ຜູ້ສນັບສນູນການຂາດທີ່ພັກອາສັຍ ໃນຣັດ New South Wales ກ່າວວ່າ ຣັດສາມາດຍຸດຕິການຂາດທີ່ພັກອາສັຍຢ່າງຖາວອນໄດ້, ຖ້າຫາກວ່າມີຄວາມມຸ່ງໝັ້ນ ທີ່ຈະແບ່ງປັນງົບປະມານປະຈໍາປີ ພຽງແຕ່ຫນຶ່ງເປີເຊັນຂອງຕົນໃຫ້ແກ່ທີ່ອາສັຍທາງສັງຄົມ ຫຼື (Social Housing).
ສັດສ່ວນຂອງທີ່ອາສັຍທາງສັງຄົມ (Social Housing)
ໃນທົ່ວປະເທດ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ໃນໄລຍະທົດສະວັດທີ່ຜ່ານມາ, ເຖິງແມ່ນວ່າຈະມີຄວາມຕ້ອງການເພີ່່ມຈະຂຶ້ນກໍຕາມ. Claudia Farhart ລາຍງານ.
Rachel Trabilsie ໄດ້ເຂົ້າ/ອອກ ໃນວົງຈອນຂອງ ທີພັກອາສັຍທາງສັງຄົມ (Social Housing) ເປັນເວລາຫຼາຍກວ່າເຄິ່ງຊີວິດຂອງນາງ.
ຫລັງຈາກໄດ້ອອກຈາກຄວາມສໍາພັນທີ່ມີຄວາມຮຸນແຮງ, ນາງເວົ້າວ່າ ນາງໄດ້ອົດທົນກັບການນອນໃນບ່ອນທີ່ບໍ່ສະບາຍ ເປັນເວລາດົນນານ.
ຂ້ອຍມີທຸກຮູບແບບຂອງການຂາດທີ່ຢູ່ອາສັຍ. ຂ້ອຍອາຍຸເທົ່າໃດ? 49. ຂ້ອຍຄິດວ່າມັນໄດ້ເລີ່ມຕົ້ນຕອນອາຍຸປະມານ 17ປີ. ການຍ່າງຕາມຖນົນໃນຕອນກາງຄືນ ເປັນບ່ອນດຽວທີ່ຂ້ອຍຮູ້ສຶກປອດພັຍ ແລະເປັນຕົວຂອງຕົວເອງ.
ເປັນເວລາຫຼາຍປີທີ່ Rachel ແລະລູກສີ່ຄົນຂອງລາວ ໄດ້ພະຍາຍາມດີ້ນລົນເດີນຫນ້າສູ່ລະບົບທີ່ຢູ່ອາສັຍສາທາຣະນະ.
ເປັນເວລາສິບປີ, ຂ້ອຍໄດ້ຂໍຄວາມຊ່ວຍເຫຼືອ ກ່ຽວກັບສະຖານະການຂອງຂ້ອຍ, ຂ້ອຍແລະລູກໆຂອງຂ້ອຍ ໄດ້ຖືກຍ້າຍ ຈາກໂຮງແຮມນຶ່ງ ໄປອີກໂຮງແຮມນຶ່ງ ຕລອດການສຶກສາຢູ່ໂຮງຮຽນຂອງພວກເຂົາ. ທ່ານມີລູກຂອງທ່ານໂທຣະສັບມາຈາກໂຮງຮຽນ ແລະຖາມວ່າ 'ພວກເຮົາອາສັຍຢູ່ໃສໃນມື້ນີ້'? ແລະຂ້ອຍບໍ່ສາມາດຄວບຄຸມສິ່ງນັ້ນໄດ້.
ມັນເປັນເລື່ອງທີ່ ຊາວອອສເຕຣເລັຍ ຫລາຍພັນຄົນມີຄ້າຍຄືກັນ.
ກຸ່ມປົກປ້ອງຄົນຂາດທີ່ຢູ່ (Homelessness New South Wales)ກ່າວວ່າ ມີການແກ້ໄຂງ່າຍໆ ແຕ່ວ່າມັນຈະຮຽກຮ້ອງໃຫ້ມີຄວາມຕັ້ງໃຈທາງການເມືອງຢ່າງຫຼວງຫຼາຍ.
CEO Trina Jones ກ່າວວ່າ ວິທີດຽວເທົ່ານັ້ນ ທີ່ຈະຍຸດຕິການຂາດທີ່ພັກອາສັຍ ແມ່ນການສ້າງບ້ານເຮືອນທາງສັງຄົມ (Social Housing) ໃຫ້ຫລາຍຂຶ້ນ.
ຫຼາຍກວ່າ 50,000 ຄົນໄດ້ຈົດຊື່ ລໍຖ້າທີ່ຢູ່ອາສັຍສັງຄົມໃນທົ່ວ NSW, ເຊິ່ງຫຼາຍຄົນກໍາລັງລໍຖ້າ 10 ປີຫຼືຫຼາຍກວ່ານັ້ນ. ໃນການລົງທຶນ ໃນທີ່ຢູ່ອາສັຍທາງສັງຄົມໃນປະຈຸບັນນີ້, ພວກເຮົາຮູ້ວ່າຈະໃຊ້ເວລາຫຼາຍກວ່າ 70 ປີ ເພື່ອຈະຊ່ອຍໃຫ້ ປະຊາຊົນເຫຼົ່ານັ້ນມີທີ່ຢູ່ອາສັຍ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງດຳເນີນການຢ່າງຮີບດ່ວນ ໃນເວລານີ້. ພວກເຮົາຕ້ອງສ້າງທີ່ຢູ່ອາສັຍທາງສັງຄົມ200,000 ແຫ່ງ ພາຍໃນປີ 2050, ແລະນັ້ນ ຈະເຮັດໃຫ້ແນ່ໃຈວ່າພວກເຮົາສາມາດຕອບສນອງຄວາມຕ້ອງການໃນປັດຈຸບັນແລະຄວາມຕ້ອງການໃນອະນາຄົດ, ເພື່ອເຮັດໃຫ້ແນ່ໃຈວ່າ ທຸກຄົນມີບ່ອນທີ່ປອດພັຍ ທີ່ຈະເອີ້ນວ່າ “ເຮືອນ”.
ຜູ້ສນັບສນູນ ຢາກໃຫ້ 10 ເປີເຊັນ ຂອງບ້ານເຮືອນທັງຫມົດໃນຣັດ New South Wales ເປັນທີ່ພັກອາສັຍທາງສັງຄົມພາຍໃນປີ 2050.
ນັ້ນຫມາຍຄວາມວ່າ ຈະຕ້ອງສ້າງບ່ອນຢູ່ເພີ່ມຕື່ມອີກ 5,000ບ່ອນ ໃນແຕ່ລະປີ - ເພີ່ມຂຶ້ນຢ່າງຫຼາຍຈາກ 700 ບ່ອນທີ່ສ້າງຂຶ້ນແຕ່ລະປີ ໃນປະຈຸບັນ.
ມັນແມ່ນບັນຫາໃນທົ່ວປະເທດ.
ທີພັກອາສັຍທາງສັງຄົມ ເປັນພຽງແຕ່ ສີ່ເປີເຊັນ ຂອງບ້ານເຮືອນທັງຫມົດ ຂອງອອສເຕຣເລັຍ.
ຊຶ່ງຕ່ຳກວ່າສເລັ່ຍຂອງ OECD ເຖິງ ເຈັດເປີເຊັນ.
ຜູ້ຊ່ຽວຊານດ້ານທີ່ຢູ່ອາສັຍສັງຄົມ ຈາກມະຫາວິທະຍາໄລ New South Wales, ທ່ານ Chris Martin ກ່າວວ່າ ອັດຕາສ່ວນຂອງບ້ານເຮືອນໃນສັງຄົມ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ໃນອອສເຕຣເລັຍ ເປັນເວລາສິບປີທີ່ຜ່ານມາ.
ທົ່ວປະເທດອອສເຕຣເລັຍ ພວກເຮົາມີຊ່ອງວ່າງອັນໃຫຍ່ຫຼວງລະຫວ່າງຄວາມຕ້ອງການທີ່ພັກອາສັຍທາງສັງຄົມ ໃນບັນດາຜູ້ເຊົ່າເຮືອນທີ່ມີລາຍໄດ້ຕ່ຳ ແລະກໍແມ່ນສິ່ງທີ່ລະບົບຂອງພວກເຮົາສນອງໃຫ້. ພວກເຮົາຈະຕ້ອງການທີ່ພັກອາສັຍທາງສັງຄົມ ເພີ່ມເຕີມ 730,000 ບ່ອນ ເພື່ອຕອບສນອງຄວາມຕ້ອງການໃນປະຈຸບັນ ແລະຄວາມຕ້ອງການຂອງຊຸມຊົນທີ່ເພີ່ມຂຶ້ນ
ຈົນກ່ວາກາງປີ 2030. ສະນັ້ນຫມາຍຄວາມວ່າ ການສ້າງ (ທີ່ຢູ່) ປະຈໍາປີທີ່ສູງເກີນກວ່າໂຄງການກະຕຸ້ນ ທີ່ຣັຖບານບາງຣັດ ໄດ້ເລີ້ມຕົ້ນໃນບໍ່ດົນມານີ້.
ໃນທີ່ສຸດ Rachel Trabilsie ກໍມີບ່ອນ ທີ່ປອດພັຍທີ່ນາງເອີ້ນວ່າ “ເຮືອນ”, ແຕ່ນາງຮູ້ອີກຫຼາຍຄົນຍັງບໍ່ໄດ້ເທື່ອ.
ນາງເວົ້າວ່າ ນາງເຊື່ອວ່າ ອອສເຕຣເລັຍສາມາດຍຸດຕິການຂາດທີ່ພັກອາສັຍໄດ້ - ຖ້າຕ້ອງການ.
ຄ່າຂອງຄົນບໍ່ແມ່ນຈຳນວນເງິນໃນທະນາຄານ. ມັນແມ່ນຄວາມເຄົາລົບ ແລະຄວາມສຳພັນຕໍ່ກັນແລະກັນ ໃນແຕ່ລະມື້. ວິທີດຽວທີ່ເຮົາສາມາດຍຸດຕິການຂາດທີ່ຢູ່ອາສັຍ ບໍ່ແມ່ນດ້ວຍເງິນ.... ແຕ່ດ້ວຍເວລາ. ເວລາ…ແລະຄວາມເຂົ້າໃຈ.
ເນື້ອເລື່ອງໂດຍ Claudia Farhart ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