ວິກິດການເຮືອນເຊົ່າໃນອອສເຕຣເລັຍ

House Sale by Auction

ເຮືອນຂາຍໂດຍການປະມູນ. ປ້າຍປະກາດຂາຍເຮືອນໂດຍປະມູນ. Source: iStockphoto

ຕລາດຊັບສິນ ຂອງອອສເຕຣເລັຍ ໄດ້ຟື້ນຕົວໄວຂຶ້ນເຖິງສີ່ເທົ່າ ໃນໄລຍະໄຕຣມາດເດືອນມິຖຸນາ ຊຶ່ງຫຼາຍກວ່າສາມເດືອນທີ່ຜ່ານມາ. ພວກນັກວິເຄາະກ່າວວ່າ ການຟື້ນໂຕນີ້ ອາດຈະຊະລໍໂຕລົງໃນໄວໆນີ້ ຊຶ່ງເປີດໂອກາດ ໃຫ້ຜູ້ເຊົ່າ ທີ່ພ້ອມຈະຊື້. ສໍາລັບຜູ້ທີ່ບໍ່ພ້ອມຈະຊື້, ຍັງມີເງື່ອນໄຂທີ່ບີບຮັດ ໂດຍຄ່າເຊົ່າ ຍັງຄົງສູງ ແລະຄາດວ່າ ຍັງຈະເພີ່ມຂຶ້ນອີກ.


ວິກິດການເຮືອນເຊົ່າໃນອອສເຕຣເລັຍ.

ຕລາດຊັບສິນ ຂອງ ໄດ້ຟື້ນຕົວໄວຂຶ້ນເຖິງສີ່ເທົ່າ ໃນໄລຍະໄຕຣມາດເດືອນມິຖຸນາ ຊຶ່ງຫຼາຍກວ່າສາມເດືອນທີ່ຜ່ານມາ.

ພວກນັກວິເຄາະກ່າວວ່າ ການຟື້ນໂຕນີ້ ອາດຈະຊະລໍໂຕລົງໃນໄວໆນີ້ ຊຶ່ງເປີດໂອກາດ ໃຫ້ຜູ້ເຊົ່າ ທີ່ພ້ອມຈະຊື້.

ສໍາລັບຜູ້ທີ່ບໍ່ພ້ອມຈະຊື້, ຍັງມີເງື່ອນໄຂທີ່ບີບຮັດ ໂດຍຄ່າເຊົ່າ ຍັງຄົງສູງ ແລະຄາດວ່າ ຍັງຈະເພີ່ມຂຶ້ນອີກ.

Tys Occhiuzzi ລາຍງານ.

ປະມານຫນຶ່ງເດືອນກ່ອນ, Hiero Badge ແລະ partner ຂອງລາວ ຊຶ່ງເປັນຜູ້ເຊົ່າໃນ Melbourne ໄດ້ຮັບແຈ້ງເຕືອນ ທີ່ຜູ້ເຊົ່າທຸກຄົນບໍ່ຢາກໄດ້ຍິນ.

"Agent ແລະເຈົ້າຂອງເຮືອນຂອງເຮົາ ໄດ້ຕິດຕໍ່ ເພື່ອແຈ້ງການເພີ່ມຂຶ້ນຂອງຄ່າເຊົ່າ ເປັນມູນຄ່າ 565 ໂດລາ, ຊຶ່ງເປັນການເພີ່ມຂຶ້ນ 25 ເປີເຊັນເຕັມ ຈາກຄ່າເຊົ່າເດີມຂອງເຮົາ. ສະນັ້ນ ບໍ່ຈໍາເປັນທີ່ຈະເວົ້າວ່າ ນັ້ນກໍ່ໃຫ້ເກີດຄວາມກັງວົນ ແລະຄວາມເຄັ່ງຕຶງຫຼາຍ ສໍາລັບພວກເຮົາ ແລະພວກເຮົາ ໄດ້ເລີ່ມຊອກຫາເຮືອນໃໝ່ ເພາະວ່າບໍ່ມີທາງ ທີ່ພວກເຮົາຈະສາມາດ ຈ່າຍຄ່າເຊົ່າເພີ່ມຂຶ້ນສູງແບບນີ້."

Hiero ເຮັດວຽກເປັນນັກຂຽນ, ນັກວິຊາການ ແລະຜູ້ສນັບສນຸນການເຊົ່າ, ແລະໄດ້ອາສັຍຢູ່ໃນຫ້ອງພັກນີ້ ເປັນເວລາກວ່າ ຫ້າປີແລ້ວ.

ໃນຊ່ວງເວລາຂອງການປັບຂຶ້ນອັດຕາດອກເບັ້ຍ, ຂ່າວເລື່ອງເງິນເຟີ້ ຊ້າໂຕລົງ ໃນວັນທີ 26 ມິຖຸນາ ບໍ່ໄດ້ເປັນການບັນເທົາຫຍັງເລີຍ.

"ຂ້ອຍສາມາດເວົ້າໄດ້ຢ່າງຫມັ້ນໃຈວ່າ ຂ້ອຍບໍ່ມີແຜນການ ຫຼືຄວາມຄາດຫວັງ ທີ່ຈະເປັນເຈົ້າຂອງຊັບສິນ ຂອງຂ້ອຍເອງ. ເຊັ່ນດຽວກັບຫລາຍຄົນ, ຂ້ອຍໄດ້ເປັນຜູ້ເຊົ່າມາຕລອດຊີວິດ ແລະຂ້ອຍຄຶດວ່າ ຄົງຈະເປັນຜູ້ເຊົ່າ ຕລອດໄປ ເພາະວ່າ ບໍ່ມີວິທີທີ່ຂ້ອຍ ຈະສາມາດທ້ອນເງິນໄດ້ພຽງພໍ ທີ່ຈະມີໂອກາດ ເປັນເຈົ້າຂອງຊັບສິນ. ໃນດ້ານລາຄາເຮືອນທີ່ເພີ້ມຂຶ້ນເຫລົ່ານີ້ ຫມາຍຄວາມວ່າ ບ້ານເຮືອນ ໄດ້ກາຍເປັນເລື້ອງການເງິນຫລາຍຂຶ້ນ ແລະຫລາຍຄົນ ຫຼືຄົນສ່ວນໃຫຍ່ບໍ່ອາດຊື້ໄດ້. ຕອນນີ້ ຫນຶ່ງສ່ວນສາມ ຂອງຄອບຄົວກໍາລັງໃຊ້ຊີວິດຢູ່ໃນຄວາມເຄັ່ງຕຶງ ໃນການເຊົ່າ. ຄວາມເຄັ່ງຕຶງຂອງການເຊົ່າ ໄດ້ກາຍເປັນເລື້ອງປົກກະຕິ, ດັ່ງນັ້ນ ແນ່ນອນວ່າ ບໍ່ເຮັດໃຫ້ຂ້ອຍມີຄວາມຫວັງໃນອະນາຄົດ."

ແຕ່ສໍາລັບຄົນອື່ນເຊັ່ນ Steven Quan, ຕລາດເຊົ່າທີ່ຄັບແຄບນັ້ນແມ່ນບໍ່ໜ້າເປັນຫ່ວງ.

Mr Quan ເປັນທີ່ເອີ້ນກັນວ່າ Rentvestor, ຊຶ່ງຫມາຍຄວາມວ່າ ລາວເປັນເຈົ້າຂອງຊັບສິນ, ແຕ່ອາສັຍຢູ່ໃນເຮືອນເຊົ່າ ທີ່ໃກ້ກັບບ່ອນເຮັດວຽກ, ຫມູ່ເພື່ອນ ແລະຄອບຄົວ.

"ໃນຕອນນີ້ ພວກເຮົາບໍ່ໄດ້ຕ້ອງການ ທີ່ຈະຕັ້ງຖິ່ນຖານໃນບ່ອນໃດບ່ອນຫນຶ່ງ ແລະອາດມີເຮືອນທີ່ຈະອາສັຍຢູ່, ເພາະວ່າ ນັ້ນບໍ່ແມ່ນ ຢູ່ໃນເປົ້າຫມາຍໄລຍະຍາວ ທີ່ພວກເຮົາຕ້ອງການທີ່ຈະບັນລຸ. ດ້ວຍວ່າ ຕລາດເຊົ່ານັ້ນມີສອງດ້ານ, ໃນຖານະຜູ້ລົງທຶນ, ດອກເບັ້ຍກຳລັງເພີ່ມຂຶ້ນ, ແຕ່ຄ່າເຊົ່າກໍກໍາລັງເພີ່ມຂຶ້ນເຊັ່ນກັນ ດັ່ງນັ້ນ ມັນຈຶ່ງເປັນຄວາມສົມດຸນໃນຕອນນີ້."

ລາຄາເຮືອນທົ່ວປະເທດຟື້ນຕົວ 3.4 ເປີເຊັນ ທົ່ວເມືອງຫຼວງ ຈາກພາວະເສດຖະກິດຕົກຕ່ຳ ໃນເດືອນທັນວາ.

Sydney ມີການເຕີບໂຕສູງສຸດ, ຢູ່ທີ່ 6.7 ເປີເຊັນ, ຕິດຕາມດ້ວຍ Darwin, Brisbane ແລະ Hobart.

Adelaide ແລະ Perth ລາຄາສູງສຸດເປັນປວັດການ, ໃນຂນະທີ່ Canberra ຍັງຄົງຢູ່ໃນລະດັບເດີມ.

ການຂາດເຮືອນປະກາດຂາຍໃຫມ່ ນັບຕັ້ງແຕ່ລະດູໃບໄມ້ປົ່ງທີ່ຜ່ານມາ ໄດ້ເປັນປັດຈັຍສໍາຄັນ ທີ່ເປັນພື້ນຖານ ຂອງການຟື້ນໂຕຄືນນັ້ນ...ຈົນເຖິງປະຈຸບັນນີ້.

ຫົວຫນ້າຝ່າຍຄົ້ນຄວ້າ ແລະເສດຖະກິດຂອງ Domain, Dr Nicola Powell ອະທິບາຍ.

"ສິ່ງທີ່ທ່ານມັກຈະພົບ ໃນຊ່ວງທີ່ເສດຖະກິດຕົກຕ່ຳ ແມ່ນຜູ້ຂາຍຈະໂຈະຖ້າ ແລະນັ້ນຄືສິ່ງທີ່ ພວກເຮົາໄດ້ເຫັນ. ແຕ່ສິ່ງທີ່ ພວກເຮົາໄດ້ເຫັນກໍຄື ການຟື້ນໂຕຄືນຢ່າງຕໍ່ເນື່ອງ ຂອງຕລາດທີ່ຢູ່ອາສັຍຂອງອອສເຕຣເລັຍ ແລະຂ້າພະເຈົ້າຄິດວ່າ ມັນພໍ ທີ່ຈະດຶງຜູ້ຂາຍບາງຄົນ ກັບຄືນສູ່ຕລາດ. ມີຫຼາຍເດືອນ ທີ່ມີເຮືອນໃໝ່ຊຶ່ງກໍາລັງຢູ່ລະຫວ່າງກໍ່ສ້າງ ແລະຂ້າພະເຈົ້າຄິດວ່າ ສິ່ງທີ່ພວກເຮົາ ກໍາລັງເຫັນໃນຕອນນີ້ ແມ່ນວ່າ ການຟື້ນຟູລາຄາ ແມ່ນພຽງພໍທີ່ ຈະເຮັດໃຫ້ຜູ້ຂາຍບາງຄົນເຫຼົ່ານັ້ນ ກັບເຂົ້າມາໃນຕລາດຄືນ."

ມັນເປັນການປ່ຽນ ຊຶ່ງພວກນັກຊ່ຽວຊານກ່າວວ່າ ສາມາດ ເຫັນການເຕີບໂຕ ຂອງລາຄາເລີ່ມຊ້າລົງ.

Corelogic ກ່າວວ່າ ຈໍານວນການປະມູນ ກໍເພີ້ມຂຶ້ນເຊັ່ນກັນ.

ມັນເພີ່ມຂຶ້ນ 17.3 ເປີເຊັນ ໃນສັບປະດາຜ່ານມານີ້.

Cameron Kusher ຈາກ Proptrack ກ່າວວ່າ ສໍາລັບຜູ້ເຊົ່າທີ່ຍັງບໍ່ພ້ອມຈະຊື້ເຫລົ່ານັ້ນ, ຈໍານວນເຮືອນໃຫ້ເຊົ່າ ຊຶ່ງໄດ້ຫຼຸດລົງນັ້ນເຮັດໃຫ້ຄວາມກົດດັນສູງຂຶ້ນ.

"ຖ້າເຮົາເບິ່ງໃນລະດັບປະເທດ, ຈໍານວນເຮືອນເຊົ່າ ໃນຕລາດໃນປີນີ້ ແມ່ນ 2.3 ເປີເຊັນ ຕ່ຳກວ່າປີທີ່ຜ່ານມາ, ແຕ່ປີທີ່ຜ່ານມາແມ່ນຕ່ຳສຸດເທົ່າທີ່ເຄີຍມີມາ. ສະນັ້ນ ມັນພຽງແຕ່ຕ່ຳກວ່າໜ້ອຍດຽວເທົ່ານັ້ນ, ແຕ່ພວກເຮົາກໍາລັງເວົ້າເຖິງ ເຮືອນໃຫ້ເຊົ່າໃນປະຣິມານທີ່ຕ່ຳທີ່ສຸດໃນປວັດສາດ.

ຄ່າເຊົ່າທີ່ໂຄສະນາ ໃນທົ່ວເມືອງຫລວງ ແມ່ນ 550 ໂດລາຕໍ່ອາທິດ ໃນເດືອນມິຖຸນາ ຊຶ່ງສະແດງເຖິງການເພີ່ມຂຶ້ນ17 ເປີເຊັນ ໃນໄລຍະ 12 ເດືອນທີ່ຜ່ານມາ.

ຕລາດເຮືອນໃຫ້ເຊົ່າໃນພູມິພາກ ຍັງຄົງຢູ່ທີ່ 480 ໂດລາຕໍ່ອາທິດ.

ມັນບໍ່ໄດ້ສ້າງຄວາມສະບາຍໃຈຫຼາຍ ສໍາລັບ Hiero Badge ທີ່ອາສັຍຢູ່ໃນຕົວເມືອງຂອງ Melbourne.

"ບໍ່ຄິດວ່າ ຜູ້ເຊົ່າທັງປະເທດທີ່ຮູ້ສຶກຫມັ້ນໃຈວ່າ ເຂົາເຈົ້າ ສາມາດຫາບ່ອນອາສັຍຢູ່ບ່ອນໃດ ທີ່ສາມາດຈ່າຍຄ່າເຊົ່າໄດ້, ບ່ອນທີ່ມີຄວາມປອດພັຍ. ຂ້ອຍຄິດວ່າ ຜູ້ເຊົ່າໂດຍທົ່ວໄປ ແມ່ນຮູ້ສຶກກົງກັນຂ້າມກັບສິ່ງນັ້ນ. ພວກເຂົາຮູ້ສຶກອ່ອນແອ ແລະພວກເຂົາຮູ້ສຶກບໍ່ຫມັ້ນໃຈ ເພາະຄ່າເຊົ່າທີ່ສູງຂຶ້ນຢ່າງຫຼວງຫຼາຍ"

ນັກວິເຄາະ ບໍ່ໄດ້ຄາດການວ່າ ຈະມີການເພີ່ມຂຶ້ນ ຂອງເຮືອນໃຫ້ເຊົ່າໃນໄວໆນີ້, ຫມາຍຄວາມວ່າ ລາຄາເຊົ່າມີແຕ່ຈະປັບໂຕໃຫ້ສູງຂຶ້ນອີກ ເທົ່ານັ້ນ.

ເນື້ອເລື່ອງໂດຍ Tys Occhiuzzi  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share