ອອສເຕຣເລັຍກຳລັງພົບກັບວິກິດການຂາດນາຍໝໍ.

Australians could soon be handed greater control over who can access their Medicare card details

Royal Australian College of Practitioners ກໍາລັງຮຽກຮ້ອງໃຫ້ຣັຖບານກາງ ຈັດຫາເງິນທຶນເພີ່ມເຕີມ ສໍາລັບການຊໍາລະຄ່າ Medicare ຂອງຄົນເຈັບ ໃນງົບປະມານຂອງຣັຖບານກາງ ໃນເດືອນພຶດສະພາ ເພື່ອຊ່ວຍໃຫ້ຄົນເຈັບ ທີ່ກໍາລັງດີ້ນຣົນ ກັບຄ່າໃຊ້ຈ່າຍດ້ານສຸຂະພາບທີ່ເພີ່ມຂຶ້ນ. Source: AAP

ຄລີນິກນາຍໝໍຫຼາຍກວ່າ 60 ບ່ອນໃນອອສເຕຣເລັຍ ຈຳເປັນຕ້ອງປິດລົງ ໃນສີ່ປີທີ່ຜ່ານມາ. ການປິດນັ້ນ ແມ່ນເກີດຈາກປັດຈັຍຫລາຍຢ່າງ ຮວມທັງການຂາດເງິນທຶນຂອງ Medicare ແລະການຂາດເຂີນແຮງງານ. ມັນເປັນການສູນເສັຍ ທີ່ບໍ່ສາມາດວັດແທກໄດ້ ສໍາລັບຄົນເຈັບຈາກຫຼາຍວັດທະນະທັມ.


ອອສເຕຣເລັຍກຳລັງພົບກັບວິກິດການຂາດນາຍໝໍ.

ຄລີນິກນາຍໝໍຫຼາຍ ກວ່າ 60 ບ່ອນໃນ ຈຳເປັນຕ້ອງປິດລົງ ໃນສີ່ປີທີ່ຜ່ານມາ, ອີງຕາມອົງກອນຕົວແທນທີ່ໃຫຍ່ທີ່ສຸດ ຂອງທ່ານຫມໍຂອງຄອບຄົວ (Family doctors).

Royal Australian College of Practitioners ກ່າວວ່າ ການປິດນັ້ນ ແມ່ນເກີດຈາກປັດຈັຍຫລາຍຢ່າງ ຮວມທັງການຂາດເງິນທຶນ ຂອງMedicare ແລະການຂາດເຂີນແຮງງານ.

ມັນໄດ້ອະທິບາຍການປິດນັ້ນວ່າ ເປັນການສູນເສັຍ ທີ່ບໍ່ສາມາດວັດແທກໄດ້ ສໍາລັບຄົນເຈັບ, ໂດຍສະເພາະໃນຊຸມຊົນ ຈາກຫຼາຍວັດທະນະທັມ. Ciara Hain ລາຍງານ.

ຜູ້ຍົກຍ້າຍຖິ່ນຖານ ແລະຜູ້ອົບພະຍົບຫຼາຍລ້ານຄົນໃນທົ່ວໂລກ ປະສົບກັບຜົນ ດ້ານສຸຂະພາບທີ່ຕ່ຳກວ່າ ຜູ້ຢູ່ໃນຊຸມຊົນທີ່ເປັນເຈົ້າຂອງປະເທດ, ອີງຕາມການລາຍງານ ຂອງອົງການອະນາໄມໂລກ (WHO).

ດ້ວຍເຫດນີ້ ການມີນາຍໝໍໃນທ້ອງຖິ່ນ ທີ່ເຊື່ອຖືໄດ້ ຈຶ່ງເປັນສິ່ງສໍາຄັນ ຕໍ່ຊຸມຊົນຫຼາຍວັດທະນະທັມ ໃນອອສເຕຣເລັຍ.

ແຕ່ໃນໄລຍະສີ່ປີທີ່ຜ່ານມາ, ຫລາຍກວ່າ 60 ຄລີນິກນາຍໝໍ ໄດ້ປິດລົງໃນທົ່ວປະເທດ-ປ່ອຍໃຫ້ຜູ້ທີ່ມີຄວາມສ່ຽງທີ່ສຸດ ໂດຍບໍ່ໄດ້ຮັບການສນັບສນູນ ທີ່ເຂົາເຈົ້າຕ້ອງການ.

Dr Bruce Willett, ປະທານຂອງ Royal Australian College of Practitioners ກ່າວວ່າ ນັບແຕ່ພັກແຮງງານ ໄດ້ແນະນໍາການແຊ່ແຂງ ຂອງ Medicare ໃນປີ2013, ມີເງິນເກືອບ ສີ່ພັນລ້ານໂດລາ ທີ່ເອົາອອກຈາກ Medicare ສໍາລັບຄລີນິກ ນາຍໝໍທົ່ວໄປ.

ທ່ານກ່າວວ່າ ໄດ້ປ່ຽນຄ່າໃຊ້ຈ່າຍໄປໃສ່ຄລີນິກ ນາຍໝໍແລະຄົນເຈັບ, ໂດຍທີ່ຊຸມຊົນໃນເຂດຊົນນະບົດ ແລະ ພູມີພາກໄດ້ຮັບຜົນກະທົບຫຼາຍທີ່ສຸດ.

"ຫນ້າເສັຍດາຍ ທີ່ຊຸມຊົນທີ່ມີຄວາມສ່ຽງຫລາຍກວ່າ ມັກຈະເປັນ ຜູ້ທີ່ຂ້າພະເຈົ້າຄິດວ່າ ກໍາລັງປະສົບກັບສິ່ງນີ້ຫລາຍທີ່ສຸດ. ດັ່ງນັ້ນ ມັນແມ່ນເຂດທີ່ມັນຍາກກວ່າທີ່ຈະ bulk bill ຫນ້ອຍລົງ, ຜູ້ປ່ວຍກໍາລັງດີ້ນຮົນ ທີ່ຈະຈ່າຍຊ່ອງວ່າງນັ້ນ ແລະໃນເຂດຊົນນະບົດ ທີ່ເສດຖະກິດມີຂນາດບໍ່ພໍສໍາລັບຄລີນິກນາຍໝໍ ຊົນນະບົດ. ສະນັ້ນ ພວກເຮົາຈຶ່ງໄດ້ເຫັນຢູ່ທົ່ວປະເທດ ເກືອບບໍ່ມີຄລີນິກທີ່ມີທ່ານຫມໍຄົນດຽວ ແລະຄລີນິກທ່ານຫມໍຫນຶ່ງ ຫລືສອງຄົນ ບໍ່ຫຼາຍ. ຄລີນິກນາຍໝໍຕ້ອງຮວມກັນ ເພື່ອຈະຢູ່ລອດ ແລະໃນຊຸມຊົນຊົນນະບົດມັນບໍ່ສາມາດທີ່ຈະເຮັດໄດ້."

ການໄປຫານາຍໝໍ ອາດເຮັດຄົນເຈັບຕ້ອງເສັຍຄ່າໃຊ້ຈ່າຍ ຫຼາຍຮ້ອຍໂດລາຫາກບໍ່ມີ Medicare, ແຕ່ Dr Willett ກ່າວວ່າ ນັ້ນເປັນພຽງສ່ວນນຶ່ງ ຂອງບັນຫາເທົ່ານັ້ນ.

ດ້ວຍຈໍານວນຜູ້ຍົກຍ້າຍຖິ່ນຖານທີ່ເພີ່ມຂຶ້ນ, ຄວາມຕ້ອງການຂອງແພດ ແລະພະນັກງານສຸຂະພາບ ຫຼາຍພາສາຈຶ່ງເພີ່ມຂຶ້ນ.

ອີງຕາມການສໍາມະໂນຄົວປີ 2021, ຈໍານວນຄົນທີ່ໃຊ້ພາສາອື່ນ ນອກຈາກພາສາອັງກິດຢູ່ບ້ານ ເພີ່ມຂຶ້ນເກືອບ 800 ພັນຄົນ, ເພີ່ມຂຶ້ນເປັນ 5 ຈຸດ 5 ລ້ານຄົນ.

ທ່ານຫມໍ Willet ກ່າວວ່າ ແຫລ່ງຊ່ອຍເຫລືອດ້ານພາສາຫລາຍກວ່າເກົ່າ ຮວມທັງຜູ້ແປພາສາ ຈະຊ່ວຍໃຫ້ແນ່ໃຈວ່າ ການຮັກສາສຸຂະພາບ ສາມາດເຂົ້າເຖິງຊາວອອສເຕຣເລັຍໄດ້ຫລາຍຂຶ້ນ.

"ພວກເຮົາຮູ້ວ່າ ທີ່ເວົ້າພາສາໃດພາສານຶ່ງ ມັກຈະຖືກດຶງດູດ ໄປບ່ອນທີ່ມີຫຼາຍຄົນທີ່ເວົ້າພາສານັ້ນ. ດັ່ງນັ້ນ ການທີ່ສາມາດເວົ້າກັບ ທ່ານຫມໍ  ຜູ້ທີ່ເວົ້າພາສາຂອງທ່ານເປັນພາສາທໍາອິດ ແມ່ນມີປໂຍດຫຼາຍ ແຕ່ໂຮງຫມໍ ແລະສະຖາບັນທີ່ໃຫຍ່ອື່ນໆ ແມ່ນເປັນຕາຢ້ານຫຼາຍ ສໍາລັບຊຸມຊົນຫຼາຍວັດທະນະທັມ. ດັ່ງນັ້ນ ຄວາມເປັນມິດ ແລະຖ້າຫາກວ່າທ່ານຮູ້ຈັກ ທ່ານຫມໍ ຂອງທ່ານ ແລະມີຄວາມສໍາພັນທີ່ດີນັ້ນ ແມ່ນມີຄວາມສໍາຄັນຍິ່ງຂຶ້ນ ໃນຊຸມຊົນຫຼາຍວັດທະນະທັມ ໃນທົ່ວປະເທດ."

ການຂາດແຄນແຮງງານທີ່ສຳຄັນ, ລວມທັງ ທ່ານຫມໍ, ພະຍາບານ ແລະພະນັກງານ ຍັງສົ່ງຜົນກະທົບ ຕໍ່ຄວາມສາມາດໃນການບໍຣິການດູແລສຸຂະພາບ.

ສະມາຄົມການແພດຂອງອອສເຕຣເລັຍ (The Australian Medical Association) ປະເມີນວ່າ ມີການຂາດແຄນ ທ່ານຫມໍ 860 ຕຳແໜ່ງ ໃນທົ່ວອອສເຕຣເລັຍ, ແລະຄາດການວ່າໃນສະຖານະການທີ່ຮ້າຍແຮງທີ່ສຸດ ອາດຈະມີການຂາດແຄນ ທ່ານຫມໍ 10,600 ຕຳແໜ່ງພາຍໃນ 10 ປີ.

ທ່ານຫມໍຝ່າຍເດັກນ້ອຍ ຊາວອິນເດັຍ, Dr Angraj Khillan - ທີ່ ເມືອງ Melbourne - ໄດ້ຖືກສເນີຊື່ໃຫ້ເປັນ Australian of the Year in Victoria ຈາກຜົນງານຂອງລາວ ໃນການໃຫ້ບໍຣິການ ແລະການສຶກສາດ້ານສຸຂະພາບ ໃຫ້ແກ່ຊຸມຊົນ ທີ່ແຕກຕ່າງກັນ ທາງດ້ານວັດທະນະທັມ ໃນປະເທດອອສເຕຣເລັຍ ເວົ້າວ່າ ພວກເຮົາຕ້ອງໄດ້ພິຈາຣະນາວ່າ ເປັນຫຍັງຜູ້ທີ່ຮຽນຈົບການແພດ ຈຶ່ງກາຍເປັນ ນາຍຫມໍ ຫນ້ອຍລົງ .

