ໃຫ້ລະວັງການອອກກຳລັງກາຍໃນລະດູຮ້ອນ

melbourne lockdown

ຄົນອອກກຳລັງກາຍໃນ Albert Park Lake, Melbourne. Source: Getty / Daniel Pockett/Getty Images

ໃນຂນະທີ່ ອຸນຫະພູມສູງຂຶ້ນທົ່ວອອສເຕຣເລັຍ, ທ່ານຫມໍກ່າວວ່າ ຊາວອອສເຕຣເລັຍ ຄວນຫລີກເວັ້ນ ຈາກການອອກກໍາລັງກາຍ ໃນຄື້ນຄວາມຮ້ອນ. ທ່ານຫມໍເຕືອນຜູ້ຄົນ ໃຫ້ເອົາໃຈໃສ່ຕໍ່ຮ່າງກາຍຢ່າງໃກ້ຊິດ ໃນຂນະທີ່ອອກກໍາລັງກາຍນອກເຮືອນ ໃນອຸນຫະພູມສູງ ຊຶ່ງອາດທໍາລາຍອະໄວຍະວະຂອງເຂົາເຈົ້າ ຢ່າງຖາວອນ.


ໃຫ້ລະວັງການອອກກຳລັງກາຍໃນລະດູຮ້ອນ.

ທ່ານຫມໍເຕືອນຜູ້ຄົນ ໃຫ້ເອົາໃຈໃສ່ຕໍ່ຮ່າງກາຍຢ່າງໃກ້ຊິດ ໃນຂນະທີ່ອອກກໍາລັງກາຍນອກເຮືອນ ໃນອຸນຫະພູມສູງ ຊຶ່ງອາດທໍາລາຍອະໄວຍະວະຂອງເຂົາເຈົ້າ ຢ່າງຖາວອນ.

ໃນຂນະທີ່ ອຸນຫະພູມສູງຂຶ້ນທົ່ວ, ທ່ານຫມໍກ່າວວ່າ ຊາວອອສເຕຣເລັຍ ຄວນຫລີກເວັ້ນ ຈາກການອອກກໍາລັງກາຍ ໃນຄື້ນຄວາມຮ້ອນ.

Shivé Prema, Svetlana Printcev, Sydney Lang ລາຍງານ.

ໃນຂນະທີ່ ຂອງອອສເຕຣເລັຍ ຢູ່ໃນລະດູຮ້ອນ ແລະສະຖິຕິຄວາມຮ້ອນຍັງສືບຕໍ່ຖືກທຳລາຍ, ຜູ້ຊ່ຽວຊານດ້ານສຸຂະພາບ ກໍາລັງເຕືອນຜູ້ຄົນເຖິງອັນຕະຣາຍ ຂອງການອອກກໍາລັງກາຍ ໃນຄວາມຮ້ອນສູງ.

Sydney ຫາກໍໄດ້ປະສົບກັບລະດູທີ່ຮ້ອນທີ່ສຸດ ເປັນເວລາສິບສີ່ມື້ ຂອງລະດູຮ້ອນເປັນປວັດການ ໃນຮອບກວ່າ ຫນຶ່ງຮ້ອຍຫົກສິບ ປີ.

ເຖິງຢ່າງໃດກໍຕາມ, ອຸນຫະພູມທີ່ສູງຂຶ້ນນັ້ນ ໄດ້ພິສູດວ່າ ບໍ່ແມ່ນອຸບປະສັກ ສໍາລັບນັກຜູ້ກໍາລັງກາຍກາງແຈ້ງເປັນປະຈໍາ ຂອງ Bondi Beach ບາງຄົນ, ຜູ້ທີ່ກ່າວວ່າ ສະພາບອາກາດ ບໍ່ແມ່ນຂໍ້ແກ້ຕົວ ສໍາລັບການເລີກອອກກໍາລັງກາຍ.

ສຽງທີນຶ່ງ 1: "ມັນບໍ່ເຄີຍຮ້ອນເກີນໄປ ທີ່ຈະອອກກຳລັງກາຍ ຢູ່ນອກເຮືອນ,ມັນບໍ່ຮ້ອນພໍ."

ສຽງທີ 2: "ມັນບໍ່ແມ່ນສໍາລັບຂ້ອຍ, ອຸນຫະພູມທີ່ສູງກວ່າສາມສິບ ມັນເປັນຄືກັບອັນຕະລາຍ"

ສຽງທີ 3: "ລະຫວ່າງສາມສິບ ຫາສີ່ສິບອົງສາ. ທ່ານສາມາດໃຊ້ອຸນຫະພູມໃດກໍໄດ້ ທີ່ຈະເປັນຂໍ້ແກ້ຕົວ ທີ່ຈະບໍ່ອອກກຳລັງກາຍ, ແຕ່ວ່າທີ່ Bondi ມັນບໍ່ເຄີຍຮ້ອນເກີນໄປ."

ແຕ່ໝໍຊ່ຽວຊານ ຂອງມະຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ(Australian National University) ແລະນັກຄົ້ນຄວ້າລະດັບປະຣິນຍາເອກ ກ່ຽວກັບຄວາມຮ້ອນ ແລະສຸຂພາບໃນ Northern Territory, Doctor Simon Quilty ແລະທ່ານກ່າວວ່າ ການຄົ້ນຄວ້າ ສະແດງໃຫ້ເຫັນວ່າ ການອອກກໍາລັງກາຍ ໃນຄວາມຮ້ອນທີ່ສູງ ອາດມີຜົນສະທ້ອນຕໍ່ຮ່າງກາຍ ຢ່າງຖາວອນ.

ທ່ານຫມໍ Quilty ກ່າວວ່າ ຜົນກະທົບຂອງການອອກກໍາລັງກາຍ ເປັນເວລານານ ໃນອາກາດຮ້ອນ ເປັນສິ່ງທີ່ທ່ານຫມໍ ໄດ້ເຂົ້າໃຈແທ້ໆ ໃນໄລຍະ ຫ້າ ຫລື ຫົກປີ ທີ່ຜ່ານມາເທົ່ານັ້ນ.

"ໃນຂນະທີ່ ການຄົ້ນຄວ້າກຳລັງອອກມາ, ມັນກໍຈະຊັດແຈ້ງຂຶ້ນເລື້ອຍໆ ວ່າການອອກກໍາລັງ ເປັນເວລາດົນນານ ໃນອາກາດຮ້ອນ ຈະສ້າງຄວາມເສັຍຫາຍ ໃຫ້ແກ່ຮ່າງກາຍຂອງທ່ານ ຢ່າງຖາວອນ ແລະແນນອນວ່າ ຈະສ້າງຄວາມເສັຍຫາຍຖາວອນ ໃຫ້ແກ່ຫມາກໄຂ່ຫລັງຂອງທ່ານ. ແລະນັ້ນ, ເປັນສິ່ງທີ່ພວກເຮົາຮູ້ຈັກກັນແທ້ໆ ໃນໄລຍະຫ້າຫລືຫົກປີ ທີ່ຜ່ານມາເທົ່ານັ້ນ. ດັ່ງນັ້ນ, ບັນຫາຄວາມຮ້ອນສູງ ແລະວິທີ ທີ່ມັນມີປະຕິກິຣິຍາ ຕໍ່ຮ່າງກາຍຂອງເຮົາ ແມ່ນສິ່ງທີ່ເລີ່ມຖືກກວດສອບ ແລະຜູ້ຄົນ ຈະຕ້ອງເຝົ້າສັງເກດເບິ່ງ ຖ້າຫາກວ່າ ພວກເຂົາຕ້ອງການ ທີ່ຈະມີຊີວິດຍືນ, ແຂງແຮງ ແລະສຸຂະພາບດີ ແລະພວກເຮົາ ຕ້ອງຢູ່ໃນຂໍ້ຈໍາກັດ ຂອງສະພາບອາກາດ ທີ່ເຮົາກຳລັງອາສັຍຢູ່ໃນຂນະນີ້."

ການຄົ້ນຄວ້າ ສະແດງໃຫ້ເຫັນວ່າ ເມື່ອຮ່າງກາຍຂອງທ່ານເລີ່ມຮ້ອນຂຶ້ນ ສິ່ງທໍາອິດທີ່ໄດ້ຮັບຜົນກະທົບ ແມ່ນສມອງ.

ທ່ານຫມໍ Quilty ກ່າວວ່າ ການອອກກໍາລັງກາຍ ໃນອຸນຫະພູມສູງ ບໍ່ພຽງແຕ່ຈະສ້າງຄວາມເສັຍຫາຍ ໃຫ້ແກ່ອະໄວຍະວະຂອງທ່ານເທົ່ານັ້ນ ແຕ່ຍັງສາມາດ ນໍາໄປສູ່ການຕັດສິນໃຈ ທີ່ເປັນອັນຕະຣາຍນໍາອີກ.

"ໃນຂນະ ທີ່ຮ່າງກາຍຂອງທ່ານຮ້ອນຂຶ້ນ, ອະໄວຍະວະທັງຫມົດຂອງທ່ານເລີ່ມຕົກຢູ່ພາຍໃຕ້ຄວາມເຄັ່ງຕຶງ ແລະພວກເຮົາ ມີຊີວະວິທະຍາ ປັບໂຕເຂົ້າກັບສະພາບອຸນຫະພູມ (Acclimatisation) ທີ່ສ້າງຂື້ນ ພາຍໃນໂຕພວກເຮົາ ເພື່ອພະຍາຍາມຮັບມື ກັບຄວາມຮ້ອນນັ້ນ ແລະຫນຶ່ງໃນອະໄວຍະວະທໍາອິດ ທີ່ໄດ້ຮັບຜົນກະທົບ ຈາກຄວາມຮ້ອນ ແມ່ນສມອງຂອງທ່ານ. ສະນັ້ນ, ທ່ານສາມາດຕັດສິນໃຈ ທີ່ບໍ່ດີ ກ່ຽວກັບການຂ້າມ ຖນົນ, ທ່ານສາມາດຕັດສິນໃຈທີ່ບໍ່ດີ ກ່ຽວກັບການແລ່ນຕໍ່ໄປຂອງທ່ານ ແລະແລ້ວ ອະໄວຍະວະອື່ນໆ ເລີ່ມມີສ່ວນຮ່ວມ. ດັ່ງນັ້ນ, ສັນຍານທໍາອິດແມ່ນການຕັດສິນໃຈທີ່ບໍ່ດີ, ທ່ານກໍເລີ່ມຮູ້ສຶກຮ້ອນ ແລະຫິວນໍ້າຫຼາຍ,ບາງຄົນເລີ່ມຮູ້ສຶກວ່າ ຕົນເອງເປັນໄຂ້ ຫຼືມີໝາກໜາວລຸກ (goose-pimples) ຕາມຮ່າງກາຍຂອງເຂົາເຈົ້າ, ແລະນັ້ນ ແມ່ນຮ່າງກາຍຂອງເຂົາເຈົ້າ ເລີ່ມທີ່ຈະບໍ່ສາມາດຮັບມື ກັບຄວາມຮ້ອນໄດ້. ແລະຈາກນັ້ນ,ທ່ານຈະໄດ້ຮັບຜົນສະທ້ອນໄປບ່ອນອື່ນຂອງຮ່າງກາຍ ຈາກການຂຍາຍຂອງຄວາມຮ້ອນ ພາຍໃນຮ່າງກາຍຂອງທ່ານ ແລະອະໄວຍະວະຂອງທ່ານ ຈະເລີ່ມໄດ້ຮັບຜົນກະທົບຢ່າງແທ້ຈິງ."

ໃນຂນະທີ່ ສະພາບອາກາດຍັງສືບຕໍ່ຮ້ອນຂຶ້ນ ທົ່ວອອສເຕຣເລັຍ,ທ່ານຫມໍ Quilty ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຈະໃຫ້ຮ່າງກາຍຂອງພວກເຮົາ ປັບຕົວໃຫ້ເຂົ້າກັບຄວາມຮ້ອນ.

ທ່ານກ່າວວ່າ ຄົນທີ່ໃຊ້ຊີວິດຢູ່ໃນສະພາບທີ່ຮ້ອນກວ່າ ມັກຈະສາມາດທົນທານຕໍ່ຄວາມຮ້ອນໄດ້ດີກວ່າ ຄົນທີ່ຢູ່ໃນສະພາບອາກາດທີ່ຫນາວເຢັນ. ແຕ່ທ່ານຍັງເຕືອນອີກວ່າ ຄົນທີ່ໃຊ້ເວລາສ່ວນໃຫຍ່ ຢູ່ໃນຫ້ອງປັບອາກາດ (air-conditioned) ກໍມີການປັບຕົວໄດ້ຫນ້ອຍ ກວ່າຄົນທີ່ບໍ່ໄດ້ຢູ່ໃນຫ້ອງປັບອາກາດ.

ມີການເຕືອນວ່າ ແມ່ນແຕ່ຄົນທີ່ແຂງແຮງຫຼາຍກໍມີຄວາມສ່ຽງ ທີ່ຈະເກີດຄວາມຮ້ອນສູງເກີນໄປ ຖ້າເຂົາເຈົ້າເຮັດເກີນຂໍ້ຈໍາກັດ ຂອງຕົວເອງຫຼາຍເກີນໄປ.

"ຂ້າພະເຈົ້າ ຈື່ໄດ້ຢ່າງຊັດເຈນວ່າ ມີຊາຍຫນຸ່ມທີ່ແຂງແຮງຄົນຫນຶ່ງ ໄດ້ແລ່ນແຂ່ງຂັນ ຢູ່ເມືອງ Katherine ໃນ Northern Territory. ຕອນນັ້ນ ມັນແມ່ນຢູ່ໃນກາງຂອງລະດູເຢັນ, ແຕ່ອຸນຫະພູມຍັງຢູ່ທີ່ 33 ອົງສາ. ລາວໄດ້ແລ່ນໄວ ແລະໜັກ ແລະລາວໄດ້ລົ້ມລົງ ແລະລາວກໍມີອາການຂອງ (Rhabdomyolysis) ແລະກ້າມເນື້ອທັງຫມົດຂອງລາວໄດ້ລະລາຍ ແລະລາວກໍເກືອບຕາຍ ແລະຕ້ອງຖືກສົ່ງທາງອາກາດໄປDarwinບ່ອນທີ່ລາວຕ້ອງເຂົ້າ Intensive Care Unit. ສິ່ງນີ້, ສາມາດເກີດຂຶ້ນກັບຄົນຫນຸ່ມ ທີ່ແຂງແຮງ ແລະສຸຂພາບດີ. ພຽງແຕ່ຍ້ອນວ່າ ທ່ານແຂງແຮງ ແລະສຸຂະພາບດີ, ແຕ່ບໍ່ໄດ້ຫມາຍຄວາມວ່າ ທ່ານບໍ່ມີຄວາມສ່ຽງ ຕໍ່ຄວາມຮ້ອນ ແລະພວກເຮົາທຸກຄົນ ໃນຖານະສັງຄົມ ຕ້ອງເລີ່ມຮຽນຮູ້ ວິທີການໃຊ້ຊີວິດ ໃນສະພາບອາກາດທີ່ຮ້ອນຂຶ້ນ"

ດັ່ງນັ້ນ, ເມື່ອລະດູຮ້ອນຍັງສືບຕໍ່ ທໍາລາຍສະຖິຕິຄວາມຮ້ອນ, ທ່ານຫມໍ Quilty ແນະນໍາໃຫ້ອອກກໍາລັງກາຍໃນຕອນເຊົ້າ, ສວຍໂອກາດ ຕອນທີ່ເຢັນທີ່ສຸດຂອງມື້ ແລະຫຼີກເວັ້ນ ສິ່ງທີ່ອາດຈະເປັນ ການອອກກໍາລັງກາຍທີ່ເປັນອັນຕະຣາຍຕໍ່ຊີວິດ.

ເນື້ອເລື່ອງໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share