ທ່ານຈັດການເລື່ອງດູແລລູກທ່ານແນວໃດ ຫຼັງຈາກແຍກກັນ?

Family law concept. Family Paper and Judge gavel on the table

Family Court is always the last option, but resources are available to guide you through the process. Source: Moment RF / Rapeepong Puttakumwong/Getty Images

ພາຍໃຕ້ກົດຫມາຍຄອບຄົວສິດທິສວັດດີການຂອງເດັກ ຊີ້ນໍາ ການເຈຣະຈາການລ້ຽງດູທຸກຢ່າງ ຫຼັງຈາກການແຍກກັນ ຫຼືການຢ່າຮ້າງ. ເດັກນ້ອຍອາຍຸຕໍ່າກວ່າ 18 ປີບໍ່ສາມາດຕັດສິນໃຈໄດ້ ຢ່າງຖືກກົດຫມາຍ ວ່າຈະຢູ່ໃສ, ດັ່ງນັ້ນ ຈຶ່ງມີແຫຼ່ງຂໍ້ມູນເພື່ອຊ່ວຍໃຫ້ພໍ່ແມ່ ຕົກລົງກັນ ກ່ຽວກັບການຈັດຕຽມການດູແລທີ່ປອດພັຍ, ປະຕິບັດໄດ້ ແລະແນໃສ່ເດັກເປັນສຳຄັນ.


ຈຸດສໍາຄັນ
  • ພາຍໃຕ້ກົດຫມາຍຄອບຄົວຂອງອອສເຕຣເລັຍຜົນປໂຍດຂອງເດັກ ແມ່ນສໍາຄັນທີ່ສຸດ.
  • ພໍ່ແມ່ສ່ວນຫລາຍ ຕົກລົງການລ້ຽງດູ ແບບບໍ່ເປັນທາງການ.
  • ເມື່ອພໍ່ແມ່ບໍ່ສາມາດຕົກລົງກັນໄດ້ ພວກເຂົາເຈົ້າສາມາດເຂົ້າຮ່ວມການໄກ່ເກັ່ຍໄດ້.
  • ສານຄອບຄົວແມ່ນ ທາງເລືອກສຸດທ້າຍສເມີ ແຕ່ມີແຫຼ່ງຂໍ້ມູນ ທີ່ຈະແນະນຳທ່ານ ຕລອດຂບວນການ.
ກົດຫມາຍຄອບຄົວ ມີຜົນບັງຄັບໃຊ້ຢ່າງເທົ່າທຽມກັນ ກັບພໍ່ແມ່ທີ່ແຕ່ງດອງແລ້ວ, de facto ຫຼືພໍ່ແມ່ ທີ່ເປັນເພດດຽວກັນ ລວມທັງຜູ້ດູແລ ເຊັ່ນ: ປູ່ຍ່າຕາຍາຍ.

ກົດຫມາຍຄອບຄົວ ເຮັດໃຫ້ແນ່ໃຈວ່າ ເດັກມີສິດ ທີ່ຈະຮັກສາຄວາມສໍາພັນທີ່ມີຄວາມຫມາຍ ກັບພໍ່ແມ່ທັງສອງ, ໂດຍບໍ່ມີການສົມມຸດຕິຖານໃດໆ ກ່ຽວກັບເພດ ຫຼືບົດບາດການລ້ຽງດູ ພາຍໃນຄອບຄົວ.

ນີ້ຫມາຍຄວາມວ່າ ຫລັງຈາກໄດ້ແຍກກັນແລ້ວ ທັງພໍ່ແມ່ກໍບໍ່ມີສິດ ທີ່ຈະດູແລລູກໂດຍອັດຕະໂນມັດ, ຫລືຈະຕັດສິນໃຈແທນພໍ່ແມ່ຄົນອື່ນ.

Bernadette Grandinetti ຜູ້ຮັກສາການManager ທີ່ Victoria Legal Aid ກ່າວວ່າ ພາຍໃຕ້ກົດຫມາຍຄອບຄົວ ຖືວ່າພໍ່ແມ່ມີຄວາມຮັບຜິດຊອບຮ່ວມ ເທົ່າທຽມກັນ.
ຈຸດເລີ່ມຕົ້ນ ສໍາລັບການພິຈາຣະນາຄວາມຮັບຜິດຊອບຂອງພໍ່ແມ່ – ຊຶ່ງແມ່ນການຕັດສິນໃຈທີ່ສໍາຄັນ ໃນໄລຍະຍາວ ກ່ຽວກັບເດັກ – ຄືຄວາມຮັບຜິດຊອບຮ່ວມຂອງພໍ່ແມ່ ທີ່ແບ່ງປັນເທົ່າທຽມກັນ ລະຫວ່າງພໍ່ແມ່.
Bernadette Grandinetti, Acting Program Manager, Victoria Legal Aid
ມີແຕ່ສານເທົ່ານັ້ນ ທີ່ສາມາດຫ້າມບໍ່ໃຫ້ພໍ່ແມ່ພົບລູກໄດ້ ເຊັ່ນໃນກໍລະນີ ຂອງຄວາມຮຸນແຮງໃນຄອບຄົວ.

ຄວາມຮັບຜິດຊອບຮ່ວມທີ່ເທົ່າທຽມກັນ ບໍ່ໄດ້ຫມາຍຄວາມວ່າ ລູກຕ້ອງໃຊ້ເວລາ ເທົ່າທຽມກັນກັບພໍ່ແມ່ແຕ່ລະຄົນ. ພໍ່ແມ່ສາມາດກໍານົດຮ່ວມກັນໄດ້ ວ່າຂໍ້ຕົກລົງໃດເຫມາະສົມທີ່ສຸດ.

ພໍ່ແມ່ທັງສອງ ຕ້ອງສນັບສນູນ ທາງດ້ານການເງິນ ບໍ່ວ່າເຂົາເຈົ້າຈະຢູ່ກັບໃຜກໍຕາມ.
So excited to see daddy!
Equal shared parental responsibility means both parents must support the child financially. Credit: PeopleImages/Getty Images

ແຜນການລ້ຽງດູ

ພໍ່ແມ່ຫລາຍຄົນ ທີ່ແຍກກັນ ສາມາດຈັດການເລື່ອງການລ້ຽງດູ ແບບບໍ່ເປັນທາງການ ແລະດ້ວຍຄໍາເວົ້າລະຫວ່າງກັນໄດ້.

ພໍ່ແມ່ອາດຈະເລືອກທີ່ຈະຂຽນ ແລະລົງນາມໃນຂໍ້ຕົກລົງ ທີ່ກາຍເປັນ 'ແຜນການລ້ຽງດູ'.

ແຜນການລ້ຽງດູ ບໍ່ມີຜົນຜູກມັດທາງກົດຫມາຍ. ມັນມີເປົ້າຫມາຍ ທີ່ຈະຫລຸດຜ່ອນຂໍ້ຂັດແຍ່ງ ພາຍຫຼັງການແຍກທາງກັນ, ເມື່ອພໍ່ແມ່ ອາດຈະສື່ສານຜິດພາດ. ແຜນການອາດລວມເຖິງ ການຈັດຕຽມທາງດ້ານການເງິນຢ່າງຕໍ່ເນື່ອງ ແລະການຕົກລົງ ກ່ຽວກັບການຈັດທີ່ຢູ່ອາສັຍ.

"ຕົວຢ່າງ, ເດັກນ້ອຍອາສັຍຢູ່ກັບແມ່ ໃນວັນນີ້ ແລະພໍ່ໃນວັນນີ້," ອີງຕາມທ່ານ Shireen Faghani ທະນາຍຄວາມອາວຸໂສ ທີ່ Women’s Legal Service ໃນ ACT.

"ທ່ານອາດມີຄໍາແນະນໍາບາງຢ່າງ ກ່ຽວກັບວິທີ ທີ່ທ່ານຈະຕິດຕໍ່ສື່ສານກັນ ໃນຖານະພໍ່ແມ່."

ແຜນການລ້ຽງດູ ແມ່ນມີຄວາມຍືດຍຸ່ນ ແລະສາມາດແກ້ໄຂໄດ້ ເມື່ອຄວາມຕ້ອງການຂອງລູກຂອງທ່ານປ່ຽນໄປ.

ຖ້າທ່ານບັນລຸຂໍ້ຕົກລົງ ແລະຕັດສິນໃຈ ທີ່ຈະເຮັດໃຫ້ມີຜົນຜູກມັດ ທາງກົດຫມາຍ, ທ່ານສາມາດສມັກແບບອອນລາຍນ໌ ແລະສານໃນວົງຈອນ(Circuit Court) ແລະສານຄອບຄົວຂອງອອສເຕຣເລັຍ ສໍາລັບສິ່ງທີ່ເອີ້ນວ່າ .
Why are they arguing?
Little girl feeling sad while her parents are arguing in the background. Credit: skynesher/Getty Images

ການລະງັບຂໍ້ຂັດແຍ່ງໃນຄອບຄົວ

ໃນກໍຣະນີ ທີ່ພໍ່ແມ່ບໍ່ສາມາດບັນລຸຂໍ້ຕົກລົງໄດ້, ຕາມປົກກະຕິແລ້ວຂັ້ນຕອນຕໍ່ໄປ ແລ້ວແມ່ນການໄກ່ເກັ່ຍ ຫລືການລະງັບຂໍ້ຂັດແຍ່ງໃນຄອບຄົວ,

ຄນະກັມມະການ ຊ່ວຍເຫຼືອທາງກົດຫມາຍ (ໃນແຕ່ລະຣັດ ແລະເຂດປົກຄອງ ສເນີໃຫ້ການຊ່ວຍເຫຼືອການໄກ່ເກັ່ຍ ສໍາລັບຜູ້ ມີສິດ ໄດ້ຮັບການຊ່ວຍເຫຼືອ ທາງດ້ານການເງິນ. ນອກຈາກນີ້ ຍັງມີບໍຣິການ ການໄກ່ເກັ່ຍ ຊຸມຊົນ ແລະເອກກະຊົນອີກດ້ວຍ.

ສານຄອບຄົວມີ ແຫລ່ງຂໍ້ມູນລະງັບຂໍ້ຂັດແຍ່ງໃນຄອບຄົວ (ເພື່ອຊ່ວຍພໍ່ແມ່ໃຫ້ບັນລຸຂໍ້ຕົກລົງ ແລະຫຼີກເວັ້ນການຂຶ້ນສານ. ນອກນັ້ນ ທ່ານຍັງສາມາດໃຊ້ບໍຣິການຊ່ວຍເຫຼືອທາງດ້ານກົດຫມາຍ ແລະຊັບພະຍາກອນຕ່າງໆ ເຊັ່ນ: .

ພໍ່ແມ່ ທີ່ແຍກທາງກັນ ສ່ວນຫລາຍ ສາມາດເຮັດຂໍ້ຕົກລົງການລ້ຽງດູລູກໂດຍບໍ່ຕ້ອງໄປສານ.

"ຂໍ້ຕົກລົງທີ່ເຈຣະຈາລະຫວ່າງພໍ່ແມ່ ແມ່ນຮູ້ກັນດີວ່າ ມີປະສິດທິຜົນຫຼາຍ ໃນການຫຼຸດຜ່ອນ ຂໍ້ຂັດແຍ່ງ ແລະ ສ້າງຄວາມໝັ້ນໃຈ ໃຫ້ແກ່ເດັກນ້ອຍ," ອີງຕາມເຈົ້າຫນ້າທີ່ທະບຽນກົດໝາຍ ອາວຸໂສ Anne-Marie Rice ຈາກ Federal Circuit ແລະ Family Court of Australia
Young Family Reunites After Work and School
L'aumento del costo della vita sta avendo ripercussioni su migliaia di famiglie in Australia. Source: Moment RF / LOUISE BEAUMONT/Getty Images
ຜູ້ປະຕິບັດງານ ລະງັບຂໍ້ຂັດແຍ່ງໃນຄອບຄົວ (Family Dispute Resolution Practitioner - FDRP) ເປັນຜູ້ໄກ່ເກັ່ຍ ທີ່ໄດ້ຮັບການຝຶກອົບຮົມເປັນພິເສດ ເຊິ່ງເຮັດວຽກຮ່ວມກັບຄອບຄົວທີ່ມີຄວາມຂັດແຍ່ງ.

ລາຍຊື່ຂອງ FDRPs ແມ່ນມີຢູ່ໃນ ເວັບໄຊ, ລວມທັງສະຖານທີ່ ແລະຄ່າໃຊ້ຈ່າຍຂອງເຂົາເຈົ້າ. ຜູ້ໄກ່ເກັ່ຍສ່ວນຕົວ ຍັງສເນີການບໍຣິການນີ້, ປົກກະຕິແລ້ວ ຄ່າໃຊ້ຈ່າຍຈະສູງກວ່າ.

ທ່ານບໍ່ຈໍາເປັນຕ້ອງມີທະນາຍຄວາມ ທີ່ຈະເຂົ້າຮ່ວມ ການລະງັບຂໍ້ຂັດແຍ່ງໃນຄອບຄົວ. FDRPs ຮັບຮອງວ່າການເຈຣະຈາ ມີຄວາມປອດພັຍ, ແລະຈະສົນທະນາກ່ຽວກັບຄວາມກັງວົນຫຼືຄວາມສ່ຽງຕ່າງໆກັບທ່ານເປັນສ່ວນຕົວ ກ່ອນການເຈຣະຈາໃດໆ – ລວມທັງຄວາມຮຸນແຮງໃດໆພາຍໃນຄອບຄົວ. ນອກນັ້ນ ທ່ານຍັງສາມາດຂໍຜູ້ແປພາສາໄດ້ນຳອີກ.

ຖ້າທ່ານໄດ້ຮັບການເຊື້ອເຊີນ ຈາກພໍ່ແມ່ອີກຄົນຫນຶ່ງ ໃຫ້ເຂົ້າຮ່ວມ FDR, ໃຫ້ພິຈາຣະນາຢ່າງລະມັດລະວັງ ແລະຂໍຄໍາແນະນໍາທາງກົດຫມາຍ ຖ້າຫາກວ່າທ່ານມີຄໍາຖາມ.

ຖ້າທ່ານເລືອກທີ່ຈະບໍ່ເຂົ້າຮ່ວມ, ອາດຈະ ມີການຕັດສິນຕ່າງໆ ໂດຍບໍ່ມີຂໍ້ມູນ ຫຼືຄວາມເຫັນຂອງທ່ານ.

ສານຄອບຄົວ

ເຖິງແມ່ນວ່າ ທ່ານຈະໄປສານເພາະວ່າທ່ານບໍ່ໄດ້ບັນລຸຂໍ້ຕົກລົງກັນ, ໂອກາດທີ່ຈະໄປຮອດການພິຈາຣະນາຄະດີໂດຍຜູ້ພິພາກສານັ້ນ ຈະຕໍ່າຫຼາຍ, ນາຍທະບຽນ Rice ອະທິບາຍ.
ສານຈະຊ່ວຍໃຫ້ທ່ານ ຊອກຫາວິທີໃນການເຈຣະຈາຂໍ້ຕົກລົງ ທີ່ເໝາະສົມກັບທ່ານ ແລະລູກຂອງທ່ານ ຢ່າງປອດພັຍ.
Senior Judicial Registrar Anne-Marie Rice, Federal Circuit and Family Court of Australia.
The Federal Circuit ແລະ Family Court of Australia ມີໜ້າທີ່ ທີ່ຈະຊ່ວຍພໍ່ແມ່ແກ້ໄຂຂໍ້ຂັດແຍ່ງ ໃຫ້ມີປະສິດທິພາບເທົ່າທີ່ຈະເປັນໄປໄດ້. ເຖິງຢ່າງນັ້ນກໍຕາມ, ສານບໍ່ແມ່ນທາງເລືອກທີ່ຕ້ອງການ.

"ຂ້າພະເຈົ້າຄິດວ່າ ທຸກຄົນທີ່ເຮັດວຽກໃນລະບົບກົດຫມາຍຄອບຄົວ ຈະເວົ້າວ່າ ສານເປັນທາງເລືອກສຸດທ້າຍ...ຜູ້ໃດກໍຕາມ ທີ່ຢາກຍື່ນຄຳຮ້ອງຕໍ່ສານສໍາລັບຄໍາສັ່ງຢ່າງເປັນທາງການກ່ຽວກັບເດັກ-ຍົກເວັ້ນແຕ່ ໃນກໍລະນີຮີບດ່ວນ ແລະມີຄວາມສ່ຽງສູງ-ກ່ອນອື່ນ ພະຍາຍາມທີ່ຈະບັນລຸຂໍ້ຕົກລົງ ກັບພໍ່ແມ່ອີກຄົນຫນຶ່ງ." Registrar Rice ກ່າວ.

