ວິກິດການຂາດທີ່ພັກອາສັຍ.
ກຸ່ມສວັດດີການ ໄດ້ຮຽກຮ້ອງ ໃຫ້ມີການລົງທຶນຢ່າງຮີບດ່ວນ ໃນທີ່ພັກອາສັຍ ທັງໃນລະດັບຣັດ ແລະລະດັບປະເທດເພື່ອຮັບມືກັບສິ່ງທີ່ເຂົາເຈົ້າເອີ້ນວ່າ ວິກິດການຂາດທີ່ພັກອາສັຍ.
ພວກເຂົາເຈົ້າກ່າວວ່າ ຄໍາຫມັ້ນສັນຍາການໃຫ້ທຶນ ໃນໄລຍະຍາວ ແມ່ນຕ້ອງການຫລາຍທີ່ສຸດ ໃນຂນະທີ່ການໃຫ້ບໍຣິການສນັບສນູນ ຖືກການຮຽກຮ້ອງຂໍຊ່ວຍເຫຼືອຢ່າງຖ້ວມທົ້ນ.
Tys Occhiuzzi ລາຍງານ.
Joal Presincula ແມ່ນແມ່ຜູ້ດຽວ ແລະເປັນຜູ້ລອດຈາກ ຄວາມຮຸນແຮງ ໃນຄອບຄົວ.
ນາງແລະລູກຂອງນາງ ໄດ້ໃຊ້ຊີວິດຜ່ານສິ່ງທີ່ ນາງໄດ້ອະທິບາຍໄວ້ວ່າ ເປັນ 'ການຂາດທີ່ພັກອາສັຍທີ່ເຊື່ອງຊ້ອນ-Hidden Homelessness'.
“ແມ່ຄືພວກເຮົານີ້, ພຽງແຕ່ຢາກທີ່ຈະສືບຕໍ່ ແລະໃຊ້ຊີວິດຕາມທັມມະດາ, ສະນັ້ນ ຂ້ອຍຈະສົ່ງລູກໄປໂຮງຮຽນ ແລະບາງທີ ຂ້ອຍຈະໄປນັ່ງຢູ່ໃນຮ້ານກາເຟ ແລະທ່ານອາດຈະບໍ່ເຄີຍຮູ້ເລີຍວ່າ ຂ້ອຍໄດ້ປະສົບກັບ ຄວາມຮຸນແຮງໃນຄອບຄົວ ແລະຂາດທີ່ຢູ່ອາສັຍຍ້ອນມັນ. ພວກເຮົາພຽງແຕ່ຕ້ອງການໃຫ້ຣັຖບານຍື່ນມືມາຊ່ອຍເຫຼືອຜູ້ຍິງ ທີ່ປະສົບກັບຄວາມຮຸນແຮງໃນຄອບຄົວ ເມື່ອພວກເຂົາມີຄວາມລຳບາກ.”
ຍ້ອນວ່າບໍ່ມີທີ່ຢູ່ອາສັຍທີ່ຫມັ້ນຄົງ, ນາງ Presincula ໄດ້ຖືກບັງຄັບໃຫ້ຍ້າຍໄປເລື້ອຍໆ ເປັນເວລາສອງປີເຄິ່ງ.
“ຄວາມບໍ່ແນ່ນອນ ຂອງການບໍ່ມີບ່ອນໄປທຸກໆມື້. ຂ້ອຍມີລູກອາຍຸຫົກເດືອນ, ແລະຍ້ອນຄວາມບໍ່ແນ່ນອນ ຂອງການບໍ່ມີບ່ອນໄປ, ມັນເປັນຄວາມເຈັບປວດ. ດັ່ງນັ້ນ ການຂາດທີ່ຢູ່ອາສັຍ ຈຶ່ງເທົ່າກັບຄວາມເຈັບປວດ ແລະມັນເຮັດໃຫ້ຂັ້ນຕອນ ການປິ່ນປົວ ຕ້ອງໃຊ້ເວລາຫຼາຍຂຶ້ນ.”
ນາງ Presincula ແມ່ນຫນຶ່ງໃນຜູ້ຄົນ ທີ່ເຕົ້າໂຮມກັນຢູ່ນອກຣັຖສະພາໃນ Melbourne ໂດຍຮຽກຮ້ອງ ໃຫ້ທໍາການແກ້ໄຂ ສິ່ງທີ່ໄດ້ຖືກເອີ້ນວ່າ ເປັນວິກິດການແຫ່ງຊາດ.
Deborah Di Natale ເປັນ CEO ຂອງ ສະພາຄົນທີ່ການຂາດທີ່ຢູ່ອາສັຍ (Council to Homeless Persons).
“ສິ່ງທີ່ພວກເຮົາຕ້ອງເຮັດໃນມື້ນີ້ ແມ່ນເນັ້ນໃຫ້ຣັຖບານຮູ້ວ່າພວກເຮົາຕ້ອງຍຸດຕິການຂາດທີ່ຢູ່ອາສັຍ. ໃນແຕ່ລະຄືນ ມີຜູ້ຄົນ122,000 ຄົນ ໃນທົ່ວປະເທດ ກໍາລັງປະສົບກັບການຂາດທີ່ຢູ່ອາສັຍ. ໃນຄວາມຈິງແລ້ວ ມັນໝາຍຄວາມວ່າແນວໃດ? ມັນຫມາຍຄວາມວ່າ ຄົນເຫຼົ່ານັ້ນ ແມ່ນນອນຢູ່ເທິງຕັ່ງໂຊຟາຂອງເພື່ອນ, ພວກເຂົາຢູ່ກັບລູກຂອງເຂົາເຈົ້າທີ່ຫນີຈາກຄວາມຮຸນແຮງໃນຄອບຄົວ ແລະຢູ່ໃນຣົດຂອງເຂົາເຈົ້າ, ຫຼືເຂົາເຈົ້າຢູ່ໃນຫ້ອງນອນແບ່ງໃຫ້ເຊົ່າທີ່ມີລາຄາແພງ, ແລະໃນຫຼາຍສະພາບການ, ບໍ່ມີບ່ອນພັກອາສັຍເລີຍ ແລະຢູ່ໃນສະຖານທີ່ສາທາຣະນະ. ພວກເຮົາຕ້ອງມີແຜນລະດັບຊາດ ກັບຣັຖບານກາງ ແລະຣັຖບານຂອງທຸກຣັດ ແລະເຂດປົກຄອງຮ່ວມກັນເພື່ອຍຸຕິການຂາດທີ່ຢູ່ອາສັຍ.”
ຣັຖບານ Victoria ກໍາລັງນຳໃຊ້ໂຄງການ Big Housing Build ຫ້າພັນລ້ານໂດລາ, ແຕ່ຣັຖມົນຕີກະຊວງເຄຫະທ່ານ Colin Brooks ຍອມຮັບວ່າບໍ່ພຽງພໍ.
“ພວກເຮົາຕ້ອງເຮັດຫຼາຍກວ່ານັ້ນ. ເຮົາຕ້ອງເຮັດຫລາຍກວ່ານັ້ນ...ຢ່າງແນ່ນອນ. ມີວິກິດການຂາດທີ່ຢູ່ອາສັຍແຫ່ງຊາດ ແລະກໍມີຮ່າງກົດຫມາຍ ຢູ່ໃນສະພາສູງ ໃນຂນະທີ່ພວກເຮົາເວົ້າຢູ່ນີ້, ນັ້ນແມ່ນ ກໍາລັງມີການເຈຣະຈາກັນກ່ຽວກັບການສ້າງບ້ານເຮືອນໃຫ້ຫລາຍຂຶ້ນ. ພວກເຮົາພະຍາຍາມ ຂໍງົບປະມານຈາກ Canberra ເພື່ອໃຫ້ເຮົາສາມາດ ສ້າງທີ່ຢູ່ອາສັຍສັງຄົມ (Social Housing) ໄດ້ຫລາຍຂຶ້ນ ໃນທົ່ວປະເທດ ແຕ່ສໍາຄັນແມ່ນ ຢູ່ໃນຣັດ Victoria ນີ້.”
ພວກປະທ້ວງ ໂຮມໂຕກັນຢູ່ຕາມຂັ້ນໄດ ຂອງຣັຖສະພາ ບ່ອນທີ່ມີການວາງເຮືອນພັບເຈັ້ຍ 6,000 ຫຼັງ ຊຶ່ງໝາຍເຖິງຈໍານວນເຮືອນ ທີ່ຜູ້ສນັບສນູນກ່າວວ່າ ຈໍາເປັນຕ້ອງສ້າງ ຢູ່ໃນຣັດ Victoria ໃນແຕ່ລະປີ ເພື່ອຍຸດຕິການຂາດທີ່ຢູ່ອາສັຍ.
ງານດັ່ງກ່າວ ຍັງມີຈຸດປະສົງທີ່ຈະເນັ້ນໃຫ້ເຫັນ ເຖິງສິ່ງທີ່ເປັນ ບັນຫາລະດັບຊາດຢ່າງແທ້ຈິງ ຊຶ່ງສົ່ງຜົນກະທົບຕໍ່ທຸກມຸມຂອງປະເທດ.
ຊຸມຊົນກໍາລັງຊຸມນຸມກັນ....ເພື່ອເຫດນີ້.
Melbourne ທີ່ປະກາດຕົນເອງວ່າ ເປັນເມືອງກາເຟ, ມີການໂຄສະນາ ທີ່ນໍາພາໂດຍຜູ້ເຮັດກາເຟ ກຳລັງເກນຮ້ານຂາຍກາເຟ ໃນທົ່ວປະເທດ ເພື່ອສ້າງຜົນກະທົບ.
Geoff Hills ຈາກ Street Smart Australia, ເຊິ່ງກໍາລັງຂັບເຄື່ອນ ຄວາມຄິດລິເລີ່ມ, ອະທິບາຍເຖິງວິທີການທຳງານ ຂອງຄວາມຄິດນີ້.
“ມີຮ້ານກາເຟທັງຫມົດຫຼາຍກວ່າ 700 ຮ້ານ ທີ່ເຂົ້າຮ່ວມ, ທ່ານສາມາດ ເຂົ້າໄປອອນໄລນ໌ ຊຶ່ງມີແຜນທີ່ ແລະທ່ານສາມາດ ຊອກຫາຮ້ານກາເຟ ທີ່ເຂົ້າຮ່ວມໃນທ້ອງຖິ່ນຂອງທ່ານ ບ່ອນທີ່ເຈົ້າຂອງຮ້ານກາເຟທັງຫມົດບໍຣິຈາກເງິນ 1 ໂດລາຕໍ່ກາເຟທີ່ຂາຍໄດ້, ແລະສິ່ງທີ່ພວກເຮົາເຮັດ ແມ່ນພວກເຮົາ ເອົາເງິນທັງຫມົດນັ້ນໄປແຈກຢາຍ ໃຫ້ກັບກຸ່ມທີ່ ບໍ່ມີທີ່ຢູ່ອາສັຍ ໃນທ້ອງຖິ່ນ.”
ໃນຂນະທີ່ຢູ່ໃນເຂດຮ້ອນ ທີ່ຫ່າງອອກໄປຫລາຍພັນກິໂລແມັດ, ຫນ່ວຍບໍຣິການທີ່ພັກຂອງ Anglicare ໃນເມືອງ Cairns ໄດ້ເປີດສວນຫມາກໄມ້ ແລະຜັກ ເພື່ອຊ່ອຍເຫລືອ ຜູ້ທີ່ໄດ້ຮັບຄວາມລຳບາກ.
ເຂົາເຈົ້າ ເປັນຊຸມຊົນຈາກທັງໃນເມືອງ ແລະພູມິພາກ ທີ່ສນັບສນູນ ໃນການຮຽກຮ້ອງລະດັບຊາດ ເພື່ອໃຫ້ການຂາດທີ່ຢູ່ອາສັຍໃຫ້ໝົດໄປ.
ເນື້ອເລື່ອງໂດຍ Tys Occhiuzzi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