ການຂາດທີ່ຢູ່ອາສັຍໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນ.
ລາຍງານໃຫມ່ຂອງ Mission Australia ໄດ້ເປີດເຜີຍ ເຖິງການເພີ່ມຂຶ້ນຂອງຄວາມຕ້ອງການ ຂອງບໍຣິການສນັບສນູນ ທີ່ຈໍາເປັນ ເພື່ອຊ່ວຍໃຫ້ຊາວປະເຊີນຫນ້າກັບ ການຂາດທີ່ພັກອາສັຍ.
ມັນຍັງໄດ້ເປີດເຜີຍ ແນວໂນ້ມໃຫມ່ ທີ່ຫນ້າຕົກໃຈ, ບ່ອນທີ່ ສີ່ໃນສິບຄົນ ທີ່ຕ້ອງການການສນັບສນູນ ແມ່ນໄດ້ຮັບຄ່າຈ້າງ, ໃນຂນະທີ່ ຕລາດທີ່ຢູ່ອາສັຍ ໄດ້ເຮັດໃຫ້ຜູ້ຄົນຂາດບ້ານເຮືອນ ທີ່ປອດພັຍຫລາຍຂຶ້ນ. Rayane Tamer ແລະ Catriona Stirrat ລາຍງານ.
ເຮືອນໃຫມ່ຂອງ Kerry ແມ່ນຜ້າເຕັ້ນ ຢູ່ສວນແຫ່ງນຶ່ງ ໃນພາກຕາເວັນຕົກ ຂອງ Sydney.
ລາວແມ່ນຜູ້ເຄາະຮ້າຍ ຈາກຄວາມຮຸນແຮງ ໃນຄອບຄົວ ແລະປະສົບການທີ່ຮຸນແຮງ ຢູ່ໃນບ້ານພັກຊົ່ວຄາວ, ນາງໄດ້ຫັນໄປຫາສວນແຫ່ງນີ້ ເພື່ອຄວາມປອດພັຍ.
"ຂ້ອຍບໍ່ໄດ້ອອກຈາກວຽກ, ຂ້ອຍໄດ້ຢູ່ກັບຄູ່ຂອງຂ້ອຍ ແລະຂ້ອຍກໍາລັງເຮັດວຽກໃຫ້ລາວ. ສະນັ້ນ ມັນຈຶ່ງເປັນການແຕກແຍກ ທີ່ຫນ້າຢ້ານກົວ ແລະມັນໄດ້ເກີດຂຶ້ນຢ່າງໄວຫຼາຍ. ດັ່ງນັ້ນ ຂ້ອຍຈຶ່ງສູນເສັຍເຮືອນ, ຄູ່ ແລະວຽກຂອງຂ້ອຍ, ແລະຄວາມປອດພັຍຂອງຂ້ອຍ, ແລະຫຼາຍສິ່ງຫຼາຍຢ່າງ. ມັນບໍ່ໄດ້ຢູ່ໃນມືຂອງຂ້ອຍ."
Kerry ເຮັດວຽກກ່ຽວກັບເຄື່ອງປະດັບ ແບບບໍ່ເຕັມເວລາ, ແຕ່ໃນຕອນກາງຄືນ ຕ້ອງກັບຄືນໄປບ່ອນພັກ ທີ່ປອດພັຍ ໃນສວນສາທາຣະນະ ຂອງລາວ.
ນາງເວົ້າວ່າ ສະຖານະການຂອງນາງ ໄດ້ປ່ຽນໄປຢ່າງກະທັນຫັນ.
"ຂ້າພະເຈົ້າອາດຈະເຈັບປ່ວຍຫລາຍໃ ນເວລາສອງອາທິດທໍາອິດ, ສະນັ້ນ ການຢູ່ຕາມຖນົນ, ແລະທຸກສິ່ງທຸກຢ່າງ ທີ່ທ່ານຕ້ອງປະເຊີນ. ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າອາດຍັງຕົກໃຈຢູ່, ມັນຕ້ອງໃຊ້ເວລາຫຼາຍ ສໍາລັບຂ້າພະເຈົ້າ ທີ່ຈະເຊື່ອໃຈຜູ້ຄົນ. ສະນັ້ນ ການຍ້າຍອອກໄປ, ຮູ້ສຶກວ່າ ເຈົ້າເປັນພາລະຫນັກ, ເພາະເຈົ້າເບິ່ງຄືຂອງເສັຍຫາຍ, ແລະເຈົ້າຄິດທັນທີ... ຂ້າພະເຈົ້າຫມາຍຄວາມວ່າ ຖ້າຫາກທ່ານ ໄດ້ເຫັນຂ້າພະເຈົ້າ ໃນມື້ ກ່ອນທີ່ຂ້າພະເຈົ້າ ໄປເຖິງ Sydney, ທ່ານຈະບໍ່ຄິດສອງເທື່ອ ກ່ອນຈະຖາມສະບາຍດີ ແລະນັ່ງກິນກາເຟນຳກັນ."
ນາງບໍ່ໄດ້ແມ່ນຄົນດຽວ.
Mission Australia ກໍາລັງຊ່ວຍເຫຼືອ 23,000 ຄົນ ນັບແຕ່ປີ 2020- ຊຶ່ງເພີ່ມຂຶ້ນ 26 ເປີເຊັນ ໃນໄລຍະສາມປີ.
ເຂົາເຈົ້າເວົ້າວ່າ ແນວໂນ້ມໃຫມ່ທີ່ຫນ້າເປັນຫ່ວງ ແມ່ນຄົນເຮັດວຽກເຕັມເວລາ ຊຶ່ງລາຍໄດ້ຂອງເຂົາເຈົ້າ ບໍ່ສາມາດຈ່າຍຄ່າທີ່ພັກ ຂອງເຂົາເຈົ້າ ອີກຕໍ່ໄປ.
Sharon Callister, CEO ຂອງ Mission Australia ກ່າວວ່າ ຕ້ອງມີຄໍາຫມັ້ນສັນຍາທີ່ເຂັ້ມແຂງ ໂດຍ, ທຸຣະກິດ ແລະອົງການຊຸມຊົນ ເພື່ອແກ້ໄຂບັນຫາ ການຂາດແຄນທີ່ຮ້າຍແຮງຂອງທີ່ພັກອາສັຍສັງຄົມ (social housing) ແລະລາຄາບໍ່ແພງ (affordable housing).
"ໃນອອສເຕຣເລັຍທຸກມື້ນີ້ ມັນພຽງແຕ່ບໍ່ພຽງພໍ ທີ່ຈະມີວຽກເຮັດດຳເນີນຊີວິດ ແລະມີເຮືອນ. ນັ້ນແມ່ນສິ່ງທີ່ຫຼາຍຄົນ ບໍ່ສາມາດເຂົ້າເຖິງໄດ້. ແລະນັ້ນແມ່ນ ສິ່ງທີ່ເຮົາເປັນຫ່ວງ. ດັ່ງນັ້ນ ນີ້ແມ່ນພາວະສຸກເສີນ ດ້ານທີ່ຢູ່ອາສັຍ ທີ່ກໍາລັງເກີດຂຶ້ນ ຢູ່ທົ່ວອອສເຕຣເລັຍຢ່າງແທ້ຈິງ-ທັງໃນເມືອງ ແລະເຂດຊົນນະບົດ. ແລະເປັນທີ່ຍອມຮັບບໍ່ໄດ້ແທ້ໆ ໃນປະເທດຂອງເຮົາ."
ລາຍງານການເຊົ່າໃຫມ່ໂດຍ Prop Track ໄດ້ເປີດເຜີຍວ່າ ຈໍານວນເຮືອນເຊົ່າ ທີ່ມີລາຄາບໍ່ເກີນ 400 ໂດລາຕໍ່ອາທິດ ໄດ້ຫຼຸດລົງເກືອບເຄິ່ງຫນຶ່ງ ໃນທົ່ວອອສເຕຣເລັຍ ໃນປີທີ່ຜ່ານມາ.
ນັບແຕ່ເດືອນເມສາ, ມີພຽງແຕ່ຕໍ່າກວ່າ 16 ເປີເຊັນຂອງເຮືອນເຊົ່າ ໃນປະເທດ ທີ່ສາມາດເຊົ່າໄດ້ຕ່ຳກວ່າ 400 ໂດລາ ຕໍ່ອາທິດ.
Trina Jones, CEO ຂອງ Homelessness New South Wales ກ່າວວ່າ ເຄິ່ງນຶ່ງ ຂອງພວກທີ່ຕ້ອງການຄວາມຊ່ອຍເຫຼືອ ໃນທົ່ວຣັດ ບໍ່ສາມາດໄດ້ຮັບການຕອບສນອງ.
ລາວເວົ້າວ່າ ມັນເປັນອັດຕາການປະຕິເສດ ທີ່ສູງທີ່ສຸດ ໃນປະເທດ.
"ຂ້າພະເຈົ້າໄດ້ໄປເວົ້າທົ່ວຣັດ ກັບຄອບຄົວທີ່ອາສັຍຢູ່ໃນເຕັນ, ສົ່ງເດັກນ້ອຍໄປໂຮງຮຽນ, ຈາກ caravan parks, ຈາກເຕັນ ແລະຜູ້ສູງອາຍຸທີ່ນອນຢູ່ໃນຣົດຂອງເຂົາເຈົ້າ. ພວກເຮົາມີຜູ້ຝຶກງານ ທີ່ບໍ່ສາມາດຊອກຫາບ່ອນຢູ່ອາສັຍ, ຄູອາຈານ ທີ່ກໍາລັງດີ້ນຮົນ ທີ່ຈະຈ່າຍຄ່າເຊົ່າ ແລະພວກເຮົາມີຄົນທີ່ອ່ອນແອ ທີ່ຖືກຖິ້ມໄວ້ຂ້າງຫຼັງ."
Ms Jones ກ່າວວ່າ ຕາມອັດຕາການລົງທຶນໃນປະຈຸບັນ ໃນທີ່ຢູ່ອາສັຍສັງຄົມ (social housing), ມັນຈະໃຊ້ເວລາ 80 ປີ ເພື່ອໃຫ້ແນ່ໃຈວ່າ ມີເຮືອນສໍາລັບທຸກຄົນ ໃນລາຍການຂອງເຂົາເຈົ້າ.
ສໍາລັບຄົນເຊັ່ນ Kerry ນັ້ນແມ່ນຊ້າເກີນໄປ ໜ້ອຍນຶ່ງ.
"ທ່ານບໍ່ສາມາດຈະເວົ້າກັບໃຜຜູ້ຫນຶ່ງວ່າທ່ານຕ້ອງເຂົ້າໄປໃນເຮືອນ ແລະນີ້ຈະເປັນທາງເລືອກທີ່ດີທີ່ສຸດຂອງທ່ານ ເພາະວ່າທ່ານ ບໍ່ສາມາດຊອກຫາບ່ອນຢູ່ໃນເວລານີ້. ແລະຄົນເຮົາຍັງບໍ່ສາມາດຈ່າຍໄດ້, ຖ້າຫາກວ່າ ທ່ານສາມາດເຂົ້າໄປໄດ້ ເພາະເບິ່ງຄືວ່າມັນຍາກທີ່ຈະໄດ້ຮັບການຄັດເລືອກ, ດັ່ງນັ້ນ ທ່ານຈະຫາເຮືອນໃຫ້ຄົນທີ່ບໍ່ມີທີ່ຢູ່ອາສັຍ ທັງຫມົດນີ້ໄດ້ແນວໃດ ຖ້າພວກເຂົາບໍ່ສາມາດ ທີ່ຈ່າຍຄ່າເຊົ່າໄດ້?"
ນາງຮຽກຮ້ອງ ໃຫ້ມີການແກ້ໄຂປັນຫາສຸກເສີນ ສໍາລັບຜູ້ທີ່ຕ້ອງການ ທີ່ພັກພາອາສັຍ ຢ່າງຮີບດ່ວນທີ່ສຸດ.
"ຂ້ອຍບໍ່ເຂົ້າໃຈ, ຂ້ອຍຄິດວ່າ ທ່ານຄວນເຮັດມັນເທື່ອລະຢ່າງ ແລະອາດຈະແນໃສ່ ສະຖານະການທີ່ຂາດ ທີ່ຢູ່ອາສັຍໃນຕອນນີ້ ແລະບາງທີອາດຈະຊອກຫາສະຖານທີ່ ໃຫ້ເຂົາພັກອາສັຍ ເພາະວ່າມັນບໍ່ຫຼາຍປານໃດ ບາງທີ $100, ທ່ານຈະໃຊ້ເວລາຫນຶ່ງຄືນ ໃນທີ່ພັກໄລຍະສັ້ນ ເພື່ອໃຫ້ໄດ້ຜ້າເຕັ້ນ ທີ່ສາມາດໃຊ້ໄດ້ 6 ເດືອນໃນຂນະທີ່ ພວກເຂົາກັບມາຢືນຄືນໄດ້ອີກ."
ເນື້ອເລື່ອງໂດຍ Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.