ຄໍາເຕືອນສຸກເສີນ ແລະການໃຫ້ຣະດັບອັນຕຣາຍຂອງອອສເຕຣເລັຍ ແມ່ນຫຍັງ ແລະທ່ານຄວນຈະປະຕິບັດແນວໃດ?

Bushfires

Bushfires are a common occurrence in Australia, so knowing what to do could save your life. Source: AAP

ຍ້ອນວ່າ ອອສເຕຣເລັຍແມ່ນ ປະເທດທີ່ມີແນວໂນ້ມ ທີ່ຈະຮັບອັນຕຣາຍ ທີ່ກ່ຽວຂ້ອງ ກັບອາກາດທີ່ຮ້າຍແຮງ, ດັ່ງນັ້ນຈຶ່ງມີລະບົບການໃຫ້ຣະດັບ ອັນຕຣາຍຂອງອັກຄີພັຍ (ໄຟໄໝ້) ທີ່ມີມາດຕະຖານໃຫມ່ໃນປະເທດ, ແລະມີ ລະບົບເຕືອນພັຍສຸກເສີນ ເພື່ອຊ່ວຍໃຫ້ຊຸມຊົນ ແລະຜູ້ຕອບສນອງ (ກູ້ພັຍ) ຄົນທໍາອິດເຂົ້າໃຈເຖິງຄວາມສ່ຽງ, ການກຽມພ້ອມ, ແລະ ປະຕິບັດໃນ ເຫດການສຸກເສີນ ທີ່ແຕກຕ່າງກັນ.


Highlightsຈຸດສຳຄັນ
  • ອອສເຕຣເລັຍ ມີລະບົບການເຕືອນພັຍສຸກເສີນ ແລະລະບົບການໃຫ້ຣະດັບອັນຕຣາຍໄຟໃຫມ່.
  • ການໃຫ້ຣະດັບອັນຕຣາຍຂອງໄຟທີ່ມີຣະຫັດສີ ແລະລະບົບເຕືອນພັຍສຸກ ເສີນແມ່ນຄ້າຍຄືກັນ.
  • ລະບົບການໃຫ້ຣະດັບອັນຕຣາຍໄຟ ຖືກນໍາໃຊ້ເພື່ອກໍານົດວ່າໄຟຈະເປັນອັນຕຣາຍພຽງໃດ.
  • ລະບົບເຕືອນພັຍຂອງອອສເຕຣເລັຍ ຖືກນໍາໃຊ້ ເພື່ອອະທິບາຍເຖິງຄວາມຮ້າຍແຮງຂອງເຫດການທີ່ກຳລັງເກີດຂຶ້ນແລ້ວ.
ໃນເດືອນທັນວາປີ 2019, ອອສເຕຣເລັຍໄດ້ກາຍເປັນຫົວຂໍ້ຂ່າວຕ່າງໆ ໃນທົ່ວໂລກກ່ຽວກັບໄຟໄຫມ້ທີ່ຮ້າຍແຮງ ທີ່ໄດ້ສ້າງຄວາມເສັຍຫາຍ ໃຫ້ແກ່ປະເທດ ໃນລະຫວ່າງ 'ລະດູຮ້ອນສີດໍາ (Black Summer)’.

ຫລາຍອາທິດຫລັງຈາກໄຟໄດ້ເຜົາໄຫມ້ທີ່ດິນຢ່າງກວ້າງໃຫຍ່, ບາງຊຸມຊົນຊຶ່ງ ທີ່ໄດ້ຮັບຜົນກະທົບຈາກໄຟໄດ້ ກໍຖືກນ້ໍາຖ້ວມ ຍ້ອນຝົນຕົກຫນັກ ແລະພະຍຸຝົນໄດ້ເຮັດໃຫ້ເຄືອຂ່າຍແມ່ນໍ້າຕ່າງໆໄດ້ລົ້ນຕາຝັ່ງ.

