ວິທີທີ່ ພໍ່ແມ່ສາມາດຊ່ວຍເດັກ ທີ່ປະສົບກັບຄວາມເຈັບຊ້ຳ

Caucasian mother comforting son

Kids Trauma - Getty Images/ Jose Luis Pelaez Inc Credit: Jose Luis Pelaez Inc/Getty Images

ບໍ່ວ່າເດັກຈະປະສົບກັບຄວາມເຈັບຊ້ຳຢູ່ຕ່າງປະເທດ ຫຼື ໃນອອສເຕຣເລັຍ ບໍ່ວ່າຈະເປັນເຫດການທີ່ເກີດຂຶ້ນໃນມໍ່ໆນີ້ ຫຼື ອະດີດທີ່ຜ່ານມາເຫີງແລ້ວ, ດ້ວຍການຊ່ວຍເຫຼືອທີ່ເຫມາະສົມ ເດັກສາມາດຟື້ນຕົວໄດ້. ພໍ່ແມ່ ແລະຜູ້ດູແລ ມີບົດບາດສໍາຄັນ ໃນການຊ່ວຍເດັກ ໃຫ້ມີຄວາມຮູ້ສຶກປອດພັຍ ແລະຄວາມເປັນຢູ່ທີ່ດີ. ນີ້ແມ່ນຂັ້ນຕອນ ແລະວິທີບາງຢ່າງ ສໍາລັບພໍ່ແມ່ເພື່ອສນັບສນູນການຟື້ນຕົວຂອງລູກຈາກການເຈັບຊ້ຳ.


ຈຸດສຳຄັນ
  • ຄວາມເຈັບຊ້ຳ ສາມາດສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ໂຄງສ້າງ ແລະການທຳງານຂອງສມອງ.
  • ດ້ວຍການຊ່ວຍເຫຼືອທີ່ຖືກຕ້ອງ, ເດັກສາມາດຟື້ນຕົວຈາກຄວາມເຈັບຊ້ຳ ໃນມໍ່ໆນີ້ ແລະໃນອະດີດ.
  • ໃນບາງກໍຣະນີ, ການຊ່ວຍເຫຼືອຈາກຜູ້ຊ່ຽວຊານແມ່ນຈໍາເປັນ.
Dr Dave Pasalich, ອາຈານສອນອາວຸໂສ ແລະນັກຈິດຕະວິທະຍາ ຄລີນິກ (Clinical Psychologist) ໃນໂຮງຮຽນການແພດ ແລະຈິດຕະວິທະຍາ (School of Medicine and Psychology) ທີ່ ANU, ກ່າວວ່າ ຄວາມຄວາມເຈັບຊ້ຳ ສາມາດເກີດຈາກຫຼາຍປະສົບການ.

ທ່ານຫມໍ Pasalich ອະທິບາຍວ່າ "ເດັກນ້ອຍປະສົບກັບຄວາມເຈັບຊ້ຳ ເມື່ອສຳຜັດກັບເຫດການທີ່ເປັນອັນຕະຣາຍ ຫຼືເປັນພັຍຂົ່ມຂູ່, ແລະພວກເຂົາຮູ້ສຶກຖ້ວມລົ້ນ, ທຸກໃຈ, ແລະເຮັດຫຍັງບໍ່ໄດ້."

"ເຫດການທີ່ຮຸນແຮງເຫຼົ່ານີ້ ລວມເຖິງສິ່ງຕ່າງໆເຊັ່ນ: ພັຍພິບັດທາງທັມມະຊາດ ຫຼືອຸບັດຕິເຫດທາງຣົດ, ສົງຄາມ, ຄວາມຮຸນແຮງ, ການຖືກທາລຸນ, ແລະແມ່ນແຕ່ການແຍກອອກຈາກຜູ້ດູແລ."
Norma Boules ເປັນເຈົ້າຫນ້າທີ່ໂຄງການ ແຊກແຊງເບື້ອງຕົ້ນ (Early Intervention Project Officer) ທີ່ສູນຊັບພະຍາກອນຊາວອົບພະຍົບຊຸມຊົນ (Community Migrant Resource Centre-CMRC) ທີ່ເມືອງ Parramatta, ໃນ Sydney.

CMRC ມີການຊ່ວຍເຫຼືອພິເສດ ແກ່ຜູ້ຍົກຍ້າຍຖິ່ນຖານ, ຜູ້ອົບພະຍົບແລະຜູ້ທີ່ເຂົ້າມາໃນປະເທດ ດ້ານມະນຸດສະທັມ ທີ່ມາເຖິງໃໝ່.

ສ່ວນຫຼາຍ Mrs Boules ຈະເຮັດວຽກຮ່ວມກັບພໍ່ແມ່ ແລະຜູ້ດູແລເດັກ ທີ່ປະສົບກັບເຫດການທີ່ເຈັບຊ້ຳ, ເຊັ່ນສົງຄາມ, ຖືກຍົກຍ້າຍ ຫຼືເປັນຜູ້ເຄາະຮ້າຍ ຈາກຄວາມຮຸນແຮງຢູ່ເຮືອນ.

Mrs Boules ອະທິບາຍວ່າ "ຂ້າພະເຈົ້າ ຮູ້ຕັ້ງແຕ່ຕົ້ນວ່າ ບາງຢ່າງ [ຄວາມເຈັບຊ້ຳ] ທີ່ເກີດຂຶ້ນ ເມື່ອເດັກນ້ອຍ ອາຍຸສາມ ຫລືສີ່ປີ ເປັນຄົນມີຄວາມຮຸນແຮງຫລາຍ.

mother with 2 children on playground
As well as focusing on individual cases, Mrs Boules also runs a few parenting education programs, including the Circle of Security, a program that helps parents understand their child’s emotional world. Credit: Mikael Vaisanen/Getty Images

ຜົນກະທົບຂອງການເຈັບຊ້ຳ ທີ່ມີຕໍ່ສມອງ.

ທ່ານຫມໍ Pasalich ກ່າວວ່າ ຄວາມເຈັບຊ້ຳ ໂດຍສະເພາະເມື່ອມີປະສົບການ ໃນໄລຍະພັດທະນາທີ່ສໍາຄັນ ສາມາດສົ່ງຜົນກະທົບ ຢ່າງເລິກເຊິ່ງຕໍ່ໂຄງສ້າງ ແລະການທຳງານຂອງສມອງ.

ທ່ານຫມໍ Pasalich ກ່າວວ່າ "ໂດຍພື້ນຖານແລ້ວ ເມື່ອເດັກປະເຊີນກັບຄວາມເຈັບ, ໂລກທັງຫມົດກໍຄ້າຍກັບຖືກປີ້ນ. ດັ່ງນັ້ນ, ສິ່ງທີ່ເຄີຍປອດພັຍ ກໍກາຍເປັນອັນຕະຣາຍ ແລະຫນ້າຢ້ານ ໃນປັດຈຸບັນ."

ທ່ານກ່າວຕື່ມວ່າ "ເຮົາຮູ້ວ່າ ຄວາມເຈັບຊ້ຳສາມາດສົ່ງຜົນກະທົບ ຕໍ່ ສມອງ ແລະການພັດທະນາ ທາງຄວາມຮູ້ສຶກທາງສັງຄົມ ຂອງເດັກ, ແຕ່ຍັງຮວມເຖິງ ຄວາມເປັນຢູ່ທີ່ດີ ໃນໄລຍະຍາວ ຂອງເຂົາເຈົ້ານໍາອີກ.”

ໂດຍທົ່ວໄປແລ້ວ ຄວາມເຈັບຊ້ຳ ສາມາດສົ່ງຜົນກະທົບ ຕໍ່ຄວາມປະພຶດຂອງເດັກນ້ອຍ, ຄວາມຄິດຂອງເຂົາ, ຄວາມຮູ້ສຶກ, ແລະຄວາມສໍາພັນ ກັບຄົນອື່ນ ແລະສະນັ້ນ, ສິ່ງນີ້ ສາມາດສົ່ງຜົນກະທົບ ຕໍ່ວິທີ ທີ່ເຂົາເຈົ້າເຮັດວຽກ ທັງຕອນຢູ່ເຮືອນແລະຢູ່ໂຮງຮຽນ.
ຄວາມເຈັບຊ້ຳ ອາດເຮັດໃຫ້ເດັກນ້ອຍ ຮູ້ສຶກໃນວິຕົກກັງວົນຫຼາຍ, ແລະເຫັນພັຍຂົ່ມຂູ່ຢູ່ອ້ອມຂ້າງເຂົາເຈົ້າ ຫຼາຍກວ່າທີ່ເປັນຈິງ ແລະສິ່ງນີ້ ອາດພາໃຫ້ເຂົາເຈົ້າ ຮູ້ສຶກບໍ່ປອດພັຍ ແລະຢ້ານກົວ
Dave Pasalich
ທ່ານຫມໍ Pasalich ກ່າວຕື່ມວ່າ ລະບົບແຂນຂາ (Limbic system) ຂອງສມອງ ໂດຍສະເພາະແມ່ນ Amygdala ອາດຈະມີຄວາມຮູ້ສຶກໄວ ຕໍ່ພັຍຂົ່ມຂູ່ ທີ່ອາດຈະເກີດຂຶ້ນ, ພາໃຫ້ມີຄວາມກັງວົນ ແລະການຕອບສນອງ ຕໍ່ຄວາມຢ້ານກົວເພີ່ມຂຶ້ນ.

"ເດັກນ້ອຍ ທີ່ສຳຜັດກັບເຫດການ ທີ່ເຈັບປວດເປັນເວລາດົນນານ ຈະປ່ຽນໄປ ເປັນຮູບແບບ ການຢູ່ລອດໃນສມອງ ແລະຮ່າງກາຍຂອງເຂົາເຈົ້າ. ແລະພວກເຂົາເຈົ້າ ເຮັດແບບນີ້ ເພື່ອປັບຕົວໃຫ້ເຂົ້າກັບຄວາມວຸ້ນວາຍ ແລະອັນຕະຣາຍຕລອດເວລາ. "

Bree De La Harpe ເຮັດວຽກເປັນ Play Therapist ທີ່ the Be Centre Foundation ໃນ Warriewood, Sydney ກ່າວວ່າ ເມື່ອເດັກນ້ອຍກໍາລັງຢູ່ໃນຮູບແບບການຕໍ່ສູ້ ຫຼືແລ່ນໜີ (Fight or Flight Mode), ພວກເຂົາບໍ່ຮູ້ ກ່ຽວກັບການກະທໍາຂອງພວກເຂົາຢ່າງເຕັມທີ່.

"ພວກເຂົາເຈົ້າຢູ່ໃນສ່ວນ ສັດເລືອຄານ (Reptilian) ຂອງສມອງຂອງພວກເຂົາເຈົ້າ,ພວກເຂົາເຈົ້າບໍ່ຮູ້ເລີຍວ່າ ພວກເຂົາເຈົ້າກໍາລັງເຮັດຫຍັງຢູ່ ຖ້າຫາກວ່າພວກເຂົາເຈົ້າຕີ ຫຼື ໜີອອກຈາກໂຮງຮຽນ; ມັນແມ່ນສ່ວນຫນຶ່ງຂອງ ສມອງ ຂອງເຂົາເຈົ້າທີ່ເຂົ້າຄອບງຳ." Ms De La Harpe ອະທິບາຍ.

ນາງກ່າວຕື່ມວ່າ, "ມັນເປັນລະບົບປະສາດ ຂອງເຂົາເຈົ້າ ໃນຕອນນັ້ນ, 'ຂ້ອຍຕ້ອງປົກປ້ອງຕົວເອງ ເພາະຂ້ອຍບໍ່ຮູ້ສຶກປອດພັຍ.’”
Father and daughter wearing robot costumes at home
As well as showing hyperarousal symptoms, such as hyperactivity, hypervigilance or being easily frightened or startled, a child can also show signs of the hypoarousal —where the child may seem physically slow or sluggish in their movements, may struggle to concentrate, may withdraw from social interactions and may seem less engaged with their surroundings. Credit: MoMo Productions/Getty Images

ພໍ່ແມ່ ແລະຜູ້ເບິ່ງແຍງ ສາມາດເຮັດຫຍັງໄດ້ແດ່ທີ່ຈະຊ່ວຍ?

Melanie Deefholts, ທີ່ປຶກສາທີ່ມີປະສົບການ 14 ປີໃນການ ສນັບສນູນພໍ່ແມ່ ແລະຄູອາຈານໃນໂຮງຮຽນ ທົ່ວອອສເຕຣເລັຍ, ເນັ້ນຫນັກເຖິງຄວາມສໍາຄັນຂອງພໍ່ແມ່ ແລະຜູ້ເບິ່ງແຍງ ໃຫ້ດູແລ ສຸຂະພາບຈິດ ແລະຄວາມຮູ້ສຶກຂອງຕົນເອງ.

"ສໍາລັບຂ້າພະເຈົ້າແລ້ວ, ສ່ວນຫນຶ່ງ ຂອງການຢືນຢັດນັ້ນ ແມ່ນຮັບຮູ້ວ່າ ຂ້າພະເຈົ້າ ເປັນສ່ວນນຶ່ງຂອງພື້ນດິນ ທີ່ເຂົາເຈົ້າຢືນຢູ່. ແລະຂ້າພະເຈົ້າເປັນແນວໃດແດ່?" ນາງກ່າວ.

Dr Pasalich ເນັ້ນເຖິງຄວາມສໍາຄັນສໍາລັບພໍ່ແມ່ ແລະຜູ້ດູແລທີ່ຈະເຂົ້າເຖິງຄວາມຮູ້ສຶກ ແລະຄວາມຕ້ອງການຂອງເດັກ.

"ກ່ອນອື່ນຫມົດ, ມັນສໍາຄັນສໍາລັບພໍ່ແມ່ ທີ່ຈະໃຊ້ ສິ່ງທີ່ເຮົາເອີ້ນວ່າ ການລ້ຽງດູທີ່ລະອຽດອ່ອນ. —ຊຶ່ງກໍແມ່ນ ການຢາກຮູ້ຢາກເຫັນ ກ່ຽວກັບສິ່ງທີ່ພຶດຕິກັມຂອງລູກຂອງທ່ານ ອາດຈະບອກທ່ານ ກ່ຽວກັບຄວາມຕ້ອງການອັນເລິກເຊິ່ງຂອງພວກເຂົາ.

ຕົວຢ່າງເຊັ່ນ: ຖ້າເດັກນ້ອຍຮູ້ສຶກບໍ່ປອດພັຍ ແລະ ບໍ່ສາມາດຄາດເດົາໄດ້ໃນໂລກນີ້ ເຂົາເຈົ້າອາດຈະສະແດງການຄວບຄຸມ ຫຼືແມ່ນແຕ່ພຶດຕິກັມທີ່ຮ້າຍແຮງ. ລາວອະທິບາຍວ່າ ແຕ່ແທນທີ່ຈະຕອບໂຕ້ ຕໍ່ພຶດຕິກັມທີ່ຄວບຄຸມນີ້, ພວກເຮົາ ຄວນພະຍາຍາມຖອຍກັບ ແລະຕອບສນອງ ຄວາມຕ້ອງການທີ່ເລິກຊຶ້ງ ຂອງເດັກດ້ານຄວາມປອດພັຍ.

