ການປ້ອງກັນໄຂ້ຫວັດໃຫຍ່ທີ່ມີປະສິດທິພາບທີ່ສຸດ ແມ່ນການສັກຢາ.
ເຖິງວ່າຈະມີການຕິດເຊື້ອໄຂ້ຫວັດໃຫຍ່ເພີ່ມຂຶ້ນຫຼາຍ ໃນປີນີ້, ແຕ່ການຄົ້ນຄວ້າໃຫມ່ ສະແດງໃຫ້ເຫັນວ່າ ຄົນໃນ ບໍ່ມີຄວາມກັງວົນ ກ່ຽວກັບການຕິດເຊື້ອໄວຣັສ ປານໃດ.
ໂດຍທີ່ມີຜູ້ປ່ວຍຫລາຍພັນຄົນ ໄດ້ຖືກບັນທຶກໄວ້ແລ້ວ ໃນປີ 2023 ແລະລະດູໄຂ້ຫວັດ ອາດມາຮອດກ່ອນເວລາ, ຜູ້ຊ່ຽວຊານ ໄດ້ແນະນໍາຊາວອອສເຕຣເລັຍໃຫ້ເລີ່ມຕຽມພ້ອມ ໃນຕອນນີ້. Sam Dover ລາຍງານ.
ການຄົ້ນຄວ້າໃຫມ່ ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນມີຄວາມກັງວົນຫນ້ອຍລົງ ກ່ຽວກັບຜົນກະທົບຂອງໄຂ້ຫວັດ ໃນອອສເຕຣເລັຍ ຫຼັງຈາກ COVID-19.
ດັດຊະນີທັດສະນະຄະຕິ ຂອງອອສເຕຣເລັຍ ຕໍ່ໄຂ້ຫວັດໃຫຍ່ (The Australian Attitudes to Influenza Index) ທີ່ໄດ້ຮັບມອບຫມາຍ ຈາກບໍຣິສັດວັກຊີນ ຂອງອອສເຕຣເລັຍ C-S-L Seqirus ໄດ້ຖາມຜູ້ໃຫຍ່ຫຼາຍກວ່າ 1000 ຄົນ (1,017) ອາຍຸ 18 ປີຂຶ້ນໄປ ກ່ຽວກັບ ທັດສະນະຄະຕິຂອງພວກເຂົາ ຕໍ່ໄຂ້ຫວັດ.
ຫນຶ່ງສ່ວນສາມ ຂອງຜູ້ຕອບ ຄຶດວ່າໄຂ້ຫວັດນີ້ ຂ້ອນຂ້າງຮ້າຍແຮງ, ໃນຂນະທີ່ ມີພຽງແຕ່ຫນຶ່ງໃນຫ້າຄົນ ອາຍຸລະຫວ່າງ 18 ຫາ 24 ປີ ເທົ່ານັ້ນ ທີ່ເປັນຫ່ວງ ກ່ຽວກັບໄວຣັສ.
ອີງຕາມຂໍ້ມູນຫຼ້າສຸດ ຂອງກະຊວງສາທາຣະນະສຸຂ ຂອງກາງ, ມີຜູ້ປ່ວຍໄຂ້ຫວັດໃຫຍ່ ຫຼາຍກວ່າ 15 ພັນຄົນ (15,594) ຈົນຮອດປີ 2023.
ທ່ານຫມໍ Zac Turner- ທີ່ເນັ້ນທາງປ້ອງກັນສຸຂະພາບ (Preventive health)-ກ່າວວ່າ ແນວໂນ້ມໃນມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ ໄວຫນຸ່ມຫຼາຍຄົນ ມີຄວາມສ່ຽງສູງ ຕໍ່ອາການຮຸນແຮງທີ່ສຸດ ບາງຢ່າງ ຂອງໂຣກນີ້.
"ຫນຶ່ງໃນສິ່ງທີ່ຫນ້າສົນໃຈ ແມ່ນວ່າ ມີການເພີ່ມຂຶ້ນ ຂອງຄົນອາຍຸນ້ອຍ ເຊັ່ນ: ເດັກນ້ອຍ, ເດັກອ່ອນ, ເດັກນ້ອຍທີ່ກຳລັງຫັດຍ່າງ, ຕລອດຈົນເດັກນ້ອຍອາຍຸໂຮງຮຽນປະຖົມ ແລ້ວກໍມີຄົນຊາວຫນຸ່ມ ເພີ່ມຂຶ້ນເລັກນ້ອຍ ທີ່ຕ້ອງໄດ້ໄປໂຮງຫມໍ ກ່ຽວກັບໄຂ້ຫວັດ ຫຼືໄຂ້ຫວັດໃຫຍ່. ດັ່ງນັ້ນ ພວກເຂົາເຈົ້າ ຈຶ່ງມີອາການ ຮຸນແຮງຂຶ້ນກວ່າເກົ່າ. ແລະສ່ວນຫລາຍແລ້ວ ສິ່ງນີ້ ແມ່ນກ່ຽວກັບຄວາມສາມາດ ໃນການຫາຍໃຈ, ແທນທີ່ຈະເປັນ ນ້ຳມູກໄຫຼ ຫລືອາການເຈັບຄໍ. ດັ່ງນັ້ນ ມັນຈຶ່ງເປັນອັນຕະລາຍຕໍ່ຊີວິດຫຼາຍ "
ພະຍາດໄຂ້ຫວັດ ແມ່ນພະຍາດທາງເດີນຫາຍໃຈ ໄວຣັສທີ່ສາມາດຕິດຕໍ່ໄດ້ງ່າຍ ໂດຍສະເພາະ ໃນສະຖານທີ່ ທີ່ມີຄົນຫຼາຍ ເຊັ່ນ: ບ່ອນເຮັດວຽກ ຫຼືໂຮງຮຽນ.
ເຊື້ອໄວຣັສ ແພ່ລາມຜ່ານຢົດນ້ຳນ້ອຍໆ (Droplets) ທີ່ຜ່ານທາງອາກາດ ແລະມັກຈະມີການແພ່ ໂດຍຜ່ານການກະທໍາເຊັ່ນ: ການໄອ, ການຮ້ອງໂຮ, ກອດ, ຈູບ, ແລະຮ້ອງ(ເພງ) ໃນສະຖານທີ່ ທີ່ມີຄົນແອອັດ.
ອາການມັກຈະແມ່ນ: ໄຂ້, ຫນາວ, ປວດກ້າມເນື້ອ, ອາການໄຂ້, ຕັນດັງ,ນ້ຳມູກໄຫຼ, ເຈັບຫົວ ຫຼືເມື່ອຍ.
ທ່ານຫມໍ Turner ກ່າວວ່າ ໃນຂນະທີ່ອາການອາດຈະບໍ່ຮຸນແຮງ ສໍາລັບຜູ້ປ່ວຍທຸກຄົນ, ມັນເປັນສິ່ງສໍາຄັນ ທີ່ຄົນເຮົາຈະຕ້ອງລະວັງ.
"ການບໍ່ສະບາຍ ເປັນເວລາສອງສາມອາທິດ ເຖິງແມ່ນວ່າ ທ່ານຕ້ອງໄປໂຮງຫມໍ ແລະທ່ານຟື້ນຕົວດີ ນັ້ນເປັນເວລາຫລາຍອາທິດ ແລະຫລາຍມື້ຈາກຊີວິດຂອງທ່ານ. ແລະຂ້າພະເຈົ້າ ເຄີຍເຫັນເລື້ອຍໆວ່າຜູ້ປ່ວຍຈະບໍ່ເບິ່ງແຍງຕົນເອງ, ບໍ່ພັກຜ່ອນ, ຍັງໄປເຮັດວຽກ ແລະແພ່ອາການ ແລະເຊື້ອໄຂ້ຫວັດ ໃຫ້ຄົນອ້ອມຂ້າງ. ແລະກໍຍ້ອນວ່າ ເຂົາເຈົ້າບໍ່ໄດ້ເບິ່ງແຍງຕົນເອງ, ສ່ວນຫລາຍແລ້ວ ເຂົາເຈົ້າມັກຈະໄອ ແລະຈາມເປັນເວລາເຖິງ ຫົກ ຫລືແປດອາທິດ. ສະນັ້ນ ຂ້າພະເຈົ້າຄິດວ່າ ມັນເປັນສິ່ງທີ່ສໍາຄັນທີ່ຈະຄິດ, ບໍ່ພຽງແຕ່ ກ່ຽວກັບຕົວທ່ານເອງ, ແຕ່ຄົນທີ່ມີຄວາມສ່ຽງ, ແລະເຖິງວ່າທ່ານ ຈະເປັນໄຂ້ບໍ່ແຮງ ແຕ່ອາດຫມາຍເຖິງ ການແພ່ກະຈາຍ ໃຫ້ກັບຄົນທີ່ເມື່ອຕິດເຊື້ອແລ້ວ ອາດຈະມີອາການທີ່ຮຸນແຮງຫຼາຍກວ່ານັ້ນ."
ການລະບາດຂອງ COVID-19 ແລະການລັອກດາວຫມາຍຄວາມວ່າ ການຕິດເຊື້ອໄຂ້ຫວັດ ແລະການເສັຍຊີວິດ ໄດ້ຫຼຸດລົງຢ່າງຫຼາຍ.
ໃນປີ 2021, ອອສເຕຣເລັຍມີຜູ້ປ່ວຍທີ່ເປັນໄຂ້ຫວັດໃຫຍ່ ພຽງແຕ່ 598 ກໍລະນີ ແລະບໍ່ມີຜູ້ເສັຍຊີວິດ, ເມື່ອທຽບໃສ່ສະຖິຕິສູງຂອງລະດູໄຂ້ຫວັດ ທີ່ຮ້າຍແຮງ ໃນປີ 2017, ເມື່ອອອສເຕຣເລັຍ ໄດ້ມີຜູ້ເສັຍຊີວິດ ຈາກເຊື້ອໄວຣັສ (1,255).
ເຖິງຢ່າງໃດກໍຕາມ, ການຂາດການແຜ່ລະບາດນີ້ ຍັງເຮັດໃຫ້ ມີຄວາມຫຍຸ້ງຍາກ ສໍາລັບຜູ້ຊ່ຽວຊານ ທີ່ຈະຄາດການ ແລະກຽມພ້ອມ ສໍາລັບສາຍພັນໃຫມ່ ທີ່ກໍາລັງຈະມາເຖິງໃນປີ 2022.
ນີ້ໄດ້ພາໃຫ້ເກີດການເພີ່ມຂຶ້ນຢ່າງໄວ.ໃນປີກາຍນີ້, ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 225,332 ຄົນ ແລະມີຜູ້ເສັຍຊີວິດ 308 ຄົນຍ້ອນເຊື້ອໄວຣັສ.
ຫນຶ່ງໃນທາງບວກທີ່ Dr Turner ໄດ້ສັງເກດເຫັນ ຈາກໄລຍະການລະບາດ ຂອງພະຍາດ COVID-19 ຄືປະຊາຊົນທົ່ວໄປ ມີຄວາມເຂົ້າໃຈທີ່ດີຂຶ້ນຫຼາຍ ກ່ຽວກັບວິທີການຫຼຸດຜ່ອນ ການແພ່ລະບາດ ຂອງການຕິດເຊື້ອໄວຣັສ ທາງເດີນຫາຍໃຈ.
ລາວເວົ້າວ່າ ຄົນເຈັບຂອງລາວ ຫຼາຍຄົນ ເຕັມໃຈທີ່ຈະໃສ່ຫນ້າກາກ ແລະຫຼຸດຜ່ອນ ການຕິດຕໍ່ກັບຜູ້ທີ່ ອາດຈະມີຄວາມສ່ຽງ.
"ທ່ານຈະມີຄົນເຈັບເຂົ້າມາ, ແລະບໍ່ມີໃຜຈະໃສ່ຫນ້າກາກ, ແລະມັນເປັນເລື້ອງປະເຊີນຫນ້າກັນຫຼາຍ. ດຽວນີ້ ຂ້າພະເຈົ້າເຫັນຄົນເຈັບເຂົ້າມາ ແລະມັນເກືອບຈະເປັນນະໂຍບາຍ. ຖ້າຫາກວ່າທ່ານຈະເຂົ້າໄປໃນຫ້ອງສຸກເສີນ ຫຼືຖ້າຫາກວ່າ ທ່ານຈະເຂົ້າໄປໃນພື້ນທີ່ ທີ່ອາດຈະມີຄົນ ທີ່ມີຄວາມສ່ຽງ, ວ່າຜູ້ຄົນມີຄວາມຕື່ນໂຕກັບສິ່ງດັ່ງກ່າວ, ແລະພວກເຂົາເຈົ້າ ປະຕິບັດຕາມຢ່າງແນ່ນອນ"
ຜູ້ຊ່ຽວຊານໄດ້ລະມັດລະວັງ ຕໍ່ການລາຍງານບາງຢ່າງ ເມື່ອບໍ່ດົນມານີ້ ທີ່ກ່າວວ່າ ຊາວອອສເຕຣເລັຍມີໂອກາດ ທີ່ຈະຕິດເຊື້ອໄຂ້ຫວັດ ໄດ້ຫຼາຍກວ່າ 100 ເທົ່າໃນປີນີ້.
ໃນຂນະທີ່ ຂໍ້ມູນເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນວ່າ ມີການເພີ່ມຂຶ້ນຫຼາຍກວ່າ 100 ເທົ່າ ໃນສອງເດືອນທໍາອິດ ຂອງປີ 2023 ເມື່ອທຽບໃສ່ ສອງເດືອນທໍາອິດ ຂອງປີ 2022, ມັນເປັນສິ່ງສໍາຄັນ ທີ່ຈະເຂົ້າໃຈວ່າ ຈໍານວນດັ່ງກ່າວ ໃນປີ 2022- ຊຶ່ງມີຈຳນວນຜູ້ປ່ວຍ ພຽງ 79 ກໍລະນີ ສໍາລັບໄລຍະນີ້-ຖືວ່າເປັນ "ຕ່ຳແບບບໍ່ຈິງ".
ທັງນີ້ກໍຍ້ອນວ່າ ມາດຕະການ COVID-19 ທີ່ເຄັ່ງຄັດ ເກືອບຈະກໍາ ຈັດການລະບາດຂອງໄຂ້ຫວັດໃຫຍ່ ໄດ້ຢ່າງສົມບູນ ໃນສອງປີກ່ອນ, ແລະຂໍ້ຈໍາກັດຫຼາຍຢ່າງເຫຼົ່ານີ້ ບໍ່ໄດ້ຜ່ອນຄາຍ ຈົນເຖິງ ທ້າຍເດືອນກຸມພາ ແລະເດືອນມີນາ ປີ 2022.
ເຖິງຢ່າງໃດກໍຕາມ, ສາດສະດາຈານ Robert Booy, ຜູ້ຊ່ຽວຊານ ດ້ານການການແພດເດັກ ແລະພະຍາດຕິດເຊື້ອ ກ່າວວ່າ ປີນີ້ ແມ່ນການກັບຄືນສູ່ສະພາບປົກກະຕິ, ແລະພວກເຮົາ ຄົງຈະເຫັນ ກໍລະນີຜູ້ປ່ວຍ ແລະຜົນທີ່ບໍ່ດີອີກຫຼາຍ.
"ເຮົາຄວນເອົາຈິງເອົາຈັງກັບໄຂ້ຫວັດໃຫຍ່ ມີຊາວອອສເຕຣເລັຍຫຼາຍ ເຖິງ 3000 ຄົນ ເສັຍຊີວິດທຸກປີ ຍ້ອນໄຂ້ຫວັດໃຫຍ່ ແລະອີກຫລາຍຄົນ ຕ້ອງໄປຫາໝໍ ຫຼືເຂົ້າໂຮງຫມໍ. ມັນເປັນໂຣກທີ່ສາມາດປ້ອງກັນໄດ້ ແລະມັນຄວນຄ່າໃນການປ້ອງກັນ."
ສາດສະດາຈານ Booy ກ່າວວ່າ ມັນເປັນໄປໄດ້ຫຼາຍ ທີ່ລະດູໄຂ້ຫວັດປີນີ້ ຈະເລີ່ມຕົ້ນກ່ອນເວລາ.
"ລະດູໄຂ້ຫວັດ ແມ່ນບໍ່ສາມາດຄາດເດົາໄດ້ ແຕ່ປົກກະຕິແລ້ວ ມັນຈະເກີດຂຶ້ນ ໃນລະຫວ່າງເດືອນພຶດສະພາ ຫາ ເດືອນກັນຍາ. ແຕ່ປີກາຍນີ້ ມັນໄດ້ເລີ່ມຕົ້ນໃນເດືອນ ເມສາ/ພຶດສະພາ ແລະສູງຂຶ້ນ ໃນຕົ້ນເດືອນມິຖຸນາ, ຊຶ່ງເປັນເວລາສອງເດືອນ ກ່ອນທີ່ຄວນຈະເປັນ. ລະດູການທາງຊີກໂລກເຫນືອ ໄດ້ເລີ້ມຂຶ້ນສອງເດືອນກ່ອນເວລາເຊັ່ນກັນ. ສະນັ້ນ ຈຶ່ງມີຄວາມເປັນໄປໄດ້ຫຼາຍທີ່ວ່າ ລະດູການນີ້ ຈະເລີ່ມຕົ້ນໃນເດືອນພຶດສະພາ."
ຂໍ້ມູນຈາກ ດັດຊະນີທັດສະນະຂອງອອສເຕຣເລັຍ ຕໍ່ໄຂ້ຫວັດໃຫຍ່(Australian Attitudes to Influenza Index) ໄດ້ສະແດງໃຫ້ເຫັນວ່າ ຫຼາຍກວ່າເຄິ່ງ (58ເປີເຊັນ) ຂອງຊາວອອສເຕຣເລັຍບໍ່ຮູ້ວ່າ ມີທາງເລືອກໃດແດ່ ທີ່ປ້ອງກັນໄຂ້ຫວັດ.
ການໃສ່ຫນ້າກາກ, ອະນາໄມມືທີ່ເຫມາະສົມ, ອາການໄອເຂົ້າໄປໃນເຈັ້ຍເຊັດໜ້າ ຫຼືແຂນສອກຂອງທ່ານ ແທນທີ່ຈະເປັນໃນມືຂອງທ່ານ, ແລະການເວັ້ນລະຍະຫ່າງ ທາງສັງຄົມ ແມ່ນວິທີການ ທີ່ມີປໂຍດທັງຫມົດ ໃນການຫຼຸດຜ່ອນການແພ່ລະບາດ.
ແຕ່ວິທີການທີ່ມີປະສິດທິພາບທີ່ສຸດຢ່າງຫນຶ່ງ ໃນການຫຼີກລ້ຽງໄຂ້ຫວັດ ແລະອາການຮ້າຍແຮງ ທີ່ກ່ຽວຂ້ອງ ແມ່ນການສັກຢາປ້ອງກັນໄຂ້ຫວັດ ປະຈໍາປີຂອງທ່ານ.
ເນື່ອງຈາກລະດູໄຂ້ຫວັດ ອາດຈະມາຮອດກ່ອນກຳໜົດ, ຜູ້ຊ່ຽວຊານ ຈຶ່ງໄດ້ຊຸກຍູ້ໃຫ້ຊາວອອສເຕຣເລັຍໄດ້ຮັບການສັກຢາວັກຊີນ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.
ທ່ານຫມໍ Zac Turner ເນັ້ນວ່າ ຖ້າຫາກວ່າທ່ານມີເງື່ອນໄຂໃດໆ ທີ່ອາດເຮັດໃຫ້ທ່ານຕົກຢູ່ໃນຄວາມສ່ຽງ, ບັດນີ້ ແມ່ນເວລາ ທີ່ຈະລົມກັບທ່ານຫມໍ ຫຼືຫມໍຢາຂອງທ່ານ ກ່ຽວກັບການສັກຢາປ້ອງກັນໄຂ້ຫວັດ ກ່ອນຫນ້າລະດູ.
"ແນ່ນອນ ຖ້າຫາກວ່າທ່ານມີໂຣກປະຈຳຕົວອື່ນໆ ເຊັ່ນ: ໂຣກຫອບຫືດ(Asthma) ຫຼືສິ່ງຕ່າງໆ, ຕອນນີ້ແມ່ນເວລາທີ່ຈະຕ້ອງກຽມໂຕ. ເພາະຖ້າຫາກວ່າ ທ່ານກໍາລັງສັກຢາປ້ອງກັນໄຂ້ຫວັດ, ມັນຕ້ອງໃຊ້ເວລາ ສອງ-ສາມເດືອນ ທີ່ຈະມີຜົນ ແລະທ່ານຕ້ອງການໃຫ້ມັນມີປະສິດທິພາບສູງສຸດຂອງມັນ ໃນກາງລະດູຫນາວ, ຊຶ່ງເປັນເວລາທີ່ໄຂ້ຫວັດໃຫຍ່ຈະຮ້າຍແຮງທີ່ສຸດ."
Sam Dover ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.