜິດຊອບຫຼືບໍ່.
- ຜູ້ໃຫ້ກູ້ຢືມ ພຽງແຕ່ສົນໃຈກ່ຽວກັບປວັດສິນເຄຣດິດ ໃນອອສເຕຣເລັຍຂອງທ່ານ.
ການກູ້ຢືມເງິນສ່ວນຕົວ ຊ່ວຍໃຫ້ທ່ານຢືມເງິນຈໍານວນຫນຶ່ງ ເຊິ່ງທ່ານຊໍາລະຄືນ ພ້ອມດອກເບັ້ຍ, ໃນໄລຍະເວລາທີ່ກໍານົດໄວ້.
ຕາມປົກກະຕິແລ້ວ, ເຮົາຈະກູ້ຢືມສ່ວນຕົວສໍາລັບບາງຢ່າງໂດຍສະເພາະ ເຊັ່ນຣົດ, ການທ່ອງທ່ຽວ, ການແຕ່ງງານ ຫຼືການຮວມຫນີ້ສິນ.
ທ່ານ Andrew Dadswell ຈາກທີມງານ Moneysmart ຂອງ ASIC ກ່າວວ່າ "ຂໍ້ດີຂອງການກູ້ຢືມສ່ວນຕົວ ແມ່ນຊ່ວຍໃຫ້ທ່ານ ສາມາດກະຈາຍຄ່າໃຊ້ຈ່າຍຂອງທ່ານ ໃນໄລຍະເວລາທີ່ກໍານົດໄວ້ ແລະຊ່ວຍໃຫ້ທ່ານ ຈັດງົບປະມານ ແລະຈັດການເລື້ອງເງິນຂອງທ່ານ."
"ຂໍ້ເສັຍກໍຄື ເງິນກູ້ສ່ວນຕົວ ມາພ້ອມກັບຄ່າທໍານຽມ ແລະເຫັນໄດ້ຢ່າງຊັດແຈ້ງວ່າ ຈະມີການເອີ້ນເກັບດອກເບັ້ຍຈາກທ່ານ"
ຈຳນວນການກູ້ຢືມສ່ວນຕົວຕາມປົກກະຕິ ແມ່ນ 2.000 ໂດລາ ຫາ 100,000 ໂດລາ ແລະ ປົກກະຕິແລ້ວ ເງິນກູ້ຢືມເຫຼົ່ານີ້ ຈະຖືກຊໍາລະພາຍໃນ ສອງເຖິງເຈັດປີ.
ທ່ານມີສິດໄດ້ຮັບເງິນກູ້ສ່ວນຕົວບໍ່?
ໃນການສມັກ, ທ່ານຕ້ອງເປັນພົນລະເມືອງຂອງອອສເຕຣເລັຍ ຫຼືຜູ້ຢູ່ອາສັຍຖາວອນ ທີ່ມີອາຍຸ 18 ປີ ຂຶ້ນໄປ.
ທ່ານ Dadswell ກ່າວວ່າ "ໃນບາງກໍຣະນີ, ໃນຖານະເປັນຜູ້ຖືວີຊາຊົ່ວຄາວ, ທ່ານອາດຈະສາມາດ ຂໍກູ້ເງິນສ່ວນຕົວໄດ້, ແຕ່ຈະມີຂໍ້ກໍານົດເພີ່ມເຕີມ."
ຜູ້ໃຫ້ກູ້ຢືມ ມີຄວາມສົນໃຈໃນປວັດເຄຣດິດ ອອສເຕຣເລັຍຂອງທ່ານເທົ່ານັ້ນ. ພວກເຂົາ ຈະຂໍລາຍລະອຽດການຈ້າງງານຂອງທ່ານ, ຫຼັກຖານຢືນຢັນຕົວຕົນ ແລະຊັບສິນ ແລະຫນີ້ສິນທີ່ທ່ານມີ, ລວມທັງບັດເຄຣດິດ.
ພວກເຂົາຍັງຈະເບິ່ງ 'ຄະແນນເຄຣດິດ (Credit Score)' ຂອງທ່ານ.

Credit report form on a desk with other paperwork. There are also a pen, glasses and a calculator on the desk Credit: courtneyk/Getty Images
'ຄະແນນເຄຣດິດ (Credit Score)' ແມ່ນຫຍັງ?
ໃຫ້ຄິດວ່າ ນີ້ເປັນພາບຂອງປວັດເຄຣດິດ ອອສເຕຣເລັຍຂອງທ່ານ. Amy Bradney-George, ຜູ້ຊ່ຽວຊານດ້ານການເງິນສ່ວນຕົວທີ່ Finder ກ່າວ.
"ຄະແນນເຄຣດິດ ຂອງທ່ານແມ່ນໂຕເລກ. ໂດຍທົ່ວໄປແລ້ວ ມັນແມ່ນລະຫວ່າງ 0 ຫາ 1000 ແລະມັນເຮັດໃຫ້ຜູ້ໃຫ້ຢືມ ມີເກນມາດຕະຖານ ສໍາລັບຄວາມສາມາດ ທີ່ຈະຈັດການກັບເຄຣດິດ ຢ່າງມີຄວາມຮັບຜິດຊອບຂອງທ່ານ."
