ອອສເຕຣເລັຍຕ້ອງກ້າວຢ່າງລະວັງກ່ຽວກັບການທະຫານແລະຫການຄ້າໃນປາຊີຟິກ.
ຣັຖມົນຕີການຕ່າງປະເທດໄດ້ໃຊ້ຄໍາປາສັຍ ທີ່ສໍາຄັນ ເພື່ອເຕືອນ ບໍ່ໃຫ້ມີການເຄື່ອນໄຫວໃດໆ ຕໍ່ການຂັດແຍ້ງ ກ່ຽວກັບໄຕ້ຫວັນ ໂດຍອະທິບາຍຜົນທີ່ຕາມມານັ້ນວ່າເປັນ "ຫາຍະນະ".
ໃນການກ່າວຄໍາປາສັຍ ຢູ່ທີ່ສະໂມສອນສື່ມວນຊົນແຫ່ງຊາດ (National Press Club) ທ່ານນາງ Penny Wong ກ່າວວ່າ ອອສເຕຣເລັຍ ກໍາລັງຊອກຫາພັນທະມິດ ທີ່ບໍ່ແມ່ນປິຕາທິປະໄຕ (Patriarchy-ຜູ້ຊາຍເປັນໃຫຍ່) ໃນພູມິພາກ.
Anna Henderson ແລະ Allan Lee ລາຍງານ.
ໃນຫວ່າງມໍ່ໆມານີ້ ກອງທະຫານຂອງຈີນ ໄດ້ທໍາການຝຶກຊ້ອມ ຮວມທັງການໂຈມຕີ ດ້ວຍຂີປະນາວຸດຈໍາລອງ ຕໍ່ໄຕ້ຫວັນ.
ບົດບາດຂອງອອສເຕຣເລັຍ ຕາມທີ່ກ່າວກໍຄື ພະຍາຍາມຫຼຸດຜ່ອນຄວາມຮ້ອນໃນພູມິພາກ.
ຣັຖມົນຕີການຕ່າງປະເທດ ທ່ານນາງ Penny Wong ຍົກປະເດັນນີ້ ຂຶ້ນມາກ່າວ ທີ່ສະໂມສອນສື່ມວນຊົນແຫ່ງຊາດ (National Press Club)
"ຂ້າພະເຈົ້າຂໍເວົ້າຢ່າງຊັດເຈນ-ສົງຄາມຕໍ່ໄຕ້ຫວັນ ແມ່ນຫາຍະນະຕໍ່ທຸກຄົນ. ຫນ້າທີ່ຂອງພວກເຮົາຄື ຫລຸດຄວາມຮ້ອນ ຂອງການຂັດແຍ້ງລົງ ແລະກົດດັນຄົນອື່ນ ໃຫ້ເຮັດເຊັ່ນດຽວກັນ."
ສະມາຊິກສະພາສູງ Wong ໄດ້ໄປຢ້ຽມຢາມ ບໍ່ຫນ້ອຍກວ່າ 30 ປະເທດ ນັບຕັ້ງແຕ່ ໄດ້ເຂົ້າຮັບຕຳແໜ່ງ.
ໃນຖານະ ນັກການທູດລະດັບສູງຂອງປະເທດ-ນີ້ແມ່ນຄຳເວົ້າຂອງນາງ:
"ສິ່ງທີ່ພວກເຮົາຕ້ອງການ ແມ່ນອອສເຕຣເລັຍ ທີ່ຈະເປັນພັນທະມິດທີ່ຖືກເລືອກຂອງພູມິພາກ, ຄູ່ຮ່ວມງານ, ບໍ່ແມ່ນຜູ້ໃຊ້ອຳນາດ. ພວກເຮົາໄດ້ພິສູດການກະທໍາທີ່ແທ້ຈິງ ກ່ຽວກັບການປ່ຽນແປງ ຂອງສະພາບພູມອາກາດ ຫລັງຈາກເກົ້າປີ ຂອງການດູໝິ່ນ. ພວກເຮົາ ໄດ້ເພີ່ມ ODA ຂອງພວກເຮົາໃນເຂດປາຊີຟິກ ໂດຍເກືອບ ຫນຶ່ງພັນລ້ານໂດລາ ໃນຊ່ວງສີ່ປີ, ພວກເຮົາໄດ້ເພີ່ມການລົງທຶນ ດ້ານໂຄງສ້າງພື້ນຖານຂອງເຮົາ, ສ້າງຄວາມຮ່ວມມື ດ້ານສະພາບພູມອາກາດ ແລະໂຄງສ້າງພື້ນຖານ ເພື່ອສົ່ງເສີມການລົງທຶນທີ່ຍືດຍຸ່ນ ຂອງສະພາບພູມອາກາດ ສໍາລັບຄວາມຕ້ອງການຂອງປາຊີຟິກ. ພວກເຮົາໄດ້ຂຍາຍ ແລະປັບປຸງໂຄງການ ການເຄື່ອນຍ້າຍແຮງງານ ໃນປາຊີຟິກ ແລະກໍາລັງເຮັດວຽກຮ່ວມກັບ ຣັຖບານພັນທະມິດເພື່ອໃຫ້ແນ່ໃຈວ່າ ທັກສະທີ່ໄດ້ຮັບມີ ຜົນປໂຍດຕໍ່ທຸກຄົນ."
ແມ່ນທີ່ Bali ເມື່ອເດືອນພະຈິກທີ່ຜ່ານມາ ທີ່ການເຈຣະຈາທາງການທູດ ໄດ້ມີຄວາມອົບອຸ່ນຂຶ້ນ.ເລີ່ມຕົ້ນດ້ວຍການພົບປະ ລະຫວ່າງ ທ່ານ Penny Wong ແລະທ່ານ Wang Yi ຂອງຈີນ ແບບໜ້າຕໍ່ໜ້າ.
ຫນຶ່ງເດືອນຕໍ່ມາ ຣັຖມົນຕີການຕ່າງປະເທດ ໄດ້ໄປທີ່ກຸງປັກກິ່ງ...ຣັຖມົນຕີອອສເຕຣເລັຍຄົນທໍາອິດ ທີ່ມີການເຈຣະຈາຢູ່ປະເທດຈີນ ເປັນເວລາສາມປີ.
ບໍ່ດົນ ຣັຖມົນຕີການຄ້າ ກໍໄດ້ສົນທະນາກັນກ່ຽວກັບການ ທຳການຄ້າຄືນ ຊຶ່ງມີມູນຄ່າ ຫລາຍໝື່ນລ້ານໂດລາ.
ການປະກາດຂອງ AUKUS ໃນເດືອນມີນາ ແມ່ນເຫັນວ່າ ເປັນການສະແດງໂດຍກົງ ຂອງກໍາລັງທະຫານ ທີ່ຈະຕ້ານກຸງປັກກິ່ງ-ແຕ່ຫລັງຈາກນັ້ນ, ນັກການທູດສູງສຸດຂອງຈີນ ໃນ Canberra ໄດ້ຂຽນວ່າ "ຈີນບໍ່ແມ່ນພັຍຄຸກຄາມຕໍ່ອອສເຕຣເລັຍ" ແລະການຂັດແຍ້ງ ກໍບໍ່ແມ່ນ "ຄວາມເປັນຈິງ".
ສະມາຊິກສະພາສູງ Wong ຕ້ອງການຄວາມສົມດຸນ ລະຫວ່າງຄວາມທະເຍີທະຍານດ້ານການຄ້າ ກັບການຮຽກຮ້ອງນີ້ ໃຫ້ປັກກິ່ງສນັບສນູນສັນຕິພາບໃນ.
"ພູມີພາກທີ່ຄາດການໄດ້, ດໍາເນີນການໂດຍກົດລະບຽບທີ່ຕົກລົງກັນ, ມາດຕະຖານ ແລະກົດຫມາຍທີ່ບໍ່ມີປະເທດໃດຄອບງຳແລະບໍ່ມີປະເທດໃດຖືກຄອບງໍາ. ພູມີພາກ ທີ່ເຄົາຣົບອຳນາດອະທິປະໄຕ ແລະທຸກປະເທດ ໄດ້ປໂຍດຈາກຄວາມສົມດຸນ ທາງຍຸດທະສາດ."
ທ່ານ Simon Birmingham ໂຄສົກກະຊວງຕ່າງປະເທດ ຂອງຝ່າຍຄ້ານມີຄວາມລະມັດລະວັງຂຶ້ນ ໃນວິທີການຂອງທ່ານ:
"ໃນຂນະທີ່ ບໍ່ມີໃຜຈະພະຍາຍາມທີ່ຈະຍົກລະດັບອຸນຫະພູມໃນພູມີພາກ ຊຶ່ງແມ່ນວິທີ ທີ່ເປັນອັນຕະລາຍ, ພວກເຮົາຍັງຕ້ອງເວົ້າຢ່າງກົງໄປກົງມາ ກ່ຽວກັບຄວາມສ່ຽງ ທີ່ເຮົາປະເຊີນ"
ແລະອະດີດນາຍົກຣັຖມົນຕີ ພັກແຮງງານ, ທ່ານ Paul Keating, ບໍ່ພໍໃຈຢ່າງແຮງຢູ່ແລ້ວ ກັບຈຸດຢືນຂອງອອສເຕຣເລັຍ ທີ່ສນັບສນູນ ສະຫະຣັດ-ໃນຄໍາເວົ້າຂອງທ່ານໄດ້ປະກາດວ່າຣັຖມົນຕີ ການຕ່າງປະເທດໄດ້ວາງແຜນ, ຊຶ່ງບໍ່ໄດ້ໃຫ້ຄວາມຊັດເຈນ ໂດຍບໍ່ວ່າຈະເປັນນະໂຍບາຍ, ວ່າຈະເຮັດໃຫ້ສຳເລັດໄດ້ແນວໃດ. ທ່ານກ່າວວ່າ ຣັຖບານພັກແຮງງານ ບໍ່ເຄີຍຂາດນະໂຍບາຍ ຫລືຄວາມທະເຍີທະຍານ ທາງນະໂຍບາຍມາກ່ອນ.
ໃນອະດີດ ທ່ານເຄີຍວິພາກວິຈານ ສະມາຊິກສະພາສູງ, ທ່ານ Wong ໂດຍກົງ.
"ການທຽວໄປມາໃນຫມູ່ເກາະປາຊີຟິກ ແລະມີພວງມາໄລອ້ອມຄໍຂອງທ່ານ ແລະຢາຍເງິນ..ນັ້ນບໍ່ແມ່ນນະໂຍບາຍຕ່າງປະເທດ"
ສະມາຊິກສະພາສູງ Wong ກ່າວວ່າ ນັ້ນແມ່ນຄວາມຄິດເຫັນ ທີ່ຫນ້າຜິດຫວັງ:
"ແຕ່ກ່ຽວກັບ Mr Keating, ສິ່ງທີ່ຂ້າພະເຈົ້າຈະເວົ້າແມ່ນ: ໃນນ້ຳສຽງ ແລະຄຳເວົ້ານັ້ນ ເພິ່ນໄດ້ເຮັດໃຫ້ທັງມໍລະດົກຂອງເພິ່ນ ແລະເລື່ອງນີ້ ມີຄວາມໝາຍຫນ້ອຍລົງ."
ຂໍ້ຕົກລົງ AUKUS ໄດ້ກົດດັນໃຫ້ພັກແຮງງານ ຕັດສິນໃຈວ່າ ຈະຮັບຮອງເອົາຖານຄວາມຄຶດຂອງຕົນເອງຫລືບໍ່ ແລະລົງນາມໃນຂໍ້ຕົກລົງ ຂອງສະຫະປະຊາຊາດ ເພື່ອຫ້າມບໍ່ໃຫ້ມີອາວຸດນິວເຄລັຍ.
ສະມາຊິກສະພາສູງ Wong ກ່າວວ່າ ບໍ່ມີກໍານົດເວລາ-ແຕ່ກໍມີເຈດຕະນາ ທີ່ຈະລົງນາມໃນທີ່ສຸດ-ເຖິງແມ່ນວ່າ ນັ້ນມາພ້ອມກັບຄວາມຄາດຫວັງວ່າ ບັນດາປະເທດມະຫາອໍານາດນິວເຄລັຍ ກໍເຮັດເຊັ່ນກັນ.
"ພວກເຮົາຄວາມຄຶດຄືກັນ ໃນການມີໂລກທີ່ປາສະຈາກອາວຸດນິວ
ເຄລັຍ. ພວກເຮົາເຊື່ອວ່າ ເສັ້ນທາງທີ່ດີທີ່ສຸດ ສໍາລັບສິ່ງນັ້ນ ແມ່ນວ່າຂໍ້ຕົກລົງສັນຍາ ທີ່ບໍ່ແຜ່ຂຍາຍ (Non-proliferation Treaty-NPT) ໄດ້ຖືກປະຕິບັດ."
ແຕ່ Simon Birmingham ບໍ່ໄດ້ຄາດຫວັງວ່າຈະເກີດຂຶ້ນໃນໄວໆນີ້:
"ບໍ່ມີປະເທດນິວເຄລັຍໃດ ສະແດງຄວາມສົນໃຈໃນການລົງນາມ. ສະນັ້ນ ມັນແມ່ນສັນຍາລັກ ຫຼາຍກວ່າການປະຕິບັດຕົວຈິງ ແລະມັນອາດຈະນຳມາ ຊຶ່ງຄວາມສ່ຽງທີ່ ອາດເກີດຂຶ້ນ ທີ່ອອສເຕຣເລັຍຈະຮ່ວມມື ກັບພັນທະມິດ ລະຫວ່າງປະເທດ ເຊັ່ນອາເມຣິກາ."
ນີ້ແມ່ນທາງເລືອກ ລະຫວ່າງການທະຫານ ແລະເສດຖະກິດ....ຊຶ່ງມີອີກຫຼາຍຢ່າງທີ່ເປັນສ່ວນປະກອບ.
Anna Henderson ແລະ Allan Lee ຂ່າວ SBS News,
ຜລິດໂດຍ ສັກພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.