ຄວາມສາມາດ ໃນການຊື້ເຮືອນໃນອອສເຕຣເລັຍ.
ລາຍງານກ່ຽວກັບທີ່ຢູ່ອາສັຍສະບັບໃຫມ່ ໄດ້ສະແດງໃຫ້ເຫັນພາບ ທີ່ຫນ້າເສົ້າ ສໍາລັບຊາວ ທີ່ຫວັງຈະຊື້ເຮືອນ-ເປີດເຜີຍວ່າຄວາມສາມາດໃນການຊື້ເຮືອນ ແມ່ນຢູ່ໃນລະດັບທີ່ຮ້າຍແຮງທີ່ສຸດ ໃນໄລຍະສາມສິບປີ.
ມັນຖືກຂັບເຄື່ອນ ໂດຍລາຄາເຮືອນ ແລະອັດຕາເງິນກູ້ ທີ່ເພີ່ມຂຶ້ນ.
CatrionaStirrat ແລະ MahnazAngury ລາຍງານ.
ຄວາມຝັນອັນຍິ່ງໃຫຍ່ ຂອງຄົນອອສເຕຣເລັຍໃນການເປັນເຈົ້າຂອງເຮືອນ ແມ່ນຄວາມເປັນຈິງສໍາລັບບາງຄົນ.
"ຂ້າພະເຈົ້າຄິດວ່າ ພວກເຮົາຈະເຂົ້າມາຢູ່ໃນທີ່ນີ້ກ່ອນ Christmas.ຂ້າພະເຈົ້າຄິດວ່າ ມັນມາເຖິງຈຸດທີ່ທ່ານຈະບໍ່ພົບເຮືອນແບບນີ້ເລື້ອຍໆ ໃນຕລາດ, ດັ່ງນັ້ນ, ທ່ານຕ້ອງຈ່າຍແພງແນ່ ເພື່ອຈະໃຫ້ໄດ້ມັນ."
ແຕ່ການເປັນເຈົ້າຂອງເຮືອນ ແມ່ນຄວາມຝັນ ທີ່ເປັນໄປບໍ່ໄດ້ ສໍາລັບຄົນອີກຫຼາຍຄົນ, ດັ່ງທີ່ນັກເສດຖະສາດ ອາວຸໂສຂອງ Proptrack, ອະທິບາຍ.
"ມັນເປັນສິ່ງທ້າທາຍສເມີ ທີ່ຈະເຂົ້າໄປໃນຕລາດທີ່ຢູ່ອາສັຍ.ແຕ່ຂໍ້ມູນໃຫມ່ ທີ່ຖືກເຜີຍແພ່ ໃນມື້ນີ້ ສະແດງໃຫ້ເຫັນວ່າ ມັນທ້າທາຍຫລາຍກວ່າທີ່ຜ່ານມາ ທີ່ຈະສາມາດຊື້ເຮືອນໄດ້. ໃນເວລາດຽວກັນ, ເນື່ອງຈາກລາຄາເຮືອນ ໄດ້ເພີ່ມຂຶ້ນ ໃນໄລຍະສາມສິບປີທີ່ຜ່ານມາ, ມັນຈຶ່ງຍາກຂຶ້ນ ທີ່ຈະທ້ອນເງິນໃນການວາງເງິນມັດຈຳເຮືອນ. ສະນັ້ນ, ຜູ້ຊື້ເຮືອນຫຼັງທໍາອິດ ໂດຍສະເພາະ ແມ່ນພົບວ່າ ມັນເປັນສິ່ງທ້າທາຍຫຼາຍ."
ລາຍງານຫຼ້າສຸດຂອງ Proptrack ພົບວ່າ ຄອບຄົວທີ່ມີລາຍໄດ້ສະເລັ່ຍ105 ພັນໂດລາ ສາມາດຊື້ໄດ້ພຽງແຕ່ 13 ເປີເຊັນ ຂອງບ້ານເຮືອນທັງຫມົດ ທີ່ຂາຍຢູ່ທົ່ວປະເທດ ໃນປີກາຍນີ້.
ນັ້ນແມ່ນລະດັບຕ່ຳສຸດ ນັບແຕ່ເລີ້ມມີການບັນທຶກ ໃນປີ 1995.
ຄອບຄົວທີ່ມີລາຍໄດ້ຕ່ຳ ຊຶ່ງມີລາຍໄດ້ 64 ພັນໂດລາຕໍ່ປີ ສາມາດຊື້ບ້ານເຮືອນ ໄດ້ພຽງແຕ່ ສາມເປີເຊັນ.
Mr Ryan ເຊື່ອວ່າ ການປຸກເຮືອນໃຫ້ຫລາຍຂຶ້ນນັ້ນ ແມ່ນສ່ວນນຶ່ງ ຂອງການແກ້ໄຂ.
"ຄວາມສາມາດ ໃນການຊື້ບ້ານ ແມ່ນເລື້ອງທີ່ທ້າທາຍແທ້ໆ ໃນເວລານີ້. ແລະຫນຶ່ງໃນດ້ານບວກ ທີ່ພວກເຮົາໄດ້ເຫັນ ແມ່ນໄດ້ເອົາໃຈໃສ່ ຕໍ່ການສ້າງທີ່ຢູ່ອາສັຍ ຊຶ່ງເປັນການແກ້ໄຂຄວາມບໍ່ສາມາດໃນການຊື້ເຮືອນ. ເຮົາຕ້ອງສ້າງບ້ານເຮືອນໃຫ້ຫລາຍຂຶ້ນ ເພາະໃນທີ່ສຸດ ນັ້ນຄືວິທີ ທີ່ເຮົາຈະເພີ່ມຄວາມສາມາດ ຂອງການຊື້ບ້ານເຮືອນ ໄດ້ຫລາຍຂຶ້ນໃນອະນາຄົດ."
ດ້ວຍລາຄາສະເລັ່ຍຂອງເຮືອນ ເກີນກວ່າລ້ານໂດລາ ໃນ Sydney, New South Wales ຊຶ່ງສືບຕໍ່ ຈັດອັນດັບເປັນຣັດທີ່ຄວາມສາມາດ ໃນການຊື້ຕ່ຳທີ່ສຸດ, ເປັນຕຳແໜ່ງທີ່ມັນຄອບຄອງເປັນເວລາເກືອບ 30 ປີ ທີ່ຜ່ານມາ.
ຕາມຫຼັງຢ່າງໃກ້ຊິດ ແມ່ນ Tasmania ແລະ Victoria, ໃນຂນະທີ່ ລາຄາ ທີ່ພັກອາສັຍທີ່ ຜູ້ຄົນມີຄວາມສາມາດ ໃນການຊື້ສູງທີ່ສຸດ ແມ່ນໃນ Western Australia ແລະ Queensland.
"ພວກເຮົາຍັງເຫັນຄວາມສາມາດ ໃນການຊື້ ທີ່ຂ້ອນຂ້າງດີ ຢູ່ໃນ Queensland, ເຖິງແມ່ນວ່າ ລາຄາເຮືອນ ຈະມີການເພີ່ມຂຶ້ນຢ່າງຫຼາຍ ໃນໄລຍະສອງສາມປີທີ່ຜ່ານມາ. ສະນັ້ນ, ພວກເຮົາຈຶ່ງຄາດວ່າ ຈະມີການຍົກຍ້າຍຖິ່ນຖານ ໄປພາກເຫນືອ ຢ່າງຕໍ່ເນື່ອງ ຈາກ New South Wales ແລະ Victoria ໄປ Queensland ເພື່ອສວຍໂອກາດໃນລາຄາເຮືອນທີ່ຕ່ຳກວ່າ ເມື່ອປຽບທຽບກັບ New South Wales ແລະ Victoria."
ມີການກ່າວວ່າ ການຜ່ອນກູ້ຢືມຊື້ເຮືອນແມ່ນ "ຍາກເທົ່າທີ່ເຄີຍມີມາກ່ອນ", ຊຶ່ງໃກ້ກັບຈຸດຕ່ຳສຸດ ໃນປີ 1989.
ພວກນັກຊ່ຽວຊານກ່າວວ່າ ຖ້າປາດສະຈາກການເອົາໃຈໃສ່ ຕໍ່ການປຸກທີ່ຢູ່ອາສັຍເພີ່ມ ແລະໂຄງການລິເລີ່ມອື່ນໆ ຂອງ, ມັນອາດເປັນໄປໄດ້ຍາກ ທີ່ຜູ້ຊື້ເຮືອນຫຼັງທໍາອິດ ຫລາຍຄົນ ຈະສາມາດເຂົ້າໄປສູ່ຕລາດໄດ້.
ເນື້ອເລື່ອງໂດຍ Catriona Stirrat ແລະ Mahnaz Angury ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