ຊີວະປວັດຫຍໍ້ຂອງອະດີດ ທ່ານ George Pell ທີ່ໄດ້ເສັຍຊີວິດແລ້ວ.

Disgraced Cardinal George Pell loses appeal

Cardinal George Pell Source: AAP

Dr. George Pell ຜູ້ເປັນນັກບວດ, Archbishop ຂອງ Sydney ແລະ Melbourne, ເຈົ້າໜ້າທີ່ຊັ້ນສູງຂອງ Vatican, ຜູ້ເຄີຍຕິດຄຸກ ດ້ວຍຄະດີລ່ວງລະເມີດທາງເພດກັບເດັກຊາຍ ໄດ້ເສັຍຊີວິດແລ້ວ. ງານສົບຈະໄດ້ຖືກຈັດຂຶ້ນທີ່ Vatican ແລະທີ່ ອອສເຕຣເລັຍ. ມີການຖົກຖຽງກັນກ່ຽວກັບ George Pell ທາງໃນດ້ານບວກ ແລະດ້ານລົບ.


ຊີວະປວັດຫຍໍ້ຂອງອະດີດ ທ່ານ George Pell ທີ່ໄດ້ເສັຍຊີວິດແລ້ວ.

ອະດີດ Catholic Archbishop ທ່ານ George Pell ໄດ້ເສັຍຊີວິດໃນນະຄອນ Vatican.

ຄັ້ງຫນຶ່ງ, ຜູ້ນໍາສາສນາທີ່ມີຊື່ສຽງທີ່ສຸດຂອງອອສເຕຣເລັຍ, ທ່ານ Doctor Pell ໄດ້ກາຍເປັນບຸກຄົນສາທາຣະນະຄົນຫນຶ່ງ ທີ່ມີການຖົກຖຽງກັນຫຼາຍທີ່ສຸດ ຂອງອອສເຕຣເລັຍ. Sunil Awasthi ລາຍງານ.

Cardinal George Pell ໄດ້ເສັຍຊີວິດໃນ Vatican City ເນື່ອງຈາກອາການແຊກຊ້ອນ ຈາກການຜ່າຕັດປ່ຽນສະໂພກ.

ລາວອາຍຸ 81 ປີ.

The Archbishop ຂອງ Sydney, Doctor Anthony Fisher, ໄດ້ຊຸກຍູ້ໃຫ້ບັນດານັກບວດ ອະທິຖານເພື່ອທ່ານ Cardinal George Pell ທີ່ລ່ວງລັບໄປແລ້ວ.

 "ລາວເວົ້າເລື້ອຍໆວ່າ ລາວບໍ່ມັກງານສົບທີ່ ຄົນເວົ້າເຖິງຄົນຕາຍນັ້ນຄ້າຍກັບພຣະເຈົ້າ, ຄືກັບວ່າເຂົາເຈົ້າບໍ່ຈໍາເປັນຕ້ອງ ມີຄໍາອະທິຖານຂອງໃຜ; ເຂົາໄດ້ຢູ່ກັບພຣະເຈົ້າແລ້ວ. ລາວຕ້ອງການຄໍາສວດອະທິຖານຂອງພວກເຮົາ; ແນ່ນອນວ່າລາວຢາກໃຫ້ເຮົາອະທິຖານເພື່ອລາວ; ສໍາລັບລາງວັນຂອງລາວ;ສໍາລັບການເຮັດໃຫ້ບໍຣິສຸດຂອງລາວ ເພາະລາວເປັນໜຶ່ງດຽວກັບພະເຈົ້າຕລອດໄປ. ດັ່ງນັ້ນ, ຂໍໃຫ້ອະທິຖານ ໃນວັນກ່ອນການໄປສູ່ງານສົບຂອງລາວ."

ລາວເກີດຢູ່ເມືອງ Ballarat ຂອງຣັດວິກຕໍເຣັຍ ໃນປີ 1941, Cardinal Pell ເປັນລູກຊາຍຂອງພໍ່ທີ່ເປັນ Anglican ແລະແມ່ທີ່ເປັນ Catholic ຜູ້ເຄັ່ງໃນສາສນາ.

