ກົດໝາຍຕໍ່ຕ້ານການກຽດຊັງດ້ານເຊື້ອຊາດ ໃນອອສເຕຣເລັຍ.

Nazi style graffiti sprayed on the front of the Victorian State Parliament overnight.

ສັນຍາລັກ ຂອງນາຊີ ທີ່ຖືກພົ່ນ ຢູ່ຕໍ່ໜ້າຣັຖສະພາຂອງ Victoria. Source: AAP

ຫຼັງຈາກເຫດການຂອງວັນທີ 7 ຕຸລາໃນ ຕາເວັນອອກກາງ, ມີລາຍງານຂອງການ ເລືອກປະຕິບັດ, ຂົ່ມຂູ່ ແລະທຳຮ້າຍຮ່າງກາຍຫຼາຍຂຶ້ນໃນຊຸມຊົນ ຊາວຢິວ ແລະ ມຸສລິມ. ສະນັ້ນ ທາງຣັຖບານກຳລັງພິຈາຣະນາກົດໝາຍ ເພື່ອຫ້າມບຸກຄົນໃດນຶ່ງ ບໍ່ໃຫ້ທໍາການທັກທາຍຂອງນາຊີ (Nazi Salute) ໃນທີ່ສາທາຣະນະ ລວມທັງການສະແດງທຸງ ທີ່ສະແດງເຖິງກຸ່ມກໍ່ການຮ້າຍ ທີ່ຖືກຫ້າມ.


ກົດໝາຍຕໍ່ຕ້ານການກຽດຊັງດ້ານເຊື້ອຊາດ ໃນອອສເຕຣເລັຍ.

ກົດຫມາຍໃຫມ່ ມີກໍານົດທີ່ຈະຖືກຜ່ານສະພາແຫ່ງຊາດ ຂອງກາງ ເພື່ອຫ້າມບຸກຄົນໃດນຶ່ງ ບໍ່ໃຫ້ທໍາການທັກທາຍຂອງນາຊີ (Nazi Salute) ໃນທີ່ສາທາຣະນະ ລວມທັງການສະແດງທຸງ ທີ່ສະແດງເຖິງກຸ່ມກໍ່ການຮ້າຍ ທີ່ຖືກຫ້າມ.

ການເຄື່ອນໄຫວນີ້ ມີຈຸດມຸ້ງຫມາຍ ທີ່ຈະກຳຈັດການຕໍ່ຕ້ານຊາວຢິວ ໃນ... ໃນການເພີ່ມຂຶ້ນ ໃນການເລືອກປະຕິບັດ ແລະພຶດຕິກັມທີ່ຂົ່ມຂູ່ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ແກ່ຊຸມຊົນຊາວຢິວ ແລະຊາວມຸສລິມ ຫຼັງຈາກເຫດການວັນທີ 7 ຕຸລາ.

Rayane Tamer ລາຍງານ:

ມັນແມ່ນ ໃນຂນະທີ່ລາວກໍາລັງເຮັດວຽກຢູ່ ຕອນທີ່ Heshy Adelist ໄດ້ເຫັນຂໍ້ຄວາມ ຕໍ່ຕ້ານຊາວຢິວ ທີ່ຖືກພົ່ນໃສ່ຕຶກແຫ່ງໜຶ່ງ ໃນເມືອງ Melbourne.

Heshy ເຈົ້າຂອງທຸຣະກິດ ບໍາລຸງຮັກສານອກເຮືອນ, ຕົກໃຈໃນຄໍາເວົ້າ ທີ່ກ່າວວ່າ: "ຂ້າຊາວຢິວ. ຊາວຢິວອາສັຍຢູ່ທີ່ນີ້" ຊຶ່ງໄດ້ຖືກທາຢູ່ເທິງກຳແພງດິນຈີ່.

“ຂ້າພະເຈົ້າເປັນຄົນຢິວ, ຄອບຄົວຂອງຂ້າພະເຈົ້າແມ່ນຊາວຢິວ, ຊຸມຊົນຂອງຂ້າພະເຈົ້າ, ທຸກຄົນຮອບໂຕຂ້າພະເຈົ້າ ສ່ວນຫຼາຍແມ່ນຊາວຢິວ, ແລະພຽງແຕ່ເຫັນສິ່ງນັ້ນ, ມັນເຮັດໃຫ້ເຈັບປວດ ແລະມັນເປັນເລື່ອງເສົ້າໃຈແທ້ໆ ທີ່ສິ່ງດັ່ງກ່າວ ຕ້ອງເກີດຂຶ້ນ ແລະມັນເປັນສິ່ງ ທີ່ພວກເຮົາກໍາລັງປະເຊີນຢູ່ໃນຕອນນີ້ ແລະຫວັງວ່າ ສິ່ງຕ່າງໆແບບນີ້ ຈະບໍ່ເກີດຂຶ້ນອີກ.”

