Key Points
- ໃນພາວະສຸກເສີນທາງການແພດ ໃຫ້ໂທຣະສັບໄປທີ່ Triple Zero (000) ສເມີ.
- ທຸກຄົນສາມາດໂທຫາ ຣົດພະຍາບານໄດ້ ຈາກທຸກບ່ອນໃນອອສເຕຣເລັຍ.
- ໃຫ້ຂໍ້ມູນສະເພາະ ແລະລະອຽດ ເມື່ອເອີ້ນຣົດພະຍາບານ.
- ບໍຣິການຣົດພະຍາບານ ບໍ່ໄດ້ຟຣີໃນທຸກຣັດ ແລະເຂດປົກຄອງຕ່າງໆ.
ຣົດພະຍາບານ ແມ່ນຍານພາຫະນະ ທີ່ມີອຸປະກອນເພື່ອໃຫ້ການດູແລສຸກເສີນ ແກ່ຜູ້ເຈັບປ່ວຍ ຫຼືບາດເຈັບ, ແລະພາເຂົາເຈົ້າໄປໂຮງຫມໍ ຖ້າຈໍາເປັນ.
ດຣ. Simon Sawyer ເປັນແພດທີ່ລົງທະບຽນ ແລະເປັນຜູ້ອໍານວຍການຝ່າຍການສຶກສາ ຢູ່ວິທະຍາໄລ Paramedical ຂອງອອສເຕຣເລັຍ.
ເມື່ອໃດຄວນຈະໂທຫາຣົດພະຍາບານ
Dr Sawyer ກ່າວວ່າ ອາດຈະມີສະຖານະການຫຼາຍຢ່າງທີ່ຄວນໂທຫາ Triple zero (000) ແລະ ຂໍຣົດພະຍາບານ, ຮວມທັງຕອນ ທີ່ມີຄົນ:
- ກໍາລັງມີອາການຫົວໃຈວາຍ ຫຼືທ່ານຄິດວ່າພວກເຂົາເຈົ້າ ກໍາລັງມີອາການຫົວໃຈວາຍ;
- ມີອາການເຈັບຫນ້າເອິກ ຫຼືແຫນ້ນຫນ້າເອິກ ໂດຍບໍ່ຮູ້ສາເຫດ;
- ໝົດສະຕິຢ່າງກະທັນຫັນ ຫລືເປັນເປັ້ຍອ່ອນ ຫລືມຶນງົງ ຫລືເປັນອໍາມະພາດຢ່າງກະທັນຫັນ;
- ເປັນຜູ້ເຄາະຮ້າຍຈາກຄວາມຮຸນແຮງ ເຊັ່ນການຖືກແທງ ຫລືຖືກຍິງ;
- ຖືກໄຟໄໝ້ ຫຼືນ້ຳຮ້ອນລວກ ແລະໂດຍສະເພາະ ມັນເປັນສິ່ງສໍາຄັນ ທີ່ຈະໂທຫາຣົດພະຍາບານ ສໍາລັບເດັກນ້ອຍ.
- ໃນກໍຣະນີທີ່ມີການຊັກ, ບາດເຈັບ, ຕົກຈາກຄວາມສູງ ຊຶ່ງທ່ານໄດ້ຮັບບາດເຈັບ;

ທ່ານຄວນໂທຣະສັບຫາ Triple Zero (000) ຖ້າຫາກມີຄົນໄດ້ຮັບບາດເຈັບສາຫັດ ຫຼື ຕ້ອງການຄວາມຊ່ອຍເຫຼືອທາງແພດດ່ວນ. Credit: PixelsEffect/Getty Images
ຖ້າຫາກວ່າທ່ານຢູ່ບ່ອນທີ່ມັນຊອກຫາຍາກ, ເວັ້ນເສັຍແຕ່ວ່າ ທ່ານບອກພວກເຮົາວ່າທ່ານຢູ່ໃສ, ພວກເຮົາຈະບໍ່ຮູ້ບ່ອນທ່ານຢູ່.Dr Simon Sawyer, Registered Paramedic, and Director of Education at the Australian Paramedical College.
ດັ່ງນັ້ນ, ມັນເປັນສິ່ງສໍາຄັນ ທີ່ຈະໃຫ້ຂໍ້ມູນທີ່ຊັດເຈນ ເທົ່າທີ່ຈະເປັນໄປໄດ້ ເມື່ອທ່ານໂທຫາ Triple Zero (000), ດຣ. Sawyer ອະທິບາຍ.
