ທຸກຢ່າງທີ່ທ່ານຕ້ອງເຮັດ ຖ້າທ່ານປະສົບອຸບັດເຫດທາງຣົດ ໃນອອສເຕຣເລັຍ

Car Crash

Car Crash Source: Moment RF / Witthaya Prasongsin/Getty Images

ການມີສ່ວນກ່ຽວຂ້ອງໃນການຕຳກັນ ຂອງຍານພາຫະນະ ອາດຈະເປັນເລື້ອງຫຍຸ້ງຍາກ, ເຖິງແມ່ນວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ແລະຄວາມເສັຍຫາຍຕໍ່ຣົດຫຼື ຊັບສິນຈະເລັກນ້ອຍກໍຕາມ. ນີ້ແມ່ນຄໍາແນະນໍາແຕ່ລະຂັ້ນຕອນ ຂອງທ່ານ ກ່ຽວກັບສິ່ງທີ່ຄວນເຮັດ ຖ້າວ່າທ່ານມີສ່ວນກ່ຽວຂ້ອງ ໃນອຸບັດຕິເຫດທາງຣົດ ບໍ່ວ່າຈະຮ້າຍແຮງຂນາດໃດ ໃນອອສເຕຣເລັຍ, ວິທີ ທີ່ທ່ານສາມາດຊອກຫາການຊ່ວຍເຫຼືອ, ແລະສິດທິຂອງທ່ານແມ່ນຫຍັງ ຖ້າຫາກວ່າທ່ານເປັນຝ່າຍຜິດຫຼືບໍ່.


ຈຸດສຳຄັນ
  • ຜູ້ຂັບຣົດທຸກຄົນທີ່ມີສ່ວນກ່ຽວຂ້ອງກັບອຸບັດຕິເຫດທາງຣົດ ຕ້ອງຢຸດຕາມກົດຫມາຍ ແລະແລກປ່ຽນລາຍລະອຽດ.
  • ຕໍາຫລວດໃນອອສເຕຣເລັຍ ຈໍາເປັນຕ້ອງເຂົ້າຮ່ວມ ໃນກໍຣະນີຂອງການຕຳກັນທີ່ຮ້າຍແຮງເທົ່ານັ້ນ ຊຶ່ງມີການບາດເຈັບ, ຫຼືປັດຈັຍອື່ນໆ ທີ່ອາດຈະຜິດກົດຫມາຍ ແລະປັດຈັຍທີ່ກ່ຽວຂ້ອງອື່ນໆ.mpounding factors involved.
  • ໃນກໍລະນີສ່ວນໃຫຍ່, ຜູ້ຂັບຂີ່ທີ່ກ່ຽວຂ້ອງກັບການຕຳກັນເລັກໆນ້ອຍໆ ສາມາດເຮັດຕາມຂັ້ນຕອນຕໍ່ໄປ ດ້ວຍຕົນເອງ.
  • ຜູ້ທີ່ກ່ຽວຂ້ອງ ກັບອຸປະຕິເຫດການຂົນສົ່ງ ອາດສາມາດຍື່ນຮຽກຮ້ອງ ຄ່າເສັຍຫາຍ ຫຼືການບາດເຈັບ ຜ່ານການປະກັນພັຍຣົດສ່ວນຕົວ, ປະກັນພັຍ CTP ຫຼືຄ່າຊົດເຊີຍຄົນງານ (Workers Compensation), ຂຶ້ນກັບສະພາບການຂອງເຂົາເຈົ້າ.
ໃນອອສເຕຣເລັຍ, ການບໍ່ຢຸດຫຼັງຈາກຣົດຕໍາກັນ ເປັນຄວາມຜິດ.

ສິ່ງທໍາອິດທີ່ຕ້ອງເຮັດ ຫຼັງຈາກເກີດອຸບັດຕິເຫດ ແມ່ນໃຫ້ແນ່ໃຈວ່າ ທຸກຄົນທີ່ກ່ຽວຂ້ອງ ມີຄວາມປອດພັຍ ແລະຢືນຢັນວ່າ ບໍ່ມີໃຜຕ້ອງການການຊ່ວຍເຫຼືອທາງການແພດທັນທີ.

