ຈຸດສຳຄັນ
- ວິທີການລັກຂໍ້ມູນ ລວມມີ phishing, skimming, ວິສະວະກັມສັງຄົມ (social engineering), hacking ແລະ dumpster diving.
- ການລັກຂໍ້ມູນປະຈຳຕົວ ສາມາດເກີດຂຶ້ນອອນໄລນ໌ ຫຼືບໍ່ອອນໄລນ໌ (online or offline) ຫຼືທັງສອງຢ່າງຮວມກັນ.
- ຖ້າທ່ານເຊື່ອວ່າ ທ່ານເປັນຜູ້ເຄາະຮ້າຍຂອງອາຊຍາກັມຂໍ້ມູນປະຈຳຕົວ ໃຫ້ທ່ານຕິດຕໍ່ ອົງການທີ່ກ່ຽວຂ້ອງທັນທີ.
ອາຊະຍາກັມຂໍ້ມູນປະຈຳຕົວ ແມ່ນເປັນປັນຫາຫລາຍຂຶ້ນ ໃນອອສເຕຣເລັຍ. ມັນເຮັດໃຫ້ເກີດການສູນເສັຍ ທາງດ້ານການເງິນຢ່າງຫຼວງຫຼາຍຕໍ່ ຣັຖບານອອສເຕຣເລັຍ, ອຸດສາຫະກັມເອກກະຊົນ ແລະບຸກຄົນທົ່ວໄປ.
ອີງຕາມ , ເວັບໄຊທ໌ ທີ່ດໍາເນີນໂດຍຄນະກັມມະການແຂ່ງຂັນ ແລະຜູ້ບໍຣິໂພກ ຂອງອອສເຕຣເລັຍ (Australian Competition and Consumer Commission-ACCC) ເພື່ອໃຫ້ຄວາມຮູ້ ແກ່ປະຊາຊົນ ກ່ຽວກັບການຮັບຮູ້, ຫຼີກເວັ້ນ ແລະລາຍງານການຫຼອກລວງ, ຊາວອອສເຕຣເລັຍ ໄດ້ລາຍງານການສູນເສັຍ $568 ລ້ານໂດລາ ຕໍ່ການຫຼອກລວງໃນປີ 2022.
ຕົວເລກດັ່ງກ່າວສະແດງເຖິງການເພີ່ມຂຶ້ນເກືອບ 80% ຈາກການສູນເສັຍ ທີ່ໄດ້ລາຍງານໃນປີຜ່ານມາ ຊຶ່ງມີພຽງແຕ່ 320 ລ້ານໂດລາເທົ່ານັ້ນ. ເນື່ອງຈາກວ່າ ຜູ້ຖືກສໍ້ໂກງ ບໍ່ໄດ້ລາຍງານການສູນເສັຍ ຕໍ່ເຈົ້າຫນ້າທີ່ສເມີໄປ, ຜູ້ຊ່ຽວຊານເຊື່ອວ່າ ສະຖິຕິເຫຼົ່ານີ້ ອາດຈະຖືກປະເມີນຄ່າຕ່ຳກວ່າຄວາມຈິງຫຼາຍ.

Criminals could access and drain your own bank account of the funds, or open new bank accounts in your name and take out loans or lines of credit. Credit: John Lamb/Getty Images
ລາວເວົ້າວ່າ ການລັກຂະໂມຍຂໍ້ມູນປະຈຳຕົວແມ່ນເມື່ອຂໍ້ມູນຂອງບຸກຄົນ ຖືກລັກ ແລະໃຊ້ເພື່ອຈຸດປະສົງ ໃນການສໍ້ໂກງ ແລະຜົນປໂຍດທາງດ້ານການເງິນ.
"ສິ່ງນີ້ ແມ່ນກ່ຽວຂ້ອງກັບຜູ້ສໍ້ໂກງ ຫລືຜູ້ໂຈມຕີ ທີ່ໃຊ້ບັດເຄຣດິດ ຂອງຄົນອື່ນ, ຫຼືໃນບາງກໍຣະນີເຊັ່ນ ການຄືນພາສີ, ຜົນປໂຍດທາງສັງຄົມ, ຫຼືແມ່ນແຕ່ການກູ້ຢືມເງິນ ໂດຍການສແວງຫາປໂຍດ ຫຼືໂດຍການໃຊ້ຂໍ້ມູນສ່ວນຕົວຂອງຄົນອື່ນ", Dr Seneviratne ອະທິບາຍ.
