Graham Arnold ໄດ້ເຊັນສັນຍາໃໝ່ກັບ Football Australia ແລ້ວ.
Graham Arnold ຈະຍັງຄົງເປັນຄູຝຶກ ຂອງ Socceroos ຈົນກວ່າຈະຈົບການແຂ່ງຂັນ ເຕະບານໂລກ ໃນປີ 2026.
ທ່ານ Arnold ໄດ້ເຊັນສັນຍາກັບ Football Australia ອີກ ໃນວັນຈັນ ໂດຍກ່າວວ່າ ທ່ານໄດ້ຮັບການດົນໃຈ ຈາກການຕອບໂຕ້ຂອງປະຊາຊົນ ຕໍ່ການແຂ່ງຂັນເຕະບານ ແຊ້ມປ້ຽນໂລກ ຂອງ Socceroos ທີ່ປະເທດ Qatar. Tys Occhiuzzi ລາຍງານ.
ການເຊັນສັນຍາຕໍ່ອີກສີ່ປີ ໃນການເປັນຫົວຫນ້າຂອງ Socceroos ດ້ວຍການຈັບມືກັນ.
Graham Arnold ໄດ້ຮັບຂໍ້ສເນີ ຈາກສະໂມສອນໃນຢູໂຮບແລະຕາເວັນອອກກາງ, ແຕ່ລາວຕ້ອງການ ທີ່ຈະສືບຕໍ່ກັບທີມເຕະບານ ອອສເຕຣເລັຍ.
"ມີ 2-3 ສະໂມສອນ ທີ່ກໍາລັງຊຸກຍູ້ ໃຫ້ຂ້າພະເຈົ້າບິນໄປ ແລະເລີ່ມຕົ້ນເປັນຫົວໜ້າທີມ ໃນມື້ຕໍ່ມາ. ທຸກເທື່ອ ທີ່ຂ້າພະເຈົ້າ ເອົາໃສ່ເສື້ອ Socceroos ນັ້ນ ແລະຂ້າພະເຈົ້າຢູ່ຮອບໆ Socceroos, ເລືອດຂ້າພະເຈົ້າ ກໍມີສີຂຽວ ແລະຄໍາ."
James Johnson ຫົວຫນ້າຜູ້ບໍຣິຫານບານເຕະ ອອສເຕຣເລັຍຍ້ອງຍໍ Arnold ຢ່າງສູງ.
"Graham ໄດ້ປະກອບສ່ວນທີ່ໂດດເດັ່ນທີ່ສຸດ ຂອງອອສເຕຣເລັຍໃນຖານະນັກກິລາ. ແຕ່ສິ່ງທີ່ລາວໄດ້ເຮັດ ໃນຖານະຜູ້ຈັດການທີມໃນໄລຍະສີ່ຫລືຫ້າປີທີ່ຜ່ານມາ ໄດ້ເຮັດໃຫ້ລາວ ກ້າວສູງຂຶ້ນໄປກວ່ານັ້ນອີກ."
ແລະນັ້ນກໍເປັນການສົ່ງຜົນໃຫ້ Socceroos ມີຜົນງານທີ່ດີທີ່ສຸດຂອງເຂົາເຈົ້າ ໃນການແຂ່ງຂັນເຕະບານ ແຊ້ມປ້ຽນໂລກ ນັບແຕ່ປີ 2006 ເປັນຕົ້ນມາ, ພຽງແຕ່ບໍ່ສາມາດເອົາຊະນະທີມArgentina ໃນຮອບ16 ທີມ...ແລະທີມນີ້ ກໍເປັນຜູ້ຊະນະເລີດ ໃນທີ່ສຸດ.
ການຍອມຮັບຂອງທ່ານ Graham Arnold ບໍ່ມີພຽງແຕ່ໃນບ້ານເກີດຂອງລາວເທົ່ານັ້ນ.
L'Equipe, ຫນັງສືກິລາຝຣັ່ງຈັດອັນດັບໃຫ້ລາວ ເປັນຄູຝຶກ ທີ່ດີທີ່ສຸດ ໃນ Qatar 2022.
"ທຸກຄົນຮູ້ວ່າເຂົາຢູ່ໃສ ຕອນທີ່ເຮົາເຕະກັບTunisia, ພວກເຂົາເລົ່າເລື່ອງ ກ່ຽວກັບການຕື່ນນອນເວລາ 4 ໂມງເຊົ້າ ເພື່ອຈະເບິ່ງເກມນັ້ນ, ສ່ວນທີ່ເຫຼືອຂອງໂລກ...ບໍ່ເຂົ້າໃຈ."
ແຕ່ມັນບໍ່ໄດ້ເປັນເວລາ ທີ່ສະບາຍສເມີໄປ ສໍາລັບ Arnold.
ຮອບຄັດເລືອກທີ່ມີປັນຫາ ເກືອບເຮັດໃຫ້ Socceroos ຕົກຈາກການຄັດເລືອກກ່ອນຈະໄປເຖິງປະເທດ Qatar.
Arnold ໄດ້ໃຫ້ເຄຣດິດ ຕໍ່ການລົງມາເຕະແທນ ໃນນາທີສຸດທ້າຍ ຂອງນັກເຕະສຳຮອງ Andrew Redmayne ຜູ້ທີ່ຊ່ວຍທີມ ດ້ວຍການຮັກສາປະຕູ ໃນການຍິງລູກໂທດກັບ Peru.
ຜູ້ຈັດການຍອມຮັບວ່າ ມີບາງຄັ້ງ ທີ່ລາວບໍ່ໄດ້ເຫັນອະນາຄົດ ໃນບົດບາດນີ້...ແຕ່ບັດນີ້ ລາວກໍາລັງທຳການວາງແຜນໄວ້.
"ບາດກ້າວທໍາອິດ ແມ່ນໄປທີ່ Asian cup ເພື່ອໃຫ້ປະສົບຜົນສໍາເລັດ ແລະຊະນະມັນ, ທີສອງ ແມ່ນການຜ່ານຮອບຄັດເລືອກໂດຍກົງສໍາລັບ World cup ເພາະວ່າຂ້າພະເຈົ້າ ບໍ່ຕ້ອງການ ທີ່ຈະຜ່ານສິ່ງນັ້ນ ອີກເທື່ອຫນຶ່ງ ແລະທີສາມ ເພື່ອບັນລຸ ຫຼາຍກວ່າ ສິ່ງທີ່ພວກເຮົາໄດ້ເຮັດ ໃນການແຂ່ງຂັນເຕະບານໂລກ"
ອະດີດຜູ້ຫຼິ້ນເຂົ້າໃຈເຖິງຄວາມກົດດັນອັນໃຫຍ່ຫຼວງ ທີ່ກ່ຽວພັນກັບບົດບາດ ຂອງການເປັນຜູ້ຈັດການຂອງ Socceroos.
Ante Covic ໄດ້ລົງຫຼິ້ນສອງຄັ້ງ ກັບສະໂມສອນ, ແລະໄດ້ໃຊ້ເວລາຢູ່ໃນ A-League ບ່ອນທີ່ Graham Arnold ໄດ້ຮັບຊື່ສຽງໃນຖານະຄູຝຶກທີ່ມີປະສິດທິພາບ.
"ມີການກວດສອບຄູຝຶກຫຼາຍ. ຂ້າພະເຈົ້າໄດ້ເຮັດໜ້າທີ່ຂອງຄູຝຶກສອນຂອງຂ້າພະເຈົ້າ ຫຼັງຈາກອາຊີບເຕະບານຂອງຂ້າພະເຈົ້າ, ແລະມັນກໍແຕກຕ່າງກັນຫຼາຍ. ມີການກວດສອບຫຼາຍກວ່າ, ມີຄວາມກົດດັນຫຼາຍກວ່າ. ທ່ານຕ້ອງຮັບມືກັບນິສັຍແລະຄວາມສາມາດ ທີ່ແຕກຕ່າງກັນ. ແລະທ່ານພົວພັນ ກັບສື່ມວນຊົນ. ຂ້າພະເຈົ້າບໍ່ສົນໃຈວ່າ ທ່ານກໍາລັງຫຼິ້ນກິລາຫຍັງ, ທີ່ຈະເປັນຫົວຫນ້າຄູຝຶກຂອງທີມຊາດອອສເຕຣເລັຍ, ທຸກຄົນຈະຈັບຕາເບິ່ງທ່ານ, ແລະມັນຈະບໍ່ງ່າຍສເມີໄປ. ສະນັ້ນໜ້າທ່ານຕ້ອງຫນາ, ແລະອານີ (Arnold) ໄດ້ຜ່ານສິ່ງເຫຼົ່ານັ້ນມາຫຼາຍແລ້ວແລະເຮັດໃຫ້ລາວຕຽມພ້ອມສໍາລັບສິ່ງນັ້ນ."
ການແຂ່ງຂັນເຕະບານເອເຊັຍ ຖືກກໍານົດ ໃນທ້າຍປີນີ້, ຄູເຝິກທີ່ຖືກແຕ່ງຕັ້ງຄືນໃຫມ່ ກໍແນ່ໃຈວ່າຈະປະເຊີນ ກັບສິ່ງທ້າທາຍ ຫຼາຍຢ່າງໃນຂ້າງຫນ້າ.
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.