"ໃຫ້ແນ່ໃຈວ່າ ທ່ານປອດພັຍໃນຣົດຂອງທ່ານ ແລະວ່າຄົນອື່ນປອດພັຍ. ນັ້ນຮວມທັງການຊອກຫາອັນຕະລາຍຢູ່ຮອບຣົດຂອງທ່ານ ແລະຣົດຄັນອື່ນໆ." ນາຍຕໍາຫຼວດ NSW, ທ່ານ Scott Stafford ຈາກກອງບັນຊາການ ຈະຣາຈອນ ແລະທາງຫລວງອະທິບາຍ.
LISTEN TO MORE FROM THE SETTLEMENT GUIDE
ENGLISH_SETTLEMENT_GUIDE_DRIVING LICENSE_280223 image

How to get an Australian driver’s licence

SBS English

10:53
"ຖ້າຫາກວ່າ ທ່ານກໍາລັງຍ່າງອ້ອມຣົດ, ໃຫ້ເຝົ້າເບິ່ງສິ່ງທີ່ຢູ່ອ້ອມຂ້າງທ່ານ ເພາະວ່າ(ຣົດອື່ນໆ)ອາດຈະເປັນອັນຕະລາຍຕໍ່ທ່ານ ຫຼາຍກວ່າອຸປະຕິເຫດຂອງທ່ານ, ຊຶ່ງອາດຈະເປັນອຸບັດຕິເຫດເລັກນ້ອຍ. ຖ້າຫາກວ່າມັນປອດພັຍ, ແລ້ວຍ້າຍຍານພາຫະນະອອກຈາກເສັ້ນທາງຫຼັກ ໄປທີ່ສະຖານທີ່ ທີ່ປອດພັຍເພື່ອແລກປ່ຽນລາຍລະອຽດ."

ຖ້າຜູ້ໃດໄດ້ຮັບບາດເຈັບ, ທ່ານຕ້ອງໂທຫາ Triple zero (000) ທັນທີ ເພື່ອຂໍຄວາມຊ່ວຍເຫຼືອ, ແລະທຳການປະຖົມພະຍາບານຖ້າຫາກວ່າທ່ານສາມາດເຮັດໄດ້. ເຈົ້າໜ້າທີ່ ສຸກເສີນ ຈະໂທຫາຕໍາຫຼວດ ແລະຫນ່ວຍບໍຣິການອື່ນໆທີ່ກ່ຽວຂ້ອງ ເພື່ອເຂົ້າຮ່ວມສະຖານທີ່ດັ່ງກ່າວ ເຊັ່ນ: ຣົດພະຍາບານ ຫຼືຫນ່ວຍບໍຣິການດັບໄຟ ເນື່ອງຈາກເຫດການທີ່ເກີດຂຶ້ນ ຈະຖືກຈັດວ່າເປັນການຕຳກັນຢ່າງແຮງ.

ທ່ານ Sergeant Stafford ກ່າວຕື່ມວ່າ "ການຕຳກັນຄັ້ງໃຫຍ່ ແມ່ນບ່ອນທີ່ຄົນຕິດຢູ່(ໃນຣົດ), ເສັຍຊີວິດ, ຫລືໄດ້ຮັບບາດເຈັບ, ຫຼືຜູ້ຂັບຣົດຄົນໃດ ປາກົດວ່າ ໄດ້ຮັບຜົນກະທົບຈາກເຫລົ້າ ຫລືຢາເສບຕິດ, ຫຼືຖ້າຫາກວ່າຝ່າຍໃດ ທີ່ມີສ່ວນກ່ຽວຂ້ອງ ໃນການຕຳກັນບໍ່ຢຸດ ແລະ/ຫຼືບໍ່ແລກປ່ຽນ ລາຍລະອຽດຂອງເຂົາເຈົ້າ."
One Dead Following Sydney Harbour Bridge Car Crash
Police and local authorities work to clear the Harbour Bridge following a fatal crash earlier in the morning on the Harbour Bridge on August 27, 2020 in Sydney, Australia. Credit: James D. Morgan/Getty Images
ຕໍາຫລວດຈະໄປຮ່ວມສະຖານທີ່ເກີດອຸບັດເຫດ ເມື່ອມີອັນຕະລາຍຢູ່ຕາມຫົນທາງ, ກີດຂວາງການຈະຣາຈອນ ຫຼືຖ້າມີຍານພາຫະນະຫນັກກ່ຽວຂ້ອງ. ຕໍາຫລວດຍັງສາມາດເຂົ້າມາແຊກແຊງໄດ້ ຖ້າຫາກຜູ້ໃດມີຄວາມຕົກໃຈຫລາຍ ຫລືຮູ້ສຶກຢ້ານກົວ ຈາກການຂົ່ມຂູ່ຂອງອີກຝ່າຍໜຶ່ງ.

