ອອສເຕຣເລັຍ ກຳລັງປະເຊີນກັບການຂາດທີ່ຢູ່ອາສັຍ.
ຂໍ້ມູນໃຫມ່ (ອອກວັນທີ 22 ມີນາ) ຈາກຫ້ອງການສະຖິຕິ ຂອງອອສເຕຣເລັຍ ສະແດງໃຫ້ເຫັນວ່າ ການຂາດທີ່ຢູ່ອາສັຍ ກໍາລັງເພີ່ມຂຶ້ນຢ່າງໄວ - ໂດຍສະເພາະ ແມ່ຍິງ ແລະເດັກນ້ອຍ, ຮວມເຖິງຊາວພື້ນເມືອງອອສເຕຣເລັຍ ກໍາລັງແບກຮັບວິກິດຄວາມສາມາດ ໃນການຈ່າຍຄ່າທີ່ຢູ່ອາສັຍ.
ໃຫມ່ຕົວເລກໃຫມ່ ສະແດງໃຫ້ເຫັນວ່າ ເກືອບ 123 ພັນຄົນ ບໍ່ມີເຮືອນ ໃນຄືນສຳຫຼວດສໍາມະໂນຄົວ 2021- ປະມານ 6 ພັນກວ່າຄົນ ຫຼາຍກວ່າໃນການນັບຄັ້ງກ່ອນ (ໃນປີ 2016) ຊຶ່ງເພີ່ມຂຶ້ນ 5.2% ໃນການຂາດທີ່ພັກອາສັຍ ໃນໄລຍະຫ້າປີ.
ຫ້າສິບຫົກເປີເຊັນ ຂອງຜູ້ທີ່ບໍ່ມີບ້ານເຮືອນ ແມ່ນແມ່ຍິງ ແລະເດັກນ້ອຍ; 16 ເປີເຊັນ ມີອາຍຸຫຼາຍກວ່າ 55 ປີ; 14 ເປີເຊັນ ມີອາຍຸ 19 ຫາ 24 ປີ.
ເປີເຊັນທີ່ໃຫຍ່ທີ່ສຸດ ໃນການຂາດທີ່ພັກອາສັຍ ແມ່ນຢູ່ໃນ Tasmania ຊຶ່ງມີການເພີ້ມຂຶ້ນເຖິງ 45 ເປີເຊັນ.
ໃນຣັດ Victoria, ຈໍານວນຄົນ Aboriginal and Torres Strait Islander ທີ່ປະສົບກັບການຂາດທີ່ຢູ່ອາສັຍ ໄດ້ເພີ່ມຂຶ້ນຫຼາຍກວ່າ 40 ເປີເຊັນ.
ກຸ່ມຕ່າງໆ ຮວມທັງສະພາຄົນຂາດທີ່ພັກ (Council to Homeless Persons) ໃນ Melbourne ໄດ້ຮຽກຮ້ອງໃຫ້ດຳເນີນການທັນທີ ເພື່ອຫລຸດຜ່ອນການຂາດທີ່ພັກອາສັຍ.
ກາງກ່າວວ່າ ຕົນກຳລັງໄດ້ດໍາເນີນການຢູ່.
ທ່ານນາງ Julie Collins ຣັຖມົນຕີວ່າການທີ່ພັກອາສັຍກ່າວວ່າ ພັກແຮງງານ ມີກອງທຶນທີ່ຢູ່ອາສັຍ ທີ່ລາຄາບໍ່ແພງຈຳນວນ 10 ພັນລ້ານ ໂດລາ ໃນຣັຖສະພາໃນເວລານີ້ ແລະມີການສນັບສນຸນ ໃນພາກທີ່ຢູ່ອາສັຍ.