"ມັນເປັນສິ່ງສໍາຄັນຫຼາຍທີ່ຈະຕ້ອງພິຈາຣະນາ ປັດຈັຍນີ້, ເປັນຫຍັງ ທ່ານຫມໍ ຈໍານວນນີ້ຈຶ່ງຫຼຸດລົງ. ເປັນຫຍັງ ຈໍານວນຜູ້ທີ່ຈົບການສຶກສາທາງການແພດ ທີ່ຢາກຈະກາຍເປັນນາຍຫມໍ ຈຶ່ງຫຼຸດລົງ. ໃນປີ 1980 ທີ່ປະເທດອອສເຕຣເລັຍ, 30%  ຂອງຜູ້ທີ່ຈົບການສຶກສາທາງການແພດທັງຫມົດໄດ້ເຂົ້າຝຶກອົບຮົມ ເພື່ອຈະເປັນຫມໍ. ຕອນນີ້ໄດ້ຫຼຸດລົງເຫຼືອ 15%.ແລະນັ້ນ ແມ່ນການປ່ຽນແປງທີ່ສໍາຄັນ ຂອງຄວາມຄິດ ຂອງຜູ້ທີ່ຮຽນຈົບການແພດ-ເຂົາເຈົ້າບໍ່ຢາກເປັນນາຍຫມໍ."

Dr Khillan ກ່າວວ່າ ຄອບຄົວອົບພະຍົບທີ່ ພະຍາຍາມຕັ້ງໂຕໃນອອສເຕຣເລັຍມັກຈະບໍ່ສາມາດ ທີ່ຈະຈ່າຍຄ່າໄປຫາທ່ານຫມໍໄດ້-ສະນັ້ນ ພວກເຂົາເຈົ້າ ຈຶ່ງໄປໂຮງຫມໍ ດ້ວຍບັນຫາທີ່ບໍ່ຮີບດ່ວນ.

"ອາດຈະແມ່ນວ່າພວກເຂົາບໍ່ເອົາໃຈໃສ່ ຫຼືເລື່ອນບັນຫາສຸຂະພາບຂອງພວກເຂົາ ແລະອາດເຂົ້າໄປສູ່ຂັ້ນຮ້າຍແຮງ ຫຼືຂັ້ນສຸກເສີນ ແລະພວກເຂົາອາດຈະສິ້ນສຸດລົງໃນຫ້ອງສຸກເສີນ ແລະນັ້ນແມ່ນສິ່ງທີ່ກໍາລັງເກີດຂຶ້ນ. ຫ້ອງສຸກເສີນ ຂອງພວກເຮົາ ແມ່ນໄດ້ຮັບການຕິດຂັດຫຼາຍຂຶ້ນ  ແລະພວກເຮົາ ມີວຽກງານຫນັກເກີນໄປ ແລະຜູ້ທີ່ມີບັນຫາເລັກນ້ອຍ ເພາະວ່າພວກເຂົາເຈົ້າ ບໍ່ສາມາດຈ່າຍຄ່ານາຍຫມໍ ສຸດທ້າຍ ກໍມາທີ່ຫ້ອງສຸກເສີນໃນໂຮງ ຫມໍ.”

Royal Australian College of Practitioners ກໍາລັງຮຽກຮ້ອງໃຫ້ກາງ ຈັດຫາເງິນທຶນເພີ່ມເຕີມ ສໍາລັບການຊໍາລະຄ່າ Medicare ຂອງຄົນເຈັບ ໃນງົບປະມານຂອງຣັຖບານກາງ ໃນເດືອນພຶດສະພາ ເພື່ອຊ່ວຍໃຫ້ຄົນເຈັບ ທີ່ກໍາລັງດີ້ນຣົນ ກັບຄ່າໃຊ້ຈ່າຍດ້ານສຸຂະພາບທີ່ເພີ່ມຂຶ້ນ.

