ກົດຫມາຍຄວບຄຸມປືນທີ່ເຂັ້ມງວດທີ່ສຸດ ໃນ WA.
ນາຍົກຣັຖມົນຕີ Western Australia, Mark McGowan ກໍາລັງຈະນໍາໃຊ້ ກົດຫມາຍປືນທີ່ເຂັ້ມງວດທີ່ສຸດຂອງປະເທດ ໃນຣັດຂອງລາວ, ຫຼັງຈາກມີການຍິງກັນ ໃນວັນພຸດ ຢູ່ໂຮງຮຽນແຫ່ງນຶ່ງໃນ Perth.
ຜູ້ຕ້ອງສົງສັຍ ອາຍຸ 15 ປີຍັງຖືກຄວບຄຸມໂຕຢູ່ ໃນຂນະທີ່ ໂຮງຮຽນຖືກປິດຊົ່ວຄາວ. Tom Stayner ແລະ Catriona Stirrat ລາຍງານ.
ນາຍົກຣັຖມົນຕີຂອງ Western Australia, ທ່ານ Mark McGowan ໄດ້ສັນຍາວ່າ ຣັດຂອງທ່ານ ກຳລັງຈະປະກາດໃຊ້ກົດຫມາຍປືນ ທີ່ເຂັ້ມງວດທີ່ສຸດໃນອອສເຕຣເລັຍ ຫລັງຈາກມີການຍິງກັນ ໃນສັບປະດານີ້ ທີ່ໂຮງຮຽນແຫ່ງນຶ່ງ ໃນເມືອງ Perth.
ນັ້ນແມ່ນຕອນທີ່ຕໍາຫລວດ ໄດ້ຈັບກຸມສັຍ ອາຍຸ 15 ປີ-ເປັນການສິ້ນສຸດລົງ ຢ່າງຫນ້າຕື່ນເຕັ້ນ ຂອງການຍິງໃນໂຮງຮຽນ.
ໂຊກດີທີ່ມີຮູລູກປືນໃນກໍາແພງຫ້ອງຮຽນ ຊຶ່ງແມ່ນຫລັກຖານພຽງຢ່າງດຽວ ທີ່ຍັງເຫຼືອຢູ່ ໃນທີ່ເກີດເຫດ, ໃນຂນະທີ່ຕໍາຫລວດ ໄດ້ຟ້າວເຂົ້າໄປຄວບຄຸມເຫດການ.
ນັກຮຽນ ແລະຄູອາຈານຂອງ Atlantis Baptist College ກໍຢູ່ໃນໂຮງຮຽນໃນຂນະນັ້ນ.
ນາຍົກຣັຖມົນຕີ Mark McGowan ກ່າວວ່າ ມັນອາດຈະຮ້າຍແຮງກວ່ານີ້ຫຼາຍ.
"ມັນເປັນສະຖານະການທີ່ໜ້າຢ້ານຫຼາຍ. ພວກເຮົາໂຊກດີຫລາຍ ທີ່ບໍ່ມີໃຜຖືກຂ້າຕາຍ. ລູກປືນເກືອບຖືກຄົນ. ມັນເປັນຕາຢ້ານ. ທ່ານບໍ່ເຄີຍຄິດວ່າ ສິ່ງນີ້ຈະເກີດຂຶ້ນຢູ່ທີ່ນີ້, ທ່ານບໍ່ເຄີຍຄິດວ່າ ມັນຈະເກີດຂຶ້ນໃນ, ທ່ານຄົງບໍ່ຄິດວ່າ ມັນຈະເກີດຂຶ້ນໃນ Western Australia, ແລະໃນ Two Rocks. ທ່ານບໍ່ເຄີຍຄິດວ່າ ມັນຈະເກີດຂຶ້ນ."
ຕໍາຫລວດກ່າວວ່າ ອະດີດນັກຮຽນຄົນນຶ່ງ ໄດ້ຍິງປືນສາມລູກ ຈາກຣົດຄັນນຶ່ງ ໃນບ່ອນຈອດຣົດ ທີ່ຢູ່ໃກ້ໆນັ້ນ.
ມີການລະບຸປືນສອງກະບອກ ໃນບ່ອນເກີດເຫດ.
ເຫດການດັ່ງກ່າວ ໄດ້ເຮັດໃຫ້ໂຮງຮຽນຖືກປິດ (lockdown), ໃນຂນະທີ່ຕໍາຫຼວດ ໄດ້ຮັກສາຄວາມປອດພັຍ ໃນພື້ນທີ່ດັ່ງກ່າວ.
ນາຍົກຣັຖມົນຕີ ໄດ້ຮັບການລາຍງານ ຈາກຜູ້ນໍາຂອງໂຮງຮຽນ, ແລະເພິ່ນໄດ້ຍ້ອງຍໍ ການຮັບມືຕໍ່ສະຖານະການ ຢ່າງສງົບ ແລະວ່ອງໄວ ຂອງເຂົາເຈົ້າ ຕໍ່ເຫດການນັ້ນ.
ທ່ານ McGowan ໃຫ້ຄຳໝັ້ນວ່າຣັຖບານຂອງລາວ ມີເຈດຕະນາ ຈະແກ້ໄຂກົດຫມາຍປືນຂອງຣັດ ໃນທ້າຍປີນີ້.
"ພວກເຮົາຈະຈັດການກັບມັນ, ແລະນັ້ນຫມາຍຄວາມວ່າ ຈະມີການຄວບຄຸມທີ່ເຂັ້ມງວດຂຶ້ນ ແລະຈະມີປືນຫນ້ອຍລົງ, ແລະນັ້ນຈະເຮັດໃຫ້ Western Australia ປອດພັຍຍິ່ງຂຶ້ນ ແລະນັ້ນຈະເປັນກົດຫມາຍປືນ ທີ່ເຂັ້ມງວດທີ່ສຸດໃນອອສເຕຣເລັຍ"
ນາຍົກຣັຖມົນຕີ ມີຂໍ້ຄວາມທີ່ຊັດເຈນ ຕໍ່ເຈົ້າຂອງປືນ:
"ຖ້າຫາກວ່າຜູ້ຄົນມີກະແຈ ແລະເຂົ້າເຖິງບ່ອນເກັບປືນ, ນັ້ນຍັງບໍ່ດີພໍ. ທ່ານມີຄວາມຮັບຜິດຊອບ, ຖ້າຫາກວ່າ ທ່ານເປັນເຈົ້າຂອງອາວຸດປືນ,ທ່ານຕ້ອງຮັກສາປືນໃຫ້ປອດພັຍ. ແລະບໍ່ວ່າຈະເປັນເດັກນ້ອຍ ຫຼືລູກຂອງທ່ານເອງ ຫຼືໃຜກໍຕາມ, ພວກເຂົາບໍ່ຄວນເຂົ້າເຖິງ ອາວຸດປືນໃດໆໄດ້."
ປະທານຂອງໂຮງຮຽນ ກ່າວວ່າ ການຕັດສິນໃຈ ທີ່ຈະເປີດໂຮງຮຽນອີກ ໃນວັນສຸກ ມີຈຸດມຸ້ງຫມາຍ ທີ່ຈະໃຫ້ພະນັກງານ ແລະນັກຮຽນ ທີ່ໄດ້ຮັບຄວາມສະເທືອນໃຈ ຈາກການເຫດການນີ້ມີໂອກາດ ທີ່ຈະເຂົ້າເຖິງ ການສນັບສນູນ ທາງດ້ານຈິດໃຈ.
ທ່ານ McGowan ໄດ້ສະແດງຄວາມຕົກໃຈວ່າ ສິ່ງດັ່ງກ່າວ ໄດ້ເກີດຂຶ້ນຢູ່ໃນປະເທດນີ້.
"ນີ້ແມ່ນເລື້ອງທີ່ບໍ່ປົກກະຕິ, ມັນເປັນສິ່ງ ທີ່ທ່ານເຫັນເກີດຂຶ້ນຢູ່ທາງພາກໃຕ້ ຂອງອາເມຣິກາ ແລະທ່ານບໍ່ຄຶດວ່າມັນຈະເກີດຂຶ້ນໃນ Australia, ແລະມັນບໍ່ຄວນເກີດຂຶ້ນໃນ Western Australia ໃນຄວາມເຫັນຂອງຂ້າພະເຈົ້າ, ມັນແມ່ນບັນຫາໃນອາເມຣິກາ, ຫນຶ່ງໃນບັນຫາໃຫຍ່ທີ່ສຸດໃນອາເມຣິກາ ແມ່ນການມີປືນຢູ່ທົ່ວໄປ. ມັນເປັນບັນຫາໃຫຍ່ ຂອງປະເທດນັ້ນ."
ລາວໃຫ້ຄໍາຫມັ້ນວ່າ ຈະກຳຈັດຄວາມຮຸນແຮງຂອງປືນ ໃນ Western Australia.
"ຢ່າລົງໄປຕາມເສັ້ນທາງທີ່ອາເມຣິກາຍ່າງ. ພວກເຮົາຄວນຈະຂັດຂື້ນມັນ, ພວກເຮົາຄວນຕໍ່ສູ້ກັບມັນ. ເຮົາຄວນຢຸດຕົວເອງ ຈາກການຕົກລົງໄປໃນເຫວເລິກ ທີ່ຫນ້າຢ້ານກົວ ຊຶ່ງອາເມຣິກາໄດ້ຕົກຢູ່ ຊຶ່ງໃນທຸກໆປີ ຫລາຍພັນຄົນ ໄດ້ຖືກຂ້າຕາຍຍ້ອນປືນ, ຫລາຍສິບພັນຄົນ. ມັນເປັນຕາຢ້ານຫຼາຍ ແລະມັນບໍ່ສາມາດຢ້ອນກັບຄືນໄດ້ ໃນປະເທດນັ້ນ. ພວກເຮົາມີໂອກາດ ໃນປະເທດ ແລະຣັດນີ້ ທີ່ຈະປ່ຽນມັນ ເພື່ອໃຫ້ແນ່ໃຈວ່າ ພວກເຮົາຈະບໍ່ໄປຮອດບ່ອນນັ້ນ."
ໃນຂນະທີ່ພວກນັກສືບ ຮວບຮວມຫລັກຖານຂອງພວກເຂົາເຈົ້າ, ຜູ້ຕ້ອງສົງສັຍ ອາຍຸ 15 ປີ ຍັງຄົງຖືກຄວບຄຸມໂຕຢູ່.
ສໍາລັບຕອນນີ້, ໂຮງຮຽນຍັງເປັນຈຸດເກີດເຫດ ກ່ອນທີ່ຈະເປີດສອນຕໍ່ໃນອາທິດຫນ້າ.
ເນື້ອເລື່ອງໂດຍ Catriona Stirrat ແລະ Tom Stayner ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.