"ສະພາຊັບສິນ (The Property Council) ກ່າວວ່າ 'ກົນໄກທັງຫມົດທຳງານໄວຂຶ້ນເທົ່າໃດ ກໍຈະດີເທົ່ານັ້ນ'. National Shelter (ອົງການ ສນັບ ສນູນຜູ້ຂາດທີ່ພັກອາສັຍ) ອະທິບາຍວ່າ ມັນເປັນ 'ກົດຫມາຍທີ່ຢູ່ອາສັຍ ທີ່ສໍາຄັນທີ່ສຸດ ທີ່ຈະຖືກນໍາມາສເນີ ໃນສິບປີທີ່ຜ່ານມາ'. ນັ້ນຄືສິ່ງທີ່ ຜູ້ຄົນກໍາລັງເວົ້າເຖິງ ກອງທຶນທີ່ພັກອາສັຍໃນອະນາຄົດ ແລະກົດຫມາຍຂອງພວກເຮົາ-ແລະພວກເຮົາໄດ້ເຮັດຫຼາຍຂຶ້ນ ໃນສິບເດືອນທໍາອິດ ຂອງເຮົາ ຫຼາຍກວ່າທີ່ຝ່າຍກົງກັນຂ້າມ ໄດ້ເຮັດໃນເກືອບສິບປີ, ໂດຍສະເພາະເມື່ອເວົ້າເຖິງເລື້ອງ ເຮືອນຊຸມຊົນ ແລະລາຄາຖືກ (Social and Affordable Housing)."
ແຕ່ຝ່າຍກົງກັນຂ້າມບາງຄົນເວົ້າວ່າ ມັນບໍ່ພຽງພໍ ທີ່ຈະຕອບສນອງຄວາມຕ້ອງການ.
The Greens ກໍຮູ້ສຶກແບບດຽວກັນ-ຜູ້ນໍາ, Adam Bandt, ກ່າວວ່າ ມັນຕ້ອງການຢ່າງຫນ້ອຍ 5 ພັນລ້ານໂດລາ ຕໍ່ປີ ພ້ອມທັງການຄວບຄຸມຄ່າເຊົ່າ.
ລາວເວົ້າວ່າ ການບໍ່ເມີນເສີຍ ຈະເຮັດໃຫ້ວິກິດການ ຮ້າຍແຮງຂຶ້ນ.
"ແລະຄວາມເປັນຈິງຄື ຖ້າຣັຖບານບໍ່ລົງມືເຮັດ ເຮົາກໍຈະເຫັນຄົນຂາດທີ່ຢູ່ອາສັຍ ອີກຫຼາຍແສນຄົນ, ມີຄົນຢູ່ຕາມທ້ອງຖນົນຫຼາຍຂຶ້ນ, ແມ່ຍິງ ຖືກໄລ່ອອກຈາກເຮືອນ ຫຼາຍຂຶ້ນ ເພາະເຂົາເຈົ້າບໍ່ສາມາດຈ່າຍຄ່າເຊົ່າໄດ້, ເວັ້ນເສັຍແຕ່ຣັຖບານຈະລົງມືປະຕິບັດ-ໃນຕອນນີ້."
ລາຍງານສະບັບໃຫມ່ (ອອກວັນທີ 22 ມີນາ)ຈາກສະພາບໍຣິການສັງຄົມ ອອສເຕຣເລັຍ (Australian Council of Social Services–ACOSS)ສະແດງໃຫ້ເຫັນພໍ່ແມ່ຜູ້ດຽວ, ຜູ້ອົບພະຍົບ, ຄົນວ່າງງານ, ແລະຄົນພິການ ມີແນວໂນ້ມ ວ່າຈະຢູ່ໃນຄວາມທຸກຍາກຫຼາຍຂຶ້ນ.
C.E.O ຂອງ ACOSS, Dr Cassandra Goldie ກ່າວວ່າ ຄ່າໃຊ້ຈ່າຍຂອງທີ່ຢູ່ອາສັຍ ແມ່ນຄວາມກົດດັນທາງການເງິນ ທີ່ສໍາຄັນ ທີ່ຜູ້ຄົນກໍາລັງປະເຊີນຢູ່.