ດັ່ງນັ້ນ ລາວຈຶ່ງຖືວ່າເປັນເລື້ອງຂອງຕົນເອງ ແລະລ້າງການຂຽນອອກເອງ. ລາວຍັງໄດ້ລ້າງຮູບ Swastika ທີ່ແຕ້ມຢູ່ບ່ອນອື່ນເຊັ່ນກັນ, ຢູ່ໃນເຂດເມືອງດຽວກັນ-ໂດຍບໍ່ຄິດຄ່າ.

“ຖ້າຫາກວ່າ ມີຂໍ້ຄວາມວ່າ: 'ຂ້າຊາວມຸສລິມ' ຫຼື 'ຂ້າຄຣິສຕຽນ',ຂ້າພະເຈົ້າ ກໍຈະລ້າງມັນອອກ ໃນມື້ອື່ນເຊັ່ນກັນ. ມັນກ່ຽວກັບຄວາມກຽດຊັງ. ນັ້ນແມ່ນສິ່ງສໍາຄັນແທ້ໆ. ຄວາມກຽດຊັງ ແມ່ນບັນຫາໃຫຍ່ໃນຕອນນີ້ ແລະພວກເຮົາກໍາລັງປະເຊີນຫນ້າກັບມັນ ແລະນັ້ນແມ່ນສິ່ງທີ່ພວກເຮົາຕ້ອງກໍາຈັດ.”

ສະພາບໍຣິຫານຂອງຊາວຢິວອອສເຕຣເລັຍ (The Executive Council of Australian Jewry) ກ່າວວ່າ ມີການລາຍງານເຫດການຕໍ່ຕ້ານຊາວຢິວ 400 ຄັ້ງໃນ 6 ອາທິດ ນັບແຕ່ວັນທີ 7 ຕຸລາເປັນຕົ້ນມາ. ນັ້ນແມ່ນຈຳນວນລາຍງານ ທີ່ຫຼາຍເທົ່າກັບ ທີ່ພວກເຂົາເຈົ້າໄດ້ຮັບໃນປີ 2022 ທັງໝົດ.

ແຕ່ການຢຽດເຊື້ອຊາດ ບໍ່ຈຳເປັນຕ້ອງເປັນການສະແດງອອກຢ່າງຊັດແຈ້ງ.
ມັນໄດ້ເຮັດໃຫ້ເກີດຄວາມຢ້ານກົວ ແກ່ນັກຮຽນຂອງໂຮງຮຽນ ຊາວຢິວບາງຄົນ ກ່ຽວກັບການໃສ່ເຄື່ອງແບບຂອງເຂົາເຈົ້າ ໃນທີ່ສາທາຣະນະ.

ອາຈານ (Rabbi) ແລະຜູ້ອໍານວຍການໂຮງຮຽນ Mount Scopus Memorial College ໃນເມືອງ Melbourne, ທ່ານ James Kennard ກ່າວວ່າ ທ່ານມີຄວາມຕົກໃຈ ທີ່ວ່າການຕໍ່ຕ້ານຊາວຢິວ ໄດ້ເກີດຂຶ້ນໃນປະເທດນີ້-ແລະທົ່ວໂລກ.

“ສໍາລັບນັກຮຽນບາງຄົນ ແລະບາງຄອບຄົວຂອງພວກເຮົາ, ມີຄວາມຢ້ານກົວແທ້ໆວ່າ ຜູ້ທີ່ຖືກລະບຸວ່າເປັນຊາວຢິວ ທີ່ຍ່າງຕາມຫົນທາງ ອາດຖືກທຳຮ້າຍຮ່າງກາຍ. ການຕໍ່ຕ້ານຊາວຢິວ (Antisemitism) ບໍ່ໄດ້ຖືກກຳຈັດໄປ, ມັນເປັນພຽງແຕ່ນອນງຽບຢູ່ ແລະຕອນນີ້ ສອງຫຼືສາມລຸ້ນ ຫຼັງຈາກ Holocaust, ມັນກໍຖືກປຸກຂຶ້ນມາອີກ.”

