Scott Morrison ຄວບອີກຫຼາຍຕຳແໜ່ງໃນຂນະທີ່ເປັນນາຍົກ.

Former PM Scott Morrison apologises for being a man of many parts

ອະດີດ ນາຍົກຣັຖມົນຕີ Scott Morrison ກຳລັງກ່ວຂໍໂທດກ່ຽວກັບການນັ່ງຄວບຫຼາຍຕຳແໜ່ງ Source: AAP / Rick Rycroft/AP

ອະດີດ ນາຍົກຣັຖມົນຕີ Scott Morrison ໄດ້ຖືກພົບວ່າໄດ້ນັ່ງຄວບຕຳ ແໜ່ງຂອງ ຣັຖມົນຕີອີກ ນອກຈາກຕຳແນ່ງນາຍົກ. ໃນພັກ Liberal ເອງກໍມີທັງຄົນທີ່ຕ້ອງການໃຫ້ລາອອກ ແລະຜູ້ທີ່ປົກປ້ອງການກະທຳຂອງ Scott Morrison.


ນາຍົກຣັຖມົນຕີ Anthony Albanese ໄດ້ຢືນຢັນວ່າ ທ່ານ Scott Morrison ໄດ້ສາບານໂຕ ເຂົ້າຮັບຕໍາແຫນ່ງຢ່າງລັບໆ ໃນຈໍານວນ ຫ້າກະຊວງ ລະຫວ່າງ ເດືອນມີນາ ປີ2020 ຫາເດືອນພຶດສະພາ ປີ2021, ແລະກ່າວວ່າຄວາມລັບຂອງການແຕ່ງຕັ້ງນັ້ນແມ່ນການໂຈມຕີ ຕໍ່ປະຊາທິປະໄຕ.

ເພື່ອນຮ່ວມງານຂອງ ອະດີດນາຍົກຣັຖມົນຕີ ທ່ານນາງ Karen Andrews ກໍາລັງຮຽກຮ້ອງໃຫ້ອະດີດນາຍົກຣັຖມົນຕີ ລາອອກຈາກຕໍາແຫນ່ງ.

 ທະນາຍຄວາມຂອງຣັຖບານ ຈະໃຫ້ຄໍາແນະນໍາຂອງທ່ານຕໍ່ ນາຍົກຣັຖມົນຕີໃນວັນຈັນຫນ້ານີ້. Omoh Bello ລາຍງານ

ມີການເປີດເຜີຍວ່າທ່ານ Scott Morrison ໄດ້ສາບານຕົວ ເຂົ້າຮັບ ຕໍາແຫນ່ງ ເພີ່ມເຕີມ ຢ່າງລັບໆ, ນອກເໜືອຈາກບົດບາດຂອງທ່ານ ໃນຖານະນາຍົກຣັຖມົນຕີ, ໃນລະຫວ່າງເດືອນມິຖຸນາ 2020 ຫາເດືອນພຶດສະພາ 2021.

ໃນເບື້ອງຕົ້ນມີການຢັ້ງຢືນວ່າອະດີດຜູ້ນໍາໄດ້ຕຳແໜ່ງສາທາຣະນະສຸກ ແລະການເງິນໃນລະຫວ່າງການລະບາດຂອງພະຍາດ ໃນປີ 2020, ແຕ່ທ່ານໄດ້ບອກວິທຍຸ 2GB ວ່າມາດຕະການດັ່ງກ່າວ ໄດ້ດໍາເນີນໄປໃນເວລານັ້ນເພື່ອເປັນການປ້ອງກັນຄວາມປອດພັຍ.

"ແລະພວກເຂົາເຈົ້າໄດ້ຢູ່ທີ່ນັ້ນເພື່ອເປັນການປ້ອງກັນ, ພວກເຂົາເຈົ້າໄດ້ຢູ່ທີ່ນັ້ນເພື່ອເປັນການຊ້ຳຊ້ອນເພາະວ່າທັງສອງອໍານາດ, ອໍານາດຕຳແໜ່ງເຫຼົ່ານັ້ນ, ພວກເຂົາເຈົ້າບໍ່ໄດ້ຮັບການດູແລ ຄະນະຣັຖມົນຕີ ໃນທັງສອງກໍລະນີ ທີ່ມີຣັຖມົນຕີຫນ້ອຍກວ່າ, ຖ້າວ່າມີ, ໃນປະຫວັດສາດຂອງ ສະຫະພັນຂອງພວກເຮົາ."