ທ່ານ Rob Webb, ຜູ້ອໍານວຍການໃຫຍ່ ຂອງສະພາແຫ່ງຊາດເພື່ອການບໍລິການໄຟ ແລະສຸກເສີນ ໃນອອສເຕຣເລັຍ ແລະນິວຊີແລນ (The National Council for Fire and Emergency Services in Australia and New Zealand-AFAC), ກ່າວວ່າ ຫນ່ວຍບໍຣິການສນັບສນູນສຸກເສີນຂອງຣັດ ແລະເຂດແດນຫຼາຍກວ່າ 30 ແຫ່ງ ໄດ້ຮ່ວມມືກັນຈັດຕັ້ງ ປະຕິບັດວິທີການປະສານງານເພື່ອສື່ສານ, ກຽມພ້ອມ, ແລະຕອບສນອງຕໍ່ຄວາມຖີ່ ແລະຄວາມຮຸນແຮງຂອງພັຍທັມມະຊາດທີ່ເພີ່ມທະວີ ຂຶ້ນ.

"ຂນະທີ່ສະພາບອາກາດຂອງພວກເຮົາກໍາລັງປ່ຽນແປງ, ພວກເຮົາກໍເຫັນພັຍທັມມະຊາດທີ່ມີຫລາຍຂຶ້ນເລື້ອຍໆ."


ພັຍພິບັດກໍາລັງເກີດຂຶ້ນຢ່າງຕໍ່ເນື່ອງກັນ, ຫຼືກໍາລັງເກີດຂຶ້ນ ໃນຂອບເຂດທີ່ກວ້າງຂວາງ ແລະດັ່ງນັ້ນ ພວກເຮົາຈຶ່ງມີຄວາມຮູ້ສຶກວ່າ ພວກເຮົາຕ້ອງແບ່ງປັນຊັບພະຍາກອນຂ້າມເຂດຊາຍແດນຂອງພວກເຮົາ.
Rob Webb, AFAC CEO
Bushfire
Source: AAP
ເມື່ອບໍ່ດົນມານີ້ ອອສເຕຣເລັຍ ໄດ້ອັບເດດ ແລະເຮັດໃຫ້ຣະບົບການໃຫ້ຣະດັບ ການເຕືອນພັຍສຸກເສີນ ແລະການໃຫ້ຣະດັບອັນຕຣາຍ ຂອງຕົນງ່າຍຂຶ້ນ, ແລະໄດ້ນໍາໃຊ້ລະບົບທີ່ສອດຄ່ອງທັງໃນຣະດັບຊັ້ນ ແລະ ຣະດັບປະເທດ.

ນີ້ແມ່ນເພື່ອໃຫ້ແນ່ໃຈວ່າທັງຫນ່ວຍງານກູ້ພັຍສຸກເສີນ ແລະຊຸມຊົນທົ່ວໄປ ເຂົ້າໃຈວ່າຄວາມສ່ຽງແຕ່ລະປະເພດ ຫມາຍຄວາມວ່າແນວໃດ ແລະຮູ້ວ່າຈະຮັບມືແນວໃດ ໃນກໍລະນີທີ່ເກີດພັຍທັມມະຊາດ ບໍ່ວ່າຈະເປັນສະຖານທີ່ໃດກໍຕາມ.

ລະບົບເຕືອນພັຍຂອງອອສເຕຣເລັຍ ທົ່ວປະເທດ ໄດ້ຖືກນໍາສເນີໃຊ້ໃນເດືອນທັນວາ 2020, ແລະລະບົບການໃຫ້ຣະດັບອັນຕຣາຍໄຟ ທີ່ໄດ້ຮັບການປັບປຸງໃຫມ່ ໄດ້ຖືກນຳມາໃຊ້ໃນເດືອນກັນຍາ 2022.

ແລະ ຄ້າຍຄືກັນ, ແຕ່ມັນຖືກນໍາໃຊ້ໃນລະດັບຕ່າງໆ ຂອງຄວາມສຸກເສີນ ແລະອັນຕຣາຍທີ່ແຕກຕ່າງກັນ.

