ວິທີການຊອກຫາເຮືອນເຊົ່າໃນອອສເຕຣເລັຍ

wan man mo woman eii stanap long foret blong wan haos

Wetem low vekensi rate naoia, blong faenem wan rent haos hemi no isi. Credit: xavierarnau/Getty Images

ໃນຂນະນີ້, ມີເຮືອນໃຫ້ເຊົ່າບໍ່ເກີນ 50,000 ແຫ່ງໃນທົ່ວປະເທດ. ເມື່ອສອງປີກ່ອນ ຕົວເລກນັ້ນເກືອບເປັນສອງເທົ່າ. ດ້ວຍອັດຕາເຮືອນວ່າງຢູ່ໃນລະດັບຕໍ່າເປັນປວັດການ, ການຊອກຫາເຮືອນເຊົ່າຈຶ່ງຍາກກວ່າທີ່ເຄີຍເປັນມາ. ການເຂົ້າໃຈຂະບວນການຈະໃຫ້ທ່ານເລີ່ມຕົ້ນທີ່ດີໄດ້.


ຈຸດສຳຄັນ
  • ເຮືອນສ່ວນໃຫຍ່ ແມ່ນໂຄສະນາໃນເວັບໄຊ້ຕ໌ໃຫ້ເຊົ່າທີ່ສໍາຄັນ.
  • ຕົວແທນ (agents) ແລະເຈົ້າຂອງເຮືອນຕ້ອງການ ຂໍ້ມູນສ່ວນຕົວຈາກທ່ານ ດັ່ງນັ້ນ ກຽມເອກະສານຂອງທ່ານໃຫ້ພ້ອມ ກ່ອນທີ່ຈະຍື່ນໃບສມັກ.
  • ໄປຫາຕົວແທນ (agents) ໃນມື້ທັມມະດາ ເພື່ອອະທິບາຍສິ່ງທີ່ທ່ານກໍາລັງຊອກຫາ, ແລະ ສອບຖາມວິທີການສມັກທີ່ເຂົາເຈົ້າຕ້ອງການສເມີ.
  • ໃຊ້ເຄືອຂ່າຍສື່ສັງຄົມໃນຊຸມຊົນຂອງທ່ານ.
ການຊອກຫາເຮືອນ ໃຫ້ເຊົ່າໃນຕລາດ ທີ່ມີການແຂ່ງຂັນສູງ ຄວນຖືຢ່າງຈິງຈັງ ເທົ່າກັບການສໍາພາດວຽກ.

ນັ້ນແມ່ນຄໍາແນະນໍາຂອງ Greg Bader, CEO ຂອງ rent.com.au, ຊຶ່ງແມ່ນ portal ການເຊົ່າສະເພາະ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ

ທ່ານກ່າວວ່າ ເຈົ້າຂອງ ແລະ ຕົວແທນ (agents) ຂໍຂໍ້ມູນສ່ວນຕົວ ເຊັ່ນ ຫຼັກຖານລາຍຮັບ ແລະ ການອ້າງອີງ ຊຶ່ງສາມາດສ້າງອຸບປະສັກ ໃຫ້ແກ່ຜູ້ ທີ່ມາຈາກຕ່າງປະເທດ.

"ຫນຶ່ງໃນສິ່ງທີ່ສໍາຄັນທີ່ສຸດແມ່ນປວັດການເຊົ່າ, ສະນັ້ນ ຖ້າຫາກວ່າທ່ານຫາກໍມາຮອດປະເທດນີ້, ແນ່ນອນວ່າ ທ່ານຈະບໍ່ມີສິ່ງນັ້ນຈາກ ທ້ອງຖິ່ນ."

ເຖິງຢ່າງໃດກໍຕາມ, ບໍ່ແມ່ນວ່າທ່ານຈະໝົດຫວັງ, ສະນັ້ນໃຊ້ເວລາໃນການທຳຄວາມເຂົ້າໃຈທາງເລືອກທັງຫມົດຂອງທ່ານ.

