ການຂົ່ມຂູ່ຕໍ່ນັກການເມືອງໃນອອສເຕຣເລັຍໄດ້ເພີ່ມສູງຂຶ້ນ.

The AFP conduct a raid at a home in Canberra (AAP).jpg

ນັກການເມືອງໃນອອສເຕຣເລັຍໄດ້ຖືກຂົ່ມຂູ່ຫຼາຍຂຶ້ນກວ່າສາມເທົ່າໃນລະຫວ່າງການເລືອກຕັ້ງທີ່ຜ່ານມາ. ໂຄວິດ ຖືກເບິ່ງວ່າເປັນສາເຫດຂອງເລື້ອງນີ້. ຜູ້ຊ່ຽວຊານບາງຄົນກ່າວວ່າ, ການຂົ່ມຂູ່ນີ້ ແມ່ນການທຳລາຍຫຼັກການຂອງປະຊາທິປະໄຕໂດຍກົງ. ຯຕ່ການຮັກສາຄວາມປອດພັຍແກ່ນັກການເມືອງແມ່ນສິ້ນສຸດຫຼັງຈາກການເລືອກຕັ້ງໃນເດືອນພຶດສະພາ.


ການຂົ່ມຂູ່ຕໍ່ນັກການເມືອງໃນອອສເຕຣເລັຍໄດ້ເພີ່ມສູງຂຶ້ນ.

ຕໍາຫຼວດໄດ້ເປີດເຜີຍຈໍານວນການຂົ່ມຂູ່ ຕໍ່ພວກນັກການເມືອງ ຂອງຣັຖບານກາງ ໄດ້ເພີ່ມຂຶ້ນຫຼາຍກວ່າສາມເທົ່າ ໃນໄລຍະສາມປີທີ່ຜ່ານມາ.

ນັກການເມືອງ ແລະຜູ້ຊ່ຽວຊານກ່າວວ່າ ການລະບາດຂອງໂຣກ COVID-19 ແມ່ນໂຕຂັບເຄື້່ອນ ຂອງການເພີ່ມຂຶ້ນຂອງການຂົ່ມຂູ່ນັ້ນ. Finn McHugh ແລະ Julien Oeuillet ລາຍງານ.

ຕໍາຫລວດເຕືອນເຖິງຄວາມສ່ຽງ ທີ່ມີຫລາຍຂຶ້ນ ຂອງຄວາມຮຸນແຮງ ຕໍ່ພວກນັກການເມືອງ ອອສເຕຣເລັຍຫລັງຈາກການບຸກຣຸກເຮືອນ ຂອງອະດີດໂຄສົກຂອງສະຫະຣັດ.

ການຄາດຕະກັມຂອງສະມາຊິກສະພາອັງກິດສອງຄົນ ກໍໄດ້ເຮັດໃຫ້ການເມືອງຢູ່ຕ່າງປະເທດ ສັ່ນສະເທືອນໃນບໍ່ເທົ່າໃດປີມານີ້ ແລະບັດນີ້ ກໍມີຄວາມຢ້ານກົວ ທີ່ຄ້າຍຄືກັນນີ້ ຢູ່ໃນອອສເຕຣເລັຍ.

ສະມາຊິກສະພາສູງພັກ Liberal ທ່ານ James Patterson ໄດ້ໃຫ້ຄວາມເຫັນ ກ່ຽວກັບຄວາມສ່ຽງທີ່ພັຍຂົ່ມຂູ່ເຫຼົ່ານີ້ ທີ່ມີຕໍ່ປະຊາທິປະໄຕ:

"ນີ້ແມ່ນສໍາຄັນເປັນພິເສດ ເພາະພວກເຮົາ ຮູ້ຈາກປະສົບການສາກົນ ລວມທັງໃນອັງກິດ ແລະອາເມຣິກາ ວ່າພັຍຂົ່ມຂູ່ເຫຼົ່ານີ້ ສາມາດກາຍເປັນຄວາມຮຸນແຮງ ທີ່ແທ້ຈິງໄດ້ໄວ. ແລະນັ້ນ ແມ່ນສິ່ງສຸດທ້າຍ ທີ່ພວກເຮົາຢາກເຫັນຢູ່ໃນອອສເຕຣເລັຍ"

ພຶດຕິກັມທີ່ຮ້າຍແຮງຕໍ່ພວກນັກການເມືອງຂອງຣັຖບານກາງ ໄດ້ເພີ່ມຂຶ້ນ ໃນລະຫວ່າງຈຸດສູງສຸດ ຂອງ COVID-19.

ຕໍາຫລວດໄດ້ສອບສວນ ກ່ຽວກັບການຄຸກຄາມ ແລະການຂົ່ມຂູ່ 582 ຣາຍງານ ໃນປີກາຍນີ້ເທົ່ານັ້ນ.

ນັ້ນຮວມທັງ 82 ການຮ້ອງຮຽນ ທີ່ສູງເປັນປວັດການໃນລະຫວ່າງການເລືອກຕັ້ງຂອງຣັຖບານ ຊຶ່ງມີການຮ້ອງຮຽນສອງເລື້ອງໄດ້ນຳໄປສູ່ການຕັ້ງຂໍ້ຫາ ແລະອີກ 14 ຄໍາຮ້ອງຮຽນນີ້ ຍັງຢູ່ໃນຣະຫວ່າງການສືບສວນຢູ່.