ລະບົບການໃຫ້ຣະດັບອັນຕຣາຍໄຟ ຖືກນໍາໃຊ້ເພື່ອເຕືອນຊຸມຊົນວ່າ ຈະເລີ່ມຕົ້ນການກະກຽມເມື່ອໃດໃນກໍລະນີໄຟໄຫມ້. ລະບົບເຕືອນພັຍຂອງອອສເຕຣເລັຍ ຖືກນໍາໃຊ້ເພື່ອໃຫ້ຄໍາແນະນໍາເຖິງລະດັບພັຍຂົ່ມຂູ່ຂອງອັນຕຣາຍທັມມະຊາດທີ່ແຕກຕ່າງກັນໄດ້ເກີດຂຶ້ນແລ້ວ.

ການໃຫ້ຣະດັບອັນຕຣາຍໄຟແມ່ນຫຍັງ ແລະມັນຫມາຍຄວາມວ່າແນວໃດ?

ລະບົບການໃຫ້ຣະດັບອັນຕຣາຍໃຫມ່ ແມ່ນຖືກນໍາໃຊ້ ເພື່ອກໍານົດວ່າ ໄຟຈະກາຍເປັນອັນຕຣາຍຫຼາຍສໍ່າໃດ ຖ້າຫາກວ່າມັນຈະມີເຫດການໄຟໄໝ້ນັ້ນ, ອີງຕາມສະພາບອາກາດ ແລະສະພາບແວດລ້ອມ.

"ລະບົບການໃຫ້ຣະດັບອັນຕຣາຍຂອງໄຟ ແມ່ນສະເພາະສໍາລັບການກຽມຕ່າງໆໃນກໍຣະນີໄຟໄໝ້... ມັນ(ໝາຍເຖິງ)ວ່າ ພວກເຮົາຕ້ອງໄດ້ເຮັດຫຍັງແນ່ ເພື່ອກຽມພ້ອມ ໃນກໍຣະນີທີ່ໄຟເລີ່ມຕົ້ນໄໝ້," ທ່ານນາງ Fiona Dunstan, ຜູ້ຈັດການຂອງ National Community Engagement Manager for the Bureau of Meteorology (BOM) ອະທິບາຍ.

ຣະຫັດສີ ມີ 4 ປະເພດ ຂອງລະບົບການໃຫ້ຣະດັບອັນຕຣາຍໄຟ ແມ່ນ:

  1. ກາງ-Moderate (ສີຂຽວ): ວາງແຜນງານ ແລະກະກຽມ
  2. ສູງ-High (ສີເຫຼືອງ): ກຽມພ້ອມທີ່ຈະປະຕິບັດ
  3. ສຸດຂີດ-Extreme (ສີຫມາກກ້ຽງ): ລົງມືປະຕິບັດດຽວນີ້ ເພື່ອປົກປ້ອງຊີວິດ ແລະຊັບສິນຂອງທ່ານ
  4. ພັຍພິບັດ-Catastrophic (ສີແດງ): ສໍາລັບການຢູ່ລອດຂອງທ່ານ, ໃຫ້ອອກຈາກພື້ນທີ່ສ່ຽງໄຟປ່າ.
ໃນລະຫວ່າງ ຣະດັບ ສີຂຽວ ແລະສີເຫລືອງ, ຊຸມຊົນຄວນສແວງຫາ ຂໍ້ມູນກ່ຽວກັບ ສະພາບອາກາດ ແລະຢູ່ຕິດຕໍ່ກັບການບໍຣິການ ສຸກເສີນ ໃນທ້ອງຖິ່ນຂອງເຂົາເຈົ້າ ສໍາລັບການອັບເດດ.

ໃນຣະດັບ 'ພັຍພິບັດ-(Catastrophic)' ແລະ ‘ສຸດຂີດ-(Extreme)' ຫມາຍຄວາມວ່າ ມັນບໍ່ເປັນໄປໄດ້ ທີ່ຜູ້ດັບເພີງຈະສາມາດຄວບຄຸມໄຟໄດ້, ສະນັ້ນ ທ່ານຕ້ອງການທີ່ຈະປະຕິບັດຕາມແຜນການຢູ່ລອດຂອງ ໄຟປ່າ (Bushfire) ສ່ວນຕົວຂອງທ່ານ ແລະອາດຈະຕ້ອງໄດ້ອອກໄປຈາກບ່ອນນັ້ນ.