ເຖິງຢ່າງໃດກໍຕາມ, ໃນການຕຳກັນເລັກນ້ອຍ ສ່ວນໃຫຍ່ທີ່ບໍ່ມີໃຜໄດ້ຮັບບາດເຈັບ, ທັງສອງຝ່າຍ ສາມາດເລີ່ມແກ້ໄຂບັນຫາລະຫວ່າງເຂົາເຈົ້າໄດ້. ຕໍາຫຼວດ ບໍ່ຈໍາເປັນຕ້ອງເຂົ້າຮ່ວມ ໃນທີ່ເກີດເຫດ ຫຼືເລີ່ມທໍາການສອບສວນ ທາງອາຍາ ກ່ຽວກັບອຸບັດຕິເຫດເລັກນ້ອຍ.

ຖ້າຫາກວ່າ ຣົດທັງສອງສາມາດຂັບໄດ້ຢູ່, ທ່ານຄວນຊອກຫາບ່ອນຈອດຣົດທີ່ປອດພັຍ ໃນການຈອດຢູ່ຂ້າງທາງ ເພື່ອໃຫ້ມີການສົນທະນາສັ້ນໆ ແລະແລກປ່ຽນຂໍ້ມູນທະບຽນຂອງຍານພາຫະນະ ແລະລາຍລະອຽດ ໃບອະນຸຍາດຂອງຜູ້ຂັບຂີ່.

"ທ່ານສາມາດ ຖ່າຍຮູບຣົດແຕ່ລະຄັນ ພ້ອມທັງປ້າຍທະບຽນ. ຖ່າຍຮູບຄວາມເສັຍຫາຍຂອງຣົດ ແລ້ວຖ່າຍຮູບໃບອະນຸຍາດຂັບຂີ່ຂອງຜູ້ອື່ນ ແລ້ວທ່ານອາດຈະຂໍເບີຕິດຕໍ່ເຊັ່ນກັນ. ດັ່ງນັ້ນ, ລາຍລະອຽດທັງຫມົດເຫຼົ່ານັ້ນໃນການຕຳກັນເລັກນ້ອຍ ເພື່ອມອບໃຫ້ກັບບໍຣິສັດປະກັນພັຍຂອງທ່ານ, ແລະຈາກນັ້ນ ບໍຣິສັດປະກັນພັຍກໍຈະຫາວ່າໃຜເປັນຝ່າຍຜິດ ໃນອຸບັດຕິເຫດ ແລະຈະຕິດຕາມອີກຝ່າຍຫນຶ່ງ ໃນການແກ້ໄຂສິ່ງຕ່າງໆ." ທ່ານ Sergeant Stafford ກ່າວ.

ການຍື່ນຮຽກຮ້ອງຄ່າເສັຍຫາຍປະກັນພັຍຣົດສ່ວນຕົວ

ຖ້າທ່ານມີປະກັນພັຍຣົດສ່ວນຕົວ, ທ່ານອາດຈະຕ້ອງການຕິດຕໍ່ ຜູ້ຮັບປະກັນຂອງທ່ານ ໂດຍໄວເທົ່າທີ່ຈະໄວໄດ້ ເພື່ອລາຍງານເຫດການທີ່ເກີດຂຶ້ນ.

