ປັກກິ່ງ ຕັ້ງຄ່າຫົວນັກເຄື່ອນໄຫວໃນ Hong Kong

Pro-democracy politician Ted Hui leaving a Hong Kong police station in 2020

Ted Hui ນັກເຄື່ອນໄຫວຊາວ Hong Kong ກຳລັງຍ່າງອອກຈາກ ສະຖານີຕຳຫຼວດ ໃນ Hong Kong ໃນປີ 2020. Source: AAP

Get the SBS Audio app

Other ways to listen


Published

By Lucy Murray, Ciara Hain
Presented by Sak Phoumirath
Source: SBS

Share this with family and friends


ນັກເຄື່ອນໄຫວໃນ Hong Kong ຖືກປັກກິ່ງຕັ້ງລາງວັນ ສອງແສນໂດລາ ສໍາລັບຂໍ້ມູນ ທີ່ນໍາໄປສູ່ການຈັບກຸມນັກເຄື່ອນໄຫວເຫຼົ່ານັ້ນ ເຖິງແມ່ນວ່າໃນປັດຈຸບັນ ພວກເຂົາໄດ້ມາອາສັຍຢູ່ໃນອອສເຕຣເລັຍກໍຕາມ. ການເຄື່ອນໄຫວນີ້ ສະແດງໃຫ້ເຫັນວ່າ ພວກນັກເຄື່ອນໄຫວເຫຼົ່ານັ້ນ ຍັງຍັງເປັນຂີ້ຝຸ່ນໃນຕາຂອງປັກກິ່ງຢູ່.


ປັກກິ່ງ ຕັ້ງຄ່າຫົວນັກເຄື່ອນໄຫວໃນ Hong Kong.

Hong Kong ໄດ້ອອກຄໍາສັ່ງຈັບກຸມ ບຸກຄົນແປດຄົນ ທີ່ຖືກກ່າວຫາວ່າ ເຮັດຜິດເລື່ອງຄວາມປອດພັຍແຫ່ງຊາດ ຮວມເຖິງສອງຄົນ ໃນ.

ຣັຖມົນຕີ ການຕ່າງປະເທດ ອອສເຕຣເລັຍກ່າວວ່າ ທ່ານນາງ ຜິດຫວັງຢ່າງຍິ່ງ ຕໍ່ການເຄື່ອນໄຫວດັງກ່າວ ແລະການກັດເຊາະສິດທິ ແລະເສຣີພາບ ຂອງ Hong Kong ຢ່າງຕໍ່ເນື່ອງ.

Lucy Murray ແລະ Ciara Hain ລາຍ ງານ

ໃນປີ 2019, Ted Hui ມີສ່ວນຮ່ວມຢ່າງຫຼາຍ ໃນການປະທ້ວງ ເພື່ອປະຊາທິປະໄຕ ໃນ Hong Kong.

ອະດີດຜູ້ແທນຣາສດອນຝ່າຍຄ້ານ ໄດ້ຫຼົບຫນີໄປອອສເຕຣເລັຍຫຼັງຈາກໄດ້ມີການອອກກົດຫມາຍ ວ່າດ້ວຍຄວາມຫມັ້ນຄົງແຫ່ງຊາດ (National Security Laws) ແລະ ຍັງເວົ້າຢ່າງເປີດເຜີຍ ກ່ຽວກັບ ການປາບປາມເສຣີພາບ ໃນ Hong Kong.

ບັດນີ້, ຕໍາຫຼວດ Hong Kong ໄດ້ສເນີລາງວັນ ມູນຄ່າ 200,000 ໂດລາ ສໍາລັບຂໍ້ມູນ ທີ່ນໍາໄປສູ່ການຈັບກຸມລາວ.

Ted Hui ກ່າວວ່າ ມັນບໍ່ໄດ້ເຮັດໃຫ້ລາວຫວາດກົວ.

"ຂ້າພະເຈົ້າບໍ່ໄດ້ຢູ່ໃຕ້ດິນ, ການໄປ-ມາ ຂອງຂ້າພະເຈົ້າກໍເປັນສາທາຣະນະ. ຜູ້ຄົນກໍຮູ້ການເຄື່ອນໄຫວ ໃນອອສເຕຣເລັຍຂອງຂ້າພະເຈົ້າ.ຂ້າພະເຈົ້າ ຄິດວ່າ ລາງວັນຄ່າຫົວ ເປັນເລື້ອງຕລົກ...ມັນແມ່ນເລື້ອງບໍ່ເປັນເລື້ອງ. ຂ້າພະເຈົ້າຄິດວ່າ ມັນມີພຽງແຕ່ ມີຈຸດມຸ້ງຫມາຍ ທີ່ຈະຂົ່ມເຫັງ ຜູ້ທີ່ເຫັນຕ່າງຂອງຜູ້ພັດຖິ່ນຊາວ Hong Kong ໃນຕ່າງປະເທດ, ຂ້າພະເຈົ້າຄິດວ່ານັ້ນ ແມ່ນຈຸດປະສົງດຽວເທົ່ານັ້ນ."

Ted Hui ແມ່ນຫນຶ່ງໃນແປດນັກເຄື່ອນໄຫວ ຢູ່ຕ່າງປະເທດ ທີ່ຖືກລະບຸໂດຍຕໍາຫຼວດ-ຮ່ວມກັບ ທະນາຍຄວາມ ແລະພົນລະເມືອງ ອອສເຕຣເລັຍ, Kevin Yam.

ເຂົາເຈົ້າຖືກກ່າວຫາວ່າ ໄດ້ສົມຮູ້ຮ່ວມຄຶດ ກັບຕ່າງປະເທດ ໃນການສນັບສນູນ ການຂວ້ຳບາດ Hong Kong.

ທ່ານ John Lee ຫົວຫນ້າບໍຣິຫານ (Chief Executive) ຂອງ Hong Kong ໄດ້ເຕືອນພວກນັກເຄື່ອນໄຫວແປດຄົນ ໃຫ້ອອກມາມອບໂຕ.

"ທາງດຽວ ສໍາລັບບຸກຄົນທີ່ຕ້ອງການທີ່ຈະຈົບການຫຼົບໜີຕລອດຊີວິດ ແມ່ນການຍອມຈໍານົນ. ການຍອມຈໍານົນ ອະນຸຍາດໃຫ້ເຂົາເຈົ້າ ໄດ້ຮັບການຫຼຸດໂທດ ຈາກການພິຈາລະນາໂທດພາຍໃຕ້ກົດຫມາຍ ວ່າດ້ວຍຄວາມຫມັ້ນຄົງແຫ່ງຊາດ ຂອງ Hong Kong. ຖ້າບໍ່ດັ່ງນັ້ນ, ພວກເຂົາ ຈະຢູ່ພາຍໃຕ້ຄຳສັ່ງຈັບກຸມຕລອດຊີວິດ ແລະໃຊ້ຊີວິດ ຢູ່ໃນຄວາມຢ້ານກົວ ທີ່ຈະຖືກຈັບຕລອດເວລາ."

ກົດຫມາຍຄວາມໝັ້ນຄົງແຫ່ງຊາດ ຂອງ Hong Kong ໄດ້ຖືກກໍານົດໃຊ້ ໃນປີ 2020 ພາຍໃຕ້ຄຳສັ່ງຈາກ ປັກກິ່ງ, ຫຼັງຈາກມີການປະທ້ວງ ເປັນເວລາຫຼາຍເດືອນ.

ກົດຫມາຍສະບັບນີ້ ໄດ້ຖືກວິພາກວິຈານ ຈາກຕ່າງປະເທດວ່າ ກີດກັນສິດທິໃນການປະທ້ວງ ແລະເສຣີພາບ ໃນການສະແດງອອກ.

ນີ້ແມ່ນການນໍາໃຊ້ ຂໍ້ກໍານົດນອກອານາເຂດຄັ້ງທໍາອິດ ສຳລັບການກະທໍາຜິດ ທີ່ຖືກກ່າວຫາວ່າ ໄດ້ກະທໍາຢູ່ນອກອານາເຂດ.

ທ່ານນາງ Daniela Gavshon ຜູ້ອໍານວຍການອົງການ Human Rights Watch ຂອງອອສເຕຣເລັຍກ່າວວ່າ ໝາຍຈັບດັ່ງກ່າວສະແດງໃຫ້ເຫັນວ່າ ພວກນັກເຄື່ອນໄຫວປະສົບຄວາມສໍາເລັດພຽງໃດ.
"ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາເຈົ້າຮູ້ສຶກຖືກຄຸກຄາມ, ພວກເຂົາເຈົ້າຮູ້ສຶກວ່າ ພວກເຂົາເຈົ້າຕ້ອງການທີ່ຈະ ກຳຈັດຜູ້ເຫັນຕ່າງພາຍໃນປະເທດ ແລະໃນ Hong Kong, ແຕ່ພວກເຂົາເຈົ້າ ຕ້ອງການທີ່ຈະເຮັດມັນພາຍນອກ, ເຊັ່ນໃນອອສເຕຣເລັຍ, ຕໍ່ພົນລະເມືອງຂອງອອສເຕຣເລັຍ ສະນັ້ນເຫັນໄດ້ຢ່າງຊັດເຈນວ່າ ສະມາຊິກພັດຖິ່ນ ມີປະສິດທິພາບຫລາຍ ໃນການສົ່ງຂ່າວສານ ກ່ຽວກັບສິ່ງທີ່ເກີດຂຶ້ນ ຢູ່ໃນ Hong Kong ແລະສິດທິມະນຸດ ທີ່ກໍາລັງຖືກປາບປາມ ຢູ່ໃນ Hong Kong ແລະຈີນແຜ່ນດິນໃຫຍ່."

Mr Hui ໄດ້ບອກຂ່າວ SBS ວ່າ ລາວຮູ້ສຶກປອດພັຍຫຼາຍ ໃນອອສເຕຣເລັຍ, ເພາະວ່າ ໄດ້ລົບລ້າງສົນທິສັນຍາ ການສົ່ງຜູ້ຮ້າຍຂ້າມແດນກັບ Hong Kong, ຫຼັງຈາກການຜ່ານກົດຫມາຍ ຄວາມຫມັ້ນຄົງ ແຫ່ງຊາດ.

ສະຫະຣັດ ໄດ້ອັບເດດ ຄໍາແນະນໍາການເດີນທາງຂອງຕົນ ໂດຍກ່າວວ່າ ຊາວອາເມຣິກັນຄວນພິຈາຣະນາ ການເດີນທາງໄປ ປະເທດຈີນ ໃຫມ່ ເນື່ອງຈາກ ມີຄວາມສ່ຽງທີ່ຈະຖືກກັກຂັງ ໂດຍບໍ່ຊອບ.

ຣັຖມົນຕີ ການຕ່າງປະເທດ ອອສເຕຣເລັຍ ທ່ານນາງ Penny Wong ກ່າວວ່າ ທ່ານນາງຜິດຫວັງຢ່າງຫນັກ ຈາກໝາຍຈັບດັງກ່າວ.

"ພວກເຮົາ ສນັບສນູນສິດທິຂອງຊາວ ອອສເຕຣເລັຍທີ່ຈະສະແດງຄວາມຄິດເຫັນ ທາງດ້ານການເມືອງຂອງຕົນ ຢ່າງສັນຕິ ແລະຜູ້ຄົນທີ່ເຮັດເຊັ່ນນັ້ນ ໃນປະເທດຂອງເຮົາ ຈະໄດ້ຮັບການສນັບສນູນ. ຂ້າພະເຈົ້າ ຍັງຢາກບອກຢ່າງຊັດເຈນວ່າ ພວກເຮົາມີກົດຫມາຍທີ່ເຂັ້ມງວດ ກ່ຽວກັບການແຊກແຊງ ຈາກຕ່າງປະເທດ, ຈຸດຢືນຂອງພວກເຮົາແມ່ນຊັດເຈນ ແລະການກ່າວຫາໃດໆ ກ່ຽວກັບການແຊກແຊງຈາກຕ່າງປະເທດ ຈະຖືກກວດສອບໂດຍ ໜ່ວຍງານທີ່ເຫມາະສົມ."

ເຖິງແມ່ນວ່າຈະມີຄ່າຫົວ ຂອງລາວ, ແຕ່ທ່ານ Hui ກ່າວວ່າ ທ່ານເປັນຫ່ວງ ພວກນັກເຄື່ອນໄຫວທີ່ຢູ່ໃນ Hong Kong.

"ບໍ່ມີບ່ອນວ່າງຫຼາຍ ສໍາລັບປະຊາທິປະໄຕ ຫຼື ການສນັບສນູນ ເສຣີພາບໃນ Hong Kong, ຍ້ອນກົດຫມາຍຄວາມຫມັ້ນຄົງແຫ່ງຊາດ. ຜູ້ຄົນຖືກກັກຂັງ ແລະຖືກດໍາເນີນຄະດີ ໄດ້ງ່າຍ ໂດຍອໍານາດການປົກຄອງ Hong Kong, ຊັບສິນຂອງເຂົາເຈົ້າຖືກຍຶດ. ແລະດັ່ງນັ້ນ ຊາວ Hong Kong ຈຶ່ງຮູ້ສຶກໄຮ້ອໍານາດຫຼາຍ  ແຕ່ພວກເຮົາ ຍັງບໍ່ໄດ້ສູນເສັຍຄວາມຫວັງ ເພາະວ່າພວກເຮົາ ເພິ່ງພາ ຊາວ Hong Kong ທີ່ຢູ່ຕ່າງປະເທດ ເພື່ອເຮັດວຽກງານສນັບສນູນ ເຂົາເຈົ້າ ດັ່ງນັ້ນ ພວກເຮົາຈຶ່ງເພິ່ງພາຊຸມຊົນສາກົນ ແລະການສນັບສນູນ ຂອງພວກເຂົາ."

ຕໍາຫລວດ Hong Kong ກ່າວວ່າ ມີ 260 ຄົນຖືກຈັບ ຍ້ອນກົດຫມາຍ ວ່າດ້ວຍຄວາມຫມັ້ນຄົງແຫ່ງຊາດ.

Lucy Murray and Ciara Hain ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share