ຫ້າຄໍາແນະນໍາໃນການຮັກສາຄວາມປອດພັຍ ແລະເຢັນສະບາຍ ໃນຊ່ວງລະດູຮ້ອນຂອງອອສເຕຣເລັຍ.

Loving couple at the beach

tips to keep safe and cool during an Australian summer - Getty Credit: andresr/Getty Images

ການຮັບຟັງສິ່ງທີ່ຮ່າງກາຍຂອງທ່ານຕ້ອງການ ເປັນສິ່ງສໍາຄັນຕລອດປີ, ແຕ່ມັນຈະ ສໍາຄັນຍິ່ງຂຶ້ນໃນລະຫວ່າງອາກາດທີ່ຮ້າຍແຮງ. ຕໍ່ໄປນີ້ແມ່ນຄໍາແນະນໍາທີ່ຈໍາເປັນເພື່ອເອົາຊນະລະດູຮ້ອນຂອງອອສເຕຣເລັຍ.


ຈຸດສໍາຄັນ
  • ການໃຫ້ຄວາມຊຸ່ມແກ່ຮ່າງກາຍ (Hydrate) ດ້ວຍນໍ້າ ຫຼື Electrolytes ແມ່ນມີຄວາມສໍາຄັນຫຼາຍໃນຊ່ວງລະດູຮ້ອນຮ້ອນ.
  • ໃຊ້ຢາທາປ້ອງກັນແສງແດດ SPF 50 ຫຼືສູງກວ່າ ທຸກເທື່ອທີ່ທ່ານຢູ່ນອກເຮືອນ.
  • ກວດສອບດັດຊະນີ UV ສເມີກ່ອນຈະອອກນອກເຮືອນ.
"ຮ່າງກາຍຂອງເຮົາ ແມ່ນເຄື່ອງຈັກ ທີ່ຖືກປັບແຕ່ງຢ່າງດີ. ພວກເຮົາ ມີເຄື່ອງຄຸມຄວາມຮ້ອນຢູ່ໃນໂຕ ທີ່ຊ່ວຍໃຫ້ພວກເຮົາ ປັບອຸນຫະພູມຂອງຮ່າງກາຍ ຂອງພວກເຮົາ," ນາຍໝໍ Angelica Scott ໃນ Sydney ກ່າວ.

ຮ່າງກາຍມີປະຕິກິຣິຍາຫຼາຍທາງ ເພື່ອຮັກສາຄວາມສມ່ຳສເມີເມື່ອເວົ້າເຖິງຄວາມຮ້ອນ.

ການຕອບສນອງທາງຮ່າງກາຍຕໍ່ຄວາມຮ້ອນ.

ເມື່ອອາກາດຮ້ອນ, ຮ່າງກາຍຂອງພວກເຮົາໃຊ້ກົນໄກຕ່າງໆ ເພື່ອໃຫ້ເຢັນລົງ ສ່ວນໃຫຍ່ແມ່ນເຫື່ອ, Dr Scott ອະທິບາຍ.
ເວລາອາກາດຮ້ອນ, ຕ່ອມເຫື່ອຂອງເຮົາ ຈະປ່ອຍນໍ້າ ຫຼືເຫື່ອອອກ, ເຊິ່ງຈາກນັ້ນກໍເຫີຍຈາກຜິວຫນັງຂອງເຮົາ ແລະຊ່ວຍກຳຈັດຄວາມຮ້ອນແລະເຮັດໃຫ້ຮ່າງກາຍເຢັນລົງ.
Dr Angelica Scott
ນອກຈາກເຫື່ອອອກແລ້ວ, ເສັ້ນເລືອດໃນຜິວຫນັງເຮົາ ຍັງຂຍາຍໂຕຫຼືເປີດອອກ ເຮັດໃຫ້ເຮົາປ່ອຍຄວາມຮ້ອນຜ່ານຜິວຫນັງໄດ້.

ນາງກ່າວຕື່ມວ່າ "ດ້ວຍເຫດນີ້ ພວກເຮົາຈຶ່ງເບິ່ງຄືວ່າ ໜ້າແດງເມື່ອມັນຮ້ອນ.”

Dr Scott ຍັງໄດ້ກ່າວເຖິງຂະບວນການທາງຮ່າງກາຍ ທີ່ເອີ້ນວ່າ 'ການລະບາຍຄວາມຮ້ອນ' ທີ່ເກີດຂື້ນໃນລະຫວ່າງອາກາດຮ້ອນ.

"ຮ່າງກາຍຂອງທ່ານ ຈະພະຍາຍາມເຄື່ອນຄວາມຮ້ອນ ໃຫ້ອອກຫ່າງຈາກຈຸດໃຈກາງຂອງທ່ານ ແລະໄປທາງແຂນ ຫຼືຂາ. ເມື່ອສິ່ງນີ້ເກີດຂຶ້ນ, ເຫື່ອຈະອອກຫຼາຍຂຶ້ນຕາມແຂນ, ມື ແລະຂາຂອງທ່ານ."
ນອກເຫນືອຈາກເຫື່ອ ແລະຜິວໜັງທີ່ແດງແລ້ວ, Dr Scott ອະທິບາຍວ່າ ຄວາມຮ້ອນ ຈະທຳໃຫ້ມີການຫາຍໃຈໄວ ແລະຕື້ນຂຶ້ນ. ອາກາດຮ້ອນມີແນວໂນ້ມທີ່ຈະ 'ຫນັກກວ່າ' ອາກາດທີ່ມີອຸນຫະພູມ 'ປົກກະຕິ'.

ນາງປຽບທຽບໃສ່ກັບຫມາ ທີ່ມີອາການຫອບ ໃນຕອນອາກາດຮ້ອນ ຊຶ່ງເປັນວິທີຂອງມັນ ທີ່ຈະເຮັດໃຫ້ຕົນເອງເຢັນ. "ມະນຸດ ກໍມີອາການຫາຍໃຈຢ່າງໄວ ໃນຂນະທີ່ພວກເຮົາ ພະຍາຍາມຂັບໄລ່ຄວາມຮ້ອນ."

ໃນຂນະທີ່ຄວາມຮ້ອນ ສາມາດເຮັດໃຫ້ເກີດອາການປົກກະຕິເຫຼົ່ານີ້, ອຸນຫະພູມທີ່ຮ້າຍແຮງ ສາມາດນໍາໄປສູ່ການເຈັບປ່ວຍ ທີ່ກ່ຽວຂ້ອງກັບຄວາມຮ້ອນ ແລະຮ້ອນເກີນໄປ, Dr Scott ເຕືອນ
ຄວາມຮ້ອນເກີນໄປ ແມ່ນພາວະສຸກເສີນທາງການແພດ. ມັນເປັນສິ່ງສໍາຄັນ ທີ່ຈະຮູ້ສັນຍານ ເມື່ອເວົ້າເຖິງຄວາມເມື່ອຍເພັຍຈາກຄວາມຮ້ອນ. ອາການຕ່າງໆລວມມີ ເຫື່ອອອກຫຼາຍ, ຄວາມອ່ອນເພັຍ, ອາການປວດຮາກ, ອາການວິນຫົວ, ຊີບພະຈອນເຕັ້ນຊ້າ ຫຼືອັດຕາການເຕັ້ນຂອງຫົວໃຈຫຼຸດລົງຢ່າງໄວ, ຄວາມສັບສົນ ແລະຜິວໜັງແຫ້ງ. ບາງຄົນອາດເຖິງຂັ້ນເປັນລົມ.
Dr Angelica Scott
ສາດສະດາຈານ Ann Cust, ປະທານຄນະກັມມະການມະເຮັງຜິວຫນັງແຫ່ງຊາດຂອງສະພາມະເຮັງ (’s National Skin Cancer Committee), ແນະນໍາວ່າ ປະຊາຊົນຄວນກຽມພ້ອມສໍາລັບລະດູຮ້ອນທີ່ຮ້ອນຂຶ້ນ.

"ດ້ວຍການປ່ຽນແປງຂອງສະພາບພູມອາກາດ, ຊາວອອສເຕຣເລັຍຈະໃຊ້ເວລາຢູ່ນອກເຮືອນຍາກຂຶ້ນ. ເຮົາມີສິ່ງຕ່າງໆເຊັ່ນ ໄຟໄຫມ້ປ່າ ແລະນ້ຳຖ້ວມ ແລະທຸກສິ່ງທຸກຢ່າງ ທີ່ມາກັບການປ່ຽນແປງ ຂອງສະພາບພູມອາກາດ ທີ່ຮ້າຍແຮງ ນັ້ນແມ່ນສິ່ງທີ່ພວກເຮົາຈະຕ້ອງຮັບມື."

ຄໍາແນະນໍາໃນການຮັກສາຄວາມເຢັນ ແລະປອດພັຍ.

