ພັຍທາງສຸຂະພາບທີ່ມາກັບລະດູຮ້ອນ

Beachgoers cool off in the water at Bondi Beach in Sydney

ຊາວຊິດນີ ໜີຮ້ອນທີ່ Bondi Beach Source: AAP / AAP Image - Joel Carrett

ອອສເຕຣເລັຍ ກໍາລັງປະເຊີນກັບຄື້ນຄວາມຮ້ອນ (Heatwave) ໃນລະດູໃບໄມ້ປົ່ງ ເປັນປວັດການ ແລະຜູ້ຊ່ຽວຊານ ດ້ານສຸຂະພາບ ກໍາລັງກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຊາວອອສເຕຣເລັຍ ໃຫ້ຢູ່ໃນຄວາມປອດພັຍ ແລະກຽມພ້ອມ ສໍາລັບອຸນຫະພູມທີ່ສູງຂຶ້ນ ເພື່ອຫຼີກເວັ້ນ ການອ່ອນເພັຍ ຈາກຄວາມຮ້ອນ(Heat Exhaustion) ສໍາລັບລະດູຮ້ອນທີ່ໃກ້ເຂົ້າມາ.


ພັຍທາງສຸຂະພາບທີ່ມາກັບລະດູຮ້ອນ.

ກໍາລັງປະເຊີນກັບຄື້ນຄວາມຮ້ອນ ໃນລະດູໃບໄມ້ປົ່ງ ເປັນປວັດການ ແລະຜູ້ຊ່ຽວຊານ ດ້ານສຸຂະພາບ ກໍາລັງກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຈະຕຽມພ້ອມ ສໍາລັບລະດູຮ້ອນທີ່ໃກ້ເຂົ້າມາ.

ແລະສໍານັກງານອຸຕຸນິຍົມວິທະຍາ ໄດ້ປະກາດວ່າ ປັດຈຸບັນ ອອສເຕຣເລັຍໄດ້ເຂົ້າສູ່ແບບແຜນ ພູມອາກາດ (Climate Pattern) El Niño ແລ້ວ.

Omoh Bello ລາຍງານ.

ຄື້ນຄວາມຮ້ອນ (Heatwave) ໃນລະດູໃບໄມ້ປົ່ງ ໄດ້ສືບຕໍ່ຄອບຄຸມພາກສ່ວນຕ່າງໆ ຂອງອອສເຕຣເລັຍ, ສ້າງຄວາມສ່ຽງຈາກໄຟໄໝ້ແລະຄວາມອິດເມື່ອຍ ຈາກຄວາມຮ້ອນ Heat Exhaustion).

ໜ່ວຍບໍຣິການສຸກເສີນ ມີຄວາມຕື່ນຕົວຢ່າງສູງ ກັບອຸນຫະພູມຄວາມຮ້ອນ ໃນທົ່ວພາກພື້ນສ່ວນໃຫຍ່ ຂອງ New South Wales, Queensland, South Australia ແລະ Northern Territory.

ແລະສໍານັກງານອຸຕຸນິຍົມ ໄດ້ປະກາດຢ່າງເປັນທາງການວ່າ ປັດຈຸບັນ ອອສເຕຣເລັຍ ໄດ້ເຂົ້າສູ່ຮູບແບບພູມອາກາດ El Niño ແລ້ວ.

ຖແລງການດັ່ງກ່າວ ມີຂຶ້ນສອງເດືອນ ຫຼັງຈາກທີ່ອົງການອຸຕຸນິຍົມວິທະຍາໂລກ ໄດ້ປະກາດ El Niño ຂອງຕົນເອງ ຊຶ່ງເພີ່ມຄວາມເປັນໄປໄດ້ ຂອງອຸນຫະພູມໂລກ ທີ່ຈະທຳລາຍສະຖິຕິ.

ຕົວຂັບເຄື່ອນພູມອາກາດ ແມ່ນກ່ຽວຂ້ອງກັບອາກາດ ທີ່ຮ້ອນອົບເອົ້າ ແລະແຫ້ງແລ້ງ ຊຶ່ງຫນ່ວຍບໍຣິການສຸກເສີນ ຢ້ານວ່າ ຈະເພີ່ມຄວາມສ່ຽງ ຕໍ່ໄຟໄຫມ້ປ່າ ໃນທົ່ວປະເທດ.

Dr Karl Braganza ຜູ້ຈັດການ ການບໍຣິການດ້ານສະພາບພູມອາກາດ ໄດ້ປະກາດວ່າ ປະເທດນີ້ ຈະຄາດວ່າຈະຮ້ອນຂຶ້ນ ໃນລະດູຮ້ອນນີ້ ຫຼາຍກວ່າສາມປີທີ່ຜ່ານມາ.

