ຄຳເຕືອນຕໍ່ຊາວ ຊິດນີ ທີ່ກຳລັງປະເຊີນກັບອາກາດຮ້ອນຢ່າງຮຸນແຮງ

Bush_fire_at_Captain_Creek_central_Queensland_Australia

ໄຟໄໝ້ປ່າໃນຣັດ Queensland. Source: Supplied

ຕອນນີ້, ຊິດນີ ທີ່ກຳລັງປະເຊີນກັບອາກາດຮ້ອນຢ່າງຮຸນແຮງ. ເຈົ້າໜ້າທີ່ໄດ້ອອກມາເຕືອນກ່ຽວກັບຄວາມປອດພັຍ ທັງທາງດ້ານການຈົມນ້ຳ ແລະການລະມັດລະວັງເລື້ອງໄຟໄໝ້ປ່າ.


ຄຳເຕືອນຕໍ່ຊາວ ຊິດນີ ທີ່ກຳລັງປະເຊີນກັບອາກາດຮ້ອນຢ່າງຮຸນແຮງ.

ອາກາດຮ້ອນ ໃນ New South Wales ໄດ້ພາໃຫ້ເກີດໄຟໄຫມ້ປ່າ ຢູ່ທົ່ວຣັດ ເກືອບ 40 ບ່ອນ.

ເມືອງ Sydney ໄດ້ບັນທຶກ ວັນທີ່ຮ້ອນທີ່ສຸດ ໃນຮອບກວ່າສອງປີ ໂດຍທີ່ຄື້ນຄວາມຮ້ອນ ຍັງຄົງດໍາເນີນຕໍ່ໄປ ເປັນເວລາຫລາຍມື້. Tys Occhiuzzi ລາຍງານ.

ຍົນດັບເພີງ ໄດ້ຖືກນໍາມາສນັບສນູນ ຫນ່ວຍດັບເພີງ ທີ່ບໍ່ສາມາດຄວບຄຸມໄຟ ໄໝ້ໄດ້ ໃນເຂດພາກກາງ ຂອງຣັດ New South Wales.

ໃນເມືອງ Tambaroomba, ໃກ້ໆກັບເມືອງ Orange, ລົມແຮງເຖິງ 100 ກິໂລແມັດຕໍ່ຊົ່ວໂມງ ໄດ້ເຮັດໃຫ້ຜູ້ດັບເພີງ ມີຄວາມລຳບາກ ໃນການຮັບມື ກັບຄວາມຮ້ອນ ທີ່ຄາດບໍ່ເຖິງ ຂອງລະດູໃບໄມ້ຫຼົ່ນ.

ທ່ານ Peter McKechnie ແມ່ນຮອງຜູ້ອໍານວຍການ ຫນ່ວຍບໍຣິການ ດັບເພິງຊົນນະບົດ ຂອງ New South Wales (New South Wales Rural Fire Service).

“ພວກເຮົາມີເຈັດພື້ນທີ່ ໃນການຫ້າມໄຟທັງຫມົດ (total fire ban), ໂດຍສະເພາະແມ່ນ ເຂດພາກກາງ, ພື້ນທີ່ຮອບ Bathurst, ພື້ນທີ່ຮອບ Orange, ຂຶ້ນໄປຫາ Dubbo, ລົງໄປຫາ Yass. ມີລົມແຮງຫຼາຍ ແລະເລື້ອງໄຟໄໝ້ຫຍ້າ ເຫຼົ່ານີ້ແມ່ນສ້າງຄວາມກັງວົນແກ່ພວກເຮົາ, ໄຟໄໝ້ຫຍ້າເຫຼົ່ານີ້ເກີດຂື້ນໄດ້ງ່າຍຫຼາຍ,ແລະລາມໄດ້ໄວຫຼາຍ, ດັ່ງນັ້ນ ປະຊາຊົນຈໍາເປັນຕ້ອງ ມີຄວາມລະວັງຕື່ນໂຕກ່ຽວກັບສິ່ງທີ່ເກີດຂຶ້ນ ໃນພື້ນທີ່ຂອງພວກເຂົາ.”

ໄດ້ມີການສັ່ງ ຫ້າມໄຟທັງຫມົດ (total fire ban) ຫລາຍກວ່າ 48 ຊົ່ວໂມງ, ແລະການເຕືອນ ກ່ຽວກັບຄື້ນຄວາມຮ້ອນ ສໍາລັບພື້ນທີ່ ຕ່າງໆ ໃນພາກຕາເວັນອອກ ແລະພາກເຫນືອ ຂອງຣັດ New South Wales.

ເງື່ອນໄຂເຫຼົ່ານັ້ນ ໄດ້ເຮັດໃຫ້ ຕ້ອງປິດໂຮງຮຽນ ໃນເຂດທີ່ມີຄວາມສ່ຽງສູງ.

ທ່ານນາງ Sarah Scully, ນັກອຸຕຸນິຍົມ ຈາກຫ້ອງການອຸຕຸນິຍົມວິທະຍາ ກ່າວວ່າ ເຂດທີ່ມີຄວາມກົດດັນຕ່ຳ ແລະລົມພັດແຮງ ຈາກທິດເຫນືອ ກໍາລັງມີຄວາມຮ້ອນຫຼາຍທີ່ສຸດ.

“ສະພາບລົມແຮງ ແລະອາກາດຮ້ອນເຫຼົ່ານີ້ ໄດ້ຍົກລະດັບອັນຕະລາຍຂີດຂອງໄຟ   ໄໝ້ເຖິງຂີດສູງສຸດ ໃນເຂດ Greater Hunter, ເຂດພາກກາງ ແລະເຂດເນີນຕາເວັນຕົກ ແລະທົ່ງພຽງ ຂອງ New South Wales ບ່ອນທີ່ພວກເຮົາ ມີການເຕືອນສະພາບອາກາດໄຟໄໝ້ ໃນຕອນນີ້. ພວກເຮົາຄາດວ່າ ສະພາບຮ້ອນ ແລະລົມພັດແຮງເຫລົ່ານີ້ ຈະດໍາເນີນຕໍ່ໄປ ຮອດມື້ອື່ນ ກ່ອນຈະເລີ່ມເຢັນລົງເລື້ອຍໆ ໃນລະຫວ່າງວັນພຸດ ແລະຈົນເຖິງວັນພະຫັດ”

ປະຊາຊົນເມືອງ Sydney ບາງຄົນພາກັນຫຼັ່ງໄຫຼ ໄປຫາດຊາຍ ເພື່ອເອົາຊະນະຄວາມຮ້ອນ, ຊຶ່ງໃນບາງບ່ອນ ອຸນຫະພູມສູງຮອດ 40 ອົງສາ.

“ຂ້ອຍຈະແຊ່ຢູ່ໃນນໍ້າ. ຂ້ອຍຈະຫຼິ້ນນ້ຳທະເລ ທີ່ສວຍງາມ ຢູ່ທີ່ນີ້ ກັບຜູ້ຊ່ວຍຊີວິດ ທີ່ຫນ້າຮັກ ທີ່ເບິ່ງແຍງເຮົາຫມົດມື້....ທຸກໆມື້.”

“ຄັກຫຼາຍ, ລໍຖ້າບໍ່ໄດ້. ລອຍນ້ຳ, ເບັຍ, ທ່ານຕ້ອງການຫຍັງຫຼາຍກວ່ານັ້ນອີກ?”

ແຕ່ບາງຄົນ ກໍບໍ່ມັກແນວນັ້ນປານໃດ.

“ຂ້ອຍບໍ່ມັກ, ຂ້ອຍບໍ່ມັກມັນ, ຂ້ອຍຖືພາເກົ້າເດືອນ ດັ່ງນັ້ນ ມັນຍາກຫຼາຍ ສໍາລັບຂ້ອຍໃນເວລານີ້”

“ພວກເຮົາ ກໍາລັງວາງແຜນທີ່ຈະກັບໄປ London ໃນສອງມື້ ທີ່ມີຫິມະຕົກແລະຫນາວ...ນັ້ນອາດຈະຊ່ວຍເລື້ອງຄື້ນຄວາມຮ້ອນຢູ່ທີ່ນີ້”

ຫນ່ວຍບໍຣິການສຸກເສີນ ກ່າວວ່າ ຕາມປົກກະຕິແລ້ວ ຈະມີເຫດການໂສກເສົ້າ ເພີ່ມຂຶ້ນ ໃນລະຫວ່າງສະພາບທີ່ຮ້ອນ ແລະແຫ້ງແລ້ງນີ້.

ໂດຍທີ່ມີການຈົມນ້ຳຕາຍ 28 ຄັ້ງ ທີ່ບັນທຶກໄວ້ໃນ New South Wales ໃນລະດູຮ້ອນນີ. ເຈົ້າຫນ້າທີ່ ໄດ້ເຕືອນພວກລອຍນ້ຳ ໃຫ້ຄິດກ່ອນທີ່ຈະສ່ຽງໂດຍບໍ່ຈໍາເປັນເຖິງແມ່ນວ່າຢູ່ໃນລຳນ້ຳຂນາດນ້ອຍກໍຕາມ.

Steven Pearce ເປັນ CEO ຂອງ New South Wales Surf Life Saving ກ່າວວ່າ:

“ພວກເຮົາກໍາລັງເຫັນອຸນຫະພູມສູງທີ່ສຸດ ໃນ Sydney ໃນຮອບຫຼາຍປີ. ພວກເຮົາ ເຫັນຄື້ນຄວາມຮ້ອນນັ້ນ ໃນໄລຍະສີ່ມື້ຕໍ່ມາ. ສະນັ້ນ, ພວກເຮົາກໍາລັງຄາດວ່າ ຈະເຫັນຄົນຈໍານວນຫຼາຍມຸ່ງຫນ້າໄປແຄມທະເລ, ບາງທີສ່ວນໃຫຍ່ແມ່ນໃນຕອນບ່າຍ ທີ່ພະຍາຍາມຈະພັກຜ່ອນ ຫຼັງຈາກການເຮັດວຽກມາໝົດມື້ ແລະພວກເຮົາ ກໍາລັງກຽມພ້ອມເຕັມທີ່, ຢູ່ຕາມແຄມຝັ່ງ ໂດຍມີເຈົ້າໜ້າທີ່ກູ້ພັຍຂອງພວກເຮົາ ແລະມີເຮລິຄອບເຕີຂອງເຮົາ ທີ່ບິນກວດກາມື້ນີ້....ຫມົດມື້.”

ດ້ວຍຄວາມຮ້ອນທີ່ຫຼາຍຂຶ້ນ, ການບໍຣິການສຸກເສີນຈະໄດ້ມີການກຽມພ້ອມສູງຂຶ້ນອີກ ໃນຫຼາຍວັນຂ້າງຫນ້າ.

Tys Occhiuzzi ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ

Share