The Australian Fire Danger Ratings
ທ່ານ Rob Webb ອະທິບາຍວ່າ:"[The Extreme rating ຫມາຍເຖິງ] ທ່ານຕ້ອງຮູ້ວ່າທ່ານຈະເຮັດແນວໃດ... ບໍ່ວ່າຈະຢູ່ໃນສະຖານທີ່ນັ້ນ ຫລືວ່າທ່ານຈະຍ້າຍໄປຢູ່ບ່ອນທີ່ປອດພັຍກວ່ານັ້ນ."

ທ່ານກ່າວວ່າ ແຜນການຢູ່ລອດຈາກໄຟປ່າຂອງທ່ານ ແລະວິທີ ທີ່ທ່ານມີປະຕິກິຣິຍາ ຈະຂຶ້ນຢູ່ກັບສະພາບການສະເພາະຂອງທ່ານ. ໃນຂນະທີ່ບາງເຂດ ທີ່ມີຜູ້ຄົນອາສັຍຢູ່ໃນອອສເຕຣເລັຍ ມີຄວາມສ່ຽງຕໍ່ໄຟ ໃນລະຫວ່າງເດືອນທີ່ຮ້ອນກວ່າ, ແຕ່ສ່ວນອື່ນໆຂອງປະເທດ, ເຊັ່ນໃນພາກເຫນືອ, ຈະປະສົບກັບໄຟໃນລະດູຫນາວ.

"ມັນຈະແຕກຕ່າງກັນໄປກັບແຕ່ລະຄົນ, ວ່າບ້ານເຮືອນຂອງທ່ານຢູ່ໃສ, ບ້ານເຮືອນຂອງທ່ານກຽມພ້ອມດີປານໃດ, ແຕ່ວ່າ, ຖ້າທ່ານໄດ້ຍິນວ່າການຄາດຄະເນ ວ່າແມ່ນຣະດັບ 'ສຸດຂີດ' ແລະທ່ານຢູ່ໃນພື້ນທີ່ ທີ່ມີໄຟໄຫມ້ປ່າ, ນັ້ນແມ່ນຕອນທີ່ທ່ານຕ້ອງເຂົ້າໃຈແຜນການຢູ່ລອດ ຈາກໄຟປ່າຂອງທ່ານເອງ, ແລະເຮັດຕາມ (ແຜນການ) ນັ້ນ."

ເວົ້າວ່າ ການເຂົ້າໃຈການແຈ້ງເຕືອນເຫລົ່ານີ້ ແມ່ນສໍາຄັນຫລາຍ ເພາະພະນັກງານສຸກເສີນຕ້ອງໄດ້ດູແລຜູ້ທີ່ບໍ່ໄດ້ຍ້າຍອອກໄປທັນເວລາ.

"ພວກເຮົາມັກຈະຕ້ອງເຮັດວຽກກັບຄົນ (ຜູ້ທີ່ບໍ່ອອກຈາກພື້ນທີ່) ໃນລະຫວ່າງໄຟໄຫມ້ ຢ່າງແຮງ... ມັນໄດ້ດຶງເອົາການຊ່ອຍເຫລືອ ຈາກການດັບເພີງ ເພາະວ່າພວກເຮົາຕ້ອງໄດ້ເບິ່ງແຍງຜູ້ຄົນ, ສົ່ງເສີມຜູ້ຄົນທີ່ພະຍາຍາມອອກ ຈາກສະຖານະການອັນຕຣາຍເຫລົ່ານັ້ນ."

Natural disasters in Australia
Natural disasters in Australia Source: AAP

ຣະບົບເຕືອນພັຍຂອງອອສເຕຣເລັຍ ແລະສິ່ງທີ່ທ່ານຄວນເຮັດ

ຣະບົບເຕືອນພັຍຂອງອອສເຕຣເລັຍ ຖືກນໍາໃຊ້ເພື່ອອະທິບາຍເຖິງຄວາມຮ້າຍແຮງ ຂອງເຫດການສຸກເສີນ ຫຼືເຫດການທີ່ກຳລັງເກີດຂຶ້ນແລ້ວ. ມັນຖືກນໍາໃຊ້ສໍາລັບພັຍທັມມະຊາດຫຼາຍຊະນິດ, ບໍ່ພຽງແຕ່ສໍາລັບໄຟ.

ທ່ານນາງ Dunstan ກ່າວຕື່ມວ່າ "[ມັນ]ໄດ້ຖືກອອກແບບມາ ເພື່ອລວມເອົາຄໍາເຕືອນອັນຕຣາຍຫຼາຍຊະນິດເຊັ່ນ: ນ້ຳຖ້ວມ, ໄຟ, ລົມພາຍຸ, ຄວາມຮ້ອນ ແລະອື່ນໆ.

[ມັນ]ໃຫ້ຣະດັບການເຕືອນ ຂຶ້ນຢູ່ກັບພັຍທີ່ ຂົ່ມຂູ່ຕໍ່ຊີວິດຂອງຄົນ ຫຼືບ້ານເຮືອນ ຫຼືທຸຣະກິດ ຂອງເຂົາເຈົ້າ.
Fiona Dunstan, AFSM
 ຕົວຢ່າງ 3 ຂັ້ນຂອງການເຕືອນພັຍ ຂອງ ອອສເຕຣເລັຍ.
ຕົວຢ່າງ 3 ຂັ້ນຂອງການເຕືອນພັຍ ຂອງ ອອສເຕຣເລັຍ.
ຣະບົບເຕືອນພັຍຂອງອອສເຕຣເລັຍ ຖືກແບ່ງອອກເປັນສາມປະເພດ ທີ່ມີຣະຫັດສີ, ແລະມັນຄ້າຍຄືກັບການໃຫ້ຣະດັບອັນຕຣາຍໄຟໃຫມ່.

ເມື່ອເກີດໄຟໄຫມ້ປ່າ ຫຼືອັນຕຣາຍອື່ນໆ, ຣະບົບເຕືອນພັຍຂອງອອສເຕຣເລັຍ 3 ຣະດັບຈະໄດ້ຖືກນຳມາໃຊ້. ປະເພດຕ່າງໆຄື:

  • ຄຳາແນະນໍາ (ສີເຫຼືອງ): ເຫດການໄດ້ເລີ່ມຕົ້ນ. ບໍ່ມີອັນຕຣາຍໃນທັນທີ. ໃຫ້ຕິດຕາມຄຳເຕືອນໃນກໍຣະນີທີ່ສະຖານະການປ່ຽນແປງ.
  • ເບິ່ງ ແລະປະຕິບັດ (ສີຫມາກກ້ຽງ): ມີລະດັບການຂົ່ມຂູ່ທີ່ສູງຂຶ້ນ. ສະຖານະການປ່ຽນແປງ ແລະທ່ານຈໍາເປັນຕ້ອງເລີ່ມລົງມືປະຕິບັດ ໃນຕອນນີ້ ເພື່ອປົກປ້ອງຕົວທ່ານ ແລະຄອບຄົວຂອງທ່ານ.
  • ຄໍາເຕືອນສຸກເສີນ (ແດງ): ການເຕືອນພັຍສຸກເສີນ ແມ່ນລະດັບການເຕືອນສູງທີ່ສຸດ. ທ່ານອາດຕົກຢູ່ໃນອັນຕຣາຍ ແລະຈໍາເປັນຕ້ອງລົງມືປະຕິບັດທັນທີ. ການຊັກຊ້າໃດໆໃນເວລານີ້ ເຮັດໃຫ້ຊີວິດຂອງທ່ານຕົກຢູ່ໃນອັນຕຣາຍ.