"ສະນັ້ນ ຖ້າຫາກວ່າທ່ານຢູ່ໃນກາງເທດສະການດົນຕີ, ຖ້າຫາກວ່າທ່ານຢູ່ໃນກາງ supermarket, ຖ້າຫາກວ່າທ່ານຢູ່ໃນຟາມ ແລະທ່ານບໍ່ມີປ້າຍຫົນທາງທີ່ເຫມາະສົມ ແລະບາງທີ ທ່ານອາດຈະບໍ່ມີກ່ອງຈົດຫມາຍທີ່ມີເລກເຮືອນຂອງທ່ານ, ພວກເຮົາບໍ່ມີທາງທີ່ຈະຮູ້ວ່າທ່ານຢູ່ໃສ".
ທຸກຄົນສາມາດໂທຫາ Triple Zero (000)
ການໂທຫາ Triple Zero ແມ່ນຟຣີ ແລະສາມາດເຮັດໄດ້ 24 ຊົ່ວໂມງຕໍ່ມື້, ເຈັດມື້ຕໍ່ອາທິດ ຈາກໂທຣະສັບໃນເຮືອນ, ໂທຣະສັບສາທາຣະນະ ຫຼືໂທຣະສັບມືຖື.
ບໍ່ຈໍາເປັນ ທີ່ຈະມີເຄຣດິດໂທຣະສັບ (ມືຖື) ເພື່ອໂທຫາ Triple Zero (000), ດຣ. Simon Sawyer ອະທິບາຍ.
ທຸກຄົນສາມາດໃຊ້ບໍຣິການ Triple Zero (000) ໄດ້. ທ່ານບໍ່ຈໍາເປັນຕ້ອງເປັນຜູ້ສະມາຊິກ, ທ່ານບໍ່ຈໍາເປັນຕ້ອງເປັນພົນລະເມືອງ. ເດັກນ້ອຍຫຼື ຜູ້ໃຫຍ່ກໍສາມາດໂທໄດ້. ທ່ານສາມາດຢູ່ໃນວັນພັກ, ຢູ່ທຸກບ່ອນໃນອອສເຕຣເລັຍ.Dr Simon Sawyer.
ຖ້າຫາກວ່າ ຜູ້ໃດມີຄວາມບົກພ່ອງທາງການເວົ້າ ຫຼືການໄດ້ຍິນ, ພວກເຂົາສາມາດສົ່ງຂໍ້ຄວາມໄປທີ່ 106, ເຊິ່ງເປັນການບໍຣິການ ທີ່ໃຊ້ຂໍ້ຄວາມ.

“ທ່ານອາດຈະຢູ່ຣັດອື່ນຊຶ່ງບໍ່ແມ່ນຣັດທີ່ທ່ານອາສັຍຢູ່ຕາມປົກກະຕິ. ທ່ານບໍ່ຈຳເປັນຕ້ອງຢູ່ບ້ານ.” ທ່ານຫມໍ Sawyer ກ່າວ. Source: Moment RF / skaman306/Getty Images
ເກີດຫຍັງຂຶ້ນ ເມື່ອທ່ານໂທຫາ Triple Zero (000)
ຜູ້ທີ່ຕອບສາຍ Triple zero ຂອງທ່ານ ຈະຖາມຄໍາຖາມ ເພື່ອຕັດສິນໃຈວ່າ ສະຖານະການຂອງທ່ານ ເປັນພາວະສຸກເສີນຫຼືບໍ່.
ດຣ. Sawyer ກ່າວວ່າ ວິທີທີ່ທ່ານຕອບຄໍາຖາມເຫລົ່ານັ້ນ ແມ່ນສິ່ງສໍາຄັນຫລາຍ.
"ສະນັ້ນໃຫ້ຄຳຕອບທີ່ສະເພາະທີ່ສຸດ ເທົ່າທີ່ຈະເປັນໄປໄດ້. ເວົ້າໃນຖານະແພດ, ມັນເປັນສິ່ງສໍາຄັນສໍາລັບຂ້ອຍ ທີ່ຈະຮູ້ຢ່າງແນ່ນອນວ່າ ຂ້ອຍຈະເຮັດແນວໃດ ດ້ວຍເຫດຜົນຫຼາຍຢ່າງ. ດັ່ງນັ້ນ, ທ່ານອາດຈະເວົ້າວ່າ, ຍົກຕົວຢ່າງ, ຂ້າພະເຈົ້າໄດ້ເກີດອຸບັດຕິເຫດທາງຣົດ. ຄູ່ຂອງຂ້ອຍບໍ່ຫາຍໃຈ, ຄູ່ຂອງຂ້ອຍເຈັບຫນ້າເອິກ..."
ຜູ້ຮັບສາຍ ຍັງຈະຖາມວ່າ ມີຄົນເຈັບປ່ວຍ ຫຼືໄດ້ຮັບບາດເຈັບຈັກຄົນ.
"ທ່ານຫມໍ Sawyer ກ່າວຕື່ມວ່າ "ມັນເປັນສິ່ງສໍາຄັນ ເພາະວ່າຖ້າຫາກວ່າ ມັນເປັນພຽງຄົນດຽວ ບາງທີຣົດພະຍາບານພຽງຄັນດຽວ ຄົງຈະພໍ, ແຕ່ຖ້າມີສາມຄົນໄດ້ຮັບບາດເຈັບ, ຣົດພະຍາບານຄັນຫນຶ່ງ ຈະບໍ່ພຽງພໍ ແລະພວກເຮົາ ອາດຈະຕ້ອງສົ່ງຫລາຍກວ່ານັ້ນ."
ຂໍ້ມູນກ່ຽວກັບອາຍຸ ແລະເພດຂອງຄົນເຈັບ ກໍມີຄວາມສໍາຄັນເຊັ່ນກັນ ເພາະມັນຊ່ວຍໃຫ້ແພດກຽມຢາ ແລະຂນາດເຄື່ອງມືທີ່ເຫມາະສົມ ທີ່ຈໍາເປັນ. ນັ້ນລວມເຖິງການຮູ້ວ່າ ຄົນເຈັບລະບຸວ່າ ເປັນຄົນຂ້າມເພດ (Transgenders) ຫຼື non-binary.
ດຣ. Sawyer ກ່າວວ່າ ການຮູ້ອາຍຸຂອງຄົນ ນັ້ນແມ່ນມີຄວາມສໍາຄັນເປັນພິເສດ. ຍົກຕົວຢ່າງ, "ຖ້າຫາກທ່ານເປັນເດັກນ້ອຍ ຫລືຜູ້ສູງອາຍຸຫລາຍ, ຫລືໃນລະຫວ່າງນັ້ນ, ຂ້າພະເຈົ້າອາດຈະຕ້ອງເລີ່ມພິຈາລະນາວ່າ ຂ້າພະເຈົ້າຈະໃຫ້ຢາຫຍັງ ແລະປະຣິມານຫຼາຍປານໃດ. ຂ້າພະເຈົ້າ ຕ້ອງກຽມສິ່ງຕ່າງໆໃຫ້ພ້ອມ."

Lindsay Mackay ກ່າວວ່າ ບໍ່ແມ່ນການເອີ້ນ Triple zero ທຸກຄັ້ງ ກໍຈະໄດ້ຣົດພະຍາບານ. Source: AAP / RICHARD WAINWRIGHT/AAPIMAGE
ຣົດພະຍາບານບໍ່ໄດ້ຖືກສົ່ງໄປໃຫ້ທຸກໆສາຍ
Lindsay Mackay ຜູ້ຮັກສາການ ອໍານວຍການ ບໍລິຫານຝ່າຍສື່ສານ ປະຕິບັດການຂອງ Ambulance Victoria.
ນາງກ່າວວ່າ ບໍ່ແມ່ນການເອີ້ນ Triple zero ທຸກຄັ້ງ ກໍຈະໄດ້ຣົດພະຍາບານ.
ການໂທຣະສັບ ຫນຶ່ງໃນຫ້າເທື່ອ ໃນອອສເຕຣເລັຍ ບໍ່ຈຳເປັນຕ້ອງມີ ຣົດພະຍາບານສຸກເສີນ.Lindsay Mackay, Acting Executive Director Operational Communications, Ambulance Victoria.
"ເມື່ອທ່ານໄດ້ໃຫ້ຂໍ້ມູນທັງຫມົດຂອງທ່ານ ແກ່ຜູ້ຮັບໂທຣະສັບແລ້ວ, ພວກເຂົາເຈົ້າຈະຕັດສິນໃຈຜ່ານລະບົບ... "ທ່ານນາງ Mackay ອະທິບາຍ.