 ນາຍົກຣັຖມົນຕີ Anthony Albanese ໄດ້ຢືນຢັນວ່າ ມີຈໍານວນຫ້າຕຳ ແໜ່ງທີ່ ທ່ານ Morrison ໄດ້ຮັບ.

"ລາວໄດ້ຖືກແຕ່ງຕັ້ງໃຫ້ເປັນຣັຖມົນຕີ ກະຊວງສາທາຣະນະສຸຂ ໃນວັນທີ 14 ມີນາ 2020. ກະຊວງການເງິນ ໃນວັນທີ 30 ມີນາ 2020. ກະຊວງພາຍໃນ ໃນວັນທີ 6 ພຶດສະພາ 2021, ກະຊວງການຄັງ ໃນວັນທີ 6 ພຶດສະພາ 2021. ແລະກະຊວງພະລັງງານ ແລະ ຊັບພະຍາກອນ ວິທະຍາສາດ ອຸດສາຫະກັມ ໃນວັນທີ 15 ເມສາ 2021."

ທະນາຍຄວາມຂອງຣັຖບານ ກ່າວວ່າ ການແຕ່ງຕັ້ງ ໄດ້ຖືກດຳເນີນຂຶ້ນຕາມມາດຕາ ທີ 64 ຂອງຣັຖທັມນູນ ຊຶ່ງສອດຄ່ອງ ກັບວິທີ ການແຕ່ງຕັ້ງຣັຖມົນຕີ ຕາມປົກກະຕິ.

ທ່ານ Albanese ໄດ້ສະແດງຄວາມດູໝິ່ນ ຕໍ່ສະຖານະການໂດຍກ່າວຫາຣັຖບານຊຸດກ່ອນວ່າ ດໍາເນີນການຢູ່ໃນຣັຖສະພາ ແບບລັບໆ ແລະ ບິດເບືອນ.

"ຂ້າພະເຈົ້າບໍ່ສາມາດຄິດເຖິງຈິດໃຈທີ່ໄດ້ສ້າງສິ່ງນີ້ຂຶ້ນມາ. ແລະຂ້າພະເຈົ້າ ຄິດບໍ່ເຖິງວ່າຄະນະຣັຖມົນຕີ ປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ. ຂ້າພະເຈົ້າຍັງຄິດບໍ່ເຖິງວ່າຄະນະຣັຖມົນຕີ ຂອງຄົນດຽວ ໄດ້ຖືກ ຈັດຕັ້ງຂຶ້ນ ແລະນັ້ນເປັນບັນຫາ ທີ່ພວກເຮົາ ໄດ້ຍົກຂຶ້ນມາ ເປັນຣະຍະເວລາໜຶ່ງແລ້ວ. ນີ້ເປັນ ການກ່າວຫາ ທີ່ໜ້າເສົ້າບໍ່ພຽງແຕ່ ທ່ານ Morrison ເທົ່ານັ້ນ ແຕ່ເພື່ອນຮ່ວມງານ ຂອງຄະນະກັມການ ທັງຫມົດຂອງເພິ່ນ ຜູ້ທີ່ໄດ້ແຕ່ນັ່ງເບິ່ງ ແລະປ່ອຍໃຫ້ເລື່ອງນີ້ເກີດຂຶ້ນ."

ເພື່ອນຮ່ວມງານຂອງທ່ານ Morrison ບາງຄົນອ້າງວ່າ ເຂົາເຈົ້າ ບໍ່ຮູ້ເຖິງສະຖານະການຂອງສິ່ງຕ່າງໆໃນເວລານັ້ນ ຮວມທັງ ພວກທີ່ກະຊວງຕ່າງໆຂອງຕົນເອງ ໄດ້ຖືກຍຶດເອົາໄປ ຊຶ່ງນຶ່ງໃນນັ້ນ ແມ່ນຣັຖມົນຕີ ກະຊວງພາຍໃນ ທ່ານນາງ Karen Andrews ຜູ້ທີ່ໄດ້ປະນາມການກະທໍາຂອງທ່ານ Morrison ເຊັ່ນກັນ.

ທ່ານນາງ Andrews ກ່າວວ່າ ການເປີດເຜີຍເຫລົ່ານີ້ ເຮັດໃຫ້ຄວາມໜ້າເຊື່ອຖືຂອງຣັຖບານ ລົ້ມເຫຼວ ແລະຮຽກຮ້ອງໃຫ້ທ່ານ Morrison ລາອອກຈາກຣັຖສະພາ.

"ເຖິງວ່າອາດຈະມີເຫດຜົນທີ່ດີ ວ່າເປັນຫຍັງລາວຈຶ່ງສາບານໂຕ ເຂົ້າເປັນຣັຖມົນຕີກະຊວງຕ່າງໆ, ແຕ່ເນື່ອງຈາກວ່າ ການແຕ່ງຕັ້ງນັ້ນບໍ່ໄດ້ຖືກສົນທະນາກັບ ຣັຖມົນຕີ ຮັບຜິດຊອບ ແລະວ່າບໍ່ມີການ ປະກາດຕໍ່ສາທາຣະນະກ່ຽວກັບສິ່ງທີ່ກໍາລັງເກີດຂຶ້ນ ແລະເປັນຫຍັງ ມັນຈຶ່ງເກີດຂຶ້ນ ນັ້ນເປັນທີ່ຍອມຮັບບໍ່ໄດ້ຢ່າງເດັດຂາດ. ທ່ານບໍ່ສາມາດ ປົກຄອງດ້ວຍຄວາມລັບ. ແລະຂ້າພະເຈົ້າຄິດວ່າ ໃນດ້ານການ ເປີດກວ້າງ ແລະຄວາມໂປ່ງໃສ, ຢ່າງຫນ້ອຍ, ມັນຄວນຈະການປະກາດຢ່າງເໝາະສົມກ່ຽວກັບວ່າເປັນຫຍັງ ການກະທໍານີ້ ຕ້ອງດຳເນີີນໄປ.ເພາະວ່າຂ້າພະເຈົ້າກໍບໍ່ຮູ້ຈະອະທິບາຍແນວໃດ. ຂ້າພະເຈົ້າຄິດວ່າທ່ານ Scott Morrison ຕ້ອງລາອອກຈາກຕໍາແຫນ່ງ ແລະລາວຕ້ອງອອກຈາກ ຣັຖສະພາ. ຂ້າພະເຈົ້າຫມາຍຄວາມວ່າ, ນີ້ແມ່ນສິ່ງທີ່ ຍອມຮັບບໍ່ໄດ້."

 ອະດີດຮອງນາຍົກ ຣັຖມົນຕີ Michael McCormack ໄດ້ປົກປ້ອງທ່ານ Scott Morrison ໃນທ່າມກາງການວິພາກວິຈານ, ໂດຍສເນີບາງເນື້ອໃນ ກ່ຽວກັບສະຖານະການ.

ລາວເວົ້າວ່າມັນບໍ່ແມ່ນເລື່ອງແປກທີ່ນາຍົກຣັຖມົນຕີ ຈະກະກຽມແຜນສຸກເສີນ ໃນກໍລະນີທີ່ຄະນະຣັຖມົນຕີ ຂອງສະພາ ໄດ້ມີການເຈັບປ່ວຍ.

 "ຂ້າພະເຈົ້າຮູ້ດີວ່າເພິ່ນໄດ້ລົງນາມໃນຖານະຣັຖມົນຕີກະຊວງສາທາຣະນະສຸກ  ແລະເພິ່ນໄດ້ຕັດສິນໃຈ ເຫລົ່ານີ້ ໃນເວລາທີ່ພິເສດໃນຊີວິດ ການທຳງານສາທາຣະນະ. ພວກເຮົາບໍ່ໄດ້ປະເຊີນ ກັບສະຖານະການ ແບບນີ້ ມາເປັນເວລາ 100 ປີແລ້ວ. ທີ່ຈິງລາວຕັດສິນໃຈ ໂດຍອີງໃສ່ສິ່ງສະຖານາການທີ່ເກືອບຈະເປັນໄລຍະສົງຄາມ. ທ່ານScott Morrison ໄດ້ດຳເນີນການທີ່ຖືກຕ້ອງໃນເວລາທີ່ເຫມາະສົມເພື່ອຮັກສາ ຊາວອອສເຕຣເລັຍໃຫ້ປອດພັຍ. ຄວາມຈິງທີ່ວ່າ ນາຍົກຣັຖມົນຕີຈະຮັບເອົາຖ້າສະຖານະການເກີດຂຶ້ນ. ໜ້າທີ່ໃນກະຊວງສາທາຣະນະສຸກນັ້ນຂ້າພະເຈົ້າບໍ່ຄິດວ່າ ມັນເປັນສິ່ງທີ່ຜິດປົກກະຕິ ແລະສະຖານະການແມ່ນບໍ່ມີການປະຊຸມສະພາ,  ໄດ້ມີສະຖານະການພິເສດ ເພາະ  ຣັຖສະພາກຳລັງຢຸດພັກ. ຄົນສ່ວນໃຫຍ່ແມ່ນຕ້ອງ ນໍາໃຊ້ zoom ໃນການປະຊຸມແລະການປະຊຸມ ແບບ Tele-presence ເນື່ອງຈາກການລັອກດາວ"

 ອາດີດນາຍົກຣັຖມົນຕີອ້າງວ່າ ເພິ່ນພຽງແຕ່ໃຊ້ອໍານາດ ຣັຖມົນຕີ ເພີ່ມເຕີມຂອງເພິ່ນພຽງເທື່ອດຽວ -ໃນຖານະຣັຖມົນຕີ ກະຊວງຊັບພະຍາກອນ-ເພື່ອປະຕິເສດໂຄງການແກັສ ທີ່ຖືກສເນີ ຢູ່ນອກຝັ່ງທະເລຂອງເມືອງ Sydney.

 ນັບແຕ່ນັ້ນມາລາວໄດ້ກໍຂໍໂທດຕໍ່ເພື່ອນຮ່ວມງານຂອງລາວ ແລະປະຊາຊົນໃນຄໍາຖແລງອັນຍືດຍາວໃນສື່ມວນຊົນ. ແຕ່ກໍຍັງຢືນຢັນວ່າ ການເຄື່ອນໄຫວທີ່ບໍ່ເຄີຍມີມາກ່ອນນັ້ນ ແມ່ນມີ ເຫດຜົນຍ້ອນຜົນກະທົບອັນຮ້າຍແຮງຂອງການລະບາດຂອງໂຣກນັ້ນ.

"ເຮົາຕ້ອງໄດ້ໃຊ້ມາດຕະການທີ່ພິເສດບາງຢ່າງ ເພື່ອວາງການປ້ອງກັນ. ໂຊກດີວ່າໃນຕອນນັ້ນມາດຕະການທີ່ໄດ້ວາງໄວ້ໃນກໍລະນີຂອງການເງິນ ແລະດ້ານສຸຂະພາບບໍໄດ້ຖືກນຳມາໃຊ້ ແລະ ມາດຕະການເຫຼົ່ານັ້ນໄດ້ຖືກວາງໄວ້ເພື່ອເປັນການປ້ອງກັນທີ່ພວກມັນໄດ້ຢູ່ທີ່ນັ້ນເພື່ອເປັນ ການຊ່ວຍເຫຼືອ."

ນາຍົກຣັຖມົນຕີ Anthony Albanese ໄດ້ຂໍຄໍາແນະນໍາທາງກົດຫມາຍຈາກ ທະນາຍຄວາມຂອງຣັຖບານ ກ່ຽວກັບການຕັດສິນໃຈຂອງອະດີດ ນາຍົກຣັຖມົນຕີ Scott Morrison.

ທ່ານ Albanese ກ່າວວ່າທະນາຍຄວາມຂອງຣັຖບານ ຈະລາຍງານກັບມາຫາລາວໃນວັນຈັນ 22ສິງຫາ.ນີ້
 
ເນື້ອເລື່ອງໂດຍ Omoh Bello ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ



Share