ມີການຄົ້ນພົບການກາຍພັນຂອງ ພະຍາດໄຂ້ຫວັດນົກ.
ລາຍງານໃຫມ່ ເປີດເຜີຍໃຫ້ເຫັນການປ່ຽນແປງທີ່ຈະສ້າງປັນຫາ ໃນການລະບາດ ຂອງພະຍາດໄຂ້ຫວັດນົກ.
ລາຍງານສະແດງໃຫ້ເຫັນວ່າ ການລະບາດທີ່ຜ່ານມາ ສ່ວນໃຫຍ່ແມ່ນຢູ່ໃນເຂດເອເຊັຍ, ໃນເວລານີ້ ກໍາລັງເກີດຂຶ້ນ ຢູ່ໃນພາກຕ່າງໆຂອງໂລກ ແລະສົ່ງຜົນກະທົບ ຕໍ່ສັດປີກຈໍານວນຫຼາຍ.
Alexander Anyfantis ລາຍງານ.
ເຊື້ອໄວຣັສ H-5-N-1 ທີ່ຮ້າຍແຮງ ຫຼືທີ່ເອີ້ນວ່າ ໄຂ້ຫວັດນົກ ກໍາລັງສະແດງເຖິງສັນຍານ ທີ່ຫນ້າວິຕົກ ຂອງວິວັດທະນາການ ຂອງເຊື້ອໄວຣັສ.
ການສຶກສາຄົ້ນຄວ້າໃຫມ່ ດ້ວຍການຮ່ວມມືຂອງ ຜູ້ຊ່ຽວຊານຈາກມະຫາວິທະຍາ ໄລ ແລະເອເຊັຍ ແລະຖືກຕີພິມໃນ Springer Nature, ເປີດເຜີຍການລະບາດໃຫມ່ ຂອງເຊື້ອໄວຣັສ ໃນຢູໂຣບ ແລະອາຟຣິກາ.
ສາດສະດາຈານ Raina MacIntyre ຫົວຫນ້າ ໂຄງການຄວາມປອດພັຍທາງຊີວະພາບ (Biosecurity Program) ທີ່ສະຖາບັນ Kirby ທີ່ມະຫາວິທະຍາໄລ New South Wales.
ນາງເປັນຜູ້ຊ່ຽວຊານ ດ້ານໄຂ້ຫວັດ ແລະພະຍາດຕິດເຊື້ອ ທີ່ອຸບັດຂຶ້ນໃໝ່.
ລາວເວົ້າວ່າ ໄຂ້ຫວັດນົກ ອາດເປັນພື້ນຖານ ສໍາລັບການລະບາດຄັ້ງຕໍ່ໄປ.
"ມັນເປັນຄວາມຢ້ານກົວສເມີ ທີ່ວ່າໃນມື້ຫນຶ່ງ, ຫນຶ່ງໃນໄວຣັສໄຂ້ຫວັດສັດປີກ ທີ່ມີເຊື້ອໄວຣັສເຫຼົ່ານີ້ ຈະກາຍພັນ ແລະຈະຕິດຕໍ່ກັນໄດ້ງ່າຍ ລະຫວ່າງມະນຸດ. ແລະມີການເຕືອນຫຼາຍຢ່າງ ໃນສາຍພັນຂອງສັດປະເພດຫນຶ່ງ (Clade) ໂດຍສະເພາະ ຂອງ H5N1 ທີ່ໄດ້ແຜ່ກະຈາຍໃນປີຫຼືສອງປີທີ່ຜ່ານມາ"
ການລະບາດຄັ້ງທໍາອິດ ຂອງໄວຣັສ H-5 ໄດ້ຖືກບັນທຶກໄວ້ໃນປີ 2014.
ສາດສະດາຈານ Michael Ward ເປັນປະທານ ສາທາຣະນະສຸກສັດຕະວະແພດ ແລະຄວາມປອດພັຍດ້ານອາຫານ (Veterinary Public Health & Food Safety) ທີ່ມະຫາວິທະຍາໄລ Sydney.