ໃນທ້າຍເດືອນມັງກອນ, ຣັຖບານກາງ ໄດ້ປະກາດແຜນການໃຫມ່ ເພື່ອຊຸກຍູ້ໃຫ້ນາຍຫມໍ ເຮັດວຽກໃນເຂດຊົນນະບົດຫຼາຍຂຶ້ນ, ພາຍໃຕ້ສິ່ງທີ່ເອີ້ນວ່າ "ຕົວແບບນາຍຈ້າງດຽວ" ສໍາລັບນາຍຫມໍ.

ການຕົກລົງລະຫວ່າງ ຣັຖບານກາງ ແລະພາກຣັດ ແລະເຂດປົກຄອງ ຊຸກຍູ້ໃຫ້ຜູ້ຝຶກເປັນນາຍຫມໍ ໃຫ້ຢູ່ໃນອາຊີບນີ້ ດ້ວຍຄ່າຈ້າງ ແລະເງື່ອນໄຂທີ່ດີກວ່າ, ທຽບເທົ່າກັບການຝຶກອົບຮົມແພດ ໃນດ້ານຊ່ຽວຊານພິເສດ ໃນໂຮງຫມໍສາທາຣະນະ.

ການທົດລອງກໍາລັງດໍາເນີນຢູ່ໃນ Tasmania ໂດຍມີແຜນການທີ່ ຈະຂຍາຍອອກໄປທົ່ວປະເທດ. ຣັຖບານອື່ນໆ ຂອງຣັດ ໄດ້ຮຽກຮ້ອງ ໃຫ້ການນຳປະຕິບັດໄວຂຶ້ນ.

ໃນຖແລງການສະບັບນຶ່ງ ທ່ານ Mark Butler ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ຣັຖບານ Albanese ກໍກໍາລັງພິຈາຣະນາ ຂັ້ນຕອນຕໍ່ໄປຢູ່.

"ຫລັງຈາກເກົ້າປີ ຂອງການຕັດ ແລະການລະເລີຍຂອງ Medicare, ມັນບໍ່ເຄີຍເປັນການຍາກ ຫລືແພງກວ່າ ທີ່ຈະໄປຫາຫມໍ. ຣັຖບານເກົ່າ ໄດ້ແຊ່ແຂງຄ່າທວງເງິນ Medicare ຄືນ (Medicare rebate) ເປັນເວລາຫົກປີ, ເອົາເງິນຈໍານວນ ຫຼາຍພັນລ້ານໂດລາ ອອກຈາກການດູແລສຸຂະພາບຂັ້ນຕົ້ນ ແລະເຮັດໃຫ້ຄ່າ ຂອງການໄປຫານາຍໝໍ ມີຊ່ອງວ່າງວ່າງຫຼາຍຂຶ້ນ. ການສ້າງຄວາມແຂງແກ່ນ ຂອງ Medicare Taskforce ໄດ້ສຣຸບວິທີການ ເພື່ອເຮັດໃຫ້ Medicare ເຫມາະສົມ ສໍາລັບສະຕະວັດທີ 21–ການປະຕິບັດ ທີ່ໄດ້ຈາກຄໍາແນະນໍາຂອງໜ່ວຍງານສະເພາະ (Taskforce) ຈະຖືກອະທິບາຍ ໃນງົບປະມານທີ່ຈະມາເຖິງນີ້. ພວກເຮົາກໍາລັງລົງທຶນ 163 ລ້ານໂດລາ ເພື່ອດຶງດູດ ແລະຮັກສາບຸກຄະລາກອນສຸຂະພາບ ໃຫ້ຢູ່ໃນເຂດຊົນນະບົດ ແລະພູມີພາກຂອງອອສເຕຣເລັຍໂດຍຜ່ານການປັບປຸງ ການຝຶກອົບຮົມ ແລະໂຄງການຈູງໃຈ"

Ciara Hain ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share