ວິທີຊ່ວຍເຫຼືອສັດປ່າ ທີ່ໄດ້ຮັບບາດເຈັບໃນອອສເຕຣເລັຍ

NSW oli wok blong savem Koala taem ol bush faea, ol bush oli lus mo ol sik weh eii kam blong spolem fiuja blong iconic Ostrelean Animal ia

Sapos yu luk wan injured o sik wael laef, hemi impoten blong askem help blong wan speselis. Credit: Lisa Maree Williams/Getty Images

ຖ້າຫາກວ່າທ່ານກຳລັງເດີນທາງ ຫຼືສຳຫຼວດ ອອສເຕຣເລັຍ, ແລະພົບກັບສັດປ່າທີ່ໄດ້ຮັບບາດເຈັບ ຫຼືບໍ່ສະບາຍ, ການຮູ້ວິທີ ທີ່ດີທີ່ສຸດທີ່ຈະຊ່ວຍໃຫ້ແນ່ໃຈວ່າ ສັດໄດ້ຮັບການດູແລທີ່ຈໍາເປັນ.


ຈຸດສໍາຄັນ
  • ຖ້າຫາກວ່າທ່ານພົບເຫັນສັດປ່າທີ່ໄດ້ຮັບບາດເຈັບຫຼືບໍ່ສະບາຍ, ໃຫ້ຂໍຄວາມຊ່ວຍເຫຼືອ ຈາກຜູ້ຊ່ຽວຊານໂດຍການຕິດຕໍ່ຫາຫນ່ວຍກູ້ພັຍສັດປ່າ ໃນທ້ອງຖິ່ນຂອງທ່ານ.
  • ໃນການຊ່ວຍເຫຼືອສັດປ່າທີ່ໄດ້ຮັບບາດເຈັບຫຼືບໍ່ສະບາຍ, ໃຫ້ແນ່ໃຈໃນ ຄວາມປອດພັຍ ຂອງຕົວທ່ານເອງ ແລະຂອງສັດ.
  • ສັດຕະວະແພດປະເມີນ ແລະ ປິ່ນປົວສັດປ່າ ທີ່ໄດ້ຮັບບາດເຈັບ ແລະ ເຈັບປ່ວຍ, ແລະ ຜູ້ເບິ່ງແຍງສັດປ່າ ຊ່ວຍໃນການດູແລ ແລະ ການບໍາບັດຢ່າງຕໍ່ເນື່ອງ.
ອອສເຕຣເລັຍ ເປັນບ້ານຂອງສັດປ່າ ທີ່ມີຄວາມແຕກຕ່າງກັນ ແລະຫນ້າສົນໃຈທີ່ສຸດໃນໂລກ, ລວມທັງຈິງໂຈ້ (kangaroos), Wallabies, Wombats, Possums, ກົບ, ນົກ, ງູ ແລະສັດທະເລຕ່າງໆ.

ຂຶ້ນກັບບ່ອນທີ່ທ່ານອາສັຍຢູ່ ໃນອອສເຕຣເລັຍ, ຊະນິດຂອງສັດປ່າ ທີ່ທ່ານເຫັນອາດຈະແຕກຕ່າງກັນ. ແຕ່ຫນ້າເສັຍດາຍ, ບາງຄັ້ງສັດປ່າອາດຈະເຈັບປ່ວຍ, ຫຼືໄດ້ຮັບບາດເຈັບຈາກຍານພາຫະນະ, ສິ່ງກໍ່ສ້າງ ຫຼື ໃນພັຍທັມມະຊາດເຊັ່ນ: ໄຟໄຫມ້ ຫຼື ນ້ຳຖ້ວມ.

ຖ້າຫາກວ່າທ່ານພົບເຫັນສັດປ່າ ທີ່ໄດ້ຮັບບາດເຈັບຫຼືບໍ່ສະບາຍ ມັນເປັນສິ່ງສໍາຄັນ ທີ່ຈະຮູ້ວິທີໃນການຊ່ວຍເຫຼືອຢ່າງປອດພັຍແລະບ່ອນທີ່ຈະຂໍຄວາມຊ່ວຍເຫຼືອ ຈາກຜູ້ຊ່ຽວຊານ, ເພື່ອໃຫ້ສັດປ່າ ມີໂອກາດທີ່ດີທີ່ສຸດ ສໍາລັບການປິ່ນປົວ, ການຟື້ນຕົວ ແລະອາດຈະປ່ອຍກັບຄືນເຂົ້າໄປໃນປ່າ.