ລາວອະທິບາຍວ່າ ໄວຣັສນີ້ ໄດ້ປ່ຽນແປງແນວໃດ ໃນໄລຍະບໍ່ເທົ່າໃດປີມານີ້.
"ມັນໄດ້ແຜ່ກະຈາຍຢ່າງໄວ ໃນເຂດເອເຊັຍ ແລະຢູໂຣບ ແລະອາຟຣິກາ ແລະເຊື່ອວ່າ ເປັນຍ້ອນເຊື້ອໄວຣັສ ທີ່ນົກປ່າອົບພະຍົບຂ້າມທະວີບ. ສະນັ້ນ, ມັນຈຶ່ງແຜ່ລາມໄປຢ່າງໄວ ແລະນັ້ນອາດກ່ຽວກັບ ການປ່ຽນແປງຂອງເຊື້ອໄວຣັສດ້ວຍ. ໃນໄລຍະ 3-4 ປີທີ່ຜ່ານມາ ພວກເຮົາໄດ້ເຫັນການປ່ຽນແປງອີກເທື່ອຫນຶ່ງ ໃນໄວຣັສນີ້. ພວກເຮົາກໍາລັງເຫັນການລະບາດຢ່າງຕໍ່ເນື່ອງ ທີ່ເກີດຂຶ້ນ ບໍ່ແມ່ນແຕ່ ໂດຍສະເພາະຢູ່ໃນພາກເຫນືອ ຂອງຢູໂຣບເທົ່ານັ້ນ ແຕ່ຢູ່ໃນສະຫະຣັດນໍາອີກ."
ການສຶກສາຍັງເປີດເຜີຍຕໍ່ໄປວ່າ ເຊື້ອໄວຣັສ H-5 ໄດ້ກາຍພັນ, ຍ້າຍອອກຈາກເອເຊັຍ ບ່ອນທີ່ກ່າວກັນວ່າເປັນຕົ້ນກໍາເນີດ.
ການລະບາດທີ່ອາດເກີດຂຶ້ນໃນອອສເຕຣເລັຍ, ເຖິງແມ່ນວ່າ ບໍ່ໜ້າເປັນໄປໄດ້, ແຕ່ກໍອາດເຮັດໃຫ້ເກີດບັນຫາສໍາຄັນ.
ສາດສະດາຈານ Ward ກ່າວວ່າ ປະເທດອື່ນໆ ທີ່ໄດ້ຮັບຜົນກະທົບ ຈາກເຊື້ອໄວຣັສ ໄດ້ປະເຊີນກັບບັນຫາໃຫຍ່ ໃນສາຍໂສ້ອາຫານ ຂອງພວກເຂົາເຈົ້າ.
"ການພະຍາຍາມຄວບຄຸມພະຍາດນີ້ ພາໃຫ້ຂາດຜລິດຕະພັນສັດປີກ.ຂາດຊີ້ນ ແລະໄຂ່. ດັ່ງນັ້ນ, ຈຶ່ງມີຜົນສະທ້ອນແນວນັ້ນ, ການສນອງໄດ້ແຫ້ງລົງຢ່າງໄວ ເພາະເຈົ້າຫນ້າທີ່ກໍາລັງພະຍາຍາມຄວບຄຸມພະຍາດນີ້. ດັ່ງນັ້ນ, ນັ້ນຈຶ່ງເປັນບັນຫາ. ພະຍາດນີ້ ກໍອາດສ້າງຄວາມເສັຍຫາຍຫຼາຍ ເມື່ອເຂົ້າໄປໃນຝູງສັດປີກ. ມັນສາມາດຂ້ານົກໄດ້ຫຼາຍ. ດັ່ງນັ້ນ ທ່ານກໍມີຜົນກະທົບດັ່ງກ່າວເຊັ່ນກັນ."
ດັ່ງນັ້ນ, ວິທີການທີ່ກໍາລັງໃຊ້ໃນການຄວບຄຸໂຣກນີ້ ແມ່ນຫຍັງ?
ດຣ David Muscatello ເປັນຜູ້ຊ່ຽວຊານດ້ານການລະບາດ (Epidemiology) ຂອງມະຫາວິທະຍາໄລ New South Wales ກ່າວວ່າມີສອງວິທີ ທີ່ຈະຢຸດໄຂ້ຫວັດນົກ.
"ມີສອງວິທີການຫຼັກ, ດັ່ງທີ່ຂ້າພະເຈົ້າເຂົ້າໃຈ, ໂດຍສະເພາະ ໃນການນໍາໃຊ້ກັບສັດລ້ຽງ ຫຼືການກະສິກັມ: ການເລືອກຂ້າ (culling) ສັດທີ່ໄດ້ຮັບເຊື້ອໄວຣັສ ຫຼືອາດຈະໄດ້ຮັບເຊື້ອໄວຣັສ; ຫຼືການສັກຢາວັກຊີນ ໃຫ້ພວກນົກ ຫຼືສັດ ເພື່ອຕໍ່ຕ້ານເຊື້ອໄວຣັສ. ແລະການສັກຢາວັກຊີນ ແມ່ນຖືກນໍາໃຊ້ຫຼາຍຂຶ້ນ, ດັ່ງທີ່ຂ້າພະເຈົ້າເຂົ້າໃຈ ໃນປະຊາກອນສັດ."
ແຕ່ Professor Ward ເຕືອນວ່າ ວິທີ ທີສອງມີຄວາມສ່ຽງຫຼາຍ.
"ບັນຫາການສັກວັກຊີນ ແມ່ນທ່ານອາດຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ ຖ້າຫາກວ່າ ຈາກນັ້ນ ທ່ານກໍາລັງເລີ່ມຕົ້ນ ທີ່ຈະໄດ້ຮັບເຊື້ອໄວຣັສອື່ນໆ ປະສົມກັບໄວຣັສປ່າ. ດັ່ງນັ້ນ, ປະເທດຕ່າງໆ ຈຶ່ງລັງເລໃຈ ທີ່ຈະເຮັດແບບນັ້ນ."
Dr Muscatello ອະທິບາຍ ຫນຶ່ງໃນສິ່ງທີ່ຫຍຸ້ງຍາກທີ່ສຸດ ກ່ຽວກັບເຊື້ອໄວຣັສ H-5.
"ເຊື້ອໄວຣັສໄຂ້ຫວັດ ແມ່ນມີການພັດທະນາຕົວຢ່າງຕໍ່ເນື່ອງ ແລະມັນວິວັດທະນາການໄດ້ງ່າຍຫຼາຍ. ດັ່ງນັ້ນ ເຊື້ອໄວຣັສ ຈຶ່ງແຜ່ກະຈາຍຢ່າງຕໍ່ເນື່ອງໃນສັດ, ນົກ ແລະປະຊາກອນຂອງມະນຸດ ແລະພວກມັນມີວິວັດທະນາການຢູ່ສເມີ ແລະຫລັກຖານທີ່ດີທີ່ສຸດ ຂອງສິ່ງນັ້ນ ອາດຈະແມ່ນວ່າ ເຮົາຕ້ອງປ່ຽນຢາວັກຊີນ ໄຂ້ຫວັດມະນຸດ ຂອງເຮົາທຸກໆປີ."
ອາການໄຂ້ຫວັດນົກ ໃນມະນຸດ ບໍ່ແຕກຕ່າງຈາກໄຂ້ຫວັດທົ່ວໄປຫຼາຍ, ດັ່ງທີ່ Professor McIntyre ຂອງມະຫາວິທະຍາໄລ New South Wales ອະທິບາຍ.
"ມັນເປັນຄ້າຍຄືໄຂ້ຫວັດທົ່ວໄປ, ໄຂ້ຫວັດໃຫຍ່, ມີໄຂ້ສູງ, ຮູ້ສຶກບໍ່ສະບາຍ, ເຈັບປວດຕົນຕົວ, ອາການທາງເດີນຫາຍໃຈ ຄືອາການໄອ ແລະຫາຍໃຈສັ້ນ."
ເຖິງຢ່າງໃດກໍຕາມ, ເຊື້ອໄວຣັສຊະນິດນີ້ ອາດມີຄວາມແຕກຕ່າງ ຮ້າຍແຮງບາງຢ່າງ ໃນວິທີ ທີ່ມັນໂຈມຕີລະບົບພູມຕ້ານທານ.
ສາດສະດາຈານ McIntyre ອະທິບາຍຕໍ່ໄປວ່າ ອັນໃດເຮັດໃຫ້ສາຍພັນ H-5-N-1 ເປັນອັນຕະຣາຍຫຼາຍ.
"ສະນັ້ນ, ເຮົາຈຶ່ງເຫັນສິ່ງຕ່າງໆເຊັ່ນ: ອາການຊັກ, ຍ່າງບໍ່ທ່ຽງ, ມີອາການທາງປະສາດ ທີ່ເຫັນໄດ້ຊັດເຈນ. ດັ່ງນັ້ນ, ຈຶ່ງເປັນເລື່ອງທີ່ອາດຄາດໄດ້ວ່າ ຖ້າຫາກສາຍພັນນີ້ ເອີ້ນວ່າ clade 2.3.4.4b ຂອງ H5N1 ກາຍພັນ ທີ່ຈະແພ່ເຊື້ອຕໍ່ມະນຸດໄດ້ງ່າຍ, ພວກເຮົາ ອາດຈະເຫັນອາການທາງເສັ້ນປະສາດ ທີ່ໂດດເດັ່ນຫຼາຍ, ລວມທັງອາການ ທາງເດີນຫາຍໃຈ."
ວິທີຫນຶ່ງ ເພື່ອປ້ອງກັນຄວາມເປັນໄປໄດ້ ຂອງການລະບາດໃນອະນາຄົດ ແມ່ນໂດຍການເຝົ້າລະວັງວ່າ ໄວຣັສສືບຕໍ່ ພັດທະນາໂຕແນວໃດ.
Professor McIntyre ກ່າວວ່າ ທີມງານຂອງລາວ ທີ່ UNSW ໄດ້ມີວິທີການແບບໃຫມ່ ໃນການເຮັດແນວນັ້ນ.
"ວິທີ ທີ່ຈະຫຼຸດຜ່ອນ ແມ່ນການເຕືອນເບື້ອງຕົ້ນ ແລະການຄົ້ນພົບເບື້ອງຕົ້ນ. ແລະພວກເຮົາ ໄດ້ພັດທະນາລະບົບເຕືອນເບື້ອງຕົ້ນ ທີ່ UNSW ທີ່ເອີ້ນວ່າ "epi-watch" ບ່ອນທີ່ເຮົາລາຍງານ ກ່ຽວກັບການເຈັບປ່ວຍທາງເດີນຫາຍໃຈ ທີ່ຮຸນແຮງ ທີ່ຍັງບໍ່ທັນໄດ້ຮັບການວິເຄາະໃດໆ ທີ່ເກີດຂຶ້ນ ໂດຍສະເພາະໃນບ່ອນທີ່ມີການລະບາດຂອງໄວຣັສນົກ. ເພາະວ່າ ມັນຈະເກີດຂຶ້ນຢ່າງແນ່ນອນ. ທ່ານຈະເຫັນໄວຣັສ ໄຂ້ຫວັດສັດປີກ ຫຼາຍຊະນິດ ໃນສັດ ແລະນົກ, ແລ້ວທັນໃດ ທ່ານຈະເລີ່ມເຫັນ ການລະບາດຂອງພະຍາດປອດອັກເສບ, ເຊັ່ນດຽວກັບມັນ (COVID) ໄດ້ເລີ່ມໃນ Wuhan ໃນປີ2020-ທ້າຍປີ2019."
ເນື້ອເລື່ອງໂດຍ Alex Anyfantis ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