ການປັບໂຕຂອງຜູ້ເຄາະຮ້າຍຈາກນ້ຳຖ້ວມໃນ Northern Territory.

KALKARINDJI FLOOD EVACUATION

A supplied image shows residents from the Kalkarindji area after being evacuated during major flooding in the Northern Territory, Thursday, March 2, 2023. (AAP Image/Supplied by the Department of Defence) NO ARCHIVING, EDITORIAL USE ONLY Credit: ASHLEY GILLETT/PR IMAGE

ຫຼັງຈາກຖືກຊ່ອຍເຫຼືອຈາກນ້ຳຖ້ວມແລ້ວ, ເດັກນ້ອຍຫຼາຍກວ່າ 170 ຄົນກໍເລີ້ມປັບໂຕເຂົ້າກັບສະຖານະການ ໂດຍໄດ້ກັບໄປໂຮງຮຽນຊົວຄາວ ເພາະວ່າອາດຈະໃຊ້ເວລາອີກຫຼາຍອາທິດ ກ່ອນຈະໄດ້ກັບບ້ານ ຍ້ອນການຂົນສົ່ງທາງບົກຍັງມີປັນຫາຫຼາຍຢ່າງ.


ການປັບໂຕຂອງຜູ້ເຄາະຮ້າຍຈາກນ້ຳຖ້ວມໃນ Northern Territory.

ນັກຮຽນ ຫຼາຍກວ່າ 170 ຄົນ ທີ່ຖືກຍົກຍ້າຍ ຍ້ອນນໍ້າຖ້ວມຢູ່ເຂດພາກເຫນືອ ໄດ້ກັບຄືນໂຮງຮຽນ ໃນຫ້ອງຮຽນຊົ່ວຄາວ ໃນສູນອົບພະຍົບ Darwin.

ພວກເຂົາເຈົ້າ ແມ່ນນຶ່ງໃນຜູ້ອົບພະຍົບ 700 ຄົນ ທີ່ໄດ້ຮັບການຊ່ອຍເຫຼືອ ຈາກນ້ຳຖ້ວມ ທີ່ສູງຂຶ້ນ ໃນສັບປະດາແລ້ວນີ້ ໃນຊຸມຊົນຫ່າງໄກ ຂອງເມືອງ Daguragu, Kalkarindji ແລະເມືອງ Pigeon Hole.

ເຈົ້າຫນ້າທີ່ກ່າວວ່າ ອາດຈະເປັນອີກນຶ່ງເດືອນ ກ່ອນທີ່ພວກເຂົາຈະກັບຄືນບ້ານ. Alex Anyfantis ແລະຜູ້ສື່ຂ່າວເຂດພາກເຫນືອ Laetitia Lemke ລາຍງານ.

ແມ່ນການກັບຄືນໄປໂຮງຮຽນ ສໍາລັບນັກຮຽນຫຼາຍກວ່າ 170 ຄົນ ທີ່ຖືກຍົກຍ້າຍ ເນື່ອງຈາກພັຍນໍ້າຖ້ວມໃນ Gurindji ທີ່ຫ່າງໄກ ຂອງເຂດພາກເຫນືອ (Northern Territory).

ພວກເດັກນ້ອຍ ແມ່ນຢູ່ໃນຈໍານວນຜູ້ອົບພະຍົບ 700 ຄົນ ທີ່ຕ້ອງໄດ້ຮັບການຊ່ວຍເຫຼືອ ຈາກນ້ຳຖ້ວມທີ່ສູງຂຶ້ນ ໃນຊຸມຊົນຂອງເມືອງ Daguragu, Kalkarindji ແລະ Pigeon Hole ເກືອບ 800 ກິໂລແມັດ ຈາກເມືອງ Darwin.