"ນັ້ນຫມາຍຄວາມວ່າ ເຂົາເຈົ້າຕ້ອງໄປຮ່ວມການໄກ່ເກັ່ຍ ກັບ FDRP ທີ່ລົງທະບຽນ ,ແລ້ວຄອບຄົວຕ້ອງໄດ້ຮັບໃບຮັບຮອງ ເພື່ອຢັ້ງຢືນວ່າ ບໍ່ສາມາດຕົກລົງກັນໄດ້."

ຄໍາສັ່ງຂອງສານ ແມ່ນເອກະສານທີ່ເປັນທາງການ, ເປັນລາຍລັກອັກສອນ ທີ່ກໍານົດວ່າພໍ່ແມ່ຕ້ອງເຮັດແນວໃດກ່ຽວກັບລູກ, ຫຼືກ່ຽວກັບການເງິນ. ຄໍາສັ່ງສາມາດອອກໄດ້ ໂດຍການຍິນຍອມເຫັນດີ ລະຫວ່າງພໍ່ແມ່ ຫຼື ໂດຍເຈົ້າຫນ້າທີ່ ທະບຽນ ຫຼືຜູ້ພິພາກສາ ພາຍຫຼັງການພິຈາຣະນາ. ຄໍາສັ່ງມີຜົນຜູກມັດ ຢ່າງຖືກຕ້ອງຕາມກົດຫມາຍ ແລະມີຜົນບັງຄັບໃຊ້ຈົນກວ່າເດັກມີອາຍຸຄົບ 18 ປີ.

ສານຖືເອົາຄໍາສັ່ງຢ່າງຈິງຈັງ ແລະການຝ່າຝືນຄໍາສັ່ງ ອາດຈະມີຜົນສະທ້ອນທີ່ສໍາຄັນ.

ເວັບໄຊທ໌ຂອງສານ (ມີຊັບພະຍາກອນ ເພື່ອຊ່ວຍໃຫ້ທ່ານໄດ້ຮັບການເລີ່ມຕົ້ນ ດ້ວຍການປະກອບເອກະສານ.

Father packing daughters backpacks for school
When planning to move overseas or interstate with your child, consent from the other parent is required unless you are seeking a court order. Credit: MoMo Productions/Getty Images

ການຍົກຍ້າຍທີ່ຢູ່ ກັບລູກຂອງທ່ານ

ການຍ້າຍໄປຢູ່ຕ່າງປະເທດ ຫຼື ຕ່າງຣັດກັບລູກຂອງທ່ານ ຕ້ອງໄດ້ຮັບການຍິນຍອມ ຈາກພໍ່ແມ່ຄົນອື່ນ ເວັ້ນເສັຍແຕ່ທ່ານມີຄໍາສັ່ງຂອງສານ.

Shireen Faghani ເນັ້ນວ່າ "ນີ້ແມ່ນຕອນທີ່ທ່ານ ຄວນຈະລົມກັບທະນາຍຄວາມ." ສານຈະພິຈາຣະນາສິ່ງຕ່າງໆ ເຊັ່ນຄວາມປອດພັຍ, ບໍ່ວ່າການຍ້າຍນັ້ນ ຫມາຍຄວາມວ່າເຂົາເຈົ້າຈະເຂົ້າໃກ້ຄອບຄົວ ແລະການສນັບສນູນ ຫຼືທາງດ້ານການເງິນຫຼືບໍ່."

ຄໍາແນະນໍາດ້ານກົດຫມາຍ

Bernadette Grandinetti ກ່າວວ່າ ລະບົບນີ້ ອາດຈະເປັນຫນ້າຢ້ານກົວ ແຕ່ມີການສນັບສນູນ ແມ່ນເພື່ອຊ່ວຍນຳທາງໃຫ້ທ່ານ.

"ຖ້າຫາກວ່າທ່ານໄດ້ແຍກທາງກັນ ແລະທ່ານບໍ່ແນ່ໃຈວ່າ ຈະເຮັດແນວໃດ ຫຼືທ່ານຮູ້ສຶກຖືກກົດດັນໃຫ້ຕົກລົງກັບການລ້ຽງດູ, ທ່ານຄວນຂໍຄໍາແນະນໍາທາງດ້ານກົດຫມາຍ ກ່ອນທີ່ຈະຕົກລົງກັນ, ໂດຍສະເພາະ ຖ້າຫາກວ່າ ທ່ານກໍາລັງປະສົບກັບຄວາມຮຸນແຮງໃນຄອບຄົວ."

Share