ຄະແນນເຄຣດິດທີ່ຕ່ຳ ຫມາຍຄວາມວ່າ ຜູ້ໃຫ້ຢືມ ມີຄວາມສ່ຽງຫລາຍຂຶ້ນ. ດັ່ງນັ້ນ, ເຂົາເຈົ້າຈະເພີ່ມອັດຕາດອກເບັ້ຍຂຶ້ນ.Amy Bradney-George
ຄະແນນເຄຣດິດ ຂອງທ່ານຈະຫຼຸດລົງ ຖ້າຫາກວ່າ ທ່ານໄດ້ພາດການຊໍາລະຄືນບັດເຄຣດິດ ຫຼືການກູ້ຢືມ ໃນໄລຍະທີ່ຜ່ານມາ.
ເຖິງແມ່ນວ່າ ການຈະສົ່ງຄໍາຮ້ອງສມັກໄປຫາຜູ້ໃຫ້ກູ້ຢືມຫຼາຍຄົນໃນເວລາດຽວກັນ ເປັນສິ່ງທີ່ດຶງດູດໃຈ, ການເຮັດແນວນັ້ນ ສາມາດເຮັດໃຫ້ຄະແນນເຄຣດິດຂອງທ່ານຫຼຸດລົງແທ້ໆ ເພາະມັນສະແດງວ່າ ທ່ານກໍາລັງຢູ່ໃນຄວາມເຄັ່ງຕຶງ ທາງດ້ານການເງິນ.

Credit: Jacobs Stock Photography Ltd/Getty Images
ມີການກູ້ຢືມສ່ວນຕົວແບບໃດແດ່?
ມີການກູ້ຢືມສ່ວນຕົວແບບໃດແດ່?
ສະຖາບັນການເງິນ ເຊັ່ນທະນາຄານ ແລະທະນາຄານຮ່ວມ (Mutuals) ສເນີເງິນກູ້ສ່ວນຕົວ ທີ່ມີອັດຕາດອກເບັ້ຍທີ່ມີການແຂ່ງຂັນ.
Paul Farmer ຈາກຜູ້ໃຫ້ຢືມຈາກ Heritage and People's Choiceອະທິບາຍວ່າ "ທະນາຄານ ແລະທະນາຄານຮ່ວມ (Mutuals) ຖືກຜູກມັດດ້ວຍກົດລະບຽບ ການໃຫ້ເງິນກູ້ຢືມ ດ້ວຍຄວາມຮັບຜິດຊອບ ເພື່ອໃຫ້ແນ່ໃຈວ່າ ຜູ້ກູ້ຢືມສາມາດຈ່າຍເງິນກູ້ຄືນໄດ້."
"ຜູ້ໃຫ້ກູ້ຢືມ ທີ່ບໍ່ແມ່ນທະນາຄານຈໍານວນຫນຶ່ງ ທີ່ສເນີເງິນກູ້ສ່ວນບຸກຄົນ ແລະໂດຍທົ່ວໄປແລ້ວ, ຂໍ້ກຳໜົດ ໃນການປະເມີນເງິນກູ້ ຂອງພວກເຂົາ ແມ່ນບໍ່ເຄັ່ງຄັດເທົ່າທະນາຄານ. ເຖິງຢ່າງໃດກໍຕາມ, ທ່ານອາດຈະຕ້ອງຈ່າຍອັດຕາດອກເບັ້ຍ ຫຼືຄ່າທໍານຽມທີ່ສູງຂຶ້ນ ໃນການກູ້ຢືມເຫຼົ່ານີ້."
ມີສອງປະເພດຫຼັກ ຂອງການກູ້ຢືມສ່ວນບຸກຄົນ ທີ່ທ່ານຈໍາເປັນຕ້ອງພິຈາຣະນາ: ມີຫຼັກປະກັນ ແລະບໍ່ມີຫຼັກປະກັນ.
- ການກູ້ຢືມທີ່ ແມ່ນໃຊ້ເພື່ອຊື້ຊັບສິນຂນາດໃຫຍ່ ເຊັ່ນ: ຣົດ. ຜູ້ໃຫ້ຢືມ ໃຊ້ຊັບສິນຂອງທ່ານເປັນຫຼັກປະກັນ–ຫຼືການຮັບປະກັນເພື່ອຫຼຸດຜ່ອນຄວາມສ່ຽງ ຂອງການສູນເສັຍ ຖ້າຫາກທ່ານບໍ່ສາມາດປະຕິບັດຕາມສັນຍາການກູ້ຢືມ. ຖ້າທ່ານບໍ່ຊໍາລະຄືນເງິນກູ້ຢືມຂອງທ່ານ, ພວກເຂົາກໍສາມາດຍຶດຄືນຊັບສິນຂອງທ່ານ. ໂດຍທົ່ວໄປແລ້ວ,ເງິນກູ້ຢືມທີ່ມີຫຼັກປະກັນ ມີອັດຕາດອກເບັ້ຍທີ່ຢູ່ໂຕ.
- ການກູ້ຢືມທີ່ບໍ່ມີຫຼັກປະກັນ ບໍ່ຈຳເປັນຕ້ອງມີຊັບສິນເປັນຫຼັກປະກັນ, ດັ່ງນັ້ນ ອັດຕາດອກເບັ້ຍ ໂດຍທົ່ວໄປແມ່ນຈະສູງກວ່າ.
ທ່ານ Farmer ກ່າວວ່າ "ຜູ້ໃຫ້ກູ້ຢືມ ຈະຈໍາກັດຈໍານວນເງິນ ທີ່ທ່ານສາມາດຢືມໄດ້." ຂນາດເງິນກູ້ ໂດຍທົ່ວໄປ ຢູ່ລະຫວ່າງ 2.000 ຫາ 20.000 ໂດລາ."
ການສມັກຂໍກູ້ຢືມ
ຖ້າຫາກວ່າທ່ານຫມັ້ນໃຈວ່າ ທ່ານສາມາດຈັດການການຊຳລະຄືນ, ປົກກະຕິແລ້ວ, ທ່ານສາມາດສມັກຂໍກູ້ຢືມກັບຜູ້ໃຫ້ຢືມ ທີ່ທ່ານເລືອກ ທາງອິນເຕີເນັດ ແລະແນບເອກະສານທີ່ຈໍາເປັນຂອງທ່ານ.
ມັນແມ່ນເລື່ອງທັມມະດາ ທີ່ໃບຄໍາຮ້ອງສມັກທີ່ຈະຖືກປະຕິເສດ.
ເມື່ອປະເມີນຄໍາຮ້ອງສມັກຂອງທ່ານ, ຜູ້ໃຫ້ກູ້ຢືມ ອາດຈະພິຈາຣະນາວ່າລາຍຮັບຂອງທ່ານ ບໍ່ພຽງພໍທີ່ຈະກວມເອົາການຊໍາລະຄືນ, ທ່ານນາງ Bradney-George ເຕືອນ.
"ມັນຍັງກ່ຽວກັບລາຍຮັບເຊັ່ນກັນ, ຖ້າຫາກວ່າການຈ້າງງານຂອງທ່ານບໍ່ຫມັ້ນຄົງ, ຫຼືທ່ານຍັງບໍ່ໄດ້ເຮັດວຽກຂອງທ່ານເປັນເວລາດົນນານພໍ, ພວກເຂົາສາມາດພິຈາຣະນາ ປັດຈັຍເຫຼົ່ານັ້ນ ກັບໃບຄໍາຮ້ອງຂອງທ່ານ."

You can always discuss financial hardship options with your lender if times get tough. Source: iStockphoto / Atstock Productions/Getty Images/iStockphoto
ຖ້າທ່ານບໍ່ສາມາດຈັດການກັບການຊໍາລະຄືນໄດ້ເດ?
ການຊໍາລະຄືນຊ້າ ມັກຈະເຮັດໃຫ້ມີຄ່າທໍານຽມເພີ່ມເຕີມ.
ຖ້າສະພາບການເງິນຂອງທ່ານປ່ຽນແປງ ແລະທ່ານພົບຕົນເອງຢູ່ໃນສະຖານະການທີ່ລຳບາກ, ມັນເປັນສິ່ງສໍາຄັນ ທີ່ຈະສົນທະນາທາງເລືອກຄວາມລຳບາກທາງດ້ານການເງິນ ກັບຜູ້ໃຫ້ຢືມ ຂອງທ່ານ.
ນອກນັ້ນ ທ່ານຍັງສາມາດຕິດຕໍ່ຫາທີ່ປຶກສາດ້ານການເງິນຟຣີ ຜ່ານສາຍດ່ວນ ການຊ່ວຍເຫຼືອຫນີ້ສິນແຫ່ງຊາດ (the ) ໄດ້ທີ່ 1800 007 007.
ລະວັງການຫຼອກລວງ
ທ່ານ Andrew Dadswell ຂອງ Moneysmart ກ່າວວ່າ "ຖ້າຫາກວ່າທ່ານ ໄດ້ຮັບການຕິດຕໍ່ ກ່ຽວກັບການກູ້ຢືມເງິນສ່ວນບຸກຄົນ, ໃຫ້ກວດສອບຂໍ້ມູນຂອງບໍຣິສັດ ຫຼືບຸກຄົນທີ່ທ່ານກໍາລັງພົວພັນນຳ.
"ຢ່າຕົກລົງກັບສິ່ງໃດໃນຕອນນັ້ນ. ເຮັດ ການກວດສອບ ແລະການຄົ້ນຄວ້າຂອງທ່ານສເມີ. ຖ້າທ່ານມີຄວາມສົງສັຍໃຫ້ ຂໍຄວາມຊ່ວຍເຫຼືອ"."
Moneysmart ສາມາດຊ່ວຍໃຫ້ທ່ານລະບຸການສໍ້ໂກງ ແລະໃຫ້ຄຳແນະນໍາ ຖ້າຫາກວ່າທ່ານໄດ້ຕົກເປັນເປົ້າຫມາຍ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