ຕອນເປັນໄວລຸ້ນ, ລາວເປັນນັກກິລາ Australian Rules ທີ່ມີອະນາຄົດດີ, ແຕ່ລາວໄດ້ເລືອກເອົາເສັ້ນທາງ ທີ່ແຕກຕ່າງໃນຊີວິດ.

ລາວໄດ້ເລີ່ມຕົ້ນອາຊີບນັກບວດຂອງລາວ ໃນເມືອງ Swan Hill ຣັດVictorian ໃນປີ 1971, ໄດ້ຍ້າຍມາທີ່ Ballarat East ແລະຮັບໃຊ້ຢູ່ເມືອງນີ້ ເປັນເວລາ 11 ປີ.

ລາວໄດ້ຮັບຄວາມສົນໃຈຈາກຊາວອອສເຕຣເລັຍສ່ວນໃຫຍ່ ຕອນລາວໄດ້ຂຶ້ນເປັນ Archbishop ຂອງເມືອງ Melbourne ໃນປີ 1996.

ຫ້າປີຈາກນັ້ນ ລາວໄດ້ຖືກແຕ່ງຕັ້ງ ໃຫ້ເປັນ Archbishop ຂອງ Sydney.

ໃນປີ 2003 ລາວໄດ້ຖືກແຕ່ງຕັ້ງເປັນ Cardinal ໃນ Vatican.

ໃນປີ 2014, ລາວໄດ້ຖືກແຕ່ງຕັ້ງໃຫ້ເປັນ ເຈົ້າຫນ້າທີ່ຫົວໜ້າ ຂອງ ສຳນັກເລຂາທິການເສດຖະກິດ (Secretariat of the Economy) ຂອງ Pope ທີ່ຫາກໍຖືກແຕ່ງຕັ້ງໃຫມ່.

ຍ້ອນທັດສນະຄະຕິອະນຸຣັກນິຍົມຂອງ Cardinal Pell, ໄດ້ເຮັດໃຫ້ລາວເປັນຄົນທີໄດ້ຮັບຄວາມນິຍົມຊົມຊອບຈາກບາງຄົນ, ແລະບໍ່ເປັນທີ່ນິຍົມ ຂອງຄົນອື່ນ.

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ການຕາຍຂອງລາວ ເປັນມື້ທີ່ຍາກລຳບາກ ສໍາລັບຫລາຍຄົນ.

"ສໍາລັບຫຼາຍຄົນ, ໂດຍສະເພາະຊາວ ກາໂຕລິກແລ້ວ, ນີ້ຈະເປັນມື້ທີ່ຍາກລຳບາກ ແລະຂ້າພະເຈົ້າ ຂໍສະແດງຄວາມເສົ້າສລົດ ໃຈຕໍ່ທຸກຄົນ ທີ່ກໍາລັງໂສກເສົ້າ ໃນມື້ນີ້. ຂ້າພະເຈົ້າໄດ້ສົນທະນາ ກັບເຈົ້າອະທິການ(Archbishop) Fisher ເຊົ້າມື້ນີ້, ຂ້າພະເຈົ້າ ໄດ້ສະແດງຄວາມເສົ້າສລົດໃຈຕໍ່ເຈົ້າອະທິການ Fisher ແທນຣັຖບານ.ເຈົ້າອະທິການ Fisher ໄດ້ແຈ້ງໃຫ້ຂ້າພະເຈົ້າຮູ້ວ່າ ງານສົບຈະຖືກຈັດຂຶ້ນຢູ່ Vatican ໃນບໍ່ຫຼາຍວັນຂ້າງຫນ້າ, ແຕ່ຫຼັງຈາກນັ້ນ ກໍຈະມີການຈັດງານສົບຢູ່ທີ່ St Mary's Cathedral. ກະຊວງການຕ່າງປະເທດ ແລະການຄ້າ (The Department of Foreign Affairs and Trade) ໃຫ້ການຊ່ວຍເຫຼືອ ເພື່ອໃຫ້ແນ່ໃຈວ່າ ທ່ານ Cardinal Pell ຈະຖືກນໍາກັບຄືນມາອອສເຕຣເລັຍ ແລະການຈັດການເຫຼົ່ານັ້ນ ແມ່ນໄດ້ຖືກນຳມາປະຕິບັດແລ້ວ."

ທັດສະນະຄະຕິຂອງ Cardinal Pell ຕໍ່ການລ່ວງລະເມີດທາງເພດເດັກ, ແລະການກະທໍາທີ່ກ່ຽວຂ້ອງກັບເລື້ອງນີ້, ເຮັດໃຫ້ສ່ວນສຸດທ້າຍຂອງຊີວິດຂອງລາວ ເສື່ອມເສັຍ, ແລະເຮັດໃຫ້ລາວເປັນບຸກຄົນທີ່ເປັນພິດ ໃນຫຼາຍວົງການ.

ໃນປີ 1996 ມີຊາຍຄົນຫນຶ່ງ ໄດ້ອ້າງວ່າ ຄຸນພໍ່ໄດ້ຂົ່ມຂືນລາວ ຕອນເປັນເດັກແທ່ນບູຊາ ໃນປີ 1962.

ທ່ານ Cardinal Pell ໄດ້ປະຕິເສດຕໍ່ການກ່າວອ້າງນັ້ນ.

ໃນປີດຽວກັນນັ້ນ, ລາວໄດ້ເປີດໂຕ “ຄໍາຕອບຂອງເມືອງ Melbourne” (Melbourne Response) ເພື່ອຊົດເຊີຍ ຜູ້ເຄາະຮ້າຍ ຈາກການລ່ວງລະເມີດທາງເພດເດັກ ໂດຍ ຄຣິສຕຈັກ (the Church).

ການກະທໍາ ອັນເປັນປວັດສາດຂອງ Cardinal Pell ກ່ຽວກັບການລ່ວງລະເມີດທາງເພດເດັກ ຂອງນັກບວດຄາໂທລິກ, ຮ່ວມທັງ Gerald Ridsdale ກາຍເປັນແຫລ່ງຂອງການໂຕ້ຖຽງອັນດຸເດືອດ.

ໃນປີ 2020, ຄນະກັມມາທິການ Royal Commission to Child Sexual Abuse ພົບວ່າ Cardinal Pell ຕ້ອງໄດ້ຮູ້ວ່າ Ridsdale ຜູ້ເປັນນັກບວດໃນຄວາມດູແລຂອງລາວ ກຳລັງລ່ວງລະເມີດທາງເພດເດັກ ໃນປີ 1970.

ໃນປີ2017, ທ່ານ Cardinal Pell ເອງໄດ້ຖືກຕັ້ງຂໍ້ຫາວ່າກະທຳຄວາມຜິດຢ່າງຮ້າຍແຮງ ໃນການທໍາຮ້າຍທາງເພດໂດຍ ຕໍາຫຼວດ Victoria.

ລາວຖືກກ່າວຫາວ່າ ຂົ່ມຂືນເດັກຊາຍໄວລຸ້ນສອງຄົນຢູ່ໃນສະຖານທີ່ສັກສິດ ທີ່ໂບດ St Patrick's Cathedral ຕອນລາວເປັນເຈົ້າອະທິການ ຂອງເມືອງ Melbourne ໃນປີ 1996.

ລາວໄດ້ກັບມາອອສເຕຣເລັຍ ເພື່ອປະເຊີນກັບຂໍ້ກ່າວຫານັ້ນ.

ລາວຖືກຕັດສິນວ່າຜິດຕາມຂໍ້ກ່າວຫາໃນທ້າຍປີ 2018, ແລະຖືກຕັດສິນໃຫ້ເຂົ້າຄຸກໃນຕົ້ນປີ 2019.

ລາວເປັນເຈົ້າຫນ້າທີ່ຂັ້ນສູງສຸດຂອງກາໂຕລິກ ທີ່ຖືກຄຸກ ຍ້ອນຂໍ້ກ່າວຫາດັ່ງກ່າວ.

ລາວໃຊ້ເວລາຢູ່ໃນຄຸກ 404 ວັນກ່ອນທີ່ສານສູງຂອງອອສເຕຣເລັຍ ລົບລ້າງການຕັດສິນນັ້ນໃນປີ 2020.

Cardinal Pell ເປັນອິສຣະ, ແຕ່ສຳຣັບຫຼາຍຄົນແລ້ວຊື່ສຽງຂອງລາວຍັງມົວໝອງຢູ່.

Phil Nagle ຜູ້ລອດຊີວິດຈາກການຖືກຂົ່ມຂືນທາງເພດ ກ່າວວ່າ ລາວບໍ່ຮູ້ສຶກໂສກເສົ້າ ໃນການເສັຍຊີວິດຂອງ Cardinal Pell, ເພາະລາວຮູ້ສຶກວ່າ ຄຸນພໍ່ມີຄວາມກັງວົນ ກ່ຽວກັບສວັດດີການຂອງຄຣິສຈັກ (ໂບດ) ຫຼາຍກວ່າ ສວັດດີການຂອງຜູ້ເຄາະຮ້າຍ.

"ຂ້າພະເຈົ້າໄດ້ລົມກັບພວກທີ່ລອດຊີວິດຫຼາຍຄົນຢູ່ໃນເມືອງ Ballarat ໃນເຊົ້າມື້ນີ້. ບໍ່ມີໃຜສົນໃຈກັບ George ເລີຍ. ບໍ່ມີໃຜເສັຍໃຈ ຫລືໂສກເສົ້າ ກ່ຽວກັບເລື່ອງນີ້... ມັນເປັນພຽງ ການສິ້ນສຸດ ຂອງການເດີນທາງຂອງລາວ, ແລະພວກເຮົາທຸກຄົນຮູ້ວ່າ ຄນະກັມມາທິການຂອງກະສັດ(Royal Commission)ໄດ້ພົບວ່າ ລາວຮູ້ວ່າມີຫຍັງເກີດຂຶ້ນ. ມັນເປັນຍີ່ຫໍ້ທີ່ເປິະເປື້ອນຫຼາຍ. ບໍ່ມີຄວາມໂສກເສົ້າເລີຍ-ມັນເປັນພຽງການສິ້ນສຸດຂອງການເດີນທາງເທົ່ານັ້ນ."

Don McLeish ຜູ້ປະສານງານສາຂາ ຂອງຂອງເຄືອຂ່າຍຜູ້ລອດຊີວິດຈາກການຖືກທໍາຮ້າຍໂດຍນັກບວດໃນ ອອສເຕຣເລັຍ (Australian branch of the Survivors Network of Those Abused By Priests) ເວົ້າວ່າ ທ່ານ Cardinal Pell ຄວນຈະເຮັດຫຼາຍກວ່ານັ້ນ ເພື່ອປົກປ້ອງເດັກນ້ອຍ ຈາກການຖືກທາລຸນ.

"ຈະບໍ່ມີການເສັຍນ້ຳຕາ ໂດຍຜູ້ລອດຊີວິດ ຫຼືສະມາຊິກໃນຄອບຄົວຂອງເຂົາເຈົ້າ. ແລະຜູ້ສນັບສນູນຫລາຍຄົນກໍຈະບໍ່ຮ້ອງໄຫ້. ບໍ່ມີຄວາມສຸກໃນການຕາຍຂອງໃຜ. ແຕ່ຂ້າພະເຈົ້າເຊື່ອວ່າຍັງຈະບໍ່ມີຄວາມຮູ້ສຶກວ່າມີການສິ້ນສຸດສໍາລັບບາງຄົນ"

ເນື້ອເລື່ອງໂດຍ Sunil Awasthi ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share