"ໃນທົ່ວໂລກ, El Nino ຫມາຍຄວາມວ່າ ພວກເຮົາມີ ຄວາມຮ້ອນຢ່າງຕໍ່ເນື່ອງທົ່ວໂລກ ຊຶ່ງພວກເຮົາໄດ້ເຫັນຢູ່ໃນມະຫາສມຸດທົ່ວໂລກ ໂດຍສະເພາະ, ແລະມະຫາສມຸດທົ່ວໂລກ ໄດ້ຢູ່ໃນອຸນຫະພູມທີ່ສູງເປັນປວັດການ ນັບແຕ່ປະມານເດືອນເມສາຢ່າງສມ່ຳສເມີ. ດັງນັ້ນ, ສິ່ງທີ່ພວກເຮົາອາດຈະຄາດການ ສໍາລັບລະດູຮ້ອນຄື ອອສເຕຣເລັຍຈະສືບຕໍ່ ຢູ່ໃນອາກາດທີ່ອົບອຸ່ນ ແລະແຫ້ງແລ້ງ, ແລະມັນຂຶ້ນກັບບຸກຄົນ ແລະຊຸມຊົນ ໃນເວລານີ້ ທີ່ຈະຕຽມພ້ອມ ສໍາລັບລະດູຮ້ອນ ແລະອັນຕະລາຍຈາກໄຟ."

ຜູ້ຊ່ຽວຊານດ້ານສຸຂະພາບ ກໍາລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ໃຫ້ຢູ່ໃນຄວາມປອດພັຍແລະກຽມພ້ອມ ສໍາລັບອຸນຫະພູມທີ່ສູງຂຶ້ນ ເພື່ອຫຼີກເວັ້ນ ການອ່ອນເພັຍ ຈາກຄວາມຮ້ອນ.

ທ່ານຫມໍສຸກເສີນ Dr Kimberly Humphrey ກ່າວວ່າ ຄວາມກົດດັນຈາກຄວາມຮ້ອນ ຕ້ອງດຳເນີນຢ່າງຈິງຈັງ.

"ພວກເຮົາ ເຫັນຄົນທີ່ກໍາລັງປະສົບກັບທຸກສິ່ງທຸກຢ່າງ. ສະນັ້ນ, ຄວາມເຈັບປ່ວຍທີ່ກ່ຽວຂ້ອງກັບຄວາມຮ້ອນໂດຍກົງ ແມ່ນຕອນທີ່ທ່ານພຽງແຕ່ຮູ້ສຶກວ່າ ບໍ່ສະບາຍ ແລະເມື່ອຍ ຫຼືວ່າວິນຫົວໜ້ອຍນຶ່ງ ຍ້ອນວ່າມື້ນີ້ຮ້ອນຫຼາຍ. ບາງທີກໍມີຄວາມກັງວົນ ຫນ້ອຍຫນຶ່ງ ເພາະວ່າມັນເປັນມື້ທີ່ຮ້ອນແທ້ໆ ແລະອາດຈະໄປຮອດໂຣກລົມແດດ (Heatstroke) ຊຶ່ງເປັນຕອນທີ່ ຜູ້ຄົນສັບສົນຫຼາຍ, ທີ່ມີຜົນກະທົບຕໍ່ສມອງ. ເຮົາເຫັນອາການຊັກ, ເຮົາເຫັນອາການໂຄມາແລະໃນທີ່ສຸດ, ເຮົາກໍອາດຈະເຫັນການຕາຍ ໃນສະພາບການນັ້ນຄືກັນ."

ຜູ້ອໍານວຍການບໍຣິຫານຂອງ Sweltering Cities, ທ່ານນາງ Emma Bacon ກ່າວວ່າ ປະຊາຊົນຄວນມີແຜນ ເພື່ອຮັບມືຄື້ນຄວາມຮ້ອນ (Heatwave).

"ນັ້ນຫມາຍຄວາມວ່າ ການເບິ່ງເຮືອນຂອງພວກເຮົາ ໃນຕອນນີ້ ແລະເວົ້າວ່າ 'ຂ້ອຍຈະຮັກສາຄວາມເຢັນ ພາຍໃນເຮືອນຂ້ອຍໄດ້ງ່າຍຂຶ້ນແນວໃດ? ຂ້ອຍຕ້ອງມີພັດລົມຕື່ມອີກບໍ່? ຂ້ອຍຈໍາເປັນຕ້ອງມີຖາດນ້ໍາກ້ອນຕື່ມຫຼືບໍ? ຂ້ອຍຈະປ້ອງກັນຄວາມຮ້ອນ ບໍ່ໃຫ້ເຂົ້າໄປໃນເຮືອນ ດ້ວຍຊາຍຄາທີ່ໃຫຍ່ກວ່າຫຼືສິ່ງຕ່າງໆແບບນັ້ນ ໄດ້ແນວໃດ? ດັ່ງນັ້ນ, ຈຶ່ງເປັນເລື້ອງໃຫຍ່ຢ່າງຫນຶ່ງ. ມັນແມ່ນການທຳຄວາມຄຸ້ນເຄີຍ ກັບອາການຂອງຄວາມເມື່ອຍ ແລະ stroke ຈາກຄວາມຮ້ອນ ເພື່ອໃຫ້ແນ່ໃຈວ່າ ພວກເຮົາຕ້ອງການ ການປິ່ນປົວທາງການແພດ, ແລ້ວພວກເຮົາຮູ້ວ່າເມື່ອໃດ ຄວາມຕ້ອງການນັ້ນ ຈໍາເປັນ ຕ້ອງເກີດຂຶ້ນ. ແລະສິ່ງທີ່ເຮົາເຮັດໄດ້ຄືກັນ ແມ່ນວ່າເຮົາຄວນຮູ້ວ່າເຮົາຈະໄປກວດເບິ່ງໃຜ ໃນລະຫວ່າງຄື້ນຄວາມຮ້ອນ (Heatwave). "ນັ້ນອາດຈະເປັນເພື່ອນຮ່ວມງານ, ມັນອາດຈະເປັນຜູ້ສູງອາຍຸ, ອາດຈະເປັນສະມາຊິກໃນຄອບຄົວທີ່ກໍາລັງຖືພາ, ຄົນທີ່ອາດຈະທົນທຸກໃນຄວາມຮ້ອນ, ເຮົາຄວນຮູ້ວ່າຈະໄປກວດເບິ່ງໃຜ ແລະໃຫ້ເຮົາວາງແຜນ ທີ່ຈະເຮັດ ເພາະການເຊື່ອມຕໍ່ຊຸມຊົນ ເປັນວິທີທີ່ດີທີ່ສຸດຢ່າງຫນຶ່ງ ເພື່ອຮັກສາຄວາມປອດພັຍໃນລະຫວ່າງຄື້ນຄວາມຮ້ອນ (Heatwave)."

ທ່ານນາງ Bacon ກ່າວວ່າ ຄວາມຮ້ອນສູງແມ່ນບັນຫາສະເພາະ ສໍາລັບຜູ້ທີ່ມີຄວາມສ່ຽງ.

"ຄົນທີ່ເຮົາຮູ້ຈັກ ແມ່ນມີຄວາມສ່ຽງສູງທີ່ສຸດ ໃນລະຫວ່າງຄື້ນຄວາມຮ້ອນ (Heatwave) ແມ່ນຄົນທີ່ມີອາຍຸສູງ, ຄົນທີ່ມີຄວາມພິການ ຫຼືການເຈັບປ່ວຍຊໍາເຮື້ອ, ແມ່ຍິງຖືພາ, ເດັກນ້ອຍ, ແລະຄົນທີ່ກໍາລັງໃຊ້ຢາຊຶ່ງເຮັດໃຫ້ຮ່າງກາຍຂອງພວກເຂົາ ຄວບຄຸມອຸນຫະພູມຍາກ. ແຕ່ໃນລະດູຮ້ອນ, ຢ່າງທີ່ເຮົາກຳລັງຈະເຫັນໃນຕອນນີ້, ພວກເຮົາຫຼາຍຄົນ ຈະຕົກຢູ່ໃນຄວາມສ່ຽງ ເຖິງແມ່ນວ່າ ທ່ານຈະບໍ່ຖືວ່າຕົນເອງວ່າມີສຸຂະພາບອ່ອນແອ. ຖ້າທ່ານບໍ່ໄດ້ຖືວ່າ ຕົນເອງເປັນຫນຶ່ງໃນປະເພດເຫຼົ່ານັ້ນ. ຄວາມຮ້ອນຢ່າງແຮງ ແບບທີ່ເຮົາກຳລັງຈະປະສົບ ຊຶ່ງເຮົາທຸກຄົນຕ້ອງລະວັງ."

Ms Bacon ກ່າວວ່າ ບັນດາຜູ້ກຳໜົດນະໂຍບາຍ ຕ້ອງຮູ້ວ່າ ຄວາມຮ້ອນທີ່ບໍ່ເຄີຍມີມາກ່ອນ ກໍາລັງຈະມາເຖິງ ແລະຄວນວາງແຜນຕາມນັ້ນ.

