ທຶນໂຄງການ HIV/AIDS ປະສົບຄວາມບໍ່ແນ່ນອນ.
ໂຄງການ HIV ໄດ້ຮັບການຍອມຮັບວ່າໄດ້ຊ່ວຍຊີວິດຫຼາຍລ້ານຄົນທົ່ວໂລກ ມີຄວາມຢ້ານກົວວ່າ ຈະຕົກຢູ່ພາຍໃຕ້ຄວາມບໍ່ແນ່ນອນ ເນື່ອງຈາກທຶນຂອງໂຄງການຈະຖືກ ພິຈາຣະນາ ການຕໍ່ອາຍຸໃນເດືອນກັນຍາ.
ເຫດຜົນແມ່ນການຕໍ່ສູ້ທາງດ້ານການເມືອງໃນສະຫະຣັດ ກ່ຽວກັບການໃຫ້ທຶນ ການແທ້ງລູກ (Abortion).
Deborah Groarke ລາຍງານ.
ສອງທົດສະວັດທີ່ຜ່ານມາ, ໃນລະຫວ່າງການກ່າວ ປາໄສທີ່ State of the Union ໃນປີ 2003, ທ່ານ George W Bush ປະທານາທິບໍດີພັກ Republican ໄດ້ປະກາດ ໂຄງການໃຫ້ທຶນພິເສດ.
"ເພື່ອຮັບມື ກັບວິກິດການຮ້າຍແຮງ ແລະຮີບດ່ວນ ຢູ່ຕ່າງປະເທດ, ໃນຄືນນີ້ ຂ້າພະເຈົ້າຂໍສເນີ ແຜນການສຸກເສີນ ສໍາລັບການບັນເທົາໂຣກເອດສ໌. ແຜນທີ່ຄອບຄຸມຢ່າງກວ້າງນີ້ ຈະປ້ອງກັນ ການຕິດເຊື້ອເອດສ໌ໃຫມ່ 7 ລ້ານຄົນ, ປິ່ນປົວຢ່າງຫນ້ອຍ ສອງລ້ານຄົນ ດ້ວຍຢາຍືດອາຍຸ, ແລະໃຫ້ການດູແລ ດ້ວຍມະນຸດສະທັມແກ່ປະຊາຊົນ ຫຼາຍລ້ານຄົນ ທີ່ທົນທຸກກັບໂຣກເອດສ໌."
ໂຄງການດັ່ງກ່າວເປັນທີ່ຮູ້ຈັກ ໃນນາມ ແຜນສຸກເສີນ ຂອງປະທານາທິບໍດີ ເພື່ອການບັນເທົາໂຣກເອດສ໌ (President’s Emergency Plan for AIDS Relief) ຫຼື PEPFAR.
PEPFAR ຮ່ວມມືກັບກຸ່ມທີ່ບໍ່ຫວັງຜົນກໍາໄລ (non-profit groups)ເພື່ອຈັດຫາຢາ HIV/AIDS ໃຫ້ແກ່ຫຼາຍລ້ານຄົນທົ່ວໂລກ, ເບິ່ງແຍງເດັກກໍາພ້າ ຈາກໂຣກເອດສ໌ ແລະໃຫ້ການຝຶກອົບຮົມ ວຽກ ສໍາລັບຜູ້ທີ່ມີຄວາມສ່ຽງ.
ເກືອບ 20 ປີຕໍ່ມາ ຫົວຫນ້າອົງການ PEPFAR, Dr John Nkengasong ກ່າວວ່າ ຕົນໄດ້ຊ່ວຍຊີວິດຄົນນັບບໍ່ຖ້ວນ ໃນ 55 ປະເທດຈາກ Ukraineຮອດ Brazil ແລະ Indonesia.
"ມາເບິ່ງວ່າ ມື້ນີ້ເຮົາຢູ່ໃສ. ຫຼາຍກວ່າ 20 ລ້ານຄົນ ໄດ້ຮັບການປິ່ນປົວດ້ວຍຢາຕ້ານໄວຣັສ (Antiretroviral) ໃນໂຄງການ PEPFAR ຊຶ່ງໄດ້ຊ່ວຍຊີວິດໄດ້ຫຼາຍກວ່າ 25 ລ້ານຄົນ."
ແຕ່ບັດນີ້ ມີຄວາມກັງວົນວ່າ ພວກນັກການເມືອງກຸ່ມນ້ອຍໆ ຂອງພັກ Republican ກໍາລັງເປັນອັນຕະລາຍ ຕໍ່ຄວາມຫມັ້ນຄົງ ຂອງໂຄງການນັ້ນ ໂດຍການຕໍ່ອາຍຸ ຂອງທຶນຊ່ອຍເຫຼືອໃນເດືອນກັນຍານີ້.
ບຸກຄົນສໍາຄັນ ຄົນນຶ່ງໃນກຸ່ມແມ່ນທ່ານ Chris Smith.
ແຕ່ກ່ອນນັ້ນ, ເປັນຜູ້ສນັບສນູນຢ່າງແຂງຂັນຂອງ PEPFAR, ແຕ່ຕອນນີ້ Chris Smith ເປັນປະທານຂອງ ຄນະອະນຸກັມມະການກິດຈະການ ຕ່າງປະເທດຂອງສະພາ ຊຶ່ງມີສິດ ພິຈາຣະນາ ກ່ຽວກັບໂຄງການ.
ລາວໄດ້ບອກກັບລາຍການໂທລະພາບ Washington Watch ວ່າ ລາວຈະບໍ່ອະນຸມັດເງິນທຶນ ຂອງ PEPFAR ຄືນໃຫມ່ ເວັ້ນເສັຍແຕ່ຈະຫ້າມ ບໍ່ໃຫ້ອົງການທີ່ບໍ່ຂຶ້ນຕໍ່ຣັຖບານ (Non-governmental Organisations) ບໍ່ໃຫ້ໃຊ້ເງິນທຶນໃດໆ ເພື່ອໃຫ້ບໍຣິການ ຫລືສົ່ງເສີມ ການບໍຣິການແທ້ງລູກ.
"ມີຄວາມເຫັນດີເຫັນພ້ອມກັນ-ຂວາ, ຊ້າຍ, ກາງ- ໃນການໃຫ້ຢາຊ່ວຍຊີວິດ ແລະການແຊກແຊງ ເພື່ອປ້ອງກັນໂຣກເອດສ໌ ແມ່ນເປົ້າຫມາຍທີ່ສູງສົ່ງຫຼາຍ ແລະມັນຈໍາເປັນຕ້ອງໄດ້ເຮັດ. ທີ່ວ່າ ສິ່ງທີ່ທ່ານ Biden ໄດ້ເຮັດ, ດຽວນີ້ ທ່ານໄດ້ກ່າວວ່າ ການສົ່ງເສີມ ການເອົາລູກອອກ ແລະການປະຕິບັດງານ ແມ່ນລວມເຂົ້າ ກັບວຽກງານ HIV/AIDS ທັງຫມົດຂອງພວກເຮົາ ຢູ່ຕ່າງປະເທດ."
ຜູ້ສນັບສນູນຂອງ PEPFAR ກ່າວວ່າ ພາຍໃຕ້ກົດຫມາຍ ຂອງສະຫະຣັດທີ່ມີຢູ່ ວ່າຄູ່ຮ່ວມງານໄດ້ຖືກຫ້າມ ບໍ່ໃຫ້ໃຊ້ເງິນທຶນ ໃນການເຮັດແທ້ງຢູ່ແລ້ວ.
ເຂົາເຈົ້າຍັງຊີ້ໃຫ້ເຫັນ ຄູ່ຮ່ວມງານ ແລະຜູ້ຮັບຫລາຍຄົນ ທີ່ຢູ່ໃນປະເທດອະນຸຣັກນິຍົມ (Conservative) ສ່ວນໃຫຍ່ ກໍບໍ່ສນັບສນູນ ການແທ້ງລູກຄືກັນ ເພາະຄວາມເຊື່ອຖື ທາງສາສນາ.
ບໍ່ວ່າຄວາມຄິດທີ່ວ່າ ໂຄງການທີ່ອາສັຍ ການຈັດຫາຢາ HIV ຢ່າງຕໍ່ເນື່ອງ ອາດຈະຢູ່ພາຍໃຕ້ທິດທາງລົມທາງການເມືອງ ເປັນສາເຫດ ທີ່ເຮັດໃຫ້ Dr Nkengasong ເປັນຫ່ວງ.
"ຈະເປັນການບອກເຕືອນວ່າ ການຕໍ່ສູ້ກັບ HIV/AIDS ອາດຈະສິ້ນສຸດລົງ ກ່ອນກຳໜົດ. ເຮົາອາດຈະສົ່ງຂໍ້ຄວາມ ໄປຫາຄູ່ແຂ່ງຂອງເຮົາວ່າ ເຮົາກໍາລັງຖອນ ການສນັບສນູນຂອງເຮົາ ສໍາລັບໂຄງການທີ່ສໍາຄັນດັ່ງກ່າວ, ແລະບາງທີອາດ ຈະສົ່ງຂໍ້ຄວາມໄປຫາຄົນເຈັບວ່າ ເຮົາບໍ່ໄດ້ມີຄວາມຕັ້ງໃຈ ທີ່ເຮັດໃຫ້ເຂົາດໍາລົງຊີວິດ ຕາມປົກກະຕິຂອງເຂົາ"
ມັນແມ່ນຜົນກະທົບ ຕໍ່ພວກເດັກນ້ອຍໃນ Africa ທີ່ເຮັດໃຫ້ຜູ້ສນັບ ສນູນ ເປັນຫ່ວງຫລາຍທີ່ສຸດ.
ພວກເດັກນ້ອຍເຫລົ່ານີ້ ກໍາລັງຫລິ້ນຢູ່ໃນບ່ອນລ້ຽງເດັກກໍາພ້າ ໃນເມືອງ Nairobi.