ນາງເວົ້າວ່າ, ຖ້າພວກເຂົາບໍ່ຄິດວ່າມັນເປັນກໍຣະນີສຸກເສີນ ພວກເຂົາອາດຈະສົ່ງທ່ານຕໍ່ໃຫ້ ກັບທ່ານຫມໍ,ຮ້ານຂາຍຢາ, ພວກເຂົາເຈົ້າ ອາດຈະສົ່ງທ່ານຫມໍ ຫຼືພະຍາບານອອກໄປຫາທ່ານ, ຖ້າຫາກວ່າທ່ານໄດ້ຮັບບາດເຈັບ.
ປະເພດຂອງຍານພາຫະນະທີ່ໃຊ້
ມີຣົດພະຍາບານຫຼາຍປະເພດ, ແລະທັງຫມົດມີອຸປະກອນພິເສດ, ລວມທັງ:
- ຣົດຕູ້ (vans-ຣົດພະຍາບານປະເພດທີ່ພົບເຫັນຫຼາຍທີ່ສຸດ)
- ຣົດຂັບເຄື່ອນສີ່ລໍ້ (four-wheel drives)
- ຣົດຈັກ (Motorbikes)
- ຣົດບັສ
- ເຮືອບິນ
- ເຮລິຄອບເຕີ

An ambulance helicopter lands at the Alfred Hospital in Melbourne, Thursday, June 9, 2022. Source: AAP / DIEGO FEDELE/AAPIMAGE
ການວິນິດໄສຊົ່ວຄາວ
ດຣ. Sawyer ກ່າວວ່າ ເມື່ອພວກເຂົາເຈົ້າຢູ່ໃນຈຸດເກີດເຫດແລ້ວ ພວກແພດຈະມີການວິນິດໄສຊົ່ວຄາວ.
"ພວກເຮົາເປັນຜູ້ຊ່ຽວຊານດ້ານສຸຂະພາບສຸກເສີນນອກໂຮງຫມໍ. ພວກເຮົາຈະຖາມຫຼາຍຄໍາຖາມ ກ່ຽວກັບປວັດການແພດ ທີ່ຜ່ານມາຂອງທ່ານເຊັ່ນກັນ, ແລະຖ້າຫາກວ່າ ທ່ານມີອາການແພ້ ແລະຖ້າຫາກວ່າທ່ານກໍາລັງກິນຢາ. ຂໍ້ມູນທັງຫມົດທີ່ພວກເຮົາໃຊ້ ເພື່ອປະກອບເປັນສິ່ງພວກເຮົາເອີ້ນວ່າການວິນິດໄສຊົ່ວຄາວ-ສິ່ງທີ່ພວກເຮົາຄິດວ່າມີຫຍັງເກີດຂຶ້ນກັບທ່ານ."
ໂດຍປົກກະຕິແລ້ວ, ຣົດພະຍາບານຈະພາທ່ານໄປໂຮງຫມໍທີ່ໃກ້ທີ່ສຸດ, ແຕ່ບໍ່ແມ່ນສເມີໄປ, ດັ່ງທີ່ ດຣ. Sawyer ອະທິບາຍ.

If you live in Tasmania, the state government waives the ambulance costs in most cases. Source: AAP / ROB BLAKERS/AAPIMAGE
ໃຜຈ່າຍຄ່າເອີ້ນຣົດພະຍາບານ
Medicare ບໍ່ໄດ້ກວມຄ່າໃຊ້ຈ່າຍ ໃນການບໍຣິການຣົດພະຍາບານ
ຄ່າໃຊ້ຈ່າຍ ສໍາລັບການໂທຫາຣົດພະຍາບານ ແຕກຕ່າງກັນໃນແຕ່ລະເຂດແລະສະຖານະການສ່ວນຕົວ ຂອງຜູ້ປ່ວຍ.
ບໍຣິການຣົດພະຍາບານ ຂອງຣັດ ອາດຈະເກັບຄ່າບໍຣິການ (call-out fee) ຫຼືຄ່າບໍຣິການຕໍ່ກິໂລແມັດ, ຫຼືທັງສອງຢ່າງ.