ອາຊຍາກອນທາງໄຊເບີ (cybercriminals) ລັກຂໍ້ມູນປະເພດໃດ?
ອາຊຍາກອນທາງໄຊເບີ ອາດຈະລັກຂໍ້ມູນສ່ວນຕົວຫຼາຍໆຢ່າງ ລວມທັງ
- ຊື່.
- ວັນ ເດືອນ ປີເກີດ.
- ເລກໃບອະນຸຍາດຂັບຂີ່.
- ທີ່ຢູ່.
- ນາມສະກຸນເດີມຂອງແມ່.
- ສະຖານທີ່ເກີດ.
- ລາຍລະອຽດບັດເຄຣດິດ.
- ເລກໄຟລ໌ ພາສີ (Tax file number).
- ລາຍລະອຽດຂອງບັດ Medicare.
- ຂໍ້ມູນຫນັງສືຜ່ານແດນ.
- ເລກປະຈໍາຕົວບຸກຄົນ (Personal Identification Number-PIN).
- ຊື່ຜູ້ໃຊ້ບັນຊີອອນໄລນ໌ (user name) ແລະລາຍລະອຽດການເຂົ້າລະບົບ(login details)
ຮອງປະທານ ACCC, Catriona Lowe ກ່າວວ່າ ແມ່ນແຕ່ຂໍ້ມູນທີ່ມີຄ່າຫນ້ອຍ ກໍສາມາດກາຍເປັນປໂຍດ ຕໍ່ຜູ້ສໍ້ໂກງ ເມື່ອໃຊ້ຮວມກັບຂໍ້ມູນອື່ນໆ.
Dr Lowe ກ່າວວ່າ "ສິ່ງຕ່າງໆເຊັ່ນ ຊື່ຂອງທ່ານ, ທີ່ຢູ່ຂອງທ່ານ, ເລກໂທຣະສັບຂອງທ່ານ. ຂໍ້ມູນເຫຼົ່ານີ້ ອາດຈະເຮັດຫຍັງບໍ່ໄດ້ຫຼາຍ, ແຕ່ອາດຈະເປັນໄປໄດ້ເມື່ອຮວມກັບຂໍ້ມູນອື່ນໆ, ພວກເຂົາຈະມີປໂຍດຫຼາຍຂຶ້ນ"
Dr Lowe ເຕືອນວ່າ scammers ອາດຈະສາມາດຮູ້ເພີ່ມເຕີມ ກ່ຽວກັບທ່ານ ຈາກແຫຼ່ງຂ່າວສາທາຣະນະ, ລວມທັງບັນຊີສື່ສັງຄົມອອນລາຍ ທີ່ອາດຈະມີຮູບພາບ ແລະຂໍ້ມູນກ່ຽວກັບທ່ານ ແລະຄອບຄົວຂອງທ່ານ.
Scammers ອາດຈະໃຊ້ຮູບພາບຈາກສື່ມວນຊົນ ຫຼືລາຍລະອຽດອື່ນໆ ທີ່ສາມາດໃຊ້ໄດ້ ເພື່ອເຮັດຮູບປອມ ທີ່ scammers ກໍາລັງສ້າງ.Catriona Lowe, Deputy Chair, ACCC
"So again, the message really is, be very careful about sharing personal information," Dr Lowe adds

Authorities warn to be cautious about posting personal information on social media platforms. Source: AP / Eraldo Peres/AP
- Phishing: ນີ້ແມ່ນເວລາທີ່ຜູ້ໂຈມຕີ ສົ່ງອີເມວຫຼືຂ່າວສານ ທີ່ປາກົດວ່າມາຈາກແຫຼ່ງທີ່ຖືກຕ້ອງ ເຊັ່ນ: ທະນາຄານ ຫຼືຫນ່ວຍງານຂອງ ເພື່ອຂໍຂໍ້ມູນສ່ວນຕົວ. ເມື່ອຜູ້ໂຈມຕີມີຂໍ້ມູນນີ້ແລ້ວ, ພວກເຂົາເຈົ້າສາມາດນໍາໃຊ້ມັນ ເພື່ອຈຸດປະສົງໃນການກໍ່ອາຊຍາກັມ
- Skimming: ນີ້ກ່ຽວຂ້ອງກັບການລັກຂໍ້ມູນບັດເຄຣດິດ ຫຼືບັດຖອນເງິນ (debit card) ໂດຍການໃຊ້ອຸປະກອນ ເພື່ອຈັບເສັ້ນແມ່ເຫຼັກ ຂອງບັດ. Skimmers ສາມາດຖືກວາງໄວ້ໃນຕູ້ ATM, ປ້ຳນ້ຳມັນ, ເຄື່ອງອ່ານບັດອື່ນໆ.