ຂຸມຝັງສົບໃນແຄມຮົ້ວຂອງສະຖານທີ່ນັ້ນ ໄດ້ບອກເຖິງຄວາມສິ້ນຫວັງ, ດ້ວຍແຜ່ນໄມ້ຫຍາບໆ ທີ່ສຽບຢູ່ໃນດິນ ແລະມີຊື່ຂອງເດັກທີ່ຂຽນໄວ້-ເຊິ່ງສ່ວນຫຼາຍ ໄດ້ເສັຍຊີວິດໃນປີ 1990, ກ່ອນທີ່ຢາ HIV ຈະມາເຖິງ.
ພວກນັກຄົ້ນຄວ້າ ທີ່ຂຽນປົກປ້ອງໂຄງການ ໃນວາຣະສານການແພດ The Lancet ເມື່ອເດືອນແລ້ວນີ້ ກ່າວວ່າ ຈໍານວນເດັກນ້ອຍ ຢູ່ໃນເຂດທະເລຊາຍ Sahara ຊຶ່ງຕົກເປັນເດັກກໍາພ້າ ຍ້ອນໂຣກເອດສ໌ ໄດ້ເຖິງຈຸດສູງສຸດ 1.6 ລ້ານຄົນ ໃນປີ 2004 ຊຶ່ງເປັນປີທີ່ PEPFAR ໄດ້ເລີ້ມປະຕິບັດງານ.
Bernard Mwololo ອາຍຸ 36 ປີ ໄດ້ເຕີບໃຫຍ່ຂຶ້ນ ຢູ່ໃນບ້ານລ້ຽງເດັກ Nyumbani ໃນເມືອງດຽວກັນ, ຫຼັງຈາກທີ່ພໍ່ແມ່ຂອງລາວ ໄດ້ເສັຍຊີວິດຍ້ອນໂຣກເອດສ໌.
ລາວເວົ້າວ່າ ລາວບໍ່ຢາກເຫັນ ການກັບຄືນສູ່ວັຍເດັກຂອງລາວ-ແລະເຫັນວ່າ ການໃຫ້ທຶນດ້ານຢາແລະການດູແລຂອງ HIV ວ່າສໍາຄັນເກີນໄປ ທີ່ຈະຖືກປະໄວ້ໃຫ້ ເຈົ້າຫນ້າທີ່ທ້ອງຖິ່ນເທົ່ານັ້ນ.
"ທ່ານຮູ້ບໍ່ວ່າ, ບາງມື້-ມັນບໍ່ໜ້າເຊື່ອ ທີ່ໄດ້ຍິນຜູ້ຄົນເວົ້າວ່າ ຢາ HIV ເຫຼົ່ານີ້ ຄວນຖືກຊື້ໂດຍຣັຖບານທ້ອງຖິ່ນ. ຂ້ອຍກໍາລັງບອກເຈົ້າວ່າ ເຂົາເຈົ້າບໍ່ສາມາດຈັດການມັນໄດ້"
ເມື່ອບໍ່ດົນມານີ້ ໂຕເລກຂອງທາງການ ໄດ້ເຮັດໃຫ້ເຫັນພາບຂອງສະຖານະການ ທີ່ມີຄວາມສຸກ ແລະມີຄວາມຫວັງຫລາຍຂຶ້ນ.
ດ້ວຍການຊ່ວຍເຫຼືອຂອງ PEPFAR, ຈໍານວນເດັກກໍາພ້າໃຫມ່ ໄດ້ຫຼຸດລົງເຖິງ 382,000 ຄົນໃນປີ 2021, ໂດຍການເສັຍຊີວິດ ຂອງເດັກອ່ອນ ແລະເດັກນ້ອຍ ຈາກໂຣກເອດສ໌ ໃນພູມີພາກ ຫຼຸດລົງເຖິງ 80 ເປີເຊັນ.
ໃນ Kenya, ຍັງມີເດັກນ້ອຍ ແລະຜູ້ໃຫຍ່ປະມານ 1.4 ລ້ານຄົນ ທີ່ຕິດເຊື້ອ HIV -ແລະຫຼາຍກວ່າ 1 ລ້ານຄົນ ໄດ້ຮັບຢາ HIV ຟຣີຍ້ອນ PEPFAR.
ຫລານສາວຂອງ David Shitika, ນັກບວດຄຣິສຕ໌, ແມ່ນຫນຶ່ງໃນນັ້ນ.
ລາວຫວັງວ່າ ພັຍຂົ່ມຂູ່ຕໍ່ PEPFAR ຈະຫາຍໄປ.
"ມັນໄດ້ຊ່ວຍພວກເຮົາ, ສ່ວນຫຼາຍ ແມ່ນລູກຂອງຂ້ອຍ Hellen ແລະ Idah ຜູ້ເປັນຫລານສາວ ຂອງຂ້ອຍ. ຖ້າບໍ່ເປັນແບບນັ້ນ ຂ້ອຍກໍຄົງບໍ່ມີເຂົາດຽວນີ້. ສະນັ້ນຂ້ອຍຈະບອກບາງຄົນທີ່ນັ່ງຢູ່ບ່ອນໃດກໍຕາມ ວ່າເຮົາຍັງຕ້ອງການ ຄວາມຊ່ອຍເຫລືອນັ້ນຢູ່."
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao