ການຄົ້ນຄວ້າ ຂວັ້ນຈຸລັງ (Stem Cell) ໃນການປິ່ນປົວຕາ.

Stem Cells

ຂວັ້ນຈຸລັງ (Stem Cell) ທີ່ເຫັນຈາກກ້ອງຈຸລທັດ. Source: SBS / Insight

ການຄົ້ນຄວ້າ ຂວັ້ນຈຸລັງ (Stem Cell) ໃນການປິ່ນປົວຕາ ໂດຍການໃຊ້ ຂວັ້ນຈຸລັງ (Stem Cell) ທີ່ສະກັດອອກມາ ຈາກຕາທີ່ປົກກະຕິ ຂອງຄົນເຈັບເອງ ແລະສ້າງຂວັ້ນຈຸລັງ (Stem Cell) ໂດຍການແພ່ ໃນຫ້ອງທົດລອງ ທີ່ສະຖາບັນມະເຮັງ Dana-Farber ໃນ Boston ແລະນຳເອົາໄປໃສ່ໃນຕາ ໃນຕາທີ່ເປັນໂຣກ.


ການຄົ້ນຄວ້າ ຂວັ້ນຈຸລັງ (Stem Cell) ໃນການປິ່ນປົວຕາ.

ຜົນຂອງການຄົ້ນຄວ້າໄລຍະຕົ້ນ ໃນຂັ້ນຕອນພັດທະນາ ເພື່ອປິ່ນປົວການຂາດຂວັ້ນຈຸລັງ Limbal (Limbal Stem Cell) ໄດ້ຖືກພິມເຜີຍແພ່ (18 ສິງຫາ).

ໂຣກນີ້ ແມ່ນຄວາມຜິດປົກກະຕິ ຂອງ ກະຈົກຕາ ຫຼື cornea ທີ່ສາມາດເກີດຂຶ້ນໄດ້ ເນື່ອງຈາກການເຜົາໄຫມ້ທາງເຄມີ ແລະບາດເຈັບທີ່ຕາອື່ນໆ.

ການສຶກສາທີ່ໃຫຍ່ກວ່ານີ້ ກໍາລັງດໍາເນີນຢູ່.

Adriana Wainstock ລາຍງານ.

"ໄດ້ແຕ່ຮ້ອງ 'Tim ໂທຫາ 911' ເພາະຂ້ອຍຮູ້ວ່ານີ້ ແມ່ນເລື້ອງບໍ່ດີ. ແລະຂ້ອຍໄປຫາອ່າງລ້າງຖ້ວຍ ແລະຂ້ອຍພະຍາຍາມ ທີ່ຈະດຶງຕາຂອງຂ້ອຍໃຫ້ເປີດອອກ ເພື່ອຈະລ້າງມັນ."

Phil Durst ຈື່ໄດ້ວ່າ ຕ້ອງໄດ້ເກົາຫນ້າໂຕເອງ ຫຼັງຈາກທີ່ ມີສານເຄມີ ຈາກເຄື່ອງລ້າງຖ້ວຍໄດ້ຟົ້ງເຂົ້າໄປໃນຕາຂອງລາວ, ເຮັດໃຫ້ສິ່ງທີ່ລາວເວົ້າວ່າ ເປັນຄວາມເຈັບປວດທີ່ສຸດ ທີ່ບໍ່ສາມາດບັນຍາຍໄດ້ ທີ່ລາວເຄີຍຮູ້ສຶກມາກ່ອນ.

Phil, ຜູ້ຊາຍອາຍຸ 51 ປີຈາກ Alabama ໃນອະເມຣິກາ ທົນທຸກກັບໂຣກຂາດຂວັ້ນຈຸລັງ Limbal (Limbal Stem Cell Deficiency) ເຊິ່ງເປັນຄວາມຜິດປົກກະຕິ ຂອງກະຈົກຕາ (Cornea) ທີ່ສາມາດເກີດຂຶ້ນໄດ້ ຫຼັງຈາກຖືກເຜົາໄຫມ້ ທາງເຄມີ ແລະບາດເຈັບທີ່ຕາອື່ນໆ.

ໃນກໍຣະນີຂອງລາວ, ມັນເປັນອຸບັດຕິເຫດຈາກການເຮັດວຽກ ໃນປີ 2017 ທີ່ໄດ້ເຜົາຕາຊ້າຍຂອງລາວ ແລະສົ່ງຜົນກະທົບຕໍ່ຕາຂອງລາວ, ເຮັດໃຫ້ລາວ ບໍ່ສາມາດທົນຕໍ່ແສງ ແລະເຮັດໃຫ້ເຈັບຫົວ ສີ່ຫາຫ້າເທື່ອ ຕໍ່ມື້.

Dr Ula Jurkunas, ຜູ້ອໍານວຍການຮ່ວມ ຂອງ Cornea Service ທີ່ Mass Eye and Ear, ສູນຄົ້ນຄວ້າທາງຕາ ແລະຫູ ທີ່ໃຫຍ່ທີ່ສຸດໃນໂລກ-ອະທິບາຍສາເຫດ ຂອງການສູນເສັຍ ຈຸລັງ Limbal (Limbal Cell) ສາມາດມີຄວາມ ແຕກຕ່າງກັນ.

"ໂຣກຕ່າງໆເຫຼົ່ານີ້ ແມ່ນເກີດຈາກການເຜົາໄໝ້ຂອງສານເຄມີ, ການຕິດເຊື້ອ, ການໃສ່ Contact Lens ແລະເຫດຜົນອື່ນໆ ອີກຫຼາຍຢ່າງ."

ເມື່ອບໍ່ດົນມານີ້ ທ່ານ Durst ໄດ້ຜ່ານຂັ້ນຕອນການທົດລອງ ທີ່ມີຈຸດມຸ້ງຫມາຍ ທີ່ຈະປິ່ນປົວ ຄວາມເສັຍຫາຍຢ່າງຮ້າຍແຮງ ໃນຕາຂ້າງນຶ່ງດ້ວຍ ຂວັ້ນຈຸລັງ(Stem Cell) ຈາກຕາອີກດວງຫນຶ່ງ.

ລາວເປັນຄົນທໍາອິດ ໃນສີ່ຄົນ ທີ່ໄດ້ຮັບການປິ່ນປົວ.

ຜົນຂອງການຄົ້ນຄວ້າຂັ້ນທໍາອິດໄດ້ຖືກພິມເຜີຍແພ່ (18 AUG) ໃນວາຣະສານ Science Advances ແລະການສຶກສາທີ່ໃຫຍ່ກວ່າ ກໍກໍາລັງດໍາເນີນຢູ່.

Dr Ula Jurkunas ອະທິບາຍເພີ່ມເຕີມ ກ່ຽວກັບຂັ້ນຕອນດັ່ງກ່າວ.

"ໃນການສຶກສາຄັ້ງນີ້ ພວກເຮົາສາມາດໃຊ້ຂາດຂວັ້ນຈຸລັງ (Stem Cell) ຂອງຄົນເຈັບເອງ ຈາກຕາທີ່ປົກກະຕິ ແລະສ້າງຂວັ້ນຈຸລັງ (Stem Cell) ໃນຕາທີ່ເປັນໂຣກ. ພວກເຮົາໄດ້ເລີ່ມຕົ້ນໂຄງການນີ້ ໃນປີ 2006 ຕອນທີ່ຂ້າພະເຈົ້າເລີ້ມເປັນອາຈານສອນ, ແລະການເຮັດຂັ້ນຕອນແບບນີ້ ເບິ່ງຄືວ່າເປັນວຽກທີ່ບໍ່ສາມາດເອົາຊນະໄດ້. ບໍ່ມີໃຜເຮັດມັນ ແລະພວກເຮົາຕ້ອງເລີ່ມ ຕັ້ງແຕ່ຕົ້ນ"

ວິທີທົດລອງຂຍາຍ ແລະພັດທະນາຂວັ້ນຈຸລັງ (Stem Cell) ທີ່ສະກັດອອກມາ ໃຫ້ເປັນການແພ່ ໃນຫ້ອງທົດລອງ ທີ່ສະຖາບັນມະເຮັງ Dana-Farber ໃນ Boston.

ສອງສາມອາທິດຕໍ່ມາ, ພວກມັນໄດ້ຖືກສົ່ງກັບມາ ແລະຖືກນຳເອົາໄປໃສ່ໃນຕາ ທີ່ເສັຍຫາຍ.

Mr Durst ເປັນຄົນເຈັບຄົນທໍາອິດ ທີ່ໄດ້ຮັບການຮັກສາໃນປີ 2018, ແລະຜົນໄດ້ຮັບຂອງລາວ ແມ່ນດີຫຼາຍ.

ລາວເວົ້າວ່າ ການສຶກສາ ໄດ້ປ່ຽນຊີວິດຂອງລາວ.

"ຂ້ອຍໄດ້ປ່ຽນຈາກຕາບອດ, ປວດຫົວຢ່າງແຮງ, ຄຶດວ່າຂ້ອຍຈະຢູ່ໄປອີກມື້ຫນຶ່ງຫຼືບໍ່, ຄ້າຍກັບການຄິດວ່າ ຂ້ອຍຈະເຮັດແບບນີ້ບໍ່ໄດ້ອີກຕໍ່ໄປ. ຕອນນີ້-ແລະຂ້ອຍບໍ່ຮູ້ວ່າຈະເວົ້າຫຍັງອີກ, ຖ້າ Dr Ula Jurkunas ບໍ່ໄດ້ຕັດສິນໃຈວ່າ ນີ້ແມ່ນສິ່ງທີ່ພວກເຮົາຕ້ອງການ, ຂ້ອຍອາດຈະບໍ່ໄດ້ຢູ່ທີ່ນີ້ ໃນມື້ນີ້ ເພາະວ່າຄົນອື່ນບອກວ່າ ບໍ່ມີຫຍັງທີ່ພວກເຮົາສາມາດເຮັດໄດ້."

Dr Ula Jurkunas ກ່າວວ່າ ໃນມື້ນຶ່ງ ເທັກໂນໂລຊີນີ້ ສາມາດຊ່ອຍຄົນໄດ້ຫລາຍພັນຄົນ.

ການຄົ້ນຄວ້າຂອງ ຂວັ້ນຈຸລັງ (Stem Cell) ໄດ້ດໍາເນີນມາ ເປັນເວລາ ເກືອບສອງທົດສະວັດແລ້ວ ແລະຜູ້ຊ່ຽວຊານກ່າວວ່າ ການຜ່າຕັດປ່ຽນຂວັ້ນຈຸລັງ (Stem Cell) ໃຫ້ຄວາມຫວັງ ແກ່ຄົນທີ່ມີທາງເລືອກຫນ້ອຍ ຫຼືບໍ່ມີເລີຍ.

Dr Ula Jurkunas ກ່າວວ່າ ການຄົ້ນຄວ້າເຮັດວຽກເປັນຂັ້ນຕອນ, ແຕ່ຄວາມມຸ່ງໝັ້ນ ແມ່ນຊັດເຈນ.

"ກ່ອນອື່ນຫມົດ, ເປົ້າຫມາຍຂອງການຜ່າຕັດ ແມ່ນຮັກສາອາການຂອງຄົນເຈັບ ໃຫ້ດີຂຶ້ນ ເພື່ອບໍ່ໃຫ້ມີອາການເຈັບປວດ, ຫຼຸດຄວາມແພ້ຕໍ່ແສງ ແລະແນ່ນອນ ເພື່ອຟື້ນຟູການເບິ່ງເຫັນ."

ຄົນເຈັບທັງຫມົດ ໃນການສຶກສາ ໄດ້ເຫັນຜິວຂອງກະຈົກຕາ (Cornea Surfaces) ຂອງພວກເຂົາ ໄດ້ຮັບການຟື້ນຟູ ແລະກໍາລັງໄດ້ຮັບການປິ່ນປົວ ຢ່າງຕໍ່ເນື່ອງ ໃນເວລານີ້.

ພວກນັກຄົ້ນຄ້ວາກໍາລັງສລຸບຂັ້ນຕອນຕໍ່ໄປ ຂອງການທົດລອງທາງຄລີນິກ ຊຶ່ງລວມມີຄົນເຈັບ 15 ຄົນ.

ເນື້ອເລື່ອງໂດຍ Adriana Wainstock       ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share