Key Points
- Bush tucker ແມ່ນອາຫານພື້ນເມືອງອອສເຕຣເລັຍ ເຊິ່ງມັກຈະມີສານອາຫານ ແລະເຕັມໄປດ້ວຍໂປຣຕີນ ແລະເສັ້ນໃຍ.
- ລອງຄິດກ່ຽວກັບ ສິ່ງທີ່ສອດຄ້ອງ ກັບລະດູຮ້ອນຊີກໂລກໃຕ້ ເມື່ອພິຈາລະນາການນຳເອົາ ອາຫານປ່າ ມາເປັນສ່ວນປະສົມໃນອາຫານ, ຜູ້ຊ່ຽວຊານຄົນຫນຶ່ງອະທິບາຍ.
- ການມີການສົນທະນາ ກ່ຽວກັບວ່າ ສ່ວນປະກອບຂອງພື້ນເມືອງ ມາຈາກໃສ ເປັນວິທີຫນຶ່ງ ທີ່ຈະສະແດງຄວາມເຄົາຣົບ ຕໍ່ຊົນຊາດທໍາອິດຂອງອອສເຕຣເລັຍ.
Bush tucker ແມ່ນອາຫານພື້ນເມືອງອອສເຕຣເລັຍ ແລະຖືກບໍຣິໂພກເປັນເວລາຍາວນານ ໂດຍຊົນຊາດທໍາອິດ ແລະ ເປັນທີ່ມັກຊອບໂດຍຫຼາຍຄົນ.
Bush tucker ສ່ວນຫຼາຍມີຄຸນຄ່າທາງໂພຊະນາການ ແລະເຕັມໄປດ້ວຍໂປຣຕີນ ແລະເສັ້ນໃຍ ແລະສາມາດລວມເອົາຫມາກໄມ້, ພືດ, ສັດ ແລະເມັດພືດຕ່າງໆ.
ໃນຂນະທີ່ ສ່ວນປະສົມພື້ນເມືອງ ໄດ້ຮັບຄວາມສົນໃຈເພີ່ມຂຶ້ນ ໃນໄລຍະບໍ່ດົນມານີ້, ແຕ່ສໍາລັບຄົວເຮືອນ, ມັນອາດເປັນສິ່ງທ້າທາຍ ທີ່ຈະຮູ້ວ່າຈະເລີ່ມຕົ້ນຢູ່ໃສ ເມື່ອນຳມາໃຊ້ໃນອາຫານ.
Damien Coulthard ຊາວ Adnyamathanha ແລະ Dieri ຈາກ Flinders Rangers ແລະຜູ້ຮ່ວມກໍ່ຕັ້ງຂອງ Warndu, ທຸລະກິດຂາຍສ່ວນປະສົມພື້ນເມືອງ.

Co-founder of Warndu, Damien Coulthard. Credit: Jiwon Kim Credit: Jiwon Kim
ທ່ານ Coulthard ກ່າວວ່າ "ສິ່ງທີ່ພວກເຮົາຢາກແນະນຳ ແມ່ນການທົດລອງກັບອາຫານພື້ນເມືອງ ທີ່ແຕກຕ່າງກັນ ແລະ ເອົາມາຮວມກັນ, ແລະສເລີມສລອງມັນ ໃນການປຸງແຕ່ງອາຫານຂອງທ່ານ."
ລາວເຊື່ອວ່າ ບໍ່ມີເວລາທີ່ຈະເລີ່ມຕົ້ນໄດ້ດີກວ່າ ໃນໄລຍະເທດສະການ, ຕອນທີ່ມີອາຫານ ທີ່ຫຼາກຫຼາຍ.
ນີ້ແມ່ນຫ້າສິ່ງ ທີ່ທ່ານສາມາດເຮັດໄດ້ ເພື່ອລວມເອົາ Bush tucker ເຂົ້າໄປໃນການສເລີມສລອງຂອງທ່ານ.
1.ເອົາສ່ວນປະສົມພື້ນເມືອງໃສ່ Salads
ແທນທີ່ຈະເລີ່ມຕົ້ນວິທີປຸງແຕ່ງ ໂດຍໃຊ້ສ່ວນປະກອບພື້ນເມືອງ, ພຽງແຕ່ທົດແທນສ່ວນປະສົມປົກກະຕິຂອງທ່ານ, Mr Coulthard ແນະນໍາ.
ທ່ານກ່າວວ່າ "ມັນກ່ຽວກັບການທົດລອງ ກັບຣົດຊາດທີ່ແຕກຕ່າງກັນ."
ຍົກຕົວຢ່າງ, ຜັກ Warrigal ຈະເຂົ້າກັນດີກັບ Spinach, Samphire ສາມາດປະສົມກັບ Asparagus, ແລະ Lemon myrtle ໃຫ້ຣົດສົ້ມ ຄ້າຍຄືກັນກັບໝາກນາວ, ແຕ່ຈະສົ້ມກວ່າ.
2. ປຸງຣົດ ແລະ ໝັກ (ເອືອບ) ດ້ວຍສ່ວນປະສົມພື້ນເມືອງ
ຖ້າຫາກວ່າ ຈະມີການກິນ ໄກ່ງວງ, ໄກ່, ແກະ ຫຼືປາ, ໃຫ້ລອງໃຊ້ສ່ວນປະສົມ ພື້ນເມືອງ, ລວມທັງໃບເກືອປ່າ (Saltbush) ທີ່ມີຣົດຊາດເຄັມແລະສມຸນໄພ, ທີ່ເຂົ້າກັນດີກັບການອົບ, ຂົ້ວ ແລະແມ່ນແຕ່ການຈືນ.
Pepperberry ເໝາະໃນການເອືອບຊີ້ນ ໃນ ຂນະທີ່ Geraldton wax ມີ ຣົດຫມາກນາວ ແລະເຫມາະສົມສໍາລັບການ stuffing ຫຼືກິນກັບອາຫານທະເລ.
3. ອາຫານທະເລ
Arabella Douglas ແມ່ຍິງ ຊາວ Minyunbal ເປັນຜູ້ກໍ່ຕັ້ງຂອງ Currie Country ຊຶ່ງເປັນອົງກອນນໍາຫນ້າຂອງອົງການ First Nations ທີ່ອໍານວຍຄວາມສະດວກ ໃນການເຊື່ອມຕໍ່ ຜ່ານການຊຶມຊັບດ້ານວັດທະນະທັມ.
ນາງອະທິບາຍວ່າ ສິ່ງຫນຶ່ງທີ່ຕ້ອງພິຈາລະນາ ເມື່ອຕື່ມສ່ວນປະກອບພື້ນເມືອງ ຄືການຖາມວ່າ: ຈະມີຫຍັງແດ່ ທີ່ຈະເຂົ້າກັບລະດູຮ້ອນຂອງຊີກໂລກໃຕ້?
Ms Douglas ກ່າວວ່າ "ພວກເຮົາຕ້ອງຈື່ວ່າ ພວກເຮົາຢູ່ໃສ ແລະເຮັດໂຕເຮົາ ຄືກັນກັບບ່ອນເຮົາຢູ່ ຊຶ່ງເປັນທະວີບຊີກໂລກໃຕ້."