Portals ການເຊົ່າອອນໄລນ໌

ຕາມປົກກະຕິແລ້ວ ເຮືອນໃຫ້ເຊົ່າຈະມາໂດຍບໍ່ມີເຄື່ອງເຮືອນ ແລະຕ້ອງມີສັນຍາເຊົ່າ ຢ່າງນ້ອຍ ຫນຶ່ງປີຊຶ່ງຕາມປົກກະຕິ ແລ້ວຈະຕໍ່ອອກໄປ.

ເວັບໄຊທ໌ເຊົ່າທີ່ສໍາຄັນເຊັ່ນ: , ແລະ
ມີລາຍການເຮືອນໃຫ້ເຊົ່າ, ຄ່າເຊົ່າຕໍ່ອາທິດ ແລະເວລາກວດສອບ (inspection times).

ຕອນໄປເບິ່ງເຮືອນທີ່ຈະເຊົ່າ, ຈໍາໄວ້ວ່າການກວດເບິ່ງຕາມປົກກະຕິ ຈະໃຊ້ເວລາປະມານ 15 ນາທີ ແລະອາດຈະມີຄົນຫລາຍ ໃນທ້າຍອາທິດ ເມື່ອທຽບໃສ່ວັນທັມມະດາ.
Sydney Suburb overhead perspective roof tops
The number of available rental properties has almost halved compared to two years ago. Source: iStockphoto / mikulas1/Getty Images/iStockphoto

ການສມັກຂໍເຊົ່າ

ເນື່ອງຈາກບໍ່ມີກົດຫມາຍດຽວກັນທີ່ຄວບຄຸມ ຕົວແທນ (real estate agents) 800,000 ບ່ອນ ຂອງອອສເຕຣເລັຍ, ຂັ້ນຕອນ ການສມັກອາດຈະແຕກຕ່າງກັນຢ່າງຫຼວງຫຼາຍ.

ຢ່າງໃດກໍຕາມ ໂດຍທົ່ວໄປແລ້ວ, ໃນການສມັກ ອອນໄລນ໌, ທ່ານຈະຕ້ອງມີສິ່ງຕໍ່ໄປນີ້:
  • 100 ຈຸດ ຂອງບັດປະຈຳຕົວທີ່ມີຮູບ ເຊັ່ນ ຫນັງສືຜ່ານແດນ ຫຼື ໃບອະນຸຍາດຂັບຂີ່
  • ຫຼັກຖານສະແດງລາຍຮັບ
  • ປວັດການເຊົ່າ ແລະ ລາຍລະອຽດການຕິດຕໍ່ຂອງເຈົ້າຂອງເຮືອນຄົນກ່ອນ
  • (ໜັງສື) ອ້າງອີງສ່ວນຕົວ.
ຕາມປົກກະຕິແລ້ວ ຕົວແທນຈະແນະນໍາໃຫ້ທ່ານໄປໃຊ້ ເຄື່ອງມືອອນໄລນ໌ຂອງເຂົາເຈົ້າ ເພື່ອອັບໂຫລດຂໍ້ມູນຂອງທ່ານ. ພວກເຂົາຈະກວດສອບເອກະສານ ແລະຄັດເລືອກຜູ້ເຊົ່າ.

ເນື່ອງຈາກວ່າ ຕົວແທນທີ່ແຕກຕ່າງກັນ ໃຊ້ເຄື່ອງມືການນໍາໃຊ້ທີ່ຕ່າງກັນ, ທ່ານອາດຈະຈໍາເປັນຕ້ອງເກັບລາຍລະອຽດຂອງທ່ານລົງໃນຫຼາຍ portals.

ຕາມທີ່ Greg Bader ກ່າວ, ເຄັດລັບໃນຕລາດການແຂ່ງຂັນນີ້ ແມ່ນຈະເວົ້າລົມກັບຕົວແທນ ກ່ອນຈະສມັກ.

Real estate agent showing a property to a couple
It is important to speak to the realestate agent directly before applying for a rental property. Credit: andresr/Getty Images

ທາງເລືອກອື່ນຂອງໄຊ້ຕ໌ໃຫ້ເຊົ່າ

ຖ້າທ່ານບໍ່ມີຫຼັກຖານກ່ຽວກັບປວັດການເຊົ່າ, ຍັງມີທາງເລືອກອື່ນໆ.

