ອາການຫົວໃຈວາຍໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ ອອສເຕຣເລັຍ

A GP checks a patient’s blood pressure.

ທ່ານໝໍກຳລັງກວດແທກ ຄວາມດັນຂອງເລືອດ. Source: AAP

ອາການຫົວໃຈວາຍພະຍາດ ທີ່ຮ້າຍແຮງແຕ່ສາມາດປ້ອງກັນໄດ້. ສະຖາບັນວິຈັຍຫົວໃຈ Victor Chang ກໍາລັງຈັດຕັ້ງ ການກວດສຸຂະພາບຫົວໃຈ ໂດຍບໍ່ຄິດຄ່າໃນທົ່ວຣັດ. ຂັ້ນຕອນແມ່ນໄວ ແລະສ່ວນຫຼາຍ ບໍ່ມີຄວາມເຈັບປວດ. ທ່ານຈະຮູ້ຜົນພາຍໃນ 5 ນາທີ.


ອາການຫົວໃຈວາຍໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ ອອສເຕຣເລັຍ.

ມັນເປັນ ສັບປະດາຫົວໃຈແຫ່ງຊາດ-ແລະດ້ວຍໂຣກຫົວໃຈວາຍ ເປັນສາເຫດສຳຄັນ ຂອງການເສັຍຊີວິດໃນອອສເຕຣເລັຍ- ກໍາລັງຈັດຕັ້ງ ການກວດສຸຂະພາບຫົວໃຈ ໂດຍບໍ່ຄິດຄ່າໃນທົ່ວຣັດ.

 
The Health Tour ຫວັງທີ່ຈະລະບຸຄວາມສ່ຽງ ຂອງພະຍາດຫົວໃຈ ໃນຜູ້ເຂົ້າຮ່ວມ ແລະຊ່ວຍພວກເຂົາໃຫ້ພົ້ນຈາກພະຍາດ ທີ່ຮ້າຍແຮງແຕ່ສາມາດປ້ອງກັນໄດ້.  Mahnaz Angury ມີລາຍງານ.

Milton Smith ອາຍຸພຽງແຕ່ 46 ປີ ຕອນລາວເສັຍຊີວິດ ຍ້ອນໂຣກຫົວໃຈຢ່າງກະທັນຫັນ, ເມື່ອແປດປີກ່ອນ.

Nicole ເມັຍຂອງລາວ ລະນຶກເຖິງວັນທີ່ເສົ້າໃຈນັ້ນ.

"ມັນເປັນພຽງມື້ທັມມະດາ. ຕອນເຊົ້າຂອງທ້າຍເດືອນພຶດສະພາ ທີ່ Milton ກຳລັງຕຽມໂຕໄປເຮັດວຽກ, ລາວໄດ້ອາບນ້ຳ, ເຕົາຮີດໄດ້ສຽບໄຟຢູ່. ພ້ອມທີ່ຈະຮີດເສື້ອ ແລະເດີນທາງໄປເຮັດວຽກ ແລະຂ້ອຍໄດ້ຍິນສຽງຮ້ອງຈາກຫ້ອງນ້ຳ-ແລະໃນຕອນທີ່ຂ້ອຍໄປຮອດ, ມັນກໍຊ້າເກີນໄປແລ້ວ."

Noah ລູກຊາຍກົກຂອງລາວ ມີອາຍຸເກົ້າປີ ໃນເວລານັ້ນ.

"ປົກກະຕິແລ້ວ ຂ້ອຍຈະລຸກຈາກຕຽງແລ້ວໄປຫາລາວ ແຕ່ເຊົ້າມື້ນັ້ນຂ້ອຍ ບໍ່ໄດ້ເຮັດຈັ້່ງຊັ້ນ. ຂ້ອຍໄດ້ຕັດສິນໃຈ ທີ່ຈະນອນຢູ່ໃນຕຽງ ແລະອ່ານໜັງສືຕໍ່ໄປ ແລະນັ້ນຄືສິ່ງທີ່ຂ້ອຍຈະກິນແຫນງສເມີ."

ເມັຍຂອງ Milton ກ່າວວ່າຜົວຂອງນາງ ບໍ່ໄດ້ຖືວ່າມີຄວາມສ່ຽງສູງ ຕໍ່ການເປັນໂຣກຫົວໃຈ.

"ລາວຂີ່ຣົດຖີບເກືອບທຸກມື້ ແລະຫຼິ້ນ Rugby ຈົນກ່ວາອາຍຸ 45 ປີ, ກິນອາຫານທີ່ດີຕໍ່ສຸຂະພາບ, ຍ່າງຫຼາຍ, ໄດ້ແລ່ນຫຼິ້ນກັບເດັກນ້ອຍ, Surfed ຫຼາຍ."

ແຕ່ທ່ານ Jason Kovacic ນາຍແພດໂຣກຫົວໃຈກ່າວວ່າ ໂຣກຫົວໃຈ ບໍ່ເລືອກປະຕິບັດ.

"ມັນສາມາດສົ່ງຜົນກະທົບ ຕໍ່ຄົນທີ່ແຂງແຮງ ແລະສຸຂະພາບດີເຊັ່ນ ກັນ ແລະການໄດ້ຮັບການກວດສອບຢ່າງຖ້ວນຖີ່ ກັບນາຍໝໍ ແລະໃຫ້ແນ່ໃຈວ່າປັດຈັຍຄວາມສ່ຽງທັງຫມົດ ໄດ້ຮັບການດູແລ, ນັ້ນ ແມ່ນຈຸດເລີ່ມຕົ້ນທີ່ສໍາຄັນ ສໍາລັບທຸກຄົນໃນສັງຄົມຂອງເຮົາ."

ສະຖາບັນວິຈັຍຫົວໃຈ Victor Chang ກ່າວວ່າ ໂຣກຫົວໃຈ ເປັນສາເຫດສຳຄັນອັນນຶ່ງ ຂອງການເຂົ້າໂຮງຫມໍ ແລະການເສັຍຊີວິດ ຢູ່ໃນອອສເຕຣເລັຍ ໂດຍອ້າງວ່າ ມີີຜູ້ເສັຍຊີວິດ ໂດຍສະເລັ່ຍ 19 ຄົນຕໍ່ມື້.

ຊາວອອສເຕຣເລັຍ ປະມານ 57 ພັນຄົນ ມີອາການຫົວໃຈວາຍໃນທຸກປີ-ແລະຊາວອອສເຕຣເລັຍ ຫລາຍກວ່າ 430,000 ຄົນ ມີອາການນີ້ ໃນບາງຈຸດ ໃນຊີວິດຂອງເຂົາເຈົ້າ.

ເພື່ອຕໍ່ສູ້ກັບເລື່ອງນີ້ - ສະຖາບັນ ກໍາລັງຈັດໃຫ້ມີການກວດ ສຸຂະພາບຫົວໃຈ ໂດຍບໍ່ເສັຍຄ່າ ຢູ່ໃນສະຖານທີ່ 15 ບ່ອນທົ່ວ New South Wales ເປັນເວລາສອງເດືອນຂ້າງຫນ້າ.

ສາດສະດາຈານ Jason Kovacic ກ່າວວ່າ ສະຖານທີ່ເຫຼົ່ານີ້ ມີມາເປັນເວລາຫຼາຍກວ່າ 10 ປີແລ້ວ.

"ພວກເຮົາເຊື່ອວ່າ ໃນໄລຍະສິບປີນີ້ ສິ່ງນີ້ໄດ້ນໍາໄປສູ່ ການຊ່ວຍຊີວິດ ໂດຍພຽງແຕ່ຫລຸດພາຣະຂອງປັດຈັຍຄວາມສ່ຽງ ນັ້ນລົງ ແລະໃນທີ່ສຸດ ກໍຫລີກເວັ້ນຈາກອາການຫົວໃຈວາຍ ແລະ Stroke."

ຂັ້ນຕອນແມ່ນໄວ ແລະສ່ວນຫຼາຍບໍ່ມີຄວາມເຈັບປວດ.

ທໍາອິດ, ຄວາມດັນເລືອດຂອງທ່ານ ຈະຖືກວັດແທກ, ແລ້ວລະດັບຄໍເລສເຕີຣອນ (Cholesterol) ແລະນ້ຳຕານໃນເລືອດຂອງທ່ານ ຈະໄດ້ຖືກທົດສອບ - ແລະໃນເວລາບໍ່ເກີນ 5 ນາທີ, ທ່ານຈະຮູ້ວ່າທ່ານຕ້ອງໄປຫານາຍໝໍຂອງທ່ານ ສໍາລັບການທົດສອບເພີ່ມຕື່ມຫຼືບໍ່.

Anastasia Dounas ຈາກສະຖາບັນຄົ້ນຄວ້າຫົວໃຈ Victor Chang ກ່າວວ່າ ຜົນໄດ້ຮັບນັ້ນ ໄດ້ປ່ຽນແປງຊີວິດສໍາລັບຫຼາຍຄົນ.

"ຢ່າງຫນ້ອຍ 35 ເປີເຊັນ ຂອງຜູ້ຄົນທີ່ພວກເຮົາທົດສອບ ໄດ້ໄປຫານາຍໝໍຂອງເຂົາເຈົ້າ, ນັ້ນຫມາຍຄວາມວ່າ ພວກເຂົາເຈົ້າມີຜົນກວດນັ້ນຕ່ຳກວ່າ ລະດັບທີ່ມີສຸຂະພາບແຂງແຮງ ດັ່ງນັ້ນມັນຈຶ່ງເປັນຈໍານວນທີ່ສູງ ແລະນັບຕັ້ງແຕ່ covid ພວກເຮົາໄດ້ເຫັນວ່າ ເພີ່ມຂຶ້ນຢ່າງຫຼາຍ ເຖິງປະມານ 45-50 ເປີເຊັນ."

Nicole Smith ກ່າວວ່າ ທຸກຄົນຄວນທຳການທົດສອບ....ຖ້າເປັນໄປໄດ້.

"ໃຊ້ໂອກາດ ໃນໄລຍະສອງສາມອາທິດຕໍ່ໄປນີ້ ແລະໄປ ກວດສຸຂະພາບຫົວໃຈ ເພາະວ່າທ່ານບໍ່ມີທາງຮູ້ ແລະທ່ານບໍ່ຕ້ອງການ ທີ່ຈະເປັນຄືພວກເຮົາ."

Mahnaz Angury ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share