Arabella Douglas is a founder of Currie Country. Credit: Jiwon Kim
Ms Douglas ເຊື່ອວ່າ ກຸ້ງ ແລະ ອາຫານທະເລ ເປັນທາງເລືອກທີ່ດີ ທີ່ຈະບໍຣິໂພກ, ໃນຂນະທີ່ ຫອຍ (Pippies) ແລະ ກະປູ ແມ່ນຢູ່ໃນບັນດາຂອງມັກ ຂອງນາງ.
"ສິ່ງສຳຄັນກໍຄື ການເຮັດໃຫ້ເຄື່ອງທີ່ເອົາມາກິນກັບອາຫານນັ້ນ ມີຊີວິດຊີວາ.
"ພວກເຮົາສຳນຶກວ່າ ທ່ານສາມາດທົດແທນ ສ່ວນປະກອບທີ່ສໍາຄັນດ້ວຍສ່ວນປະກອບ ພື້ນເມືອງໄດ້."
4. "ພວກເຮົາສຳນຶກວ່າ ທ່ານສາມາດທົດແທນ ສ່ວນປະກອບທີ່ສໍາຄັນດ້ວຍສ່ວນປະກອບ ພື້ນເມືອງໄດ້."

Strawberry gum Pavlova with wattleseed cream. Credit: Josh Geelan and Luisa Brimble
Mr Coulthard ກ່າວວ່າ "ທຸກຄົນມັກ Strawberry gum pavlova ຂອງພວກເຮົາ, ໃນຄຣີມ ມີສ່ວນປະສົມຂອງ Wattleseed. "
ມັນດີຍິ່ງຂຶ້ນ ເມື່ອມີຫມາກໄມ້ພື້ນເມືອງເຊັ່ນ Quondongs, Davidson plums ແລະ Muntries, ລາວກ່າວຕື່ມ
ການເພີ່ມເຕີມທີ່ຄ້າຍຄືກັນນີ້ ສາມາດໃຊ້ໄດ້ກັບອາຫານຫຼືຂອງຫວານອື່ນໆ ຂອງເທດສະການເຊັ່ນ Trifle.
5. ໃສ່ສ່ວນປະສົມພື້ນເມືອງໃນເຄື່ອງດື່ມຂອງທ່ານ
Wattleseed ສາມາດແມ່ນທາງເລືອກທີ່ເໝາະສົມ ສໍາລັບກາເຟ, ໃນຂນະ ໃນການໃຫ້ພະລັງງານດຽວກັນ, ແຕ່ບໍ່ມີທາດກາເຟ (Caffeine).
Finger limes ແລະ Davidson plums ສາມາດເປັນສ່ວນເສີມ ຂອງນ້ຳອັດລົມ ໃນຂນະທີ່ Lemon myrtle ເປັນການປະສົມທີ່ດີ ກັບເຄື່ອງດື່ມທີ່ໃຊ້ Tonic ໄດ້.
River mint ແລະ Ant loose tea ສາມາດໃຫ້ມີອາການສງົບ.
ສ້າງບົດເລື່ອງ ແລະແບ່ງປັນ
ຄົ້ນຄວ້າ ແລະສົນທະນາ ກ່ຽວກັບສ່ວນປະກອບພື້ນເມືອງ ວ່າມາຈາກໃສ ສາມາດເປັນວິທີຫນຶ່ງ ເພື່ອສເລີມສລອງມໍ ຣະດົກອັນລ້ຳຄ່າຂອງອອສເຕຣເລັຍ.
ທ່ານ Coulthard ກ່າວວ່າ "ພະຍາຍາມລະບຸຣັດ, ຊື່ພາສາ ທີ່ເຊື່ອມຕໍ່ກັບຊົນຊາດພື້ນເມືອງ, ແລະສ້າງບົດເລື່ອງກ່ຽວກັບເລື່ອງນີ້, ເຮັດໃຫ້ມັນເປັນການສເລີມສລອງທີ່ແທ້ຈິງ."
"ນັ້ນເຮັດໃຫ້ທ່ານຮູ້ຄຸນຄ່າຢ່າງແທ້ຈິງ ຕໍ່ສິ່ງທີ່ທ່ານມີ."
ເນື້ອເລື່ອງໂດຍ Yumi Oba ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao