ຮຽກຮ້ອງ ໃຫ້ຣັຖບານ ປາບປາມ ແລະວາງກົດລະບຽບຕໍ່ວົງການພະນັນ.
ມີການຮຽກຮ້ອງໃຫມ່ ໃຫ້ ທຳການປາບປາມພາກການພະນັນຢ່າງທົ່ວເຖິງ ໃນ ອອສເຕຣເລັຍ.
ບໍ່ຮອດເວລາຫນຶ່ງອາທິດ ຫຼັງຈາກຣັຖບານ ໄດ້ປະກາດການປ່ຽນແປງຄັ້ງໃຫຍ່ ໃນການຫຼິ້ນເກມອອນໄລນ໌.
ແຕ່ກຸ່ມ ສຸຂະພາບ ແລະ ກຸ່ມຣົນນະຣົງກ່າວວ່າ ຕ້ອງໄດ້ເຮັດຫຼາຍກວ່ານີ້ອີກ. Peta Doherty ແລະ Angelica Waite ລາຍງານ.
ຜູ້ສນັບສນູນການປະຕິຮູບການພະນັນໄດ້ ຮຽກຮ້ອງ ໃຫ້ຣັຖບານກາງ ສ້າງຫນ່ວຍງານພິເສດ ເພື່ອແກ້ໄຂຄວາມເສັຍຫາຍ ທີ່ເກີດຈາກ ການຫຼິ້ນພະນັນ.
ທັງສະມາຄົມ ສາທາຣະນະສຸກ ຂອງອອສເຕຣເລັຍ (Public Health Association of Australia) ແລະ ພັນທະມິດ ເພື່ອການປະຕິຮູບ ການພະນັນ (Alliance for Gambling Reform) ໄດ້ກ່າວຕໍ່ການປະຊຸມສັມມະນາ ທີ່ Adelaide ວ່າ ຫນ່ວຍງານຄວນຢູ່ພາຍໃຕ້ Department of Health and Aged Care.
ເຂົາເຈົ້າຍັງຢາກໃຫ້ໜ່ວຍງານຄວບຄຸມລະດັບຊາດ ແລະແຜນການ ທີ່ມີການຜູກມັດລ່ວງໜ້າ ສໍາລັບການບໍຣິການ ການພະນັນອອນໄລນ໌ ໃຫ້ມີຊັບພະຍາກອນທີ່ເໝາະສົມ.
ຜູ້ສນັບສນູນ ກໍາລັງຮຽກຮ້ອງໃຫ້ ຣັຖບານ ແລະເຂດປົກຄອງ ແນະນຳບັດຫຼິ້ນເກມ ທີ່ບໍ່ໃຊ້ເງິນສົດ ແລະບັງຄັບໃຫ້ມີຂີດຈໍາກັດການສູນເສັຍ ໃນເຄື່ອງ poker machines ແລະ ປິດເຄື່ອງລະຫວ່າງທ່ຽງຄືນຫາ 10 ໂມງ.
ທ່ານ Terry Slevin ຈາກ Public Health Association of Australia ກ່າວວ່າ ມີຄວາມຈໍາເປັນຢ່າງຮີບດ່ວນ ທີ່ຈະຕ້ອງມີກົດລະບຽບ ເພີ່ມຂຶ້ນ.
"ພວກເຮົາ ມີຄວາມລົ້ມແຫຼວຢ່າງສິ້ນເຊີງ ໃນການຄວບຄຸມ ອຸດສາຫະກັມ ການພະນັນໃນປະເທດນີ້. ເຄື່ອງ Poker, casinos. ພວກເຮົາ ເຫັນຫຼັກຖານ ຂອງຄວາມເສັຍຫາຍ ຢ່າງໃຫຍ່ຫຼວງຕໍ່ພົນລະເມືອງ ອອສເຕຣເລັຍ ຢູ່ສເມີ, ຕໍ່ຜູ້ລົງຄະແນນສຽງ ແລະທໍາລາຍຊີວິດ."
ການສູນເສັຍການພະນັນ ໃນອອສເຕຣເລັຍ ມີມູນຄ່າ 25 ພັນລ້ານໂດລາ ໃນແຕ່ລະປີ ຊຶ່ງເປັນອັດຕາຕໍ່ຫົວ ທີ່ສູງທີ່ສຸດໃນໂລກ.
ທ່ານ Slevin ກ່າວວ່າ ເງິນທີ່ຣັຖບານໄດ້ຮັບຈາກອຸດສາຫະກັມການພະນັນ ຕ້ອງໄດ້ກັນໄວ້ ເພື່ອຈັດການກັບຜົນກະທົບ ທີ່ເປັນອັນຕະຣາຍ ທີ່ມີຕໍ່ຊຸມຊົນ ຊຶ່ງມາຈາກການຂາດກົດລະບຽບ.