    ທ່ານນາງ Dunstan ກ່າວວ່າ ທ່ານຄວນຈະປະຕິບັດແນວໃດ ຕໍ່ຄໍາເຕືອນແຕ່ລະຂໍ້ ກໍຂຶ້ນຢູ່ກັບພາວະສຸກເສີນແນວໃດເຊັ່ນກັນ.

    ໃນກໍລະນີທີ່ເກີດພັຍນໍ້າຖ້ວມ ຫຼື ໄຟໄຫມ້, ທ່ານອາດຈະຕ້ອງໄດ້ຍົກຍ້າຍອອກຈາກພື້ນທີ່. ເຖິງຢ່າງໃດກໍຕາມ, ຖ້າຫາກວ່າອັນຕຣາຍແມ່ນຄວາມຮ້ອນຫຼືພາຍຸຫມາກເຫັບໜັກ, ທ່ານອາດຈະຕ້ອງຊອກຫາບ່ອນລີ້ພັຍ.

ທ່ານນາງກ່າວຕື່ມວ່າ ການຮູ້ວ່າທ່ານຈະປະຕິບັດແນວໃດເປັນສິ່ງສໍາຄັນ, ແລະແນະນໍາໃຫ້ຄົນໃນຄົວເຮືອນສົນທະນາກ່ຽວກັບຄໍາຖາມຕ່າງໆນໍາກັນ ເພື່ອກຽມ ແຜນສຸກເສີນຂອງເຂົາເຈົ້າ, ໃນກໍລະນີທີ່ມີການແຈ້ງເຕືອນ:

  • ເຮົາຈະໄປໃສ?
  • ເຮົາຈະເອົາຫຍັງໄປນໍາເຮົາແນ່?
  • ເຮົາຈະເຮັດແນວໃດ ກັບສັດລ້ຽງ ແລະເດັກນ້ອຍ?
ທ່ານ Webb ແນະນໍາໃຫ້ທຸກຄົນ ຕິດຕໍ່ກັບຫນ່ວຍງານສຸກເສີນ ໃນທ້ອງຖິ່ນຂອງເຂົາເຈົ້າ ເພື່ອຊອກຫາຂໍ້ມູນ ກ່ຽວກັບປະເພດຂອງອັນຕຣາຍ ທີ່ອາດເກີດຂຶ້ນຢູ່ໃນເຂດຂອງເຂົາເຈົ້າ.

ໃນພື້ນທີ່ຂອງທ່ານ ມີນ້ຳຖ້ວມບໍ? ມີພາຍຸບໍ? ມີໄຟໄໝ້ບໍ? ເຂົ້າໃຈເຖິງຄວາມສ່ຽງທີ່ອາດຈະມີໃນພື້ນທີ່ນັ້ນ, ແລະຮຽນຮູ້ສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອຫຼຸດຜ່ອນຄວາມສ່ຽງເຫຼົ່ານັ້ນ. ນັ້ນແມ່ນສິ່ງສໍາຄັນທີ່ສຸດ.
Fiona Dunstan, National Community Engagement Manager, BOM
ທ່ານນາງ Dunstan ກ່າວວ່າ "ການລົງທຶນ ໃນເວລາເລັກນ້ອຍ ເພື່ອທີ່ຈະເຂົ້າໃຈເຖິງອັນຕຣາຍໃນເຂດນັ້ນ ສາມາດຊ່ວຍຊີວິດຂອງທ່ານໃນພາກໜ້າ.

ຂໍ້ມູນເພີ່ມເຕີມ:

  • ກວດເບິ່ງຣະດັບອັນຕຣາຍຂອງຣະບົບການດັບເພີງຂອງອອສເຕຣເລັຍ ໃນ 12 ພາສາຕ່າງໆ (ຢູ່ຂ້າງລຸ່ມນີ້)
  • ຂໍ້ມູນກ່ຽວກັບ NSW ໃນ 12 ພາສາຕ່າງໆ
ໃນກໍຣະນີສຸກເສີນ, ໂທຣະສັບ 000


Share