ການທົດລອງຢາວັກຊີນໄຂ້ຫວັດທົ່ວໄປ ໃນອອສເຕຣເລັຍ.
ຂອງຢາວັກຊີນໄຂ້ຫວັດທົ່ວໄປ ອາດຈະກໍາຈັດ ຄວາມຈໍາເປັນຂອງຜູ້ຄົນ ທີ່ຈະໄດ້ຮັບຢາວັກຊີນໄຂ້ຫວັດ ປະຈໍາປີ.
ການທົດລອງ ໄດ້ແນເປົ້າຫມາຍໃສ່ສ່ວນໃດຫນຶ່ງ ຂອງເຊື້ອໄວຣັສໄຂ້ຫວັດໃຫຍ່ ຊຶ່ງສາມາດ ໃຫ້ການປ້ອງກັນ ໄດ້ເປັນເວລາຫລາຍປີ. Sean Wales ລາຍງານ.
ການສັກຢາປ້ອງກັນໄຂ້ຫວັດ ປະຈໍາປີ ແມ່ນສ່ວນຫນຶ່ງ ຂອງການກະກຽມ ກ່ອນລະດູຫນາວ ຂອງຫຼາຍຄົນ.
ແຕ່ພວກນັກຄົ້ນຄວ້າຫວັງວ່າ ຈະເຮັດໃຫ້ການໄປຫາທ່ານຫມໍນັ້ນ ໜ້ອຍລົງ.
Dr Paul Griffin ຜູ້ຊ່ຽວຊານ ດ້ານພະຍາດຕິດເຊື້ອ ທີ່ໂຮງຫມໍ Mater ໃນ Brisbane.
"ມັນອາດຈະຄອບຄຸມໄດ້ຫຼາຍລະດູ, ນັ້ນແມ່ນຫນຶ່ງ ໃນສິ່ງທີ່ພວກເຮົາ ຈະພິຈາຣະນາ ໃນການທົດລອງທາງຄລີນິກນີ້ ແມ່ນໄລຍະເວລາ ຂອງການປ້ອງກັນ, ແຕ່ມັນອາດຈະຫມາຍຄວາມວ່າ ພວກເຮົາ ຈະບໍ່ຈໍາເປັນ ຕ້ອງສັກຢາວັກຊີນ ທຸກໆປີ."
ໂຮງຫມໍ Mater ແມ່ນຢູ່ໃນການທົດລອງ ຂັ້ນຕອນທີສອງ ສໍາລັບວັກຊີນ ໄຂ້ຫວັດໃຫຍ່.
ຢາວັກຊີນໄຂ້ຫວັດ ແບບດັ້ງເດີມ ແນໃສ່ໂປຣຕີນ ຊັ້ນນອກ ຂອງເຊື້ອໄວຣັສ ເຊິ່ງມີຄວາມໄວ ຕໍ່ການປ່ຽນແປງປີຕໍ່ປີ ໃນຂນະທີ່ ເຊື້ອໄວຣັສກາຍພັນ ຊຶ່ງເຮັດໃຫ້ຄົນ ຕ້ອງໄດ້ຮັບວັກຊີນໄຂ້ຫວັດ ທຸກປີ.
"ແລະພວກເຮົາໄດ້ພະຍາຍາມ ແນເປົ້າຫມາຍໃສ່ສ່ວນອື່ນ ຂອງໄວຣັສ ມາກ່ອນ ແລະພະຍາຍາມ ທີ່ຈະໄດ້ຮັບການຕອບສນອງ ທີ່ເຂັ້ມແຂງພໍ, ແຕ່ເທັກໂນໂລຢີໃຫມ່ ໃນວັກຊີນນີ້ ມັນເບິ່ງຄືວ່າ ພວກເຮົາ ຈະໄດ້ຮັບການຕອບສນອງພຽງພໍ ກັບສ່ວນທີ່ຮັກສາໄວ້ນັ້ນ, ສ່ວນນັ້ນບໍ່ປ່ຽນແປງ, ດັ່ງນັ້ນ ພວກເຮົາຈະຄອບຄຸມທຸກສາຍພັນ ໄຂ້ຫວັດ ທີ່ອາດຈະເກີດຂຶ້ນ."
ຢາວັກຊີນ ໄດ້ຖືກພັດທະນາຢູ່ຕ່າງປະເທດ ແຕ່ກໍາລັງຖືກທົດລອງ ຢູ່ໃນ ອອສເຕຣເລັຍ ທີ່ມີຜູ້ເຂົ້າຮ່ວມ 600 ຄົນ.
ຄົນທີ່ມີອາຍຸລະຫວ່າງ 18 ຫາ 60 ປີສາມາດເຂົ້າຮ່ວມໄດ້.
ຫນຶ່ງໃນນັ້ນແມ່ນ Alyssa Beasley.
"ທຸກຄົນເວົ້າວ່າ 'ໂອ້ຍມັນເປັນພຽງແຕ່ໄຂ້ຫວັດ', ແຕ່ມັນບໍ່ແມ່ນ. ຫຼາຍຄົນເຈັບປ່ວຍແຮງ ແລະຕາຍຍ້ອນມັນ ດັ່ງນັ້ນ ຖ້າຂ້ອຍສາມາດເຮັດໃນສ່ວນຂອງຂ້ອຍ ເພື່ອພະຍາຍາມ ຫາວິທີແກ້ໄຂທີ່ດີກວ່ານັ້ນ ຄືຢ່າງໜ້ອຍທີ່ສຸດ ແມ່ນສິ່ງທີ່ຂ້ອຍສາມາດເຮັດໄດ້."
ທ່ານຫມໍກຳລັງເຕືອນ ກ່ຽວກັບລະດູໄຂ້ຫວັດໃຫຍ່ ທີ່ຮ້າຍແຮງ ທີ່ກຳລັງຈະມາເຖິງ.
ມີຜູ້ປ່ວຍໄຂ້ຫວັດໃຫຍ່ ຫຼາຍກວ່າ 47,000 ຄົນທົ່ວປະເທດໃນປີນີ້, ແລະມີຜູ້ເສັຍຊີວິດ 44 ຄົນ.
ນີ້ແມ່ນ Dr Paul Griffin ອີກເທື່ອນຶ່ງ.
"ຂ້ອຍເປັນຫ່ວງວ່າ ລະດູຫນາວນີ້ ຈະເປັນແນວໃດກັບໄຂ້ຫວັດ ແລະໂຄວິດ, ແລະພວກເຮົາກໍາລັງເຫັນໂຕເລກທີ່ສູງ ຂອງໄຂ້ຫວັດໃຫຍ່ ໃນທົ່ວປະເທດ. ຂ້າພະເຈົ້າຄຶດວ່າມັນໄດ້ເປັນສິ່ງທ້າທາຍແທ້ໆ ໃນດ້ານການກ່າວເຖິງສິ່ງນັ້ນ. ພວກເຮົາ ຕ້ອງປ່ຽນແປງ ຄວາມຄິດຂອງຄົນ, ໃຫ້ແນ່ໃຈວ່າ ປະຊາຊົນເຂົ້າໃຈວ່າ ໄຂ້ຫວັດ ແມ່ນການຕິດເຊື້ອໄວຣັສ ທີ່ສໍາຄັນ. ມັນເຮັດໃຫ້ ຊາວອອສເຕຣເລັຍຈໍານວນຫນຶ່ງ ຕ້ອງເຂົ້າໂຮງຫມໍ ໃນແຕ່ລະປີ."
ລາວເຕືອນຜູ້ຄົນ ບໍ່ໃຫ້ນິ່ງນອນໃຈ ເມື່ອເວົ້າເຖິງການສັກຢາວັກຊີນ.
"ພວກເຮົາກໍາລັງເຮັດໄດ້ດີກັບຜູ້ສູງອາຍຸ, ນັ້ນອາດຈະຫຼາຍກວ່າ 40 ເປີເຊັນ, ແຕ່ສຳລັບເດັກນ້ອຍແລ້ວ ພວກເຮົາຍັງເຮັດໄດ້ບໍ່ດີປານໃດ.ສຳລັບເດັກນ້ອຍ ທີ່ມີຄວາມສ່ຽງຫລາຍຕໍ່ໄຂ້ແລ້ວ ພວກເຮົາຢູ່ທີ່ປະມານ 10 ເປີເຊັນໃນທົ່ວປະເທດ ຊຶ່ງບໍ່ໃກ້ກັບບ່ອນ ທີ່ພວກເຮົາຕ້ອງການ."
ຖ້າປະສົບຜົນສໍາເລັດ, ການທົດລອງຂັ້ນ 3 ມີກຳໜົດຈະເລີ່ມຂຶ້ນໃນປີຫນ້າ.
Sean Wales ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.