ຜົນບາງສ່ວນຂອງການແຂ່ງຂັນເຕະບານ FIFA 2022.

Bukayo Saka of England in action during the FIFA World Cup Qatar 2022 .jpg

Bukayo Saka ນັກເຕະອັງກິດ ໃນລະຫວ່າງການແຂ່ງຂັນເຕະບານໂລກ ຂອງ FIFA Qatar 2022 Group B ລະຫວ່າງ ອັງກິດ ກັບ ອີຣານ ທີ່ສະຫນາມ Khalifa International Stadium ໃນວັນທີ 21 ພະຈິກ 2022 ທີ່ເມືອງ Doha ປະເທດ Qatar. Credit: Getty

ການແຂ່ງຂັນເຕະບານ FIFA 2022 ໄດ້ເປີດເຕະ ເປັນທາງການແລ້ວ ຊຶ່ງນຳມາພ້ອມກັບປັນຫາແວດລ້ອມຕ່າງໆ... ການເມືອງຂອງ ປະເທດ ອີຣັກ, ການຣຽກຮ້ອງຄວາມສເມີພາບຂອງ ດ້ານສິດທິຂອງ LGBTIQ+.


ປະເທດອັງກິດໄດ້ປະກາດສັກສີ ໃນການແຂ່ງຂັນບານເຕະໂລກ 2022 ດ້ວຍໄຊຊະນະອັນຍິ່ງໃຫຍ່ ໃນວັນທີສອງ ຂອງການແຂ່ງຂັນ.

ການປະທະກັນ ຂອງອັງກິດ ກັບອີຣານ ໄດ້ເນັ້ນເຖິງບັນຫາຂ້າງຄຽງ ທີ່ກ່ຽວຂ້ອງກັບ ເກມເຕະບານ.

ມີການແຂ່ງຂັນອີກສອງນັດ ທີ່ເປັນການແຂ່ງຂັນໃນມື້ທໍາອິດ, ໃນຂະນະທີ່ ອອສເຕຣເລັຍ ລໍຖ້າໃຫ້ Socceroos ລົງ ສນາມໃນນັດທຳອິດຂອງເຂົາເຈົ້າ ໃນມື້ທີສາມ. Sunil Awasthi ລາຍງານ.

ເພງຊາດ ຂອງສາທາຣະນະຣັດອິສລາມ ອິຣານ (the Islamic Republic of Iran) ໄດ້ດັງຂຶ້ນກ່ອນການແຂ່ງຂັນ ບານເຕະໂລກຂອງເຂົາເຈົ້າ ກັບອັງກິດ.

ເປັນທີ່ເຫັນໄດ້ວ່າ....ບໍ່ມີຄວາມພະຍາຍາມໃດໆ ທີ່ຈະຮ້ອງເພງຊາດ ໂດຍພວກນັກກິລາ ອີຣ່ານ.

ມັນໄດ້ຖືກຖືວ່າ ເປັນສັນຍານ ແຫ່ງການສນັບສນຸນ ຕໍ່ການປະທ້ວງ ຕໍ່ຕ້ານຣັຖບານ ທີ່ກຳລັງເກີດຂຶ້ນໃນປະເທດນັ້ນ - ແລະເຮັດໃຫ້ການຖ່າຍທອດໂທລະພາບຂອງການແຂ່ງຂັນ ໃນອີຣ່ານ ຖືກຕັດຊົ່ວຄາວ.

ແຟນບານຊາວອີຣ່ານບາງຄົນ ທີ່ຢູ່ໃນອັດຖະຈັນຍັງປິ່ນນິ້ວໂປ້ມືລົງ, ແລະໃສ່ເສື້ອ ທີ່ມີຄໍາຂວັນ ຂອງການປະທ້ວງດ້ວຍ.

ນອກຈາກນີ້ ສິ່ງທີ່ຂາດໄປກ່ອນເກມ ແມ່ນປອກແຂນ “One Love” ທີ່ຫົວໜ້າທີມອັງກິດ, Harry Kane,ຈະໃສ່ ເພື່ອສນັບສນູນ ສິດທິຂອງ LGBTIQ+.