ຫລັງຈາກເກືອບນຶ່ງອາທິດ ຢູ່ໃນສູນອົບພະຍົບ, ພວກເດັກນ້ອຍ ກໍາລັງພະຍາຍາມຊອກຫາ ຄວາມເປັນປົກກະຕິໃຫມ່ ເມື່ອເຈົ້າຫນ້າທີ່ບອກວ່າ ອາດຈະເປັນອີກເດືອນນຶ່ງ ກ່ອນທີ່ພວກເຂົາຈະກັບຄືນບ້ານໄດ້.

ນັກຮຽນຊັ້ນປະຖົມຈາກຊຸມຊົນຂອງ Daguragu ແລະ Kalkarindji ກໍາລັງເຮັດໃຫ້ທີ່ດີທີ່ສຸດ ໃນສະຖານະການຫາຍະນະ.

Ben Kinder ເປັນຄູສອນອາວຸໂສຂອງໂຮງຮຽນ Kalkarindji.

"ພວກເຂົາໄດ້ຜ່ານມາຫຼາຍແນວ-ແຕ່ພວກເຂົາ ຍັງສາມາດເຫັນຄວາມສຸກ ຂອງຊີວິດປະຈໍາວັນ. ດັ່ງນັ້ນ, ພວກເຂົາຍັງມີໃບຫນ້າທີ່ຍິ້ມແຍ້ມ, ພວກເຮົາສາມາດລອຍນ້ຳເກືອບທຸກມື້, ຍັງໄດ້ຫຼິ້ນຢູ່, ຍັງເປັນເດັກນ້ອຍຕາມທັມມະດາ, ກັບມາຮຽນຄືກັບໃນຊີວິດປົກກະຕິ ຂອງພວກເຂົາເຊັ່ນກັນ. ແຕ່ຍັງມີເດັກນ້ອຍບາງຄົນ ທີ່ຍັງບໍ່ພ້ອມທີ່ຈະກັບໄປໂຮງຮຽນ ແລະນັ້ນກໍບໍ່ເປັນຫຍັງ."

Maria Albion ເປັນຜູ້ອໍານວຍການໂຮງຮຽນປະຖົມ Karama.

ນາງໄດ້ຊ່ວຍເຫຼືອນັກຮຽນຂອງນາງຫລາຍຄົນ ທີ່ໄດ້ສູນເສັຍທຸກສິ່ງຢ່າງ.

"ເດັກນ້ອຍຫຼາຍຄົນ ໄດ້ສູນເສັຍທຸກສິ່ງທຸກຢ່າງ. ດັ່ງນັ້ນ, ພວກເຂົາຢູ່ໃນບ່ອນທີ່ບໍ່ຄຸ້ນເຄີຍ. ສອງສາມມື້ນີ້ ໄດ້ເຮັດໃຫ້ເຂົາເຈົ້າ ຄຸ້ນເຄີຍກັບສະຖານທີ່ໃຫມ່ ຂອງເຂົາເຈົ້າ. ຫຼັງຈາກນັ້ນ ກໍທຳຄວາມຄຸ້ນເຄີຍກັບສິ່ງແວດລ້ອມຂອງເຂົາເຈົ້າ ແລະຜູ້ທີ່ມາສນັບສນູນເຂົາເຈົ້າ."

ຝົນຕົກຫນັກ ໄດ້ເຮັດໃຫ້ແມ່ນໍ້າ ວິກຕໍເຣັຍ (Victoria River) ແລະຫ້ວຍໃນບໍຣິເວນນັ້ນ ລົ້ນຕາຝັ່ງ ເມື່ອອາທິດທີ່ຜ່ານມາ ແລະຖ້ວມບ້ານເຮືອນ.

ຊາວບ້ານໄດ້ແຕ່ເບິ່ງຈາກຫລັງຄາເຮືອນຂອງເຂົາເຈົ້າ ຢ່າງຊ່ອຍເຫລືອຫຍັງບໍ່ໄດ້ ໃນຂນະທີ່ສັດລ້ຽງ ແລະສິ່ງຂອງຖືກນ້ຳພັດໄປ.

Ben Kinder ອະທິບາຍ.

"ແນ່ນອນ Daguragu ໄດ້ຖືກກະທົບຢ່າງຫນັກທີ່ສຸດ–ນ້ຳໄດ້ພັດເອົາເຮືອນໄປຫຼາຍຫຼັງ-ມີຫຼາຍຄອບຄົວ ທີ່ຕ້ອງໄດ້ຖືກຊ່ອຍເຫຼືອທາງອາກາດ ຈາກຫລັງຄາເຮືອນຂອງເຂົາເຈົ້າ ໂດຍເຮລິຄອບເຕີ."

ຄອບຄົວໄດ້ຖືກໂຍກຍ້າຍ ໄປເມືອງ Darwin ໂດຍກອງກຳລັງປ້ອງກັນປະເທດອອສເຕຣເລັຍ.

ທ່ານ Kinder ກ່າວວ່າ ອາດຈະເປັນອີກເດືອນນຶ່ງ ກ່ອນທີ່ ພວກເຂົາເຈົ້າ ຈະກັບຄືນບ້ານໄດ້.

"ແຕ່ຄວາມເສັຍຫາຍຂອງຫົນທາງທີ່ ເກີດຂຶ້ນໃນຊຸມຊົນ ໃນເວລານີ້ ຫມາຍຄວາມວ່າ ຣົດບັນທຸກອາຫານ ແລະຣົດບັນທຸກນ້ຳມັນ ບໍ່ສາມາດຈະກັບມາໄດ້. ດັ່ງນັ້ນ, ຕ້ອງຖ້າຈົນກ່ວາພວກເຂົາຈະກັບຄືນມາໄດ້. ພວກເຂົາບໍ່ໄດ້ຣະບຸເວລາ."

ນໍ້າຖ້ວມຍັງໄດ້ປິດທາງຫລວງ Victoria Highway ອີກດ້ວຍ.

ສິ່ງນີ້ ໄດ້ຕັດເສັ້ນທາງລຳລຽງທາງບົກພຽງເສັ້ນດຽວ ທີ່ເຂົ້າໄປໃນ Kimberley ຕາເວັນອອກ (Eastern Kimberley) ຫລັງຈາກນ້ຳຖ້ວມ ໄດ້ທໍາລາຍຂົວ Fitzroy Crossing ໃນເດືອນມັງກອນ.

ທ່ານ David Menzel ປະທານຂອງ Shire of Wyndham East Kimberley ກ່າວວ່າ ມັນເປັນເວລາທີ່ທ້າທາຍສໍາລັບປະຊາຊົນ.

"ນີ້ພຽງແຕ່ການເພີ່ມຄວາມເຄັ່ງຕຶງທາງຈິດໃຈ ແລະຂ້າພະເຈົ້າຄິດວ່າ ຄວາມທົນທານ ແລະຄວາມຍືດຍຸ່ນ ຂອງທັງສະມາຂອງຊິກຊຸມຊົນ ແລະທຸຣະກິດຂອງພວກເຮົາ ເຫຼືອໜ້ອຍເຕັມທີໃນເວລານີ້."

ໄລຍະເວລາ ສໍາລັບການສ້ອມແປງຍັງຢູ່ຫຼາຍມື້.

ແຕ່ສໍາລັບຕອນນີ້ກໍມີຄວາມສະດວກສະບາຍຢູ່ໃນຫ້ອງຮຽນ ສໍາລັບຜູ້ອົບພະຍົບ ທີ່ນ້ອຍທີ່ສຸດບາງຄົນ ທີ່ກໍາລັງປະເຊີນກັບອະນາຄົດທີ່ບໍ່ແນ່ນອນ.

ເນື້ອເລື່ອງໂດຍ Alex Anyfantis ແລະ ຜູ້ສື່ຂ່າວເຂດພາກເຫນືອ Laetitia Lemke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share