ໂສກນາດຕະກັມ ຄືນສລອງ Halloween ທີ່ເກົາຫຼີໃຕ້.

South Korea: Stampede causes casualties in Seoul, South Korea

ຜູ້ຄົນໄດ້ນຳດອກໄມ້ມາວາງໄວ້ອາລັຍຕໍ່ຜູ້ເສັຍຊີວິດ ໃນໂສກນາດຕະກັມ ໃນຄືນ ສລອງ Halloween ທີ່ Itaewon ໃນກຸງ ໂຊລ ປະເທດເກົາຫຼີ. Credit: TASS/Sipa USA/AAP Image

ເກົາຫຼີໃຕ້ກຳລັງຊອກຫາຄຳຕອບຕໍ່ການຕາຍຂອງ ຊາວໜຸ່ມຫຼາຍກວ່າ150 ຄົນໃນຄືນສລອງ Halloween. ຣັຖບານໄດ້ໃຫ້ສັນຍາວ່າ ຈະເຮັດໃຫ້ ສັງຄົມມີຄວາມປອດພັຍຍິ່ງຂຶ້ນ... ແຕ່ຈະເຮັດໄດ້ຫຼືບໍ່ ເພາະ ເຄີຍມີເຫດການຄ້າຍກັນນີ້ໄດ້ເກີດຂຶ້ນ ແລະມີຄົນຕາຍຫຼາຍກວ່າ 300 ຄົນ.


ໂສກນາດຕະກັມ ຄືນສລອງ Halloween ທີ່ເກົາຫຼີໃຕ້.

ທີ່ ເກົາຫລີໃຕ້, ໃນເວລານີ້ມີຄວາມໂກດແຄ້ນຫລາຍຂຶ້ນ ຊຶ່ງມາພ້ອມກັບຄວາມໂສກເສົ້າ.

ເປັນທີ່ຮູ້ກັນວ່າ ມີຜູ້ຄົນຫລາຍກວ່າຫນຶ່ງຮ້ອຍຫ້າສິບຄົນ ໄດ້ເສັຍຊີວິດ ໃນຕອນແລງວັນເສົາ, ຫລັງຈາກພວກທີ່ມາຫຼິ້ນ Halloween ໄດ້ຕິດຢູ່ໃນການແຫຍ້ກັນ ທີ່ເມືອງຫລວງ ໂຊລ (Seoul).

ຜູ້ເຄາະຮ້າຍສ່ວນຫລາຍ ຢູ່ໃນວັຍໜຸ່ມປະມານ 20 ປີ.

ຄໍາຖາມທີ່ຫມູ່ເພື່ອນ, ຍາດພີ່ນ້ອງ ແລະເຈົ້າຫນ້າທີ່ຖາມ - ເປັນຫຍັງເຫດການນັ້ນ - ຊຶ່ງເຫັນໄດ້ຊັດເຈນ - ຈຶ່ງບໍ່ຖືກດູແລຢ່າງພຽງພໍ? Jonathan Head ຈາກ BBC ຣາຍງານ.

ນີ້ແມ່ນຊ່ວງເວລາທີ່ການສເລີມສລອງວັນ Halloween ໄດ້ກາຍເປັນຄວາມເສົ້າສລົດໃຈ.

ຜູ້ມາທ່ຽວງານທີ່ເປັນຊາວຫນຸ່ມຫລາຍພັນຄົນ - ຫລາຍຄົນໃນຊຸດທີ່ເຂົາເຈົ້າມັກ - ໄດ້ຫຼັ່ງໄຫຼອອກມາຈາກສະຖານທີ່ກາງຄືນ ເພື່ອເຂົ້າໄປໃນຮ່ອມຖນົນນ້ອຍໆ, ທີ່ມີຄວາມກວ້າງພຽງແຕ່ສອງສາມຟຸດເທົ່ານັ້ນ. ມັນບໍ່ໄດ້ໃຫຍ່ພໍສໍາລັບພວກເຂົາ.

ຜູ້ລອດຊີວິດຄົນຫນຶ່ງໄດ້ເວົ້າວ່າ ມັນບໍ່ແມ່ນການແຕກຕື່ນ, ແຕ່ວ່າມັນການບຽດແຫຍ້ກັນ ຢ່າງເຈັບປວດ ແລະຊ້າໆ.

Mink, ນັກສຶກສາຊາວ Dutch ໄດ້ມາຮອດທີ່ນັ້ນ ເພື່ອພົບກັບຫມູ່ຂອງລາວ, ແຕ່ລາວໄດ້ເຫັນຜູ້ເຄາະຮ້າຍທີ່ຖືກດຶງອອກມາ.

"ຂ້ອຍຫາກໍຍ່າງຕາມຖນົນໃຫຍ່; ທາງປາຍຂອງຖນົນນ້ອຍ ຫຼືທາງແຄບໆ ແລ້ວກໍມີປະມານ30 , 40 ຄົນທີ່ຖືກ ວາງຢູ່ຮອບໆນີ້. ຂ້ອຍໄດ້ມາຊ່ອຍເຫລືອປະມານ 15 ຫລື 20 ນາທີ. ຂ້ອຍບໍ່ແນ່ໃຈວ່າເຫີງປານໃດ ເພາະຂ້ອຍກໍລືມເວລາຄືກັນ. ສິ່ງທີ່ແປກທີ່ສຸດ ແມ່ນຕອນທີ່ຂ້ອຍຍ່າງອອກໄປ, ຂ້ອຍຕົກໃຈແຮງຫຼາຍ, ເຈົ້າເຫັນຄົນຍ່າງສວນທາງເຈົ້າມາຢ່າງມີຄວາມສຸກ, ຢາກມີປາຕີ້ທີ່ຍິ່ງໃຫຍ່ໃນຄືນນັ້ນ"

ນັກຂ່າວ: "ພວກເຂົາບໍ່ຮູ້ເລື້ອງບໍ?

MINK: "ບໍ່, ບໍ່ຮູ້ຫຍັງ."

Kim Dae-hui ອາຍຸ19 ປີ ໄດ້ໂທຣະສັບໄປຫາ Rahu ເພື່ອນຂອງລາວ, ຜູ້ທີ່ຢູ່ໃນຮ່ອມຖນົນນັ້ນ ຕອນທີ່ການແຫຍ້ກັນໄດ້ເລີ່ມຕົ້ນຂຶ້ນ.

Rahu ບໍ່ລອດຊີວິດ.

"ຂ້ອຍໄດ້ຍິນຜູ້ຄົນຮ້ອງ, ລາວເວົ້າວ່າ, ເຂົາຮ້ອງວ່າ 'ຍູ້..ຍູ້'. ດ້ວຍເຫດນັ້ນ, ເຫດການເຊັ່ນນີ້ຈຶ່ງໄດ້ເກີດຂຶ້ນ."

ບ່ອນທີ່ອຸບັດເຫດນີ້ເກີດຂຶ້ນນັ້ນ ເປັນຮ່ອມຖນົນທີ່ສັ້ນ ແລະແຄບຫລາຍ.

ນອກໄປຈາກເຈັ້ຍຫໍ່ອາຫານ ແລະຂວດເຄື່ອງດື່ມ ທີ່ເຫຼືອຢູ່ພື້ນດິນແລ້ວ ຍັງມີດອກໄມ້ ສອງສາມມັດທີ່ຄົນໄດ້ວາງລົງມາ ຢູ່ຂ້າງກັບສາຍຄາດຕໍາຫລວດສີສົ້ມ.

ບໍ່ມີຮ່ອງຮອຍຫຍັງເລີຍໃນເວລານີ້ ກ່ຽວກັບເຫດການທີ່ຫນ້າຢ້ານກົວໃນຄືນວັນເສົາ ທີ່ໄດ້ເກີດຂຶ້ນຢູ່ທີ່ນີ້.

ແຕ່ເມື່ອທ່ານພິຈາຣະນາພື້ນທີ່ ທີ່ຈຳກັດຢ່າງເຫລືອເຊື່ອນີ້, ແລະຝູງຊົນຈຳນວນຫຼາຍ ຫຼັງໂຄວິດທີ່ໄດ້ມາໃນເຂດທ່ຽວກາງຄືນ ທີ່ຮູ້ຈັກກັນດີນີ້ ເພື່ອສເລີມສລອງ, ມັນບໍ່ຍາກເກີນໄປ ທີ່ຈະວາດພາບວ່າ ສິ່ງນີ້ຈະເກີດຂຶ້ນໄດ້ແນວໃດ.

ຢູ່ທາງອອກແຫ່ງຫນຶ່ງໄປຍັງສະຖານີຣົດໄຟໃຕ້ດິນທີ່ໃກ້ທີ່ສຸດ, ຂ້າງຫນຶ່ງໄດ້ຖືກປ່ຽນ ໃຫ້ກາຍເປັນກໍາແພງທີ່ລະນຶກ ທີ່ມີດອກໄມ້ສີຂາວ ພ້ອມດ້ວຍຂວດ shochu ເຄື່ອງດື່ມເຫຼົ້າ ທີ່ມີຄົນນິຍົມຊົມຊອບຫລາຍທີ່ສຸດຂອງເກົາຫລີ ແລະທຽນສອງສາມອັນ ທີ່ຍັງລຸກໄຫມ້ຢູ່.

ມີດອກໄມ້ຫລາຍຂຶ້ນ ຢູ່ທີ່ແທ່ນບູຊາທີ່ກວ້າງໃຫຍ່ກວ່າ ທີ່ຕັ້ງຂຶ້ນຢູ່ນອກຫ້ອງການເມືອງ ຂອງນະຄອນ ໂຊລ ບ່ອນທີ່ບັນດາສະມາຊິກຂອງພັກ ແລະຜູ້ນໍາທາງການເມືອງ ສາມາດສະແດງຄວາມເຄົາລົບໄດ້.

ໃນຈໍານວນນັ້ນ ກໍແມ່ນນາຍົກຣັຖມົນຕີເກົາຫຼີໃຕ້ ທ່ານ Han Duck-soo.

"ກ່ອນອື່ນ, ຂ້າພະເຈົ້າຢາກອະທິຖານເພື່ອຜູ້ເຄາະຮ້າຍ ແລະຄອບຄົວຂອງເຂົາເຈົ້າ. ຂ້າພະເຈົ້າຢາກເວົ້າບາງຢ່າງເພື່ອປອບໃຈເຂົາເຈົ້າ. ຣັຖບານ ຈະເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ ສັງຄົມຂອງພວກເຮົາປອດພັຍຍິ່ງຂຶ້ນ."

ຊາວເກົາຫລີຫຼາຍຄົນ ຈະສົງໄສຕໍ່ຄໍາສັນຍາດັ່ງກ່າວ ຊຶ່ງຄຳສັນຍາຄ້າຍກັນນີ້ກໍມີເຊັ່ນກັນ ຫລັງຈາກເກີດພັຍພິບັດທາງເຮືອ ເມື່ອ 80 ປີກ່ອນ ຊຶ່ງໃນນັ້ນມີ ຄົນຫຼາຍກວ່າ 300 ຄົນ ທີ່ເສັຍຊີວິດ. ຊຶ່ງສ່ວນໃຫຍ່ກໍແມ່ນຄົນຢູ່ໃນວັຍຮຽນ.

Federica ນັກສຶກສາຊາວອີຕາລີຄົນນຶ່ງ ທີ່ໄດ້ພົບກັບຫມູ່ຂອງລາວ ໃນຄືນນັ້ນ ກໍມີຄວາມແປກໃຈທີ່ເຫັນເຈົ້າຫນ້າທີ່ຕໍາຫລວດຈໍານວນຫນ້ອຍຢູ່ທີ່ນັ້ນ.

"Seoul ໂດຍທົ່ວໄປ ແມ່ນມີຊື່ສຽງສໍາລັບຕໍາຫຼວດຢູ່ທຸກບ່ອນ ດັ່ງນັ້ນ ທ່ານຈຶ່ງຮູ້ສຶກປອດພັຍຢູ່ສເມີ ແລະຕາມຄວາມຈິງແລ້ວ, ຂ້ອຍບໍ່ຮູ້ວ່າເປັນຫຍັງ ສິ່ງນີ້ຈຶ່ງເກີດຂຶ້ນ ເພາະຕໍາຫຼວດສາມາດຢູ່ທີ່ນັ້ນ ແລະໄດ້ຢຸດຝູງຊົນຫຼືຄົນທີ່ຂຶ້ນໄປ ເພາະວ່າມັນເປັນຖນົນສູງຊັນ. ດັ່ງນັ້ນ ຈຶ່ງສາມາດຈັດການໄດ້ດີກວ່າ. ບາງທີ"

ຕໍາຫລວດໄດ້ກັບຄືນໄປຫາຮ່ອມຖນົນນັ້ນເພື່ອຖ່າຍຮູບ ແລະ ເລີ່ມທຳການສອບສວນ ຊຶ່ງຫວັງວ່າຈະໃຫ້ຄໍາຕອບບາງຢ່າງ ທີ່ຊາວເກົາຫລີຈໍານວນຫລວງຫລາຍກໍາລັງຊອກຫາ.

ຣາຍງານໂດຍ Jonathan Head BBC ສຳຣັບ ຂ່າວ SBS

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share