Wael laef veterinarian Dr Tania Bishop - WIRES.jpg
Wael laef veterinarian Dr Tania Bishop - WIRES.jpg
Tania Bishop ເປັນສັດຕະວະແພດສັດປ່າ ແລະເຮັດວຽກ ໃຫ້ແກ່ Wildlife Information, Rescue and Education Service ຫຼື WIRES–ຊຶ່ງເປັນອົງການຄົ້ນຄວ້າການຊ່ອຍເຫຼືອ ແລະການສຶກສາສັດປ່າ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ
ຂນະທີ່ຂັບຂີ່ໃນ ອອສເຕຣເລັຍ, ມັນບໍ່ແມ່ນເລື່ອງແປກ ທີ່ຈະເຫັນສັດປ່າຈາກຣົດ ໂດຍສະເພາະ ໃນເຂດຊົນນະບົດ ແລະໂດຍສະເພາະໃນຕອນເຊົ້າ ແລະຕອນແລງ ເມື່ອສັດປ່າກໍາລັງເຄື່ອນໄຫວ ຫຼາຍຂຶ້ນ.
Tania Bishop
Dr Bishop ກ່າວວ່າ "ຖ້າຫາກວ່າທ່ານໄປຕັ້ງຄ້າຍ ຫຼື ໄປທ່ຽວປ່າ, ທ່ານມີໂອກາດຈະພົບກັບສັດປ່າຫຼາຍຂຶ້ນ, ແລະເມື່ອທ່ານຢູ່ແບບງຽບເທົ່າໃດ, ໂອກາດທີ່ທ່ານຈະເຫັນຫຼາຍເທົ່ານັ້ນ."

Exploring Stradbroke Island near Brisbane
Stradbroke Island in Queensland, Australia Source: iStockphoto / Kevin LEBRE/Getty Images/iStockphoto

ຖ້າທ່ານເຫັນສັດປ່າທີ່ໄດ້ຮັບບາດເຈັບ ຫຼືບໍ່ສະບາຍ, ໃຫ້ຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ.

ມັນອາດເປັນເລື້ອງທີ່ບໍ່ສະບາຍໃຈ ທີ່ພົບເຫັນສັດປ່າທີ່ ໄດ້ຮັບບາດເຈັບ ຫຼືບໍ່ສະບາຍ ໂດຍສະເພາະແມ່ນສັດໃຫຍ່ເຊັ່ນ: Kangaroos, Wombats ຫຼື Koalas. Dr Bishop ແນະນໍາໃຫ້ຊອກຫາ ການຊ່ວຍເຫຼືອ ຈາກຜູ້ຊ່ຽວຊານ ໃຫ້ໄວທີ່ສຸດ ເທົ່າທີ່ຈະໄວໄດ້.

"ນີ້ອາດແມ່ນຕັ້ງແຕ່ ເຈົ້າຫນ້າທີ່ສັດຕະວະແພດທ້ອງຖິ່ນ ຫຼື ເຈົ້າໜ້າທີ່ເທດສະບານທ້ອງຖິ່ນ, ຈົນເຖິງສາຍຊ່ວຍ ເຫຼືອການດູແລສັດປ່າ ທາງໂທລະສັບ (Telephone Wildlife Care Helpline) ຫຼືຍັງມີແອັບ (Apps) ມືຖື ທີ່ສາມາດເຮັດໃຫ້ທ່ານຕິດຕໍ່ ກັບອົງການກູ້ພັຍສັດປ່າ ທີ່ຈະຊ່ວຍກູ້ສັດປ່າ ແລະເອົາສັດໄປ ເພື່ອໃຫ້ໄດ້ຮັບການດູແລທີ່ຈຳເປັນ. ມີອົງກອນກູ້ພັຍ ແລະດູແລສັດປ່າໃນທຸກໆຣັດ ແລະເຂດປົກຄອງໃນອອສເຕຣເລັຍ. ດັ່ງນັ້ນ, ທ່ານສາມາດຄົ້ນຫາອອນໄລນ໌ ສໍາລັບການຊ່ວຍເຫຼືອການດູແລສັດປ່າ ທີ່ເຫມາະສົມກັບ ບ່ອນທີ່ທ່ານຢູ່."

ມັນຍັງເປັນສິ່ງສໍາຄັນ ທີ່ທ່ານພິຈາລະນາຄວາມປອດພັຍ ຂອງຕົວທ່ານເອງ ແລະຄົນອື່ນກ່ອນ.