"ເມື່ອທ່ານຍື່ນຮຽກຮ້ອງຄ່າເສັຍຫາຍປະກັນພັຍ, ຖ້າທ່ານບໍ່ແມ່ນຝ່າຍຜິດ, ຖ້າທ່ານບໍ່ມີຊື່ ແລະທີ່ຢູ່ຂອງອີກຝ່າຍຫນຶ່ງ, ຜູ້ປະກັນຂອງທ່ານຈະໃຫ້ທ່ານຈ່າຍສ່ວນເກີນ, ແຕ່ຖ້າຫາກວ່າທ່ານມີຂໍ້ມູນນັ້ນ, ພວກເຂົາຈະບໍ່ໃຫ້ທ່ານຈ່າຍສ່ວນເກີນ. ຂໍໃຫ້ສັງເກດວ່າ ຖ້າຫາກວ່າມີພະຍານ ຫຼືຮູບພາບຈາກກ້ອງວົງຈອນປິດ (CCTV) ໃດໆ ທີ່ອາດຈະເປັນປໂຍດ ໃນພາຍຫນ້າ ຖ້າຫາກວ່າມີບັນຫາກ່ຽວກັບວ່າ ໃຜເປັນຝ່າຍຜິດ" Jane Foley, ທະນາຍຄວາມອາວຸໂສຂອງ Financial Rights ແນະນຳ.

Men Using Mobile Phone Against Crashed Cars
If you are not at fault, it is critical to obtain the details of the other party to avoid unnecessary repair costs. Credit: Tanasin Srijaroensirikul / EyeEm/Getty Images
ເຖິງຢ່າງໃດກໍຕາມ, ຖ້າຫາກວ່າທ່ານ ບໍ່ໄດ້ເປັນຝ່າຍຜິດຢ່າງຊັດເຈນ ແລະອີກຝ່າຍຫນຶ່ງ ມີການປະກັນພັຍສ່ວນຕົວ, ທ່ານນາງ Foley ກ່າວວ່າ ທ່ານອາດສາມາດໃຫ້ຜູ້ຂັບຂີ່ຝ່າຍນັ້ນເສັຍຫາຍ ໃນການປະກັນພັຍຂອງເຂົາ, ດັ່ງນັ້ນ ທ່ານກໍຈະປະຢັດໃນການຍື່ນຮຽກຮ້ອງຄ່າເສັຍຫາຍຂອງທ່ານ.

'ສິ່ງທີ່ດີທີ່ສຸດທີຄວນເຮັດ ແມ່ນເອົາຣົດຂອງທ່ານໄປຫາຊ່າງຂອງທ່ານເອງ ແລະເຮັດການປະເມີນ. ເມື່ອທ່ານໄດ້ຮັບໃບສເນີຣາຄາແລ້ວ, ສົ່ງໃບສເນີຣາຄາ ແລະຮູບຖ່າຍແລະການປະເມີນໃຫ້ກັບຜູ້ຂັບອີກຝ່າຍນຶ່ງ. ແລ້ວຜູ້ຂັບອີກຝ່າຍນຶ່ງ ກໍຄົງຈະສົ່ງໃຫ້ຜູ້ປະກັນຂອງເຂົາ ແລະຜູ້ປະກັນຈະຕິດຕໍ່ຫາທ່ານໂດຍກົງ."
ຜູ້ປະກັນຂອງອີກຝ່າຍຫນຶ່ງ ຈະພະຍາຍາມໃຫ້ທ່ານພາຣົດຂອງທ່ານ ໄປຫາຊ່າງຂອງພວກເຂົາ. ທ່ານບໍ່ຈຳເປັນຕ້ອງເຮັດແບບນັ້ນ. ທ່ານບໍ່ຈໍາເປັນຕ້ອງມີຫຼາຍການປະເມີນ ພວກເຂົາບໍ່ມີສິດທີ່ຈະເຫັນ ຫຼືກວດສອບຣົດຂອງທ່ານ.
Jane Foley, Financial Rights Senior Solicitor
ທ່ານນາງ Foley ກ່າວວ່າ ເພື່ອຈະໄດ້ຮັບການຈ່າຍເງິນທົດແທນຄ່າເສັຍຫາຍໂດຍກົງ ຈາກຜູ້ປະກັນພັຍຂອງຜູ້ຂັບຣົດອີກຝ່າຍນຶ່ງ, ທ່ານຕ້ອງສົ່ງຈົດຫມາຍຮຽກຮ້ອງໄປຫາເຂົາເຈົ້າ. ຢ່າງໃດກໍຕາມ, ຜູ້ປະກັນອາດຕັດສິນໃຈເຈຣະຈາຈໍານວນເງິນ ຫຼືປະເມີນໃບສເນີຣາຄາຂອງທ່ານ.