"ແລະໂດຍພື້ນຖານແລ້ວ, ພວກເຮົາຕ້ອງການສິ່ງຫນຶ່ງຄື ຣັຖບານ ຈະຕ້ອງປະຕິບັດ. ຣັຖບານ ແມ່ນຜູ້ດຽວ ທີ່ສາມາດວາງກົດລະບຽບ ເພື່ອຄວບຄຸມ ອັນຕະລາຍທີ່ກ່ຽວຂ້ອງກັບການພະນັນ. ພວກເຮົາຮູ້ວ່າຣັຖບານ ມີຮັບລາຍໄດ້ຈາກການພະນັນ. ພວກເຮົາຮູ້ວ່າ ພັກການເມືອງ ໄດ້ຮັບເງິນບໍຣິຈາກ ຈາກຜົນປໂຍດການພະນັນ. ເຂົາ ເຈົ້າຕ້ອງ ປະຖິ້ມຜົນປໂຍດທາງການເງິນຂອງເຂົາເຈົ້າ ແລະປະຕິບັດໜ້າທີ່ຂອງການເປັນໂຕແທນຂອງປະຊາຊົນ."
ຜູ້ທີ່ເຄີຍປະສົບກັບບັນຫາການພະນັນ ປຽບທຽບມັນກັບພະຍາດທີ່ຮ້າຍແຮງ.
Paul Fung ອະດີດນັກພະນັນ ທີ່ກັບໃຈ ຜູ້ທີ່ໄດ້ເຫັນຜົນກະທົບຂອງການພະນັນທີ່ສາມາດມີຕໍ່ຄອບຄົວຂອງລາວ ແລະຊຸມຊົນທົ່ວໄປ.
"ໄດ້ຍິນການແຕກແຍກຂອງຄອບຄົວ, ການສູນເສັຍທຸຣະກິດ.ມັນເປັນຫນ້າຢ້ານກົວຈາກຜູ້ຄົນທີ່ທ່ານຮູ້ວ່າ ຂ້າພະເຈົ້າໄດ້ເຕີບໃຫຍ່ຂຶ້ນມາກັບມັນ ແລະເຫັນວ່າມັນເປັນຄືກັນກັບຣົດໄຟ ທີ່ຖືກທໍາລາຍ ແລະຂ້າພະເຈົ້າ ໄດ້ເຫັນສິ່ງນັ້ນ ຕັ້ງແຕ່ຕອນຍັງນ້ອຍ ຈົນເຖິງວັຍຜູ້ໃຫຍ່ ຂອງຂ້າພະເຈົ້າ."
ນາງ Anna Bardsley ກໍມີປະສົບການກັບຜົນກະທົບທີ່ຮ້າຍແຮງຈາກ ການພະນັນ ແລະນາງເຊື່ອວ່າ ມາດຕະການດັ່ງກ່າວ ມີຄວາມສາມາດທີ່ຈະປ່ຽນແປງຊີວິດ.
"ຂ້ອຍບໍ່ເຄີຍເຂົ້າໄປໃນສະຖານທີ່ ທີ່ວ່າຈະເສັຍເງິນເປັນຫຼາຍແສນໂດລາ. ຂີດຈຳກັດຂອງຂ້າພະເຈົ້າແມ່ນຕ່ຳ ສເມີ... ມັນຄົງຈະເປັນປະມານ 20 ໂດລາ...ບາງທີກໍ $50 ແຕ່ບໍ່ເຄີຍເປັນຮ້ອຍ. ບໍ່ເຄີຍຫຼິ້ນຈົນເງິນໝົດຖົງ ແຕ່ເມື່ອໃດທີ່ຂ້ອຍ ນັ່ງຢູ່ຕໍ່ຫນ້າ Poker machines, ຂ້ອຍສູນເສັຍການຄວບຄຸມໂຕເອງ ເພາະວ່າ ນັ້ນຄືສິ່ງທີ່ເຄື່ອງຈັກເຮັດກັບເຈົ້າ. ຖ້າຫາກວ່າມີ ບັດບັງຄັບລ່ວງຫນ້າ, ຕອນນີ້ ຂ້ອຍຈະບໍ່ໄດ້ຢູ່ບ່ອນນີ້ ແລະ ລົມກັບທ່ານ."
ເມື່ອອາທິດທີ່ຜ່ານມາ, ຣັຖບານກາງ ໄດ້ປະກາດແຜນ ຫ້າມການໃຊ້ບັດເຄຣດິດກັບບໍຣິການ ການພະນັນອອນໄລນ໌, ໃນຂນະທີ່ Tasmania ຕັ້ງໃຈຈະໃຊ້ບັດເກມທີ່ບໍ່ມີເງິນສົດສໍາລັບ pokies ປີຫນ້າ.
ຈົນເຖິງຕອນນີ້, New South Wales ໄດ້ໃຫ້ຄໍາຫມັ້ນສັນຍາ ພຽງແຕ່ຈະທົດລອງ ເທົ່ານັ້ນ.
ເນື້ອເລື່ອງໂດຍ Peta Doherty ແລະ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.