"ແຕ່ແທນທີ່ຈະຕອບໂຕ້ ຕໍ່ພຶດຕິກັມທີ່ຄວບຄຸມນີ້, ພວກເຮົາ ຄວນພະຍາຍາມຖອຍກັບ ແລະຕອບສນອງ ຄວາມຕ້ອງການທີ່ເລິກຊຶ້ງ ຂອງເດັກດ້ານຄວາມປອດພັຍ...ທ່ານຫມໍ Pasalich ແນະນໍາວ່າລູກຂອງທ່ານ ຈະຕ້ອງການໃຫ້ທ່ານ ມີຄວາມສງົບ ແລະມີຄວາມຮັກ ເພື່ອຊ່ອຍເຫລືອການຟື້ນຟູ ຂອງພວກເຂົາ."

Child Psychotherapy
Dr Pasalich says if a parent is able to provide a supportive relationship and family for that child, many children do recover naturally from traumas. Credit: aquaArts studio/Getty Images
ທ່ານກ່າວວ່າ ມັນຍັງເປັນສິ່ງສໍາຄັນທີ່ຈະສ້າງສະພາບແວດລ້ອມຂອງບ້ານທີ່ປອດພັຍ ແລະ ຫມັ້ນຄົງ ແລະ ໃຊ້ເວລາທີ່ມີຄຸນນະພາບນໍາກັນ.

Tiana Wilson ນັກຈິດຕະວິທະຍາ ແລະປະຈຸບັນ ເປັນ Play Therapist ທີ່ສູນ Be Centre ອະທິບາຍວ່າ ຄວາມເຈັບຊ້ຳ ບໍ່ຈໍາເປັນຕ້ອງເກີດຂຶ້ນເມື່ອມໍ່ໆນີ ໃນການຟື້ນຟູທີ່ເປັນໄປໄດ້.

ຄວາມເຈັບຊ້ຳ ຫຼາຍຢ່າງ ຖືກເກັບໄວ້ໂດຍບໍ່ຮູ້ຕົວ, ແລະສາມາດໄດ້ຮັບການຫຼໍ່ລ້ຽງຢ່າງແນ່ນອນ, ຖືກເກັບໄວ້, ສນັບສນູນ, ແລະປິ່ນປົວ. ມັນບໍ່ຈໍາເປັນ ຕ້ອງໄດ້ຮັບການແກ້ໄຂໃນທັນທີ. ເຫັນໄດ້ຢ່າງຊັດແຈ້ງວ່າ, ຖ້າເຮົາສາມາດ ເຂົ້າມາແຊກແຊງ ແລະສນັບສນູນໄວເທົ່າໃດ, ກໍຈະຍິ່ງດີຂຶ້ນ.
Tiana Wilson
Dr Pasalich ແນະນໍາວ່າ ໃນບາງກໍຣະນີ, ການຂໍຄວາມຊ່ວຍເຫຼືອ ຈາກຜູ້ຊ່ຽວຊານກໍເປັນສິ່ງຈໍາເປັນ.

"ພວກເຮົາຄາດວ່າ ຈະມີໄລຍະເວລາ ໃນການປັບຕົວສໍາລັບເດັກ ທີ່ປະສົບກັບເຫດການທີ່ເຈັບຊ້ຳ, ຢ່າງໃດກໍຕາມ, ຖ້າລູກຂອງທ່ານ ບໍ່ໄດ້ສະແດງວ່າມີການຟື້ນຕົວ, ຫຼືບາງທີ ຖ້າຫາກວ່າບັນຫາຈະເພີ້ມຂຶ້ນ ແລະສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງເຂົາເຈົ້າ, ແລ້ວມັນເປັນສິ່ງສໍາຄັນແທ້ໆ ທີ່ຈະຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ." ທ່ານຫມໍ Pasalich ກ່າວ.

ບ່ອນທີ່ທ່ານສາມາດຂໍຄວາມຊ່ວຍເຫຼືອ
ເນື້ອເລື່ອງໂດຍ Chiara Pazzano ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share