"ຖ້າຫາກວ່າ ຈໍານວນເງິນທີ່ທ່ານຕ້ອງການ ຫນ້ອຍກວ່າ 15,000 ໂດລາ ແລະຜູ້ປະກັນຂອງອີກຝ່າຍໜຶ່ງບໍ່ ໃຫ້ຄວາມຮ່ວມມື, ທ່ານສາມາດຍື່ນຄໍາຟອ້ງຮ້ອງຕໍ່ພວກເຂົາເຈົ້າ ກັບເຈົ້າຫນ້າທີ່ການເງິນຂອງອອສເຕຣເລັຍ. ມັນເປັນໂຄງການແກ້ໄຂຂໍ້ຂັດແຍ່ງ ທາງອິນເຕີເນັດໂດຍບໍ່ເສັຍຄ່າ, ແລະພວກເຂົາເຈົ້າ ຈະຕັດສິນ ແລະກໍແມ່ນການພະຍາຍາມແກ້ໄຂບັນຫາລະຫວ່າງຄູ່ກໍຣະນີ.

"ຖ້າຈໍານວນເງິນຫຼາຍກວ່າ 15,000 ໂດລາ ແລະຜູ້ປະກັນບໍ່ມາເຈຣະຈາ, ທ່ານຈະຕ້ອງຟ້ອງເຂົາເຈົ້າ ໃນສານທ້ອງຖິ່ນ. ແຕ່ກ່ອນທີ່ທ່ານຈະເຮັດແບບນັ້ນ ,ຂ້າພະເຈົ້າຂໍແນະນໍາຢ່າງຫນັກແຫນ້ນ ໃຫ້ທ່ານໄດ້ຮັບຄໍາແນະນໍາທາງກົດຫມາຍເປັນການສ່ວນຕົວ."
Damaged bumpers from car accident
Credit: Peter Stark/Getty Images/fStop

ເມື່ອທ່ານເປັນຝ່າຍຜິດ

ຖ້າຫາກທ່ານເປັນຝ່າຍຜິດ ແລະທ່ານມີປະກັນພັຍ, ທ່ານສາມາດຍື່ນຮຽກຮ້ອງຄ່າເສັຍຫາຍກັບບໍຣິສັດປະກັນພັຍຂອງທ່ານ.

ຢ່າງໃດກໍຕາມ ,ຖ້າຫາກວ່າທ່ານເປັນຝ່າຍຜິດແລະທ່ານບໍ່ມີປະກັນພັຍ, ທ່ານຄົງຈະໄດ້ຮັບຈົດຫມາຍຮຽກຮ້ອງ ແລະໃບສເນີຣາຄາຂອງອີກຝ່າຍຫນຶ່ງ ສໍາລັບການສ້ອມແປງ. ແຕ່ກໍມີທາງໃນການເຈຣະຈາ.

"ສິ່ງທີ່ດີທີ່ສຸດທີ່ຄວນເຮັດ ແມ່ນການຖ່າຍຮູບ ແລະໃບສເນີຣາຄາ ໄປຫາຊ່າງຂອງທ່ານເອງ ແລະຂໍຄໍາເຫັນທີສອງ. ທ່ານສາມາດເຈຣະຈາການຊໍາລະເງິນ, ຖ້າຫາກວ່າທ່ານບໍ່ສາມາດທີ່ຈະຈ່າຍເງິນກ່ອນ, ແລະທ່ານສາມາດສເນີທີ່ຈະຈ່າຍເງິນກ້ອນໃນຈໍານວນເງິນທີ່ຫຼຸດລົງ. ແຕ່ວ່າ, ຂ້າພະເຈົ້າຂໍແນະນໍາໃຫ້ທ່ານຂໍຄໍາແນະນໍາທາງກົດຫມາຍ." ລາວກ່າວຢ້ຳ.
Car crash against telephone pole by road
The Financial Rights website offers sample letters of demand and the Motor Vehicle Accident Problem Solver, an online tool to help navigate a variety of situations, depending on your jurisdiction and circumstances. Credit: Erik Von Weber/Getty Images

ການປະກັນພັຍພາກບັງຄັບຂອງບຸກຄົນທີສາມ (CTP)

ຖ້າທ່ານໄດ້ຮັບບາດເຈັບທາງຮ່າງກາຍ ຫຼືທາງຈິດໃຈ ໃນອຸບັດຕິເຫດການຂົນສົ່ງ, ທ່ານອາດຈະສາມາດຍື່ນຮຽກຮ້ອງຕໍ່ການປະກັນພັຍພາກບັງຄັບຂອງບຸກຄົນທີສາມ (CTP) ໃນຣັດ ຫຼືເຂດປົກຄອງຂອງທ່ານ.

ເຈົ້າຂອງຍານພາຫະນະ ຈ່າຍຄ່າປະກັນພັຍພາກບັງຄັບຂອງບຸກຄົນທີສາມ (CTP) ຂອງເຂົາເຈົ້າຕອນລົງທະບຽນຣົດ. CTP ຈະບໍ່ຈ່າຍຄ່າສ້ອມແປງຣົດ, ແຕ່ມັນກວມເອົາຄວາມເສັຍຫາຍຕໍ່ຊັບສິນ, ແລະການປິ່ນປົວ ສໍາລັບຄົນທີ່ໄດ້ຮັບບາດເຈັບ ໃນອຸບັດຕິເຫດການຂົນສົ່ງ ຖ້າເຫດການທີ່ ເກີດຂຶ້ນບໍ່ໄດ້ກ່ຽວຂ້ອງກັບວຽກ.

ຄນະກັມມາທິການຂົນສົ່ງ ແລະ ອຸບັດເຫດ (TAC) ເປັນຜູ້ປະກັນພັຍ CTP ທີ່ບໍ່ມີຄວາມຜິດ (No-fault CTP Insurer) . TAC ສນັບສນູນຊາວວິກຕໍເຣັຍ ທີ່ໄດ້ຮັບບາດເຈັບ ໃນອຸບັດຕິເຫດຂົນສົ່ງ, ບໍ່ວ່າໃຜເປັນຜູ້ກໍ່ເຫດ.

"ພວກເຮົາຈ່າຍສໍາລັບສິ່ງຕ່າງໆເຊັ່ນ GP ຫຼືຣິການຜູ້ຊ່ຽວຊານ, ການບໍຣິການໃນໂຮງຫມໍ, ບໍຣິການວິຈັຍ, ການບໍຣິການປະເພດເຫຼົ່ານັ້ນ, ແຕ່ ພວກເຮົາມີບໍຣິການອື່ນໆເຊັ່ນ: ກາຍະພາບບຳບັດ (Physiotherapy), ບຳບັດທາງຈິດ(ການປິ່ນປົວທາງຈິດ-Psychiatric therapy), ການສນັບສນູນຊ່ອຍໃຫ້ກັບຄືນໄປເຮັດວຽກ, ການບໍຣິການດູແລສ່ວນບຸກຄົນ, ເຊັ່ນການເຮັດສວນ ແລະການທຳຄວາມສະອາດ, ການທົດແທນລາຍໄດ້ ແລະຄ່າທົດແທນ (Compensation) ອີກດ້ວຍ."

ຄົນທີ່ໄດ້ຮັບບາດເຈັບໃນອຸບັດຕິເຫດທາງຣົດທີ່ກ່ຽວຂ້ອງກັບການເຮັດວຽກ ຕ້ອງຮຽກຮ້ອງຄ່າທົດແທນ (Compensation) ຜູ້ບໍຣິສັດປະກັນພັຍຂອງນາຍຈ້າງແທນ.

ຂໍ້ມູນ:


Share