"ໂດຍສະເພາະຖ້າຫາກວ່າ ທ່ານພົບເຫັນສັດປ່າຢູ່ຂ້າງທາງ, ມັນເປັນສິ່ງສໍາຄັນ ສເມີທີ່ ຈະໃຫ້ແນ່ໃຈວ່າທ່ານຈອດຣົດຂອງທ່ານໃນບ່ອນທີ່ປອດພັຍ. ບ່ອນທີ່ມັນຈະເຫັນໄດ້ງ່າຍ ແລະທ່ານຢູ່ໃນຕໍາແຫນ່ງທີ່ປອດພັຍ. ຈົ່ງຈື່ໄວ້ວ່າ ສັດປ່າທີ່ໄດ້ຮັບບາດເຈັບ ຈະຢ້ານກົວ ແລະຈະພະຍາຍາມປ້ອງກັນຕົນເອງ ເມື່ອໄດ້ຮັບບາດເຈັບ.” Dr Bishop ກ່າວ.

A bettong with a cast and bandage on its fractured leg - WIRES.jpg
A bettong with a cast and bandage on its fractured leg - WIRES.jpg
ມັນເປັນສິ່ງສໍາຄັນ ທີ່ຈະເຂົ້າຫາສັດປ່າຢ່າງຄ່ອຍໆ ແລະສງົບ ເທົ່າທີ່ຈະເປັນໄປໄດ້ ເພື່ອຫຼຸດຜ່ອນຄວາມຢ້ານກົວ ແລະຄວາມເຄັ່ງຕຶງຂອງສັດ. ຖ້າຫາກວ່າ ທ່ານສາມາດເຮັດໄດ້ຢ່າງປອດພັຍ, ຖ້າເປັນໄປໄດ້, ໃຫ້ທ່ານຫໍ່ສັດດ້ວຍຜ້າເຊັດ ຫຼືກະຕ່າຜ້າ, ເຊິ່ງຈະຊ່ອຍບັນເທົາສັດຈາກຄວາມຮ້ອນ ແລະຄວາມເຄັ່ງຕຶງ ແລະຄວາມຢ້ານກົວຂອງສັດ ແຕ່ອະນຸຍາດໃຫ້ຫາຍໃຈ, ແລະໂທຂໍຄວາມຊ່ວຍເຫຼືອໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.
Tania Bishop
marsupial ຕາຍ, ຊຶ່ງເປັນ ສັດລ້ຽງລູກດ້ວຍນ້ໍານົມຊະນິດນຶ່ງ ທີ່ຖືລູກອ່ອນຂອງຕົນໃນຖົງໜ້າທ້ອງ - ເຊັ່ນ: Kangaroos, Wallabies, Wombats ແລະ Possums. Dr Bishop ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຈະກວດເບິ່ງຖົງຂອງສັດ ເພື່ອກວດຫາ Joey (ລູກນ້ອຍ), ຖ້າຫາກວ່າທ່ານສາມາດເຮັດໄດ້ ຢ່າງປອດພັຍ.

ເອົາ ລູກອ່ອນຂອງສັດ (Joey) ອອກຈາກຖົງ ຖ້າຫາກເຫັນໄດ້ຊັດເຈນວ່າມັນມີຂົນແລ້ວ. ຖ້າມັນຍັງບໍ່ມີຂົນ ມັນຈະຕ້ອງຖືກຖອດອອກຈາກຖົງ ໂດຍຜູ້ດູແລພິເສດ ເນື່ອງຈາກວ່າ ຕາມປົກກະຕິແລ້ວ ປາກມັນຈະງັບຕິດກັບຫົວນົມ ໃນຕອນນັ້ນ ແລະການເອົາອອກ ອາດເຮັດໃຫ້ເກີດ ຄວາມເສັຍຫາຍ ຮ້າຍແຮງ. ມັນເປັນສິ່ງສໍາຄັນທີ່ Joey ຈະຖືກເກັບຮັກສາໄວ້ ໃນສະພາບແວດລ້ອມທີ່ມືດ ແລະອົບອຸ່ນ ແລະໄດ້ຮັບການດູແລ ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພາະ Joeys ຜ່ານຄວາມເຈັບປວດມາຫຼາຍ ເມື່ອພວກເຂົາເຈົ້າສູນເສັຍແມ່ ແລະສາມາດຕາຍໄດ້ງ່າຍ ຖ້າຫາກວ່າ ພວກເຂົາເຈົ້າມີຄວາມເຄັ່ງຕຶງ ຫຼືຕົກໃຈຕື່ມອີກ."