ເພື່ອຫຼີກເວັ້ນຈາກຄວາມຮ້ອນທີ່ສູງເກີນໄປ ຫຼືການເຈັບປ່ວຍທີ່ກ່ຽວຂ້ອງກັບຄວາມຮ້ອນ ໃນໄລຍະລະດູຮ້ອນ, Dr Scott ແນະນໍາໃຫ້ປະຕິບັດຕາມຄໍາແນະນໍາດັ່ງຕໍ່ໄປນີ້:

1. ໃຫ້ຄວາມຊຸ່ມຕໍ່ຮ່າງກາຍ (Hydrate) ດ້ວຍນ້ຳ ຫຼື electrolytes.

"ໃຫ້ແນ່ໃຈວ່າ ໃຫ້ທົດແທນແຫຼວທີ່ສູນເສັຍໄປດ້ວຍນໍ້າ. ສະນັ້ນ, ໃຫ້ດື່ມຕລອດມື້ສເມີ. ມັນເປັນສິ່ງສໍາຄັນ ທີ່ຈະມີຂວດນ້ຳກັບທ່ານສເມີ.

"ບາງເທື່ອ ພວກເຮົາຄິດວ່າ ພວກເຮົາໄດ້ດື່ມນ້ຳຢ່າງພຽງພໍ, ແຕ່ຄວາມຈິງແລ້ວ, ພວກເຮົາບໍ່ໄດ້ດື່ມຢ່າງພຽງພໍ. ພວກເຮົາ ຄວນດື່ມນ້ຳ ສາມລິດຕໍ່ມື້."

ເຖິງແມ່ນວ່າ ນ້ຳຈະເປັນສິ່ງທີ່ຕ້ອງດື່ມສເມີ ໃນມື້ອາກາດຮ້ອນ, Dr Scott ເຕືອນໃຫ້ລະວັງ ເລື້ອງດື່ມເຫລົ້າ ແລະນ້ຳອັດລົມ.

"ຄົນເຮົາ ຈະຄິດວ່າເຂົາເຈົ້າ ໄດ້ດັບຄວາມກະຫາຍຂອງເຂົາເຈົ້າ ດ້ວຍ, ແຕ່ນ້ຳອັດລົມ ມີນ້ຳຕານສູງ ແລະບໍ່ແມ່ນວິທີ ທີ່ເຫມາະສົມໃນການ ໃຫ້ຄວາມຊຸ່ມຕໍ່ຮ່າງກາຍ.

"ຖ້າຫາກວ່າທ່ານຕ້ອງການນ້ຳດື່ມຂອງທ່ານມີລົດຊາດ, ທາງເລືອກທີ່ດີກວ່າ ສໍາລັບນ້ຳອັດລົມ ຈະເປັນ... ເຄື່ອງດື່ມກິລາ ທີ່ຊ່ວຍຕື່ມ Electrolytes ຂອງທ່ານ."

2. ຫຼີກລ້ຽງອາຫານບາງຢ່າງ.

"ຫມາກໄມ້ ແລະຜັກ ຄວນຈະກິນໃນຊ່ວງອາກາດຮ້ອນ ໂດຍສະເພາະແມ່ນຫມາກໄມ້ ທີ່ອຸດົມໄປດ້ວຍນໍ້າເຊັ່ນ: ຫມາກໂມ ແລະ ຫມາກແຕງ".

Dr Scott ກ່າວວ່າ ການເລືອກອາຫານເບົາ ແລະຍ່ອຍງ່າຍ ແທນອາຫານທີ່ຫນັກກວ່າ ແລະໄຂມັນ ເພື່ອຮັກສາອຸນຫະພູມຂອງຮ່າງກາຍໃຫ້ເຢັນລົງ.

"ອາຫານຫນັກ ແລະອາຫານທີ່ມີນໍ້າຕານສູງ ຈະເຮັດໃຫ້ຮ່າງກາຍຂອງທ່ານ ເຮັດວຽກຫນັກຂຶ້ນ ແລະເຮັດເຮັດໃຫ້ ອຸນຫະພູມຂອງຮ່າງກາຍສູງຂຶ້ນ."

Cheerful woman gardening in backyard
Stay hydrated throughout the day as a critical preventive measure against heat exhaustion. Credit: The Good Brigade/Getty Images
3. ຈໍາຫ້າຢ່າງນີ້: ເຄື່ອງນຸ່ງຫົ່ມປ້ອງກັນ, ຫມວກ, ແວ່ນຕາກັນແດດ, ຢາທາກັນແດດ ແລະ ຮົ່ມ.

ຫົວຫນ້າ SunSmart,  Emma Glassenbury, ກ່າວວ່າ ມີຫ້າສິ່ງທີ່ສໍາຄັນ ທີ່ປົກປ້ອງຜູ້ຄົນ ຈາກແສງຕາເວັນ ແລະລັງສີ UV.