"ສິ່ງທີຫນຶ່ງ ທີ່ຜູ້ຄົນບອກພວກເຮົາເມື່ອພວກເຂົາ ເຂົ້າມາຂໍ ບໍຣິການສຸກເສີນ ຂອງພວກເຮົາ ແມ່ນທີ່ພັກ. ທີ່ຢູ່ອາສັຍ, ທີ່ຢູ່ອາສັຍ. ຄ່າເຊົ່າ. ໂດຍສະເພາະຄ່າເຊົ່າ ໄດ້ສູງກວ່າທຸກລະດັບຂອງການເພີ່ມຂຶ້ນຂອງ CPI, ສູງກວ່າເງິນເຟີ້, ແລະແນ່ນອນວ່າ ສູງກວ່າເງິນສວັດດີການ."
ບໍ່ເປັນທີ່ແປກໃຈ ສໍາລັບເຈົ້າຫນ້າທີ່ ຫຼືຜູ້ເຊົ່າ ໃນຣັດ Queensland.
ຕົວເລກທີ່ເຜີຍແພ່ຢູ່ທີ່ນັ້ນ (ໃນຕົ້ນອາທິດນີ້) ຊີ້ໃຫ້ເຫັນວ່າ ຢ່າງຫນ້ອຍ 150,000 ຄົວເຮືອນໃນຣັດ Queensland ກໍາລັງປະເຊີນກັບຄວາມກົດດັນ ດ້ານທີ່ຢູ່ອາສັຍຢ່າງໜັກ, ແລະຜູ້ຄົນປະມານ 300,000 ຄົນ ມີຄວາມສ່ຽງ ທີ່ຈະຂາດທີ່ຢູ່ອາສັຍ.
ຮອງນາຍົກຣັຖມົນຕີ, ທ່ານ Steven Miles, ກ່າວວ່າ ຣັຖບານຈະພິຈາຣະນາ ຂໍ້ສເນີເພດານການເຊົ່າ ໃນກອງປະຊຸມສຸດຍອດດ້ານທີ່ຢູ່ອາສັຍ ໃນສັບປະດາຫນ້າ (ວັນອັງຄານທີ 28 ມີນາ).
"ທ່ານຄຶດບໍ່ວ່າ ການແຊ່ແຂງເປັນເວລາສອງປີ ແມ່ນແຕກຕ່າງກັນຫຼາຍ ທີ່ຈະເວົ້າວ່າຄວນຈະມີຂໍ້ຈໍາກັດວ່າ ມັນຈະສາມາດ ຂຶ້ນໄດ້ຫຼາຍປານໃດ. ພວກເຮົາ ຄວນຈະສາມາດສົນທະນາກັນວ່າ ຄ່າເຊົ່າສາມາດຂຶ້ນໄດ້ຫຼາຍປານໃດ ແລະເພີ່ມຂຶ້ນຫຼາຍປານໃດ."
ແຜນການຂອງຣັຖບານຂອງຣັດ ໄດ້ດຶງດູດການຄັດຄ້ານຢ່າງແຮງ ຈາກກຸ່ມທີ່ເປັນຕົວແທນຂອງເຈົ້າຂອງເຮືອນ.
Antonia Mercorella, C.E.O ຂອງ the Real Estate Institute of Queensland ກ່າວວ່າ:
"ມັນບໍ່ໜ້າເຊື່ອວ່າ ພວກເຮົາກໍາລັງຢືນຢູ່ທີ່ນີ້ ໃນມື້ນີ້ ແລະເວົ້າເຖິງເພດານຄ່າເຊົ່າທີ່ຖືກສເນີ. ພວກເຮົາໄດ້ເຫັນຮ່າງກົດໝາຍຫຼາຍສະບັບ ເຂົ້າໄປໃນຣັຖສະພາ ທີ່ສເນີເພດານຄ່າເຊົ່າ, ແລະຮ່າງກົດໝາຍເຫຼົ່ານັ້ນກໍຫຼົ້ມແຫຼວ."
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.