ໃຫ້ມີຊຸດຊ່ວຍເຫຼືອສັດປ່າຂັ້ນພື້ນຖານ ໃນຍານພາຫະນະຂອງທ່ານ

Dr Bishop ກ່າວວ່າ ໃຊ້ໃນຄົວເຮືອນບາງຢ່າງ ທີ່ມີຢູ່ທົ່ວໄປ ເຊິ່ງສາມາດເປັນສ່ວນຫນຶ່ງ ຂອງຊຸດຊ່ວຍເຫຼືອຂັ້ນພື້ນຖານ ສໍາລັບສັດປ່າໄດ້.

“ຊຸດຊ່ວຍເຫຼືອສັດປ່າຂັ້ນພື້ນຖານທີ່ທີ່ດີ ຈະລວມເອົາຜ້າເຊັດຫນາເກົ່າ ທີ່ບໍ່ມີເສັ້ນໄຍທີ່ຫຼຸດ ອອກ ທີ່ເລັບສັດຈະເກາະກ່ຽວ, ກ່ອງເຈັ້ຍແຂງ ຫຼື ກະຕ່າໃສ່ສັດ (Pet-carrier) ແລະຖົງມືເຮັດສວນຫນາ ແລະຖ້າເປັນໄປໄດ້, ປອກຫມອນສໍາລັບ Joeys ກຳພ້າ ທີ່ທ່ານອາດຈະໄດ້ພົບ.”

ພົບໂດຍສັດຕະວະແພດ ໃຫ້ໄວເທົ່າທີ່ຈະເຮັດໄດ້. ກົດຫມາຍແລ້ວ, ມີແຕ່ຜູ້ໄດ້ຮັບອະນຸຍາດ ແລະຜ່ານການຝຶກອົບຮົມ ເບິ່ງແຍງສັດປ່າ ແລະສັດຕະວະແພດເທົ່ານັ້ນ ທີ່ຕ້ອງເບິ່ງແຍງສັດປ່າ ຂອງອອສເຕຣເລັຍ ເນື່ອງຈາກຄວາມຕ້ອງການຂອງສັດເຫຼົ່ານີ້ ແມ່ນມີຄວາມຊັບຊ້ອນຫຼາຍ.

A young wallaby under general anaesthetic in a wildlife hospital receiving treatment for a fractured leg - WIRES.jpg
A young wallaby under general anaesthetic in a wildlife hospital receiving treatment for a fractured leg - WIRES.jpg
ພວກເຂົາ (ສັດປ່າ) ໄດ້ຮັບການປະເມີນ ເພື່ອເບິ່ງວ່າມີໂອກາດທີ່ດີ ທີ່ຈະໄດ້ຮັບການບໍາບັດພິເສດ ແລະການດູແລ ທີ່ພວກເຂົາມີໂອກາດສູງທີ່ຈະກັບຄືນສູ່ປ່າ. ເມື່ອສັດຕະວະແພດ ໄດ້ປິ່ນປົວ ແລະເຮັດໃຫ້ສັດປ່າ ທີ່ໄດ້ຮັບບາດເຈັບມີອາການດີຂຶ້ນ, ພວກມັນຈະຖືກສົ່ງກັບໄປຫາຜູ້ດູແລພິເສດ ທີ່ເບິ່ງແຍງພວກມັນ ຈາກ ສອງສາມອາທິດ ຫາຫນຶ່ງປີ ຫຼືຫຼາຍກວ່ານັ້ນ ສໍາລັບສັດບາງຊະນິດ." Dr Bishop ອະທິບາຍ.

Morgan Philpott ເປັນຜູ້ດູແລສັດປ່າ ທີ່ WIRES ທີ່ໄດ້ໃຊ້ເວລາຫຼາຍກວ່າສິບປີ ຊ່ວຍດູແລສັດປ່າ ທີ່ໄດ້ຮັບບາດເຈັບ ແລະເຈັບປ່ວຍ.

"ໃນຖານະຜູ້ດູແລ, ໃນໂທຣະສັບຂອງເຮົາ ຈະແຈ້ງໃຫ້ພວກເຮົາຮູ້ ກ່ຽວກັບການກູ້ພັຍ. ແລະໂດຍທົ່ວໄປແລ້ວ ພວກເຮົາຈະຕິດຕໍ່ ກັບສະມາຊິກຂອງສາທາຣະນະ ແລະໄດ້ຮັບລາຍລະອຽດເພີ່ມເຕີມ ແລະດຳເນີນການ. ສັດເຫຼົ່ານີ້, ຕ້ອງໄດ້ໄປຫາສັດຕະວະແພດ ໃຫ້ໄວສໍາລັບການປະເມີນ." Mr Philpott ກ່າວ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share