"ໃຊ້ທັງຫ້າຮູບແບບ ຂອງການປ້ອງກັນແສງແດດ - ເຄື່ອງນຸ່ງປ້ອງກັນ; ຫມວກປີກກວ້າງ; ແວ່ນຕາກັນແດດ, ຢາທາກັນແດດ ແລະ ຮົ່ມເພື່ອການປົກປ້ອງເພີ່ມເຕີມ," ນາງແບ່ງປັນ.

ເຖິງແມ່ນວ່າ ມັນເປັນເລື່ອງປົກກະຕິ ທີ່ຈະໃຊ້ການປ້ອງກັນແດດ ເມື່ອໄປຫຼິ້ນຫາດ ຫລືເຮັດກິດຈະກັມທາງນ້ຳ, Ms Glassenbury ກ່າວວ່າ ການປ້ອງກັນແດດ ຄວນຈະເປັນສ່ວນນຶ່ງ ໃນກິດຈະກັມປະຈໍາວັນ ຂອງທຸກຄົນ.

"Sunsmart Victoria ໄດ້ເປີດການຣົນນະຣົງໃຫມ່ ‘Don't let cancer in’ແລະມັນເນັ້ນເຖິງ ຄວາມສໍາຄັນຂອງການໃຊ້ການປ້ອງກັນແສງແດດທີ່ດີ ເພື່ອປ້ອງກັນມະເຮັງຜິວຫນັງ.

"ມັນບໍ່ສໍາຄັນວ່າ ທ່ານກໍາລັງເຮັດກິດຈະກັມຫຍັງ... ຖ້າຫາກວ່າທ່ານກໍາລັງພາໝາໄປຍ່າງ, ເຮັດສວນ ຫຼືເບິ່ງແຍງເດັກນ້ອຍໃນສວນຫລັງບ້ານຫຼື ອອກນອກເຮືອນ, ໃຫ້ໃສ່ເສື້ອຜ້າປົກຄຸມ"

4. ໃຊ້ສະພາບອາກາດ ແລະລະດັບ UV ເປັນພື້ນຖານກິດຈະກັມຂອງທ່ານ.

ກ່ອນອອກນອກເຮືອນ ຫຼືອອກກໍາລັງກາຍ, Dr Scott ແນະນໍາໃຫ້ກວດເບິ່ງພະຍາກອນອາກາດ ສໍາລັບມື້ນັ້ນ.

"ກວດເບິ່ງສະພາບອາກາດເພື່ອຄວາມກຽມພ້ອມ.

"ເມື່ອທ່ານຮູ້ວ່າ ອຸນຫະພູມສູງ, ຫຼີກເວັ້ນກິດຈະກັມນອກເຮືອນ, ຖ້າເປັນໄປໄດ້. ໂດຍທົ່ວໄປແລ້ວ, ແຕ່ຕອນທ່ຽງ ຫາປະມານ 3 ໂມງແລງມັກຈະເປັນເວລາທີ່ຮ້ອນທີ່ສຸດຂອງມື້. ດັ່ງນັ້ນ, ພະຍາຍາມຫຼີກເວັ້ນການຢູ່ທາງນອກ ໃນຊ່ວງເວລານັ້ນ."

Professor Cust ຍັງກ່າວຕື່ມວ່າ ມັນເປັນສິ່ງສໍາຄັນທີ່ຈະກວດເບິ່ງລະດັບ Ultraviolet (UV) ຂອງມື້ ກ່ອນຈະອອກນອກເຮືອນ.

ການສໍາຜັດກັບລັງສີ UV ສູງຢູ່ເລື້ອຍໆ ແມ່ນສາເຫດຫຼັກ ຂອງມະເຮັງຜິວຫນັງ.

ອີງຕາມ Professor Cust, "ພວກເຮົາໄດ້ຮັບແສງລັງສີ UV ທີ່ສູງຫຼາຍໃນອອສເຕຣເລັຍ, ເຊິ່ງພວກເຮົາຄິດວ່າ ແມ່ນການອະທິບາຍວ່າ ເປັນຫຍັງອັດຕາການເປັນມະເຮັງຜິວຫນັງ ແມ່ນສູງທີ່ສຸດໃນອອສເຕຣເລັຍ ແລະນິວຊີແລນ ແລະ ມັນເກືອບເປັນສອງເທົ່າ ຂອງຢູໂຣບ."

ນາງເນັ້ນວ່າ ລັງສີ UV ບໍ່ສາມາດເຫັນ ຫຼືຮູ້ສຶກໄດ້ ແລະ ບໍ່ໄດ້ກຳໜົດວ່າມື້ນັ້ນຮ້ອນສໍ່າໃດ.