ຣັດຕ່າງໆເຊັ່ນ Queensland ແລະ Tasmania ມີການບໍຣິການ ຣົດພະຍາບານໂດຍບໍ່ຄິດຄ່າ ສໍາລັບປະຊາກອນທຸກຄົນ. ສ່ວນໃນຣັດອື່ນ, ທ່ານຕ້ອງຈ່າຍຄ່າສະມາຊິກ. ຄວນຊາບວ່າ, ທ່ານຍັງສາມາດໃຊ້ບໍຣິການຣົດພະຍາບານໄດ້ ເຖິງວ່າທ່ານບໍ່ເປັນສະມາຊິກ, ແຕ່ທ່ານອາດຈະຕ້ອງເສັຍຄ່າໃຊ້ຈ່າຍ.Dr Simon Sawyer, Registered Paramedic, and Director of Education at the Australian Paramedical College.
Dr Sawyer ແນະນໍາໃຫ້ຕິດຕໍ່ກັບຫນ່ວຍບໍຣິການຣົດພະຍາບານ ໃນຣັດຂອງທ່ານ.
"ທ່ານສາມາດເຂົ້າໄປໃນເວັບໄຊທ໌ຂອງພວກເຂົາ ຫຼືທ່ານສາມາດໂທຫາພວກເຂົາ. ທ່ານບໍ່ໄດ້ໂທຫາ Triple zero. ທ່ານຈະໂທຫາບໍລິການຣົດພະຍາບານແລະຖາມວ່າ ທ່ານຢູ່ໃນປະເພດທີ່ຕ້ອງເປັນສະມາຊິກຫຼືບໍ່. ແລະພວກເຂົາເຈົ້າກໍຈະສາມາດແນະນໍາທ່ານໄດ້."
"ຖ້າຫາກວ່າທ່ານຕ້ອງເປັນສະມາຊິກ, ນັ້ນແມ່ນແມ່ນຣາຄາຖືກ. ຕາມປົກກະຕິແລ້ວ ມັນຈະຢູ່ປະມານ 50 ໂດລາ ຕໍ່ປີ ສໍາລັບຄົນໂສດ ຫຼືປະມານ 100 ໂດລາ ສໍາລັບຄອບຄົວ".
ທ່ານຫມໍ Sawyer ກ່າວຕື່ມວ່າ "ຖ້າຫາກທ່ານມີປະກັນພັຍສຸຂະພາບສ່ວນຕົວ, ບາງເທື່ອ ການຄຸ້ມຄອງຣົດພະຍາບານ ກໍຮວມຢູ່ໃນນັ້ນ."
ຫາກຕ້ອງການຂໍ້ມູນເພີ່ມເຕີມ ກ່ຽວກັບຄ່າໃຊ້ຈ່າຍ ໃນຣັດຂອງທ່ານ, ໄປທີ່:
ຄ່າຣົດພະຍາບານອາດຈະຫລຸດລົງຫລື ຟຣີສໍາລັບຜູ້ທີ່ມີອາຍຸ ທີ່ມີໃບບຳນານ, ຜູ້ຖືບັດການດູແລສຸຂະພາບ ແລະຜູ້ຖືບັດທອງ (Gold Card) ຂອງກົມທະຫານຜ່ານເສິກ, ໃນບາງຣັດ.
ມີຜູ້ແປພາສາໃຫ້ບໍຣິການ
ທ່ານນາງ Mackay ກ່າວວ່າ, ຖ້າຫາກທ່ານເວົ້າພາສາອັງກິດໄດ້ບໍ່ດີ, ທ່ານສາມາດໃຊ້ຜູ້ແປພາສາສອງພາສາ ທີ່ໄດ້ຮັບການຮັບຮອງ, ໃນທຸກໆຂັ້ນຕອນ.
"ພວກເຮົາເຂົ້າເຖິງ ສາຍພາສາແຫ່ງຊາດຢ່າງເຕັມສ່ວນ. ດັ່ງນັ້ນ, ເມື່ອພວກເຂົາໂທຣະສັບຫາ Triple zero, ພວກເຂົາສາມາດເວົ້າກັບຜູ້ຮັບສາຍ, ຖ້າພວກເຂົາບໍ່ຮູ້ພາສາອັງກິດຫຼາຍ, ຢ່າງຫນ້ອຍຖ້າພວກເຂົາຮູ້ ທີ່ຈະເວົ້າວ່າ 'ຂ້ອຍເວົ້າ...' ແລ້ວບອກ (ຜູ້ຮັບສາຍ) ວ່າເຂົາເຈົ້າເວົ້າພາສາໃດ .ແລ້ວຜູ້ຮັບສາຍກໍຈະຕໍ່ເຂົາເຈົ້າ ໄປທີ່ບໍຣິການແປພາສາ."