FIFA ໄດ້ເຕືອນ Kane ວ່າຈະໄດ້ຮັບບັດເຫລືອງ ສໍາລັບ ອຸປະກອນທີ່ຜິດກົດຫມາຍ ຖ້າຫາກລາວໃສ່ປອກແຂນນັ້ນ.

ຫຼັງຈາກທີ່ມີການໂຕ້ແຍ້ງເຫຼົ່ານັ້ນ... ກໍມີການແຂ່ງຂັນ, ເຊິ່ງມີຄວາມມັນບໍ່ຫນ້ອຍ ທີ່ຈະເຫັນຈາກການເລີ່ມຕົ້ນ ຂອງກຸ່ມ B.

ຜູ້ຮັກສາປະຕູຂອງ ອີຣ່ານ Ali Bieravand ໄດ້ຖືກອອກຈາກ ສນາມ ຍ້ອນການບາດເຈັບທີ່ຫົວ ໃນຕອນຕົ້ນຂອງເກມ.

ແຕ່ຄວາມມັນທີ່ແທ້ຈິງ ແມ່ນໃນຕອນທ້າຍຂອງເຄິ່ງທຳອິດ.

ສາມປະຕູ ໃນສິບເອັດນາທີ ແບບສາຍຟ້າແລບ ແມ່ນການສິ້ນສຸດການຕໍ່ສູ້ຢ່າງສູສີ ຂອງການແຂ່ງຂັນ ກ່ອນເຄິ່ງເວລາ.

ການທຳລາຍລ້າງຍັງດໍາເນີນຕໍ່ໄປ ໃນເຄິ່ງເວລາຫຼັງ; ຜົນການແຂ່ງຂັນແມ່ນ ຫົກປະຕູຕໍ່ສອງ ໂດຍອັງກິດ ເປັນຝ່າຍຊະນະ.

Bukayo Saka ເປັນຜູ້ຍິງສອງປະຕູໃຫ້ອັງກິດ.

ລາວເວົ້າວ່າການຕຽມໂຕຂອງອັງກິດ ໃນການແຂ່ງຂັນນັ້ນ ຫມາຍຄວາມວ່າເຂົາເຈົ້າຕ້ອງການ ການເລີ່ມຕົ້ນທີ່ດີ-ຫລາຍກວ່າປົກກະຕິ.

"ແມ່ນແລ້ວ, ພວກເຮົາຕ້ອງການການເລີ່ມຕົ້ນທີ່ດີ. ພວກເຮົາບໍ່ໄດ້ຫລິ້ນທີ່ດີທີ່ສຸດກ່ອນຈະເຂົ້າມາໃນການແຂ່ງຂັນ, ສະນັ້ນ ຈຶ່ງມີການເວົ້າລົມກັນ ແລະການຄາດຄະເນຢ່າງຫຼາຍກ່ຽວກັບການຫຼິ້ນຂອງພວກເຮົາ. ແຕ່ພວກເຮົາກໍໄດ້ສະແດງ ໃຫ້ທຸກຄົນເຫັນໃນມື້ນີ້ວ່າ ພວກເຮົາມີຄຸນນະພາບຫຼາຍປານໃດ, ແລະເຮົາສາມາດເຮັດຫຍັງໄດ້ແດ່."

Coach ຂອງ ອີຣານ, ຄາໂລສ ຄີໂຣສ (Carlos Quieroz) ໄດ້ສະແດງຄວາມຍ້ອງຍໍຕໍ່ອັງກິດຫຼັງເກມ, ແຕ່ກໍຍັງຍ້ອງຍໍນັກກິລາຂອງຕົນເອງ, ເຖິງແມ່ນວ່າຈະເສັຍຕໍ່ອັງກິດກໍຕາມ.

"ມັນເປັນນັດທີ່ຍາກ... ທີມທີ່ດີຫຼາຍ. ແຕ່ຂ້ອຍພູມໃຈຫຼາຍ ກັບນັກກິລາຂອງຂ້ອຍ. ພວກເຂົາຕໍ່ສູ້, ພວກເຂົາ ສະແດງໃຫ້ເຫັນວ່າ ພວກເຂົາມີຄວາມເຂັ້ມແຂງ, ພວກເຂົາເຈົ້າມີຄວາມກ້າຫານ. ແລະ...ພວກເຮົາມີອີກສອງເກມທີ່ຈະຫຼິ້ນ, ແລະພວກເຮົາຈະເຮັດມັນໃຫ້ໄດ້."

Harry Maguire ກອງຫຼັງທີມອັງກິດ ອອກຈາກສນາມ ໃນເຄິ່ງເວລາທີສອງ.

ລາວເວົ້າວ່າ ລາວຮູ້ສຶກບໍ່ສະບາຍ ແລະຈະຫາຍດີທີ່ຈະລົງຫຼິ້ນນັດທີສອງຂອງອັງກິດ ໃນວັນເສົາ ກັບສະຫະຣັດ.

ກ່າວເຖິງທີມ ອາເມຣິກັນ, ພວກເຂົາເຈົ້າໄດ້ພົບກັບ Wales ໃນມື້ທີສອງ ຂອງການແຂ່ງຂັນ ໃນກຸ່ມ B.

“Land of our Fathers” ເພງຊາດທີ່ໂດ່ງດັງຂອງ Wales, ດັງຂຶ້ນໃນເວທີການແຂ່ງຂັນເຕະບານໂລກເປັນຄັ້ງທໍາອິດ ນັບຕັ້ງແຕ່ ປີ 1958.

ສະຫະຣັດອາເມຣິກາກໍໄດ້ກັບຄືນມາອີກ ຫຼັງຈາກທີ່ຂາດຫາຍໄປ ເຖິງແມ່ນວ່າການຂາດຫາຍໄປຂອງເຂົາເຈົ້າ ມີພຽງແຕ່ແປດປີເທົ່ານັ້ນ, ຫຼັງຈາກທີ່ເຂົາເຈົ້າ ໄດ້ພາດ ຢ່າງຫນ້າຕົກໃຈ ໃນການຜ່ານເຂົ້າຮອບການແຂ່ງຂັນ ເຕະບານໂລກຄັ້ງສຸດທ້າຍ.

ແມ່ນທີມ ອາເມຣິກັນທີ່ຕີໄຂ່ແຕກກ່ອນ, ແລະຂຶ້ນນຳກ່ອນຫນຶ່ງປະຕູ ໃນນາທີ ທີ 36.

ປະຕູນັ້ນແມ່ນ Christian Pulisic, Superstar ຂອງທີມ ເຂົາເຈົ້າເປັນຜູ້ຈັດໃຫ້, ແລະທຳປະຕູ ໂດຍ Timothy Weah... ລູກຊາຍຂອງທ່ານ George Weah ຜູ້ເປັນຕຳນານຂອງການເຕະບານຊຶ່ງຕອນນີ້ ເປັນປະທານາທິບໍດີ ຂອງປະເທດ Liberia.

ເຖິງຢ່າງໃດກໍຕາມ, Wales ຈະບໍ່ໄປຢ່າງງຽບໆ ຫຼັງຈາກເກືອບເຈັດສິບປີໃນເງົາມືດ.

ຕອນການເຂົ້າບານຢ່າງບໍ່ລະວັງ ຂອງກອງຫຼັງອາເມຣິກາ, Walker Zimmerman ກັບຫົວໜ້າທີມຂອງ Wales, Gareth Bale,ໃນນາທີ ທີ 80 ໄດ້ເຮັດໃຫ້ທີມໃນຊຸດສີແດງໄດ້ຍິງລູກໂທດ ແລະເປັນໂອກາດທີ່ລາວ (Gareth Bale) ບໍ່ພາດ.

Gareth Bale ເຕະລູກໂທດເຂົ້າປະຕູ ແລະເຮັດໃຫ້ຄະແນນເປັນນຶ່ງຕໍ່ນຶ່ງ. ແລະນັ້ນກໍແມ່ນຄະແນນຈົນໝົດເວລາ. ທັງສອງທີມກໍໄດ້ຄົນລະແຕ້ມ ຈາກການແຂ່ງຂັນນັດທຳອິດຂອງເຂົາເຈົ້າ.

ຈົນຮອດມື້ນີ້, Bale ແມ່ນນັກເຕະທີ່ຍິ່ງໃຫຍ່ທີ່ສຸດຄົນຫນຶ່ງ ທີ່ບໍ່ເຄີຍປາກົດຕົວໃນການແຂ່ງຂັນເຕະບານໂລກ-ໃຫ້ກຽດຄູຝຶກຂອງທີມ, Rob Page,ໃນການຊ່ວຍໃຫ້ເຂົາເຈົ້າປີ້ນຜົນງານຂອງເຂົາເຈົ້າ.

"ເຄິ່ງທໍາອິດທີ່ບໍ່ດີ, ຖ້າຊິເວົ້າແທ້-ພວກເຂົາຫຼິ້ນດີຫຼາຍ, ແລະພວກເຮົາກໍຫຼິ້ນບໍ່ດີ. ຄໍາເວົ້າທີ່ປຸກໃຈອັນຍິ່ງໃຫຍ່ໂດຍຜູ້ຈັດການທີມໃນຕອນພັກເຄິ່ງເວລາ ໄດ້ປ່ຽນບາງສິ່ງບາງຢ່າງ. ແລະພວກເຮົາກໍໄດ້ອອກມາສູ້ຣົບ, ສູ້ຣົບດັ່ງ ກັບພວກເຮົາເຄີຍເຮັດມາ, ແລະຄ້າຍຄືວ່າພວກເຮົາຈະຊະນະເກມ ຕັ້ງແຕ່ຕອນຕົ້ນຂອງເຄິ່ງທີສອງ."

ສໍາລັບຫົວໜ້າທີມອາເມຣິກາ, Tyler Adams, ມີຄວາມພາກພູມໃຈ, ປະປົນກັບຄວາມຜິດຫວັງທີ່ສູນເສັຍການນໍາໜ້າຂອງເກມ.

"ຂ້ອຍພູມໃຈຫຼາຍ ກັບທີມກັບເລີ່ມຕົ້ນແບບນີ້ ພວກເຮົາຫລິ້ນດ້ວຍຄວາມຫມັ້ນໃຈຫຼາຍໃນມື້ນີ້, ແລະໃນສ່ວນໃຫຍ່ຂອງເກມ, ພວກເຮົາກໍຄຸມເກມໄດ້ດີ. ສະນັ້ນ, ສໍາລັບພວກເຮົາຫຼາຍຄົນ, ນີ້ເປັນແຊ້ມໂລກຄັ້ງທໍາອິດ ຂອງພວກເຮົາ, ທ່ານສາມາດເປັນກຸ່ມ ທີ່ມີຄວາມທະເຍີທະຍານ, ເປັນກຸ່ມທີ່ກ້າຫານ, ແລະພວກເຮົາໄດ້ຕິດຕາມຫາສິ່ງນັ້ນແຕ່ມັນມາເຖິງລາຍລະອຽດນ້ອຍທີ່ສຸດໃນເກມດັ່ງກ່າວ, ແລະພວກເຮົາຕ້ອງເງີຍໜ້າຂອງເຮົາໃຫ້ສູງ. ພວກເຮົາໄດ້ໄປຫນຶ່ງແຕ້ມ, ແລະພວກເຮົາຕ້ອງໄດ້ແນໃສ່ເກມຕໍ່ໄປໃນຕອນນີ້."

ແລະໃນກຸ່ມ A, the Netherlands, ຊຶ່ງເປັນທີມທີ່ຖືກຄາດວ່າຈະຊະນະເລີດ ໄດ້ຊະນະການແຂ່ງຂັນນັດທຳອິດກັບທີມ Senegal, ສອງປະຕູຕໍ່ສູນ.

ທັງສອງປະຕູໄດ້ມີຂຶ້ນໃນຕອນທ້າຍໆເກມ.

Cody Gakpo ໄດ້ປະຕູໃນນາທີ ທີ 83, ຜ່ານຜູ້ຮັກສາປະຕູຊື່ດັງຂອງ Senegal, Edouard Mendy, ຈາກການເຕະຜ່ານເຂົ້າມາທາງປີກຂອງ Frenkie de Jong.

Davy Klassen ເຮັດໃຫ້ແນ່ໃຈວ່າໄຊຊະນະເປັນຂອງທີມເສື້ອສີຫມາກກ້ຽງ ດ້ວຍການໄດ້ອີກປະຕູນຶ່ງ ໃນຕອນຕໍ່ເວລາ.

ກອງກາງຂອງ Senegal, Idrissa Gueye ກ່າວວ່າ ຝ່າຍລາວສ່ວນນຶ່ງແມ່ນຄວາມໂຊກຮ້າຍ ແລະອີກສ່ວນນຶ່ງແມ່ນການໃຊ້ໂອກາດ (ໃນການຍິງປະຕູ) ເປືອງ.

"ຂ້າພະເຈົ້າຄິດວ່າ ພວກເຮົາຄວນຈະເຮັດດີກວ່ານີ້ໃນມື້ນີ້, ດ້ວຍຄວາມພະຍາຍາມຂອງພວກເຮົາທັງຫມົດ ຕລອດການແຂ່ງຂັນ. ພວກເຮົາມີໂອກາດສອງສາມເທື່ອ ທີ່ຈະໄດ້ປະຕູ, ແຕ່ພວກເຮົາບໍ່ໄດ້ຈັບເອົາໂອກາດນັ້ນເລີຍ. ແຕ່ນັ້ນ ແມ່ນການແຂ່ງຂັນເຕະບານໂລກ, ແລະມັນກໍກົງໄປກົງມາຢ່າງເປັນທັມ. ນີ້ຈະກະຕຸ້ນພວກເຮົາ ໃຫ້ເຮັດວຽກຫນັກແທ້ໆ ໃນອາທິດນີ້, ແລະພະຍາຍາມທີ່ຈະຊະນະການແຂ່ງຂັນ ຄັ້ງທີສອງແລະສາມ ໃນເວທີການແຂ່ງຂັນຂອງພວກເຮົາ, ແລ້ວຜ່ານເຂົ້າສູ່ຂັ້ນຕໍ່ໄປ."

ວັນທີສາມຂອງການແຂ່ງຂັນແມ່ນການທົດສອບ ຄັ້ງທໍາອິດຂອງ Socceroos ໃນການແຂ່ງຂັນ.

ແລະການທົດສອບບໍ່ໄດ້ມາໃຫຍ່ກວ່າການປ້ອງກັນແຊ້ມປ້ຽນ ໂລກ, ຝຣັ່ງ[[kickoffwed0600aedt]].

ເຖິງແມ່ນວ່າຂາດ ນັກເຕະຊື່ດັງຢ່າງ Karim Benzema, ກອງກາງ Paul Pogba ແລະ N'Golo Kante, ແລະກອງຫຼັງ Presnel Kimpembe ເນື່ອງຈາກການບາດເຈັບ, ແຕ່ທີມຝຣັ່ງຈະເລີ່ມຕົ້ນການແຂ່ງຂັນດ້ວຍການຄາດວ່າຈະເອົາຊະນະທີມອອສເຕຣເລັຍ.

ແຕ່ຜູ້ຈັດການທີມຂອງອອສເຕຣເລັຍ, Graham Arnold ຢືນຢັນວ່າ ນັກຫລິ້ນຂອງລາວກໍຈະບໍ່ຕົກໃຈເກີນໄປ.

"ພວກເດັກເຫຼົ່ານີ້ມີພອນສວັນຫຼາຍ. ແລະຂ້າພະເຈົ້າຮູ້ຄວາມຄິດຂອງເຂົາເຈົ້າ. ນັ້ນແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດ. ພວກເຂົາບໍ່ຖອຍຫຼັງໃຫ້ໃຜ. ພວກເຂົາຮູ້ແຕ່ການເບິ່ງໄປທາງໜ້າແລະກ້າວໄປຂ້າງຫນ້າ, ແລະມັນບໍ່ສໍາຄັນວ່າໃຜຢູ່ຕໍ່ຫນ້າພວກເຂົາ. ແລະມັນບໍ່ໄດ້ເປັນການດູໝິ່ນເລີຍ, ແຕ່ຂ້າພະເຈົ້າບໍ່ໄດ້ກ່າວເຖິງຄໍາວ່າ 'ຝຣັ່ງ' ແລະຂ້າພະເຈົ້າ ບໍ່ໄດ້ກ່າວເຖິງຊື່ຂອງນັກຫລິ້ນຄົນໃດເລີຍ ເພາະວ່າເຂົາເຈົ້າທຸກຄົນຫລິ້ນໃນຕໍາແຫນ່ງຂອງພວກເຂົາ. ນັກເຕະຮູ້ວ່າເຂົາເຈົ້າເປັນໃຜ. ມັນເປັນພຽງການລະບຸຈຸດແຂງຂອງນັກກິລາເຫຼົ່ານັ້ນ, ແລະມັນເປັນໂຕຕໍ່ໂຕ, ມັນເປັນ 10 ເສື້ອສີຟ້າ ຕໍ່ 10 ເສື້ອສີເຫຼືອງ, ແລະນັ້ນຄືການຕໍ່ສູ້."

ອອສເຕຣເລັຍປະເຊີນຫນ້າກັບຝຣັ່ງມາແລ້ວໃນການເລີ່ມການແຂ່ງຂັນເຕະບານໂລກປີ 2018 ເຊັ່ນກັນ ໂດຍເສັຍສອງປະຕູຕໍ່ຫນຶ່ງ...ຫົວໜ້າທີມ Mat Ryan ທີ່ໄດ້ຫລິ້ນໃນມື້ນັ້ນ ກ່າວວ່າ ຮູ້ສຶກໂຊກບໍ່ດີ.

ໃນອີກການແຂ່ງຂັນຫນຶ່ງ ໃນກຸ່ມ D ໃນມື້ທີສາມ, ລະຫວ່າງDenmark ກັບ Tunisia ຊຶ່ງເປັນການຄາດການ Denmark ວ່າຈະຮັບໄຊຊະນະ. (ວັນພຸດ, ເລີ້ມເຕະ ເວລາ: 00:00 AEDT)

ກຸ່ມ C ກໍເລີ່ມຂຶ້ນ ໃນມື້ທີສາມ ຄືກັນ

Argentina ທີມຂອງ Lionel Messi, ຄາດວ່າຈະຊະນະທີມຈາກ Saudi Arabia (ວັນຄານ, ເລີ້ມເຕະ ເວລາ: 03:00 AEDT)

ແລະ Mexicoຈະພົບກັບ Poland (ເລີ້ມເຕະ ວັນພຸດ, ເວລາ: 03:00 AEDT) ຢູ່ສນາມກິລາຂອງໂດຮາ 974 -ທີ່ມີຊື່ນີ້ ເພາະວ່າ ມັນເຮັດຈາກ 974 ຕູ້ຂົນສົ່ງ 974 ຕູ້ທີ່ຖືກນໍາມາໃຊ້ຄືນໃຫມ່.

ໃນການຮັບຜິດຊອບຂອງການຕັດສິນໃນເກມນັ້ນ ຈະເປັນກັມມະການຂອງ ອອສເຕຣເລັຍ Chris Beath.

ເນື້ອເລື່ອງໂດຍ Sunil Awasthi ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share