"ສະຖານທີ່ສ່ວນໃຫຍ່ໃນອອສເຕຣເລັຍ ມີດັດຊະນີ UV ໃນຂັ້ນສູງປະມານ 12 ຫາ 14 ໃນລະດູຮ້ອນ, ສ່ວນໃນພາກໃຕ້ຂອງຢູໂຣບ ໃນບໍລິເວນທະເລ ເມດີແຕເຣນຽນ, ດັດຊະນີ UV ຈະມີພຽງແຕ່ປະມານແປດເທົ່ານັ້ນ.

"ຖ້າເປັນມື້ທີ່ອາກາດເຢັນ, ດັດຊະນີ UV ກໍຍັງສູງຫຼາຍ. ດັ່ງນັ້ນ, ຖ້າຫາກມີລົມເບົາໆຢູ່ຮອບໆ, ບາງເທື່ອອາດຈະຮູ້ສຶກເຢັນຢູ່ຂ້າງນອກ ແຕ່ແທ້ຈິງແລ້ວ, ດັດຊະນີ UV ອາດຈະສູງຫຼາຍ. "
Asian mother applying sunscreen lotion to protect her daughter's face before exercise while setting on floor in the park at outdoors
Most places in Australia have a UV index that peaks at around 12 to 14 in the summer months Credit: Six_Characters/Getty Images
5. ຮູ້ຂໍ້ຈໍາກັດຂອງທ່ານ ແລະຫຼີກເວັ້ນການອອກແຮງຫຼາຍເກີນໄປ.

ອີງຕາມ Dr Scott, ຖ້າຫາກວ່າທ່ານຮູ້ວ່າທ່ານເມື່ອຍງ່າຍ, ບໍ່ສາມາດອອກກໍາລັງກາຍເປັນເວລາດົນ ໃນອາກາດຮ້ອນ ຫຼືຮູ້ສຶກບໍ່ສະບາຍ, ໃຫ້ຮ່າງກາຍຂອງທ່ານພັກຜ່ອນ ແລະຂໍຄວາມຊ່ວຍເຫຼືອ. ທ່ານຮູ້ຄວາມສາມາດຂອງຮ່າງກາຍທ່ານ.

"ແຕ່ຖ້າທ່ານຮັກການອາບແດດ, ຍ່າງຫຼືອອກກໍາລັງກາຍນອກເຮືອນ, ຈົ່ງໃສ່ໃຈສັນຍານຂອງຮ່າງກາຍ. ເມື່ອທ່ານຮູ້ສຶກວ່າ ຕົນເອງກໍາລັງເລີ່ມກົດດັນຮ່າງກາຍໃຫ້ເຖິງຂີດຈຳກັດຂອງມັນ, ໃຫ້ພັກຜ່ອນ ແລະຊອກຫາວິທີ ທີ່ຈະຮັກສາຄວາມເຢັນແລະ ໃຫ້ຄວາມຊຸ່ມແກ່ຮ່າງກາຍ (hydrated)."

Ms Glassenbury ເຫັນພ້ອມກັບ Dr Scott, ໂດຍກ່າວຕື່ມວ່າ, "ພວກເຮົາອາສັຍຢູ່ໃນປະເທດທີ່ດີເລີດ ທີ່ມີສະຖານທີ່ກາງແຈ້ງທີ່ສວຍງາມ, ແຕ່ມັນມາພ້ອມກັບ ລະດັບ UV ທີ່ສູງ ເຊິ່ງສາມາດເຮັດໃຫ້ເກີດມະເຮັງຜິວຫນັງໄດ້. ດັ່ງນັ້ນ, ພວກເຮົາຢາກໃຫ້ຄົນເຮົາມ່ວນຊື່ນກັບກິດຈະກັມນອກເຮືອນ, ແຕ່ເມື່ອລະດັບ UV ຮອດ 3 ແລະສູງກວ່າ, ໃສ່ເສື້ອຜ້າປົກປິດ."

ຫາກຕ້ອງການຮຽນຮູ້ເພີ່ມເຕີມ ກ່ຽວກັບລະດັບ UV ສໍາລັບມື້ໃນພື້ນທີ່ຂອງທ່ານ, ໃຫ້ຄລິກ.

ນອກນັ້ນ, ທ່ານຍັງສາມາດເຂົ້າໄປທີ່ ສຳນັກງານປ້ອງກັນລັງສີ ແລະຄວາມປອດພັຍ ດ້ານນິວເຄລັຍຂອງອອສເຕຣເລັຍໄດ້.

ເນື້ອເລື່ອງໂດຍ  Nikkie Gregorio ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share