ໃນ Melbourne, ເຈົ້າຂອງທຸລະກິດຂນາດນ້ອຍ Nick ໄດ້ປະເຊີນກັບສະຖານະການນີ້ເນື່ອງຈາກບໍ່ມີປວັດການເຊົ່າ ຫຼືຫຼັກຖານລາຍຮັບ..

ເຖິງຢ່າງໃດກໍຕາມ, ລາວຕິດຕໍ່ ຫາຕົວແທນທ້ອງຖິ່ນຂອງລາວ ໂດຍສົ່ງອີເມວໄປຫາພວກເຂົາໃນຈົດຫມາຍແນະນໍາຕົວ, ອະທິບາຍສະຖານະການຂອງລາວ ໃນການເຂົ້າຕລາດເຮືອນເຊົ່າ ຫຼັງຈາກ 20 ປີຂອງການເປັນເຈົ້າຂອງເຮືອນຕົວເອງ.

"ຂ້າພະເຈົ້າໄດ້ພິສູດໃຫ້ເຂົາເຈົ້າເຫັນວ່າ ຂ້າພະເຈົ້າເຮັດໄດ້ ໂດຍໃຫ້ຫຼັກຖານການເສັຍພາສີ ແລະເຮັດໃຫ້ເຂົາເຈົ້າເຂົ້າໃຈວ່າ ຂ້າພະເຈົ້າຕ້ອງການທີ່ຈະເຊົ່າ ຫຼັງຈາກທີ່ເຄີຍເປັນເຈົ້າຂອງເຮືອນມາແລ້ວເປັນເວລາດົນນານ ແລະເຮັດໃຫ້ເຂົາເຈົ້າເຊື່ອວ່າ ຂ້າພະເຈົ້າເປັນຄວາມສ່ຽງທີ່ມີຄຸນຄ່າ."

Greg Bader ຊຸກຍູ້ໃຫ້ຜູ້ເຊົ່າ ຕິດຕໍ່ຕົວແທນ (agents) ໃນພື້ນທີ່ ທີ່ຕ້ອງການ ໃນວັນທັມມະດາ.

"ໃນລະຫວ່າງການໄປເບິ່ງເຮືອນ ທ່ານຈະບໍ່ມີເວລາ ທີ່ຈະແນະນໍາຕົວເອງ ແລະສ້າງຄວາມສໍາພັນ. ໄປໃນກາງອາທິດ ແລະຖືໂອກາດນັ້ນ ເພື່ອອະທິບາຍສິ່ງທີ່ທ່ານກໍາລັງຊອກຫາ, ເວົ້າເລັກນ້ອຍກ່ຽວກັບຕົວທ່ານເອງ, ທ່ານມີຄວາມຕື່ນເຕັ້ນ, ສິ່ງເຫຼົ່ານັ້ນສາມາດຊ່ວຍໄດ້ແທ້ໆ."
Man giving house keys to a woman
The number of available rental properties has almost halved compared to two years ago. Source: iStockphoto / chameleonseye/Getty Images/iStockphoto

ເຮືອນໃຫ້ເຊົ່າ ໃນສື່ສັງຄົມອອນລາຍ

ເຈົ້າຂອງເຮືອນ ບາງຄົນ ເລືອກທີ່ຈະໂຄສະນາເຮືອນ ຂອງຕົນ ໃນເວັບໄຊທ໌ສື່ສັງຄົມອອນລາຍ, ແຕ່ສິ່ງສໍາຄັນຄືຕ້ອງລະວັງການຫຼອງລວງທີ່ອາດເກີດຂຶ້ນ.

ຢ່າຕົກລົງກ່ຽວກັບເລື້ອງເຮືອນທາງໂທລະສັບ ຫຼື ສົ່ງເງິນໂດຍບໍ່ເຫັນເຮືອນນັ້ນດ້ວຍ ຕົວເອງ ແລະ ໃຫ້ແນ່ໃຈວ່າ ວ່າທ່ານພົວພັນກັບເຈົ້າຂອງທີ່ຖືກຕ້ອງຕາມກົດຫມາຍ ຫຼື ຕົວແທນທີ່ໄດ້ຮັບອະນຸຍາດ.

ໃນທາງກົງກັນຂ້າມ, ເຄືອຂ່າຍສື່ສັງຄົມຂອງທ່ານ ສາມາດເປັນວິທີທີ່ດີ ໃນການເຊື່ອມຕໍ່ ກັບຄົນທີ່ເຄີຍຢູ່ໃນສະຖານະການທີ່ຄ້າຍຄືກັນກັບທ່ານ.

Mr Bader ກ່າວວ່າ "ບໍ່ວ່າເຂົາເຈົ້າ ຈະເປັນຊຸມຊົນ ຂອງຜູ້ຄົນທີ່ມາຈາກປະເທດດຽວກັນ, ສາສນາດຽວກັນ, ສະມາຄົມກິລາດຽວກັນ–ເຂົ້າໄປໃນຊຸມຊົນເຫລົ່ານັ້ນ ແລະເຂົາເຈົ້າຈະມີການຕິດຕໍ່."
ຕົວແທນຈຳນວນຫລາຍ ໃນບາງທ້ອງທີ່ ຈະເອົາໃຈໃສ່ຕໍ່ຜູ້ທີ່ຫາກໍມາເຖິງໂດຍສະເພາະ.
Greg Bader, CEO, rent.com.au
ຫນຶ່ງຕົວແທນດັ່ງກ່າວ ແມ່ນ Bijan Rahimi, ຫົວຫນ້າ Rentals with Love & Co ໃນພາກເຫນືອ ຂອງ Melbourne. ການເຮັດວຽກຢ່າງໃກ້ຊິດ ກັບຊຸມຊົນທີ່ເວົ້າພາສາ Farsi ໃນທ້ອງຖິ່ນ, ລາວໄດ້ກ້າວຂ້າມອຸບປະສັກທາງດ້ານພາສາ ແລະວັດທະນະທັມເພື່ອຊ່ວຍໃຫ້ຜູ້ຄົນ ຊອກຫາທີ່ພັກອາສັຍ ຜ່ານທາງປາກຕໍ່ປາກ ແລະສື່ມວນຊົນ.

ບໍຣິການປະຊາສຳພັນຊຸມຊົນ ເຊັ່ນ ຍັງເຊື່ອມຕໍ່ Mr Rahimi ກັບຜູ້ມາໃຫມ່ທີ່ກຳລັງຊອກຫາ ທີ່ຢູ່ອາສັຍ.

"ມັນຊ່ວຍໄດ້ ເມື່ອທ່ານຮູ້ຈັກພູມຫຼັງຂອງພວກເຂົາ ແລະສາມາດເວົ້າພາສາໄດ້."

"ການເອົາພວກເຂົາເຈົ້າເຂົ້າໄປຢູ່ໃນເຮືອນ, ອະທິບາຍວ່າຈະເຮັດສິ່ງຕ່າງໆ ແນວໃດຢູ່ທີ່ນີ້, ພັນທະຂອງພວກເຂົາແມ່ນຫຍັງ ແລະເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າໄດ້ຮັບການດູແລ, ມັນເຮັດໃຫ້ການເຊົ່າຕ່າງໆສະດວກສະບາຍຫຼາຍ."

ຊັບພະຍາກອນການເຊົ່າເຊັ່ນ ໃຫ້ທຸກສິ່ງທຸກຢ່າງ ທີ່ທ່ານຈໍາເປັນຕ້ອງຮູ້ກ່ຽວກັບການເຊົ່າ, ລວມທັງຄໍາແນະນໍາການຍື່ນສມັກ ແລະ ສິ່ງຕ່າງທີ່ຕ້ອງເຮັດເຊັ່ນ ການວາງເງິນມັດຈຳ (bond) ເມື່ອທ່ານໄດ້ຮັບອະນຸມັດເຊົ່າເຮືອນ.

Share