ແຕ່ Rabbi Kennard ກ່າວວ່າ ທ່ານໝັ້ນໃຈວ່າ ເຈົ້າຫນ້າທີ່ຈະຮັກສາຊຸມຊົນໃຫ້ປອດພັຍ ແລະຢາກໃຫ້ນັກຮຽນຂອງທ່ານ ຍ່າງດ້ວຍຄວາມພາກພູມໃຈ.

“ພໍ່ແມ່ບາງຄົນ ໄດ້ຂໍໃຫ້ພວກເຮົາອະນຸຍາດ ໃຫ້ນັກຮຽນນຸ່ງເສື້ອຜ້າແບບທັມມະດາ ແລະບາງທີ ໃນຕອນໄປທັດສນະສຶກສາ. ນັ້ນແມ່ນສິ່ງທີ່ຂ້າພະເຈົ້າລັງເລໃຈຫຼາຍ ທີ່ຈະອະນຸຍາດ ແລະໃນປັດຈຸບັນ ຄໍາແນະນໍາຈາກຕໍາຫຼວດ ແລະຜູ້ຊ່ຽວຊານດ້ານຄວາມປອດພັຍ ແມ່ນວ່າ ມັນບໍ່ຈໍາເປັນ ແລະດັ່ງນັ້ນ ນັກຮຽນຂອງພວກເຮົາ ຈຶ່ງໃສ່ເຄື່ອງແບບຕລອດເວລາ. ຂ້າພະເຈົ້າຄິດວ່າ ມັນຈະເປັນບາດກ້າວ ທີ່ເສົ້າຫລາຍ ສໍາລັບໂຮງຮຽນຂອງເຮົາ ແລະສັງຄົມ ທີ່ນັກຮຽນຂອງເຮົາ ຕ້ອງເຊື່ອງຄວາມເປັນຊາວຢິວເຂົາເຈົ້າ.”

ການຕໍ່ຕ້ານຊາວມຸສລິມ ກໍມີຫລາຍເຊັ່ນກັນ. The Islamophobia Register ກ່າວວ່າ ການມີເພີ່ມຂຶ້ນ 13 ເທົ່າ ຂອງລາຍງານ ນັບແຕ່ວັນທີ 7 ຕຸລາເປັນຕົ້ນມາ.

ຜູ້ອໍານວຍບໍຣິຫານ Sharara Attai ກ່າວວ່າ ອົງການໄດ້ຮັບລາຍງານ ຢ່າງຫຼວງຫຼາຍ ກ່ຽວກັບເຫດການ ທີ່ບໍ່ເຄີຍມີມາກ່ອນ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງວ່າ ຊາວມຸສລິມ ບໍ່ປອດພັຍໃນປະເທດນີ້.

“ກ່ອນວັນທີ 7 ຕຸລາ, ພວກເຮົາ ໄດ້ຮັບລາຍງານເຫດການສເລັ່ຍ 2.5 ຄັ້ງຕໍ່ອາທິດ. ນັບແຕ່ວັນທີ 7 ຕຸລາທີ່ຜ່ານມາ ພວກເຮົາ ໄດ້ຮັບລາຍງານເຫດການທີ່ເກີດຂຶ້ນ 243 ລາຍ. ໄດ້ມີການຂູ່ຂ້າ, ລອບເຜົາໂບດ(Mosques), ທຳຮ້າຍຮ່າງກາຍ, ມີປ້າຍ ແລະສັນຍານທີ່ຫນ້າລັງກຽດຫລາຍ, ມີເຫດການຫຼາຍຢ່າງ ທີ່ເກີດຂຶ້ນ.”

ແລະມັນບໍ່ແມ່ນ ຈະມີຄວາມຊັດແຈ້ງຫລາຍປານໃດ.

ໃນຄອບຄົວຄົນຮັກສັດ, Sarah ໄດ້ພາລູກສາວອາຍຸ 2 ປີໄປງານສະແດງສັດລ້ຽງ ເມື່ອອາທິດທີ່ຜ່ານມາ. ເມື່ອຕອນທີ່ນາງຈະໄປລູບແມວນັ້ນ, ນາງໄດ້ບັນຍາຍປະສົບການນັ້ນວ່າເປັນ "ທີ່ຫນ້າຢ້ານກົວ".

“ຂ້ອຍໄດ້ເນີ້ງຕົວໄປສຳຜັດມັນ ແລະເຂົາເຈົ້າເວົ້າວ່າ ແມວເມື່ອຍຫຼາຍແລ້ວ ແລະຜູ້ຄົນທີ່ຢູ່ຂ້າງຫລັງຂອງຂ້ອຍກໍຍັງເຮັດຕໍ່ ຄືບໍ່ມີຫຍັງເກີດຂຶ້ນ. ສະນັ້ນ, ຄົນຕໍ່ໄປໄດ້ມາສຳຜັດ ແລະອູ້ມແມວ ແລະທັນໃດນັ້ນແມວກໍບໍ່ເມື່ອຍອີກຕໍ່ໄປ.”

ນາງໄດ້ເວົ້າວ່າ, ລູກສາວຂອງນາງກໍໄດ້ຖືກຈັດການທາງຮ່າງກາຍສອງເທື່ອ,ໂດຍເຈົ້າຂອງແມວນຳອີກ.

“ລູກສາວຂອງຂ້ອຍ ຢາກສໍາຜັດກັບແມວແທ້ໆ. ດັ່ງນັ້ນ, ລາວຈຶ່ງໄປສໍາຜັດແມວ. ແລະລູກສາວຂອງຂ້ອຍ, ທີ່ໃຫຍ່ມາກັບແມວຢູ່ໃນເຮືອນ ຕລອດຊີວິດຂອງນາງ, ຕອນນາງໄດ້ເກີດມາ ແລະເຮົາກໍມີແມວຢູ່ໃນເຮືອນແລ້ວ. ນາງຮູ້ວ່າຈະເຮັດແນວໃດ ເມື່ອນາງແຕະຕ້ອງແມວ ແລະນາງກໍມີຄວາມອ່ອນໂຍນແທ້ໆ. ດັ່ງນັ້ນ, ນາງຈຶ່ງໄດ້ໄປສໍາຜັດກັບແມວແລະຜູ້ຍິງຄົນນັ້ນໄດ້ຕີມືຂອງນາງອອກໄປ. ຂ້ອຍໄດ້ກັບໄປຫາຍິງທີ່ຫຍາບຄາຍຕໍ່ລູກສາວຂອງຂ້ອຍຄົນນັ້ນ, ນາງໄດ້ຈັບຂາຂອງລູກສາວຂອງຂ້ອຍ ແລະບັງຄັບໃຫ້ນາງຢູ່ໃນທ່າທີ່ຄູ້ເຂົ່າຢູ່ທາງຂ້າງແມວ ແລະໃນເວລານັ້ນ ຂ້ອຍຫາກໍມາຮອດຈຸດເດືອດທັນທີ.”

ໂດຍທີ່ໄດ້ໃສ່ຮີຈາບ (Hijab) ມາເປັນເວລາ 15 ກວ່າປີແລ້ວ, ນາງ Sarah ເວົ້າວ່າ, ຫລັງຈາກໄດ້ພົບກັບການຕໍ່ຕ້ານມຸສລິມ (Islamophobia) ຫລາຍເທື່ອໃນຊີວິດຂອງນາງ, ນາງມີປະສົບການ ທີ່ຈະຮູ້ວ່າເມື່ອໃດທີ່ນາງຖືກກີດ ກັນໂດຍເຈດຕະນາ.

“ທ່ານຮູ້ຈາກການເວົ້າຂອງຜູ້ຄົນກັບທ່ານ, ມັນມາກ່ຽວກັບພູມຫຼັງ ແບບນັ້ນ, ມັນມາຈາກການທີ່ວ່າ ທ່ານໃສ່ຜ້າພັນຄໍ ຫຼືທ່ານບໍ່ໄດ້ແຕ່ງໂຕແບບທີ່ທ່ານຄວນແຕ່ງ. ມັນເຮັດໃຫ້ທ່ານຮູ້ສຶກໂຕເອງ ບໍ່ມີຄວາມສຳຄັນ.ການຢຽດເຊື້ອຊາດ ທີ່ແອບແຝງນັ້ນ ຍັງບໍ່ຕາຍເທື່ອ ແລະພວກເຮົາພຽງແຕ່ຮຽນຮູ້ ທີ່ຈະສລາດຂຶ້ນ ກ່ຽວກັບວິທີ ທີ່ພວກເຮົາຢຽດເຊື້ອຊາດ.”

ທັງສອງຊຸມຊົນຍັງມີຄວາມຕື່ນຕົວຢູ່....ໃນຂນະທີ່ພວກເຂົາເຈົ້າສືບຕໍ່ລາຍງານຄວາມກຽດຊັງທີ່ເພີ່ມກຳລັງຂຶ້ນ.

ເນື້ອເລື່ອງໂດຍ Rayane Tamer ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share