ວິທີການກຽມພ້ອມສໍາລັບພາຍຸ ແລະພັຍນໍ້າຖ້ວມໃນອອສເຕຣເລັຍ

VIC FLOODS

SES personnel helping a family evacuate their home in Shepparton, Victoria (2022). Source: AAP / DIEGO FEDELE/AAPIMAGE

ໃນທົດສະວັດທີ່ຜ່ານມາ, ອອສເຕຣເລັຍ ໄດ້ປະສົບກັບເຫດການນ້ຳຖ້ວມ ທີ່ຮ້າຍແຮງທີ່ສຸດໃນປວັດສາດ ທີ່ໄດ້ບັນທຶກໄວ້. ໃນລະຫວ່າງປີ 2020-2022, ເນື້ອທີ່ຂນາດໃຫຍ່ ໄດ້ຖືກນໍ້າຖ້ວມ ສາມ ຫາສີ່ຄັ້ງ.


ຈຸດສຳຄັນ
  • ການກະກຽມສໍາລັບພາຍຸຮຸນແຮງຫຼືພັຍນໍ້າຖ້ວມ ອາດໃຊ້ເວລາຫຼາຍມື້.
  • ຂັ້ນຕອນທີຫນຶ່ງ ແມ່ນໃຫ້ຮູ້ລະດັບຄວາມສ່ຽງຂອງທ່ານ, ເພື່ອທ່ານສາມາດມີແຜນສຸກເສີນທີ່ພ້ອມ.
  • ເຮັດໃຫ້ແນ່ໃຈວ່າ ທຸກຄົນໃນຄອບຄົວຂອງທ່ານ ຮູ້ແຜນການສຸກເສີນ ໃນກໍລະນີທີ່ ເຂົາເຈົ້າຢູ່ບ້ານຄົນດຽວ.
  • ຕິດຕາມສະພາບອາກາດ ແລະກະກຽມຊັບສິນຂອງທ່ານກ່ອນເກີດພາຍຸ.
  • ໃຫ້ມີອຸປະກອນສຸກເສີນໄວ້ສເມີ ໃນກໍລະນີທີ່ທ່ານຈໍາເປັນຕ້ອງຢູ່ພາຍໃນ ຫຼືຍົກຍ້າຍອອກໄປ.
ໃນຂນະທີ່ຝົນຕົກຫນັກ ໄດ້ເຮັດໃຫ້ເຄືອຂ່າຍແມ່ນໍ້າໄຫລລົ້ນຕາຝັ່ງຫຼາຍເທື່ອ, ບາງຊຸມຊົນທີ່ມີຄວາມສ່ຽງຕໍ່ພັຍນ້ຳຖ້ວມ ໄດ້ປະສົບກັບ ຄວາມເສັຍຫາຍຢ່າງຮ້າຍແຮງ ຕໍ່ພື້ນຖານໂຄງລ່າງ, ບ້ານເຮືອນ ແລະແມ່ນແຕ່ການສູນເສັຍຊີວິດ.

ດັ່ງນັ້ນ, ທ່ານຈະຮູ້ໄດ້ແນວໃດວ່າ ເຫດການ ຂອງສະພາບອາກາດ ທີ່ຮ້າຍແຮງໃກ້ເຂົ້າມາແລ້ວ ແລະທ່ານຄວນຈະເຮັດແນວໃດ ເພື່ອຄວາມກຽມພ້ອມ? ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກໃຜ? ແລະທ່ານຄວນຢູ່, ຫຼືຍົກຍ້າຍອອກໄປ?

ເມື່ອພາຍຸ ແລະພັຍນ້ຳຖ້ວມເກີດຂຶ້ນ, ຊຸມຊົນສ່ວນຫລາຍ ໃນປະເທດ ອອສເຕຣເລັຍ ເພິ່ງພາອົງການຊ່ອຍເຫຼືອສຸກເສີນ (State Emergency Services - SES) ໃນທ້ອງຖິ່ນ, ຣັດ ຫຼືເຂດປົກຄອງ ຂອງເຂົາເຈົ້າ ເພື່ອຂໍຄວາມຊ່ວຍເຫລືອ.

ທີ່ຮູ້ກັນທົ່ວໄປໃນຊື່ SES, ຫນ່ວຍງານເຫຼົ່ານີ້ ຊ່ວຍໃຫ້ຊຸມຊົນກຽມພ້ອມ ສໍາລັບເຫດການສຸກເສີນ, ເພື່ອຫຼຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ. ພວກເຂົາເຈົ້າຊ່ວຍໃນການຍົກຍ້າຍ, ແລະວຽກງານການອະນາໄມ ແລະສ້ອມແປງຫຼັງຈາກຝົນໄດ້ຢຸດ ແລະນ້ຳບົກລົງ.

SES ທຸກໆບ່ອນ ແມ່ນອາສັຍ ອາສາສມັກທີ່ໄດ້ຮັບການຝຶກອົບຮົມຢ່າງດີຂອງເຂົາເຈົ້າ — ເຊັ່ນ Cristina Sabato, ຜູ້ທີ່ໄດ້ຮັບໃຊ້ຢູ່ NSW ມາຫຼາຍປີແລ້ວ.

"ພວກເຮົາແມ່ນຫນ່ວຍງານຕໍ່ສູ້ກັບ ພາຍຸນໍ້າຖ້ວມ ແລະຄື້ນຟອງຍັກສຸນາມິ. ສະມາຊິກຂອງພວກເຮົາຈຳນວນຫລາຍ ຢູ່ທົ່ວຣັດ ທີ່ຊ່ວຍເຫຼືອຊຸມຊົນທີ່ຖືກນ້ຳຖ້ວມ. ພວກເຮົາເບິ່ງແຍງຄວາມເສັຍຫາຍຂອງພະຍຸ ຕໍ່ຊັບສົມບັດ, ຕົ້ນໄມ້ທີ່ຫັກລົ້ມ, ຄວາມເສັຍຫາຍຂອງຫລັງຄາ, ຫຼືສິ່ງອື່ນໆທີ່ກ່ຽວຂ້ອງກັບນ້ຳຖ້ວມ ຢ່າງກະທັນຫັນ ຫລືລົມພາຍຸ."

ອາສາສມັກ SES ມັກຈະເຄາະປະຕູເພື່ອເຕືອນຜູ້ອາສັຍກ່ອນເກີດລົມພະຍຸ ຮ້າຍແຮງ ຫຼືນ້ຳຖ້ວມ.

ເຂົາເຈົ້າໃຫ້ຂໍ້ມູນແກ່ຊາວບ້ານ ກ່ຽວກັບຂັ້ນຕອນການຍົກຍ້າຍ ແລະທາງເລືອກຕ່າງໆ ພວກເຂົາເຈົ້າອາດຊ່ວຍປົກປ້ອງ ຊັບສົມບັດ ຫຼືພື້ນຖານໂຄງລ່າງ ໂດຍການກໍາຈັດສິ່ງຂອງທີ່ເປັນອັນຕະລາຍ ຫຼືການກະກຽມຖົງດິນຊາຍ ເພື່ອສ້າງຝາຍຊົ່ວຄາວ ເພື່ອບໍ່ໃຫ້ນ້ຳໄຫຼເຂົ້າມາ.
Dorothy Tran ເປັນເຈົ້າຫນ້າທີ່ຂອງ NSW SES. ນາງເວົ້າວ່າ ຂັ້ນຕອນທໍາອິດແມ່ນການກຽມພ້ອມ. ຜູ້ຄົນຕ້ອງເຂົ້າໃຈ ລະດັບຄວາມສ່ຽງ ຂອງພວກເຂົາ, ດັ່ງນັ້ນພວກເຂົາເຈົ້າສາມາດ ຮ່າງແຜນຍຸດທະສາດສຸກເສີນ ທີ່ມີລາຍລະອຽດວ່າ ພວກເຂົາເຈົ້າ ຈະເຮັດແນວໃດເມື່ອເກີດພັຍພິບັດ.

"ກ່ອນທີ່ຜູ້ຄົນຈະວາງແຜນ, ພວກເຂົາເຈົ້າຕ້ອງຮູ້ວ່າ ເປັນຫຍັງ ພວກເຂົາຈຶ່ງ ວາງແຜນນັ້ນ, ແມ່ນຫຍັງຄື ຄວາມສ່ຽງທີ່ແທ້ຈິງ ຂອງພວກເຂົາ. ເຂົາເຈົ້າຮູ້ບໍວ່າບ່ອນທີ່ເຂົາເຈົ້າອາສັຍຢູ່, ເຮັດວຽກ ຫລືມາຢ້ຽມຢາມນັ້ນ, ອາດຈະໄດ້ຮັບຜົນກະທົບຈາກລົມພະຍຸ ຫຼືພັຍນ້ຳຖ້ວມ? ພາຍຸສາມາດເກີດຂຶ້ນໄດ້ໃນທຸກບ່ອນ ສະນັ້ນການຕຽມພ້ອມສຳຣັບລົມພາຍຸ ຈະເປັນສິ່ງທີ່ດີຫລາຍ. ໃນແງ່ຂອງພັຍນ້ຳຖ້ວມ, ຖ້າຫາກທ່ານອາສັຍຢູ່ໃກ້ລຳນ້ຳ, ຫ້ວຍ, ທໍ່ລະບາຍນ້ຳ, ພວກເຂົາເຈົ້າຕ້ອງລະມັດລະວັງວ່ານ້ຳນັ້ນຈະໄຫລໄປໃສ ແລະມັນອາດຈະ ສົ່ງຜົນກະທົບຕໍ່ເຮືອນ ຫລືການເດີນທາງ ແລະການຄົມມະນາຄົມຂອງເຂົາເຈົ້າ ໃນແຕ່ລະວັນ ໃນການເດີນທາງໄປເຮັດວຽກ ແລະກັບບ້ານ."

ຜູ້ທີ່ອາສັຍຢູ່ໃກ້ທາງນ້ຳ ຄວນໃຫ້ຮູ້ເຖິງສະພາບອາກາດ ໃນກໍລະນີນ້ໍາຖ້ວມສເມີ. ຊຸມຊົນສາມາດຕິດຕາມການພະຍາກອນອາກາດທີ່ທັນສມັຍຜ່ານ The Bureau of Meteorology ຫຼື SES apps, ເວັບໄຊທ໌, ຫຼືຜ່ານສື່ສັງຄົມອອນລາຍ ຂອງພວກເຂົາ.

ເຂົາເຈົ້າຕ້ອງພ້ອມທີ່ຈະໃຊ້ ແຜນການສຸກເສີນຂອງຕົນ ກ່ອນທີ່ນໍ້າຈະສູງຂຶ້ນ. ຖ້າພວກເຂົາເຈົ້າມີລູກ ຫຼື ສັດລ້ຽງ, ພວກເຂົາເຈົ້າຄວນຮູ້ວິທີ ແລະບ່ອນທີ່ພວກເຂົາ ຈະພາພວກມັນໄປບ່ອນປອດພັຍ.
LISTEN TO
How to join the SES in Australia image

How to join the SES in Australia

SBS English

08:40
ຂຶ້ນກັບລະດັບອັນຕະລາຍ, ພວກເຂົາເຈົ້າອາດ ຈະຕ້ອງໄດ້ຍົກຍ້າຍ ຫຼືພວກເຂົາອາດຕັດສິນໃຈ ທີ່ຈະຢູ່ ແລະປົກປ້ອງຊັບສິນຂອງຕົນ.

ບໍ່ວ່າພວກເຂົາຈະເຮັດແນວໃດ, ຄົນທີ່ອາສັຍຢູ່ໃນເຂດທີ່ສ່ຽງຕໍ່ພັຍນໍ້າຖ້ວມ ຕ້ອງພິຈາລະນາວ່າ ສະບຽງທີ່ພວກເຂົາຈະຕ້ອງມີລ່ວງໜ້າແລະຕຽມຊຸດ ສຸກເສີນໃຫ້ພ້ອມ. ທ່ານນາງ Tran ອະທິບາຍ.

"ເຂົາເຈົ້າຕ້ອງການສິ່ງຕ່າງໆເຊັ່ນ ຢາໃນແຕ່ລະມື້ບໍ? ທ່ານອາດຈະຕ້ອງພິຈາລະນາສິ່ງຈໍາເປັນພື້ນຖານຂອງທ່ານ, ດັ່ງນັ້ນການມີຊຸດເຄື່ອງນຸ່ງຫົ່ມ, ມີນ້ຳ ແລະອາຫານ. ຖ້າຫາກວ່າທ່ານມີສັດລ້ຽງ ຫຼືລູກໃນຄອບຄົວຂອງທ່ານ, ໃຫ້ແນ່ໃຈວ່າທ່ານມີສິ່ງຂອງສໍາລັບພວກເຂົາ. ດັ່ງນັ້ນ, ສັດລ້ຽງອາດຕ້ອງການສິ່ງຕ່າງໆເຊັ່ນ: ສາຍຈູງ, ກະຕ່າ, ຫຼືອາຫານບາງຢ່າງ. ສໍາລັບເດັກນ້ອຍ ກໍແມ່ນ ເຄື່ອງນຸ່ງຫົ່ມ, ອາຫານສໍາລັບພວກເຂົາຖ້າຈໍາເປັນ, ຜ້າອ້ອມ ຖ້າຫາກວ່າອາຍຸຍັງນ້ອຍ, ຣົດຍູ້ (prams) ແລະ ມີບາງຢ່າງທີ່ເຮັດໃຫ້ອຸ່ນໃຈເຊັ່ນກັນ. ມັນອາດຈະເປັນເຂົ້າໜົມ, ຂອງຫຼິ້ນ ຫຼື ຜ້າຫົ່ມທີ່ເດັກມັກ, ເພື່ອໃຫ້ແນ່ໃຈວ່າພວກເຂົາຍັງຮູ້ສຶກປອດພັຍ ແລະ ສະດວກສະບາຍເຊັ່ນກັນ."

ທ່ານນາງ Tran ຍັງແນະນໍາໃຫ້ຮັກສາເລກຕິດຕໍ່ສຸກເສີນໄວ້ໃກ້ມື, ແລະໃຫ້ແນ່ໃຈວ່າຄົນອື່ນກໍຮູ້ແຜນຂອງທ່ານລ່ວງ ຫນ້າ.
News
Source: AAP
"ຖ້າຫາກວ່າທ່ານຈະຍ້າຍອອກໄປ, ໃຫ້ບອກກັບຄອບຄົວ ແລະຫມູ່ເພື່ອນວ່າທ່ານຈະໄປໃສ. ທ່ານສາມາດໄປບ່ອນຂອງຄອບຄົວ ແລະເພື່ອນຢູ່ນອກເຂດ ທີ່ໄດ້ຮັບຜົນກະທົບບໍ່? ທ່ານຈະຕ້ອງໄປສູນພັກຊົ່ວຄາວບໍ່? ຖ້າຫາກວ່າ ທ່ານເປັນຜູ້ແປພາສາຫຼັກໃນຄອບຄົວຂອງທ່ານ, ຫຼືຜູ້ເວົ້າພາສາອັງກິດຫຼັກ, ສະມາຊິກໃນຄອບຄົວທີ່ທ່ານມີທີ່ອາດຈະຖືກປະໄວ້, ພວກເຂົາຮູ້ບໍ່ວ່າ ຈະເຮັດແນວໃດຖ້າທ່ານບໍ່ຢູ່ໃນເຮືອນ? ເຮົາເຄີຍໄດ້ຍິນເລື່ອງລາວ ທີ່ ພໍ່ຕູ້ແມ່ຕູ້ ເບິ່ງແຍງຫຼານ ຕອນມີລົມພາຍຸ ຫຼືພັຍນ້ໍາຖ້ວມ... ພໍ່ຕູ້ ແມ່ຕູ້ ຮູ້ບໍ່ວ່າ ຈະເຮັດແນວໃດ ກັບເດັກນ້ອຍ ຖ້າຫາກວ່າເຂົາເຈົ້າ ຕ້ອງຍ້າຍອອກໄປ? ການແບ່ງປັນ ແລະປະຕິບັດແຜນຂອງທ່ານ ແມ່ນມີຄວາມສໍາຄັນຫຼາຍ."

ສິ່ງຂອງທີ່ຈໍາເປັນອື່ນໆທີ່ຈະມີກຽມໄວ້ ແມ່ນຖ່ານໄຟຟ້າ (batteries), ໄຟສາຍ, ທຽນ, ເຄື່ອງກັນຝົນ, ຜ້າຫົ່ມ ແລະ ເຄື່ອງໃຊ້ໃນຫ້ອງນ້ຳຕ່າງໆ.

ນອກຈາກນັ້ນ, ຊຸດປະຖົມພະຍາບານ, ແລະ ເອກະສານທີ່ສໍາຄັນເຊັ່ນ: ຫນັງສືຜ່ານແດນ ຫຼືບັດປະຈຳໂຕ, ຂໍ້ມູນການທະນາຄານ ຫຼືປະກັນພັຍ, ລວມທັງສິ່ງຂອງທີ່ມີຄ່າອື່ນໆເຊັ່ນ: ໃບຕາດິນ ຫຼືຮູບພາບຄອບຄົວ.
We’ve heard of stories where grandparents are looking after the grandkids, and a storm or a flood hits… Do the grandparents know what to do with the kids if they need to evacuate? Sharing and practising your plan is really important.
Dorothy Tran, NSW SES Community Capability Officer
Nicole Wastle ອາສັຍຢູ່ໃນເຂດ ແມ່ນໍ້າ McDonald, ໃນເມືອງນ້ອຍແຫ່ງນຶ່ງ ໃນເຂດນອກເມືອງ Sydney. ເຮືອນສອງຊັ້ນຂອງນາງໄດ້ຖືກນ້ຳຖ້ວມ ສີ່ຄັ້ງ ໃນສອງປີ.
A storm cell rolls in over Maroubra beach.
A storm cell rolls in over Maroubra beach. Source: Instagram
ເນື່ອງຈາກຄອບຄົວຂອງນາງ ຕ້ອງໃຊ້ເວລາ ສາມ ຫາສີ່ມື້ ເພື່ອຕຽມພ້ອມ ສໍາລັບພັຍນ້ຳຖ້ວມ, ພວກເຂົາເຈົ້າ ໄດ້ຕິດຕາມເບິ່ງການພະຍາກອນອາກາດ ຜ່ານ app ຂອງກົມອຸທົກກະສາດ ແລະບັນທຶກລະດັບນ້ຳຂອງແມ່ນ້ຳ.

ນີ້ເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າຈະຮູ້ລ່ວງໜ້າ ກ່ອນທີ່ນໍ້າຈະສູງຂຶ້ນ.

"ພວກເຮົາທຸກຄົນໄປຫາຊື້ສະບຽງ ແລະສະສົມອາຫານກະປອງ, ຫຼືອາຫານປະເພດທີ່ບໍ່ໝົດອາຍຸງ່າຍ, ໃນກໍລະນີ ທີ່ພວກເຮົາອາດຖືກຕັດຂາດ. ຜົວຂອງຂ້ອຍໄປຊື້ນ້ຳມັນເຊື້ອໄຟໄວ້ເຕັມຂອງບັນຈຸທັງຫມົດ, ສະນັ້ນພວກເຮົາມີນ້ຳມັນຢູ່ໃນມື ສໍາລັບເຄື່ອງປັ່ນໄຟຟ້າ ເມື່ອເຮົາສູນເສັຍພະລັງງານ. ຂ້ອຍເກັບນ້ຳໄວ້ເຕັມອ່າງອາບນ້ຳ, ເພື່ອພວກເຮົາມີນ້ໍາຈືດ ສໍາລັບການດື່ມ ຫຼືການລ້າງຕ່າງໆ".

WA Storm
Property damage at Bay Region, WA Credit: BOM, WA
ມີບາງຂັ້ນຕອນງ່າຍໆ ທີ່ທ່ານສາມາດເຮັດໄດ້ ເພື່ອຕຽມບ້ານຂອງທ່ານ ສໍາລັບພາຍຸທີ່ຮ້າຍ

ສິ່ງເຫຼົ່ານີ້ລວມເຖິງການເກັບກວາດ ໃບໄມ້ຈາກຮາງລິນແລະທໍ່ນໍ້າເພື່ອປ້ອງກັນການອັດຕັນ, ຜູກມັດສິ່ງຂອງຕ່າງໆ ທີ່ອາດຖືກພັດໄປມາດ້ວຍລົມແຮງ, ຫຼືຖືກພັດໄປ. ສ້ອມແປງຄວາມເສັຍຫາຍຕ່າງໆຕໍ່ຫຼັງຄາຂອງທ່ານ, ລວມທັງ ດິນຂໍຫັກຫຼືຂາດໄປ.

"ເມື່ອເຮັດສໍາເລັດແລ້ວ ກໍເລີ່ມຍົກສິ່ງຂອງຈາກຊັ້ນລຸ່ມຂຶ້ນບ່ອນສູງ ຫຼັງຈາກນັ້ນ ກໍຈັດລໍາດັບຄວາມສໍາຄັນຂອງການເຄື່ອນຍ້າຍຣົດ, ເຮືອ, ຫຼືສິ່ງອື່ນໆທີ່ເຈົ້າສາມາດເຄື່ອນຍ້າຍໂດຍຣົດແກ່ຂອງ, ໄປສູ່ພື້ນທີ່ທີ່ສູງ. ແລ້ວທ່ານກໍພຽງແຕ່ຫຼົບພັຍ ແລະ ລໍຖ້າເບິ່ງວ່າມັນ (ນ້ຳ) ມາສູງພຽງໃດ."

ທ່ານນາງ Wastle ຮັກສາເສື້ອຊູຊີບ ແລະເຮືອນ້ອຍໃຫ້ພ້ອມ, ໃນກໍລະນີ ທີ່ຄອບຄົວຈໍາເປັນຕ້ອງຍົກຍ້າຍ.
More from The Settlement Guide
SG FIRE AND EMERGENCY 2 image

What are Australia’s Emergency Warnings and Fire Danger Ratings and how should you respond?

SBS English

11:31

ນາງຕິດຕາມລະດັບນໍ້າຢູ່ພາຍໃນເຮືອນຂອງນາງເຊັ່ນກັນ.

"ພວກເຮົາເຮັດເຄື່ອງໝາຍ ຂອງລະດັບສູງຂອງນ້ຳຢູ່ຝາຂອງພວກເຮົາໃນຂັ້ນໄດ, ແລະພວກເຮົາຈະຂຽນ ວັນທີ ແລະເວລາ. ແລ້ວຖ້າວ່ານໍ້າສູງຕໍ່ໄປ ພວກເຮົາກໍຈະຫມາຍມັນອີກ, ແລະນັ້ນກໍຈະໃຫ້ພວກເຮົາຮູ້ວ່າ ນ້ຳໄດ້ສູງຂຶ້ນ ຫຼືບົກລົງ."

ການຕິດຕໍ່ກັບໂລກພາຍນອກແມ່ນມີຄວາມສໍາຄັນຢ່າງຍິ່ງ.

ເນື່ອງຈາກສາຍໂທຣະສັບ, ໂທຣະສັບມືຖື ແລະອິນເຕີເນັດໃຊ້ການບໍ່ໄດ້ ໃນລະຫວ່າງນໍ້າຖ້ວມ, ບາງຄົນຈຶ່ງໃຊ້ ເຄື່ອງຮັບສົ່ງ ວິທຍຸ (walkie-talkies).

ທ່ານນາງ Wastle ໄດ້ເລືອກເອົາທາງເລືອກທີ່ແຕກຕ່າງ

Nicole flood.png
Nicole Wastle's home in Wiseman's Ferry has almost been completely submerged.
"ພວກເຮົາໄດ້ປ່ຽນຜູ້ໃຫ້ບໍລິການອິນເຕີເນັດຂອງພວກເຮົາ ໃຫ້ເປັນດາວທຽມ, ສະນັ້ນ ພວກເຮົາຈຶ່ງມີສັນຍານໂທລະສັບ ສເມີ, ຊຶ່ງເປັນສິ່ງຈໍາເປັນທີ່ຍິ່ງໃຫຍ່. ຢູ່ທີ່ນີ້, ເມື່ອທ່ານບໍ່ມີໄຟຟ້າ ທ່ານກໍຈະບໍ່ມີຫຍັງ, ດັ່ງນັ້ນ ກັບການບໍຣິການທາງດາວທຽມ ພວກເຂົາສາມາດສຽບໃສ່ເຄື່ອງປັ່ນໄຟຟ້າ, ແລະພວກເຂົາຍັງໃຊ້ໄດ້ຢູ່."

ອາສາສມັກ SES, Cristina Sabato ຍັງແນະນໍາບໍ່ໃຫ້ຈອດລົດຢູ່ກ້ອງຕົ້ນໄມ້, ໃກ້ກັບຮ່ອງລະບາຍນ້ຳ, ຫຼືຢູ່ຂ້າງສິ່ງຂອງ ທີ່ອາດເຮັດໃຫ້ເກີດຄວາມເສັຍຫາຍ.

ນາງກ່າວເນັ້ນວ່າ ຄໍາແນະນໍາທີ່ສໍາຄັນທີ່ສຸດ ແລະອາດຊ່ອຍຊີວິດໄດ້ ຄືການຫລີກເວັ້ນ ຈາກການຂັບລົດຜ່ານນ້ຳຖ້ວມ ເພາະອາດຈະມີສິ່ງເສດເຫຼືອ ຫຼືຄວາມເສັຍຫາຍຂອງຖນົນ ທີ່ຢູ່ໃນນໍ້າຂຸ້ນ, ຫຼືອາດຈະເປັນທາງຍຸບ. ອາດຈະມີກະແສນ້ຳແຮງ ທີ່ອັນຕະລາຍທີ່ສາມາດພັດເອົາຣົດໄປໄດ້.

ທ່ານນາງ Tran ກ່າວຕື່ມວ່າ ອັນຕະລາຍທີ່ບໍ່ຄາດຄິດອື່ນໆ ທີ່ອາດຈະເກີດຂຶ້ນນັ້ນ ແມ່ນຮວມທັງພວກທີ່ໂບກຣົດ

"ມີຫຼາຍເລື່ອງໃນສອງປີຜ່ານມານີ້ ຖ້າທ່ານຢູ່ ໃນຍານພາຫະນະ ງູແລະແມງມຸມ ແລະແມງໄມ້ທຸກຊະນິດ ທີ່ປີນເຂົ້າໄປໃນຣົດຂອງທ່ານເຊັ່ນກັນ, ແລະນັ້ນກໍສາມາດນໍາໄປສູ່ບັນຫາອື່ນໆອີກຄືກັນ, ສະນັ້ນຂ້າພະເຈົ້າຈຶ່ງຢາກໃຫ້ ປະຊາຊົນອອກໄປແທ້ໆ ແທນທີ່ຈະຢູ່ ແລະພົບວ່າຕົນເອງຕ້ອງເດີນທາງຜ່ານບໍຣິເວນນໍ້າຖ້ວມ."

ມັນຍັງເປັນສິ່ງສໍາຄັນທີ່ຈະກວດເບິ່ງວ່າ ນະໂຍບາຍປະກັນພັຍຂອງທ່ານ ແມ່ນຖືກອັບເດດ ແລະພຽງພໍຫຼືບໍ່. ໃຫ້ແນ່ໃຈວ່າມັນປະກັນ ປະເພດຂອງເຫດການສະເພາະ ສະຖານທີ່ຂອງທ່ານ. ສິ່ງເຫຼົ່ານີ້ ອາດລວມເຖິງນໍ້າຖ້ວມຢ່າງກະທັນຫັນ, ການໄຫຼບ່າຂອງນ້ຳ, ດິນເຈື່ອນ ທີ່ກ່ຽວຂ້ອງກັບການໄຫຼບ່າຂອງນ້ຳ ແລະຄວາມເສັຍຫາຍ ທີ່ເກີດຈາກຕົ້ນໄມ້ລົ້ມທັບ ຫຼືສິ່ງຂອງທີ່ຕົກລົງໃສ່.

ເນື້ອເລື່ອງໂດຍ Claudianna Blanco ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ
Sydney house prices property market NSW Floods
Tim McKibbin, CEO of REINSW, said floods will have an immediate effect on the available housing stock. Source: AAP / AAP Image/Lukas Coch
ສຳຣັບຂໍ້ມູນເພີ່ມເຕີມ, ເຂົ້າໄປເບິ່ງໃນເວັບໄຊ້ທ໌ ຂອງບໍຣິການສຸກເສີນໃນທ້ອງຖິ່ນ, ຣັດ ແລະເຂດປົກຄອງຂອງທ່ານ:
ໃນກໍຣະນີສຸກເສີນ, ໂທຣະສັບຫາ 000.

Share