ສາເຫດຂອງຄວາມບໍ່ໝັ້ນຄົງດ້ານອາຫານ

Foodbank

ອາສາສມັກທີ່ເຮັດວຽກທີ່ Foodbank. Source: Supplied by Danyal Syed

ຄວາມບໍ່ຫມັ້ນຄົງດ້ານອາຫານ ແມ່ນເມື່ອ ຄົນເຮົາຂາດການເຂົ້າເຖິງອາຫານທີ່ປອດພັຍ ແລະມີຄຸນຄ່າທາງໂພຊະນາການ ເປັນປະຈໍາ, ພຽງພໍສໍາລັບການເຕີບໂຕ ແລະການພັດທະນາຕາມປົກກະຕິ ແລະມີຊີວິດທີ່ເຂັ້ມແຂງ ແລະມີສຸຂະພາບດີ. ລາຍງານ ຄວາມອຶດຫິວ (Hunger Report) ຂອງ Foodbank Australia ກ່າວວ່າ 3.7 ລ້ານຄອບຄົວ ປະສົບກັບຄວາມບໍ່ຫມັ້ນຄົງ ດ້ານອາຫານ ໃນຮອບ 12 ເດືອນຜ່ານມາ ຊຶ່ງເປັນການເພີ່ມຂຶ້ນ 3 ເປີເຊັນຈາກປີກາຍນີ້.


ສາເຫດຂອງຄວາມບໍ່ໝັ້ນຄົງດ້ານອາຫານ.

ລາຍງານໃຫມ່ພົບວ່າ ເກືອບເຄິ່ງຫນຶ່ງ ຂອງປະຊາຊົນ ຮູ້ສຶກກັງວົນ ກ່ຽວກັບການອຶດຫິວ ດ້ວຍຄ່າອາຫານ ແລະສິນຄ້າແມ່ນສາເຫດສຳຄັນ ໃນຄວາມບໍ່ຫມັ້ນຄົງດ້ານອາຫານ.

ລາຍງານຄວາມອຶດຫິວ (Hunger Report) ຂອງ Foodbank Australia ປີນີ້ ພົບວ່າ 48 ເປີເຊັນ ຂອງປະຊາຊົນທົ່ວໄປ ມີຄວາມວິຕົກກັງວົນ ກ່ຽວກັບການເຂົ້າເຖິງ ອາຫານທີ່ພຽງພໍ ຢ່າງສມ່ຳສເມີ.

ລາຍງານກ່າວວ່າ 3.7 ລ້ານຄອບຄົວ ປະສົບກັບຄວາມບໍ່ຫມັ້ນຄົງ ດ້ານອາຫານ ໃນຮອບ 12 ເດືອນຜ່ານມາ ຊຶ່ງເປັນການເພີ່ມຂຶ້ນ 3 ເປີເຊັນຈາກປີກາຍນີ້.

Greg Dyett ແລະ Gavin Butler ລາຍງານ.

ຄວາມກົດດັນ ດ້ານຄ່າຄອງຊີບຂອງອອສເຕຣເລັຍ ມີຫຼາຍ ແລະມີຄວາມແຕກຕ່າງກັນ ແລະລາຍງານ ຄວາມອຶດຫິວ (Hunger Report) ຂອງ Foodbank Australia ປີນີ້ພົບວ່າ ຄ່າອາຫານ ແລະສິນຄ້າ ເປັນສາເຫດທີຫນຶ່ງ ຂອງຄວາມບໍ່ຫມັ້ນຄົງດ້ານອາຫານ ແລະເກືອບເຄິ່ງຫນຶ່ງ ຂອງປະຊາຊົນ ມີຄວາມກັງວົນ ກ່ຽວກັບການອຶດຫິວ.

ລາຍງານເປີດເຜີຍວ່າ 48 ເປີເຊັນ ຂອງປະຊາຊົນທົ່ວໄປ ມີຄວາມວິຕົກກັງວົນ ກ່ຽວກັບການເຂົ້າເຖິງອາຫານ ທີ່ພຽງພໍຢ່າງສມ່ຳສເມີ.

ຄວາມບໍ່ຫມັ້ນຄົງດ້ານອາຫານ ແມ່ນເມື່ອ ຄົນເຮົາຂາດການເຂົ້າເຖິງອາຫານທີ່ປອດພັຍ ແລະມີຄຸນຄ່າທາງໂພຊະນາການ ເປັນປະຈໍາ, ພຽງພໍສໍາລັບການເຕີບໂຕ ແລະການພັດທະນາຕາມປົກກະຕິ ແລະມີຊີວິດທີ່ເຂັ້ມແຂງ ແລະມີສຸຂະພາບດີ.

ນາງ Karen ອາຍຸ 47 ປີກ່າວວ່າ ນາງຮູ້ດີວ່າ ເປັນແນວໃດ.

ນາງ Karen ຜູ້ໄດ້ຮັບເງິນຊ່ອຍເຫຼືອຄົນພິການ ແລະເປັນແມ່ ທີ່ລ້ຽງລູກສາວ ດ້ວຍຕົວຄົນດຽວ.

ນາງເວົ້າວ່າ ນາງແລະລູກ ຕ້ອງໄດ້ເສັຍສລະຫຼາຍຢ່າງ ເພື່ອຄວາມຢູ່ລອດ, ລວມທັງ ບໍ່ສາມາດຈ່າຍຄ່າກິດຈະກັມກິລາ ນອກໂຮງຮຽນ ເຊັ່ນການລອຍນໍ້າໄດ້.

ນາງ Karen ກ່າວວ່າ ນາງຕ້ອງຈັດລໍາດັບຄວາມສໍາຄັນ ທຸກໆສອງອາທິດ ເພື່ອຊຳລະຄ່າໃຊ້ຈ່າຍ ຂອງນາງ.

"ພວກເຮົາບໍ່ໄດ້ຊື້ຂອງຫວານ. ພວກເຮົາຊື້ເຂົ້າຈີ່, ນົມ ,ສິ່ງຂອງສໍາລັບອາຫານ ທີ່ທ່ານຕ້ອງມີເຊັ່ນ ເຂົ້າທ່ຽງ ແລະເຂົ້າແລງ... ບໍ່ມີເຂົ້າໜົມຫຼືຂອງອາຫານວ່າງອີກຕໍ່ໄປ. ພວກເຮົາບໍ່ ຄ່ອຍໄດ້ອອກໄປກິນອາຫານ ຢູ່ນອກເຮືອນ, ພວກເຮົາອາດຈະໄປໜຶ່ງເທື່ອ ໃນສອງອາທິດ, ຖ້າຫາກວ່າພວກເຮົາໂຊກດີ, ແລະນັ້ນ ແມ່ນຫຼັງຈາກຈ່າຍທຸກສິ່ງທຸກຢ່າງແລ້ວ. ແລະໃນຂນະດຽວກັນ ກໍມີໃບບິນ ແລະບາງທີ່ບໍ່ທັນໄດ້ຈ່າຍ, ພວກເຂົາຕ້ອງໄດ້ຖືກເລື່ອນອອກໄປໃສ່ ອີກສອງອາທິດໜ້າ."

Foodbank Australia ກ່າວວ່າ 3.7 ລ້ານຄົວເຮືອນ ໄດ້ປະສົບກັບຄວາມບໍ່ຫມັ້ນຄົງດ້ານອາຫານ ໃນຮອບ 12 ເດືອນຜ່ານມາ ຊຶ່ງເປັນການເພີ່ມຂຶ້ນ 3 ເປີເຊັນ ຈາກປີກາຍນີ້.

ທ່ານນາງ Brianna Casey ກ່າວວ່າ ເວລານີ້ ວິກິດການຄ່າຄອງຊີບ ແມ່ນຮ້າຍແຮງຫລາຍ ຈົນວ່າການມີວຽກເຮັດນັ້ນ ບໍ່ໄດ້ຮັບປະກັນຕໍ່ການອຶດຫິວ ອີກຕໍ່ໄປ.

"ພວກເຮົາຮູ້ວ່າ ພວກເຮົາກໍາລັງເຫັນຄົນທີ່ຍັງອາຍຸນ້ອຍ. ພວກເຮົາຮູ້ວ່າ ພວກເຮົາກໍາລັງເຫັນຄົນ ທີ່ມີວຽກເຮັດ. ວຽກ...ບໍ່ແມ່ນການປ້ອງກັນ ຫຼືການຕໍ່ຕ້ານ ຄວາມບໍ່ຫມັ້ນຄົງດ້ານອາຫານ ອີກຕໍ່ໄປ ແລະມັນເປັນສິ່ງທ້າທາຍທີ່ຍິ່ງໃຫຍ່ບາງຢ່າງ ຕໍ່ Foodbank ໃນດ້ານການຕອບ ສນອງຄວາມຕ້ອງການ ໃນການບັນເທົາທຸກ ດ້ານອາຫານ ແຕ່ຍັງຕ້ອງປ່ຽນວິທີການ ທີ່ພວກເຮົາສາມາດເຂົ້າເຖິງຊຸມຊົນ ດ້ວຍວ່າຕອນນີ້ ພວກເຮົາກໍາລັງຮັບມື ກັບຊາວຫນຸ່ມທີ່ມີວຽກເຮັດ ຈຳນວນຫລາຍ."

ດັ່ງທີ່ນາງ Karen ເວົ້າວ່າ ຕອນນີ້ ມັນເປັນພຽງແຕ່ຄົນຮັ່ງມີເທົ່ານັ້ນ-ທີ່ນາງເອີ້ນວ່າ ໜຶ່ງເປີເຊັນ-ທີ່ບໍ່ຮູ້ສຶກເຖິງຄວາມກົດດັນ ຂອງລາຄາທີ່ສູງຂຶ້ນ.

"ທ່ານໄດ້ຍິນ ກ່ຽວກັບເລື່ອງນີ້ ໃນຂ່າວຕ່າງໆ. ຄົນທີ່ມີລາຍໄດ້ຫົກຫຼັກ ບໍ່ສາມາດຊື້ອາຫານໄດ້ ເພາະວ່າພວກເຂົາ ກໍາລັງຈ່າຍເງິນກູ້ຢືມຈາກທະນາຄານໃນການຊື້ເຮືອນ ໃນລະດັບທີ່ສູງແທ້ໆ ແລະຖ້າຫາກວ່າ ທ່ານມີເດັກນ້ອຍ ກໍຈະມີປັນຫາຕື່ມອີກ. ມັນກາຍເປັນວົງຈອນ ທີ່ບໍ່ເຄີຍສິ້ນສຸດ ຂອງຄວາມທຸກຍາກ ສໍາລັບທຸກຄົນ ຍົກເວັ້ນ ຫນຶ່ງເປີເຊັນນັ້ນ."

 

ລາຍງານຄວາມອຶດຫິວ (Hunger Report) ຂອງ Foodbank Australiaເປີດເຜີຍວ່າ 56 ເປີເຊັນ ຂອງປະຊາກອນລາຍງານວ່າ ວິກິດການຄ່າຄອງຊີບ ເປັນຄວາມກັງວົນທີ່ສໍາຄັນທີ່ສຸດ ຂອງເຂົາເຈົ້າ.

ແຕ່ສໍາລັບຜູ້ທີ່ຕ້ອງອົດທົນ ກັບຄວາມບໍ່ຫມັ້ນຄົງດ້ານອາຫານ, ປັດຈຸບັນ ຄ່າໃຊ້ຈ່າຍຂອງອາຫານ ແລະທີ່ພັກອາສັຍ ແມ່ນສິ່ງທີ່ຈັດການໄດ້ຍາກ ສຳລັບເຂົາເຈົ້າ.

79 ເປີເຊັນ ຂອງຄອບຄົວ ທີ່ບໍ່ຫມັ້ນຄົງດ້ານອາຫານ ໄດ້ລາຍງານວ່າ ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນນັ້ນ ເປັນເຫດຜົນຂອງຄວາມລຳບາກ ຂອງເຂົາເຈົ້າ.

ເພີ່ມຂຶ້ນຈາກ 64 ເປີເຊັນ ໃນປີ 2022.

ນາງ Karen ກ່າວວ່າ Foodbank ໃນເຂດຂອງລາວ ແມ່ນເປັນແຫຼ່ງທີ່ໃຫ້ການສນັບສນຸນທີ່ດີ.

"ຂ້ອຍໄປລົມກັບຜູ້ຄົນທີ່ Foodbank ຫຼືລົມກັບ ທີ່ປຶກສາທີ່ໃນທີ່ນີ້.Foodbank ມີຄ່າຫລາຍສໍາລັບພວກເຮົາ ຄືກັນກັບຂ້ອຍບໍ່ຮູ້ວ່າ ພວກເຮົາຈະຮັບມືໄດ້ແນວໃດ ຖ້າຫາກພວກເຮົາບໍ່ມີມັນ ແລະມີຊັບພະຍາກອນຊ່ອຍເຫລືອທີ່ ພວກເຂົາມີໃຫ້ພວກເຮົາ."

ເນື້ອເລື່ອງໂດຍ Greg Dyett ແລະ Gavin Butler ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share