"ພວກເຮົາຕ້ອງເຂົ້າໃນຖານະເປັນຊຸມຊົນ,ຣັຖບານຕ້ອງເຂົ້າໃຈວ່າ ພວກເຮົາຈະປະເຊີນກັບຄວາມຮ້ອນ ທີ່ບໍ່ເຄີຍມີມາກ່ອນ. ແຜນແລະຍຸດທະສາດ ທີ່ມີຢູ່ຂອງພວກເຮົາ ຈະຮັບມືກັບມັນໄດ້ບໍ່ພຽງພໍ. ສິ່ງທີ່ພວກເຮົາຕ້ອງການ ແມ່ນແຜນການສຸກເສີນ ຄື້ນຄວາມຮ້ອນ (Heatwave Emergency Plans) ທີ່ດີກວ່າ, ໃນລະດັບຣັດ ແລະຣັຖບານກາງ. ເຮົາຕ້ອງຊ່ວຍຜູ້ຄົນໃຫ້ຕຽມບ້ານເຮືອນຂອງເຂົາເຈົ້າ. ແລະພວກເຮົາ ຕ້ອງເຮັດໃຫ້ແນ່ໃຈວ່າ ພວກເຮົາກໍາລັງສື່ສານ ກ່ຽວກັບ ພັຍພິບັດຄື້ນຄວາມຮ້ອນ (Heatwave Disasters) ເພື່ອໃຫ້ຜູ້ຄົນຮູ້ວ່າ ເມື່ອໃດພວກເຂົາຈໍາເປັນຕ້ອງລະມັດລະວັງ."

ອະດີດປະທານຂອງ Fire Brigade Employees' Union, ທ່ານ Darin Sullivan ກ່າວວ່າ ຣັຖບານຕ້ອງໄດ້ລົງມືປະຕິບັດຫຼາຍຂຶ້ນ ເພື່ອຈັດການກັບການປ່ຽນແປງ ສະພາບພູມອາກາດ.

"ເຈົ້າໜ້າທີ່ດັບເພີງ ໄດ້ຂໍໃຫ້ດໍາເນີນການຢ່າງເຫມາະສົມ ຕໍ່ການປ່ຽນແປງ ສະພາບພູມອາກາດ ເພາະຈົນກວ່າ ຣັຖບານທົ່ວປະເທດ ແລະທົ່ວໂລກ ຈະດໍາເນີນການຢ່າງເຫມາະສົມ ກ່ຽວກັບການປ່ຽນແປງ ສະພາບພູມອາກາດ, ພວກເຮົາຈະເຫັນການເສື່ອມໂຊມນີ້ ໃນສະພາບອາກາດ, ຄວາມເສື່ອມໂຊມ ຂອງຄວາມສ່ຽງຕໍ່ຊຸມຊົນ, ແລະພວກເຮົາຈະເຫັນພັຍພິບັດ ອີກຫຼາຍຢ່າງ ບໍ່ວ່າຈະແມ່ນນ້ຳຖ້ວມ ຫຼືໄຟປ່າ."

Mr Sullivan ຍັງຊີ້ແຈງວ່າ ຫນ່ວຍບໍຣິການດັບເພີງ ໃນອອສເຕຣເລັຍຈະຕົກຢູ່ໃນຄວາມກົດດັນຫຼາຍກວ່າເກົ່າ ແລະຈະຮຽກຮ້ອງ ໃຫ້ມີການສນັບສນູນ ທີ່ດີກວ່າຈາກຣັຖບານ.

"ຜູ້ດັບເພີງໃນພື້ນທີ່ ໄດ້ກ່າວມາເປັນເວລາເກືອບສິບປີ ຫຼືຫຼາຍກວ່ານັ້ນ ວ່າພວກເຮົາຈະຕ້ອງການເຈົ້າໜ້າທີ່ດັບເພີງຫລາຍຂຶ້ນ ຢູ່ໃນພື້ນທີ່. ແລະການຂໍໃຫ້ຊຸມຊົນສລະເວລາຂອງພວກເຂົາ ສໍາລັບພັຍພິບັດ ທີ່ຮ້າຍແຮງແບບນີ້ ແມ່ນຈະບໍ່ເປັນໄປໄດ້ຕລອດໄປ. ພວກເຮົາຕ້ອງການ ນັກດັບເພີງອາຊີບຖາວອນຫຼາຍຂຶ້ນ, ໄດ້ຮັບທຶນຊ່ອຍເຫຼືອດີກວ່າ, ອຸປະກອນທີ່ດີກວ່າ ຢູ່ໃນພື້ນທີ່ ເພາະວ່າຕອນນີ້ ພວກເຮົາກໍາລັງເຫັນພັຍພິບັດ ທີ່ເກີດຂຶ້ນເປັນປະຈໍາຫຼາຍຂຶ້ນ. ຜົນກະທົບຈາກພັຍພິບັດເຫລົ່ານັ້ນ, ພັຍພິບັດຈາກໄຟປ່າ ນັບມື້ນັບຮ້າຍແຮງຂຶ້ນຫຼາຍ."

ເນື້ອເລື່ອງໂດຍ Omoh Bello ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share