- ວິສະວະກັມສັງຄົມ (Social engineering): ນີ້ກ່ຽວຂ້ອງກັບການຫຼອກຜູ້ຄົນ ໃຫ້ມອບຂໍ້ມູນສ່ວນຕົວ ໂດຍຜ່ານເຕັກນິກຕ່າງໆເຊັ່ນ: ການໃຫ້ຂໍ້ຫາ, ການລໍ້ລວງ, ຫຼືການແລກປ່ຽນຕ່າງໆ (quid pro quo).
- ການ Hack: ນີ້ແມ່ນກ່ຽວກັບການ ເຈາະເຂົ້າໄປໃນລະບົບຄອມພິວເຕີ ເພື່ອລັກຂໍ້ມູນສ່ວນຕົວ ຫຼືຕິດຕັ້ງ malware ທີ່ສາມາດຈັບຂໍ້ມູນ ທີ່ລະອຽດອ່ອນ.
- Dumpster diving: ນີ້ກ່ຽວຂ້ອງກັບການຂຸດຄົ້ນ (rummaging) ຂີ້ເຫຍື້ອຂອງຜູ້ໃດຜູ້ຫນຶ່ງ ເພື່ອຊອກຫາຂໍ້ມູນສ່ວນຕົວ ເຊັ່ນ: ໃບແຈ້ງການຂອງທະນາຄານ ຫຼືຂໍ້ມູນຝາກ/ຖອນເງິນຂອງບັດເຄຣດິດ.
ອາຊຍາກອນ ສາມາດເຮັດຫຍັງກັບຂໍ້ມູນສ່ວນຕົວ ໄດ້ແນ່?
ຮູບແບບທີ່ພົບເຫັນຫຼາຍທີ່ສຸດ ຂອງການລັກຂໍ້ມູນປະຈຳຕົວ ໃນອອສເຕຣເລັຍແມ່ນການລັກຂໍ້ມູນປະຈຳຕົວທາງການເງິນ, ການສໍ້ໂກງ Medicare, ການສໍ້ໂກງເງິນບຳນານ (Superannuation), ການສໍ້ໂກງພາສີ ແລະການລັກຂໍ້ມູນປະຈຳຕົວຂອງເດັກ.
ສິ່ງທີ່ scammers ສາມາດເຮັດໄດ້ ຈະຂຶ້ນຢູ່ກັບຄຸນນະພາບ ຂອງຂໍ້ມູນສ່ວນຕົວທີ່ພວກເຂົາສາມາດຮວບຮວມໄດ້.Catriona Lowe, Deputy Chair, ACCC
ເມື່ອອາຊຍາກອນມີຂໍ້ມູນແລ້ວ ເຂົາເຈົ້າກໍສາມາດທີ່ຈະ:
- ສມັກຂໍເອົາບັດເຄຣດິດ ໃນຊື່ຂອງທ່ານ
- ເປີດບັນຊີທະນາຄານ ຫຼືສ້າງສັງຄົມ ໃນຊື່ຂອງທ່ານ
- ສມັກຂໍບໍຣິການດ້ານການເງິນອື່ນໆ ໃນຊື່ຂອງທ່ານ
- ເປັນຫນີ້ (ຕົວຢ່າງ,ໃຊ້ລາຍລະອຽດບັດເຄຣດິດ/ເດບິດຂອງທ່ານເພື່ອຊື້ສິນຄ້າ) ຫຼືກູ້ຢືມເງິນ ໃນຊື່ຂອງທ່ານ.
- ສມັກຂໍເອົາຜົນປໂຍດ ໃນຊື່ຂອງທ່ານ (ຕົວຢ່າງ, ຜົນະໂຍດຂອງເຮືອນ, ລາຍຈ່າຍພາສີໃຫມ່, ການສນັບສນູນລາຍຮັບ, ຊອກຫາຜົນປໂຍດຂອງເດັກ).
- ສມັກໃບຂັບຂີ່ ໃນຊື່ຂອງທ່ານ
- ລົງທະບຽນຍານພາຫະນະ ໃນຊື່ຂອງທ່ານ
- ສມັກວຽກ/ຈ້າງງານ ໃນຊື່ຂອງທ່ານ
- ສມັກຂໍຫນັງສືຜ່ານແດນ ໃນຊື່ຂອງທ່ານ
- ສມັກຂໍເອົາສັນຍາໂທຣະສັບມືຖື ໃນຊື່ຂອງທ່ານ.
Sarah Cavanagh ເປັນຜູ້ຈັດການຂອງຊຸມຊົນ Outreach at IDCARE, Australia ແລະ NewZealand's national identity and cyber support service.
Sarah Cavanagh ອະທິບາຍວ່າ "ພ້ອມກັນນັ້ນ, ຖ້າໂທຣະສັບມືຖືຂອງທ່ານປ່ຽນໄປ ໃນຮູບແບບ SOS ຢ່າງກະທັນຫັນ, ມັນເປັນການບົ່ງບອກເຖິງການປ່ຽນ SIM ຊຶ່ງມີຄົນໄປແອບອ້າງເປັນຕົວທ່ານ ກັບຜູ້ໃຫ້ບໍລິການໂທຣະຄົມມະນາຄົມ ແລະເປີດເບີໂທຣະສັບມືຖືໃຫມ່ ແລະໂອນບັນຊີຂອງທ່ານໄປຫາເບີນັ້ນ."

Turn on two-factor authentication on your banking, email, and social media accounts. Source: Moment RF / Oscar Wong/Getty Images
ສະນັ້ນ ທ່ານຈະປ້ອງກັນຕົວທ່ານເອງໄດ້ແນວໃດ?
Dr Lowe ແນະນໍາ ໃຫ້ຄິດຢ່າງຮອບຄອບ ກ່ອນທີ່ຈະເອົາລາຍລະອຽດສ່ວນຕົວຂອງທ່ານ ເຂົ້າໄປໃນເວັບໄຊທ໌ ທີ່ບໍ່ຄຸ້ນເຄີຍ, ລວມທັງຮ້ານຄ້າອອນໄລນ໌.
ຢ່າເປີດຂໍ້ຄວາມ ຫຼືອີເມວທີ່ຫນ້າສົງສັຍແລະບໍ່ຄລິກໃສ່ການເຊື່ອມຕໍ່ ໃນອີເມວເຫຼົ່ານັ້ນ. ໃຫ້ລຶບອີເມວ ຫຼືຂໍ້ຄວາມນັ້ນ.Catriona Lowe, Deputy Chair, ACCC
"ຖ້າທ່ານໄດ້ຮັບການຕິດຕໍ່ ຈາກອົງການໃດໆ, ຖ້າຫາກວ່າທ່ານສົງສັຍວ່າ ມັນເປັນອົງການຖືກຕ້ອງຫຼືບໍ່, ຢ່າໃຊ້ລາຍລະອຽດໃນຂໍ້ຄວາມເຫຼົ່ານັ້ນ. ໃຫ້ກວດສອບລາຍລະອຽດ ຂອງການຕິດຕໍ່ຂອງອົງການໂດຍວິທີອື່ນ", ດຣ. Lowe ແນະນໍາ.
ທ່ານນາງ Cavanagh ແນະນໍາໃຫ້ ລະວັງການໂທຣະສັບຂໍຂໍ້ມູນສ່ວນຕົວຂອງທ່ານ.
ນາງກ່າວວ່າ "ຈົ່ງລະວັງຜູ້ໂທຣະສັບຫຼື ອີເມວ ທີ່ຮ້ອງຂໍໃຫ້ທ່ານ ໃຫ້ການເຂົ້າເຖິງ ຄອມພິວເຕີ ຫຼືອຸບປະກອນມືຖືຂອງທ່ານ ແລະຍັງຮ້ອງຂໍໃຫ້ດາວໂຫຼດ apps ຫຼືໂປຣແກຣມໃນຄອມພິວເຕີຂອງທ່ານ ເພື່ອໃຫ້ເຂົາເຈົ້າເຂົ້າເຖິງ.
ທ່ານນາງ Cavanagh ກ່າວຕື່ມວ່າ "ທ່ານຕ້ອງແນ່ໃຈວ່າ ທ່ານໄດ້ຢືນຢັນວ່າ ບຸກຄົນນັ້ນ ແມ່ນຜູ້ທີ່ເຂົາເຈົ້າເວົ້າວ່າ ເຂົາເຈົ້າແມ່ນໃຜແທ້."
ນອກຈາກນັ້ນ, ໃຫ້ແນ່ໃຈວ່າ ທ່ານມີລະຫັດຜ່ານ ທີ່ຮັດກຸມ ແລະບໍ່ຊ້ຳກັນ ສໍາລັບແຕ່ລະບັນຊີອອນໄລນ໌ ແລະຢ່າໃຊ້ລະຫັດຜ່ານດຽວກັນ ສອງເທື່ອ.
ມັນຍັງເປັນສິ່ງສໍາຄັນ ທີ່ຈະຮັກສາເອກະສານສ່ວນຕົວ ໃຫ້ປອດພັຍ ທັງຕອນຢູ່ເຮືອນ ແລະໂດຍສະເພາະເມື່ອເດີນທາງ. ລັອກຕູ້ໄປສະນີຂອງທ່ານ ແລະທໍາລາຍເອກະສານ ທີ່ມີຂໍ້ມູນສ່ວນຕົວຂອງທ່ານ ທີ່ທ່ານບໍ່ຕ້ອງການອີກຕໍ່ໄປ.

Cybercriminals crack weak passwords – there are even software that guesses billions of passwords per second. Credit: Peter Dazeley/Getty Images
ຈະເຮັດແນວໃດ ຖ້າທ່ານຄິດວ່າ ຂໍ້ມູນປະຈຳຕົວຂອງທ່ານຖືກລັກ?
ຜູ້ເຄາະຮ້າຍທີ່ຂໍ້ມູນປະຈຳຕົວຖືກລັກ ສ່ວນຫລາຍບໍ່ຮູ້ວ່າ ພວກເຂົາເຈົ້າໄດ້ຕົກເປັນຜູ້ເຄາະຮ້າຍແນວໃດ.
Ms Cavanagh ກ່າວວ່າ ມັນເປັນສິ່ງສໍາຄັນທີ່ ຈະມີຄວາມຕື່ນໂຕ ແລະຊອກຫາສັນຍານວ່າ ຂໍ້ມູນປະຈຳຕົວຂອງທ່ານ ໄດ້ຖືກນໍາໄປໃຊ້ໃນທາງທີ່ຜິດ.
ນາງຍັງແນະນໍາ ໃຫ້ຕິດຕໍ່ IDCARE ຖ້າທ່ານສົງສັຍວ່າຂໍ້ມູນປະຈຳຕົວຂອງທ່ານ ໄດ້ຖືກລັກເອົາໄປແລ້ວ. ທີ່ປຶກສາຈະໃຫ້ຄໍາແນະນໍາເທື່ອລະກ້າວ ກ່ຽວກັບສິ່ງທີ່ຄວນເຮັດ.
ມັນຍັງເປັນສິ່ງສໍາຄັນ ທີ່ຈະຕິດຕໍ່ອົງການຈັດຕັ້ງ ທີ່ກ່ຽວຂ້ອງທັນທີ ແລະກວດເບິ່ງລາຍລະອຽດ ຂອງບັນຊີອອນໄລນ໌ຂອງທ່ານ, Ms Cavanagh ອະທິບາຍ.
ທ່ານຄວນຈະເຂົ້າໄປແລະປ່ຽນລະຫັດຜ່ານ ແລະ pins ຂອງທ່ານ ໃນບັນຊີຂອງທ່ານທັງຫມົດ ແລະເປີດການຢັ້ງຢືນ ແບບຫຼາຍປັດຈັຍ (multi-factor authentication) ໃນບ່ອນທີ່ທ່ານສາມາດເຮັດໄດ້. ແລະຈາກນັ້ນ ໃຫ້ກວດເບິ່ງການປ່ຽນແປງ ໃນລາຍລະອຽດການຕິດຕໍ່ ທີ່ເຊື່ອມກັບບັນຊີເຫຼົ່ານັ້ນ.Sarah Cavanagh, Manager of Community Outreach, IDCARE
ຈະສມັກການຫ້າມເຄຣດິດໄດ້ແນວໃດ?
ຖ້າທ່ານເຊື່ອວ່າ ທ່ານເປັນຜູ້ເຄາະຮ້າຍຈາກອາຊຍາກັມ ຂໍ້ມູນປະຈຳຕົວ, ທ່ານສາມາດຍື່ນຄໍາຮ້ອງຂໍ ໃຫ້ບໍຣິສັດລາຍງານເຄຣດິດ ເພື່ອສັ່ງຫ້າມລາຍງານເຄຣດິດຜູ້ບໍຣິໂພກຂອງທ່ານ.
ທ່ານ Andrew Grant, ອາຈານສອນອາວຸໂສ ໃນ Discipline of Finance ທີ່ມະຫາວິທະຍາໄລ Sydney ກ່າວວ່າ ການຫ້າມເຄຣດິດ ຂັດຂວາງບໍ່ໃຫ້ຜູ້ໃຫ້ເຄຣດິດກວດສອບ ຫຼືການເຂົ້າເຖິງ ລາຍງານເຄຣດິດຂອງທ່ານ.
"ການແອບອ້າງວ່າ ທ່ານເປັນຄົນອື່ນຈະເປັນໄປບໍ່ໄດ້ ຖ້າທະນາຄານ ຫຼືຜູ້ໃຫ້ກູ້ຢືມ ບໍ່ສາມາດເຂົ້າເຖິງລາຍງານເຄຣດິດ ຂອງທ່ານໄດ້."
ການສມັກການຫ້າມເຄຣດິດນັ້ນງ່າຍ ແລະກ່ຽວຂ້ອງ ກັບການຂຽນຄໍາຮ້ອງສມັກ ອອນໄລນ໌ ກັບໜ່ວຍງານເຄຣດິດ ສາມແຫ່ງ ໃນອອສເຕຣເລັຍ.
"ແຕ່ລະອົງກອນເຄຣດິດ ທີ່ສໍາຄັນໃນອອສເຕຣເລັຍ ຈະມີຂໍ້ມູນກ່ຽວກັບທ່ານ. ຖ້າຫາກວ່າ ທ່ານຕ້ອງການທີ່ຈະສມັກການຫ້າມເຄຣດິດ ເພື່ອຢຸດຫຼືບໍ່ໃຫ້ຜູ້ໃດສາມາດໄດ້ຮັບລາຍງານເຄຣດິດຂອງທ່ານ, ທ່ານຈໍາເປັນຕ້ອງສມັກ ແຍກຕ່າງຫາກກັບ ແຕ່ລະຫ້ອງການ."
ສະແດງຂັ້ນຕອນໃນການຫ້າມເຄຣດິດ 21 ມື້ ໃນຕອນຕົ້ນ ແລະອະທິບາຍວິທີຂຍາຍ ໄປຮອດ 12 ເດືອນ ຫຼືລຶບອອກ ຫາກຈໍາເປັນ.
Ms Cavanagh ແນະນໍາໃຫ້ກວດສອບລາຍງານເຄຣດິດ (credit report) ຂອງທ່ານ ຢ່າງຫນ້ອຍ