Neil Fergus, C-E-O ຂອງບໍຣິສັດທີ່ປຶກສາ ດ້ານຄວາມປອດພັຍ Intelligence Risk ກ່າວວ່າ:

"ມີຫຼາຍກວ່າ 500 ການຂົ່ມຂູ່່ໃນປີກາຍນີ້ ໃນລະຫວ່າງການເລືອກຕັ້ງຂອງຣັຖບານ. ຖ້າທ່ານກັບຄືນໄປຫາການເລືອກຕັ້ງຂອງຣັຖບານ ໃນຊຸດທີ່ຜ່ານມາ, ນັ້ນມີພຽງແຕ່ ຫນຶ່ງສ່ວນສາມ ຂອງຈໍານວນດັ່ງກ່າວ, ການຂົ່ມຂູ່ ຫລືຖືກສົງສັຍວ່າເປັນພັຍຂົ່ມຂູ່ ທີ່ຈໍາເປັນຕ້ອງໄດ້ຮັບການສືບສວນ. ຕົວເລກດັງກ່າວ ໄດ້ເພີ່ມຂຶ້ນສາມເທົ່າ ໃນຮອບການເລືອກຕັ້ງຂອງຣັຖບານກາງ, ລະຫວ່າງການເລືອກຕັ້ງ ສອງຄັ້ງທີ່ຜ່ານມາ."

ASIO ໄດ້ເຕືອນຊໍ້າແລ້ວຊໍ້າອີກວ່າ ການລະບາດຂອງພະຍາດໂຄວິດນີ້ ກໍາລັງເລັ່ງໃຫ້ເກີດລັດທິຫົວຮຸນແຮງ, ດ້ວຍການແຍກໂຕ ແລະສື່ສັງຄົມ ເມື່ອຮວມເຂົ້າກັນແລ້ວ ກໍຈະເປັນການປະສົມທີ່ເປັນພິດ.

Debra Smith ຜູ້ຊ່ຽວຊານດ້ານລັດທິຫົວຮຸນແຮງ ຈາກມະຫາວິທະຍາໄລ Victoria ເຫັນວ່າ ມັນເປັນການໂຈມຕີຕໍ່ປະຊາທິປະໄຕ.

"ມັນແມ່ນຂອງທັມມະດາ ທີ່ຈະນຳເອົາພັຍຂົ່ມຂູ່ເຫຼົ່ານີ້ ມາຜູກຕິດກັນ ໂດຍສະເພາະການຂົ່ມຂູ່ຕໍ່ນັກການເມືອງ ແມ່ນການລົດທອນບົດບາດຂອງຣັຖບານ ແລະບົດບາດ ຂອງລະບອບປະຊາທິປະໄຕ. ສະນັ້ນ ພວກເຮົາຈຶ່ງເຫັນວ່າ ເປັນການທໍາລາຍຫຼັກການປະຊາທິປະໄຕ ແລະປະຊາທິປະໄຕ ກໍາລັງຖືກທ້າທາຍຢ່າງເປີດເຜີຍ."

ພັຍຂົ່ມຂູ່ຈຳນວນຫຼາຍທາງອິນເຕີເນັດ ແມ່ນຄວາມກັງວົນທີ່ເພີ່ມຂຶ້ນ ສໍາລັບຜູ້ແທນບາງຄົນ.

ທ່ານ Paterson ກ່າວວ່າ ລາວໄດ້ແຈ້ງກ່ຽວກັບ ຂໍ້ຄວາມທີ່ ແນເປົ້າໃສ່ລາວ ທີ່ອັນຕະລາຍທີ່ສຸດ ຕໍ່ຕຳຫຼວດແຫ່ງຊາດ.

ຜູ້ນໍາພັກ Nationals ທ່ານ David Littleproud ກໍມີຄວາມກັງວົນເຊັ່ນກັນ ກ່ຽວກັບຜົນກະທົບສ່ວນຕົວ.

"ນີ້ແມ່ນເລື້ອງທີ່ໜ້າເປັນຫ່ວງ, ແຕ່ຫນ້າເສັຍດາຍ ທີ່ມັນເປັນແນວໂນ້ມໃນສັງຄົມ ທີ່ພວກເຮົາກໍາລັງເລີ່ມເຫັນ. ບໍ່ພຽງແຕ່ຂ້າພະເຈົ້າເອງຖືກຂົ່ມຂູ່ເຖິງຄວາມຕາຍເທົ່ານັ້ນ, ແຕ່ຍັງຮວມເຖິງລູກຂອງຂ້າພະເຈົ້ານໍາອີກ."

ອັຍະການສູງສຸດ, Mark Dreyfus, ກ່າວວ່າ ຣັຖບານຮູ້ກ່ຽວກັບລາຍງານນັ້ນ, ແຕ່ຈະປ່ອຍເລື້ອງການຈັດຕຽມດ້ານຄວາມປອດພັຍ ແກ່ກົມຕຳຫຼວດກາງ ແລະຫນ່ວຍຮັກສາກົດຫມາຍອື່ນໆ.

ຕໍາຫລວດພິເສດທີ່ຮັກສາຄວາມປອດພັຍ ແກ່ຜູ້ແທນຈະສິ້ນສຸດລົງ ຫລັງຈາກການເລືອກຕັ້ງໃນ ເດືອນພຶດສະພາ.

AFP ກ່າວວ່າ ຕົນສນັບສນຸນສິດເສຣີພາບໃນການປາກເວົ້າ ແຕ່ເມື່ອມັນຈະນໍາໄປສູ່ການຄຸກຄາມ ຫລືການຂົ່ມຂູ່ ແມ່ນແຕ່ທາງອິນເຕີເນັດ, ມັນກໍອາດກາຍເປັນການກະທໍາຜິດທາງອາຍາ ແລະມັນຈະບໍ່ໄດ້ການຍອມຮັບ.

ເນື້ອເລື່ອງໂດຍ Finn McHugh ແລະ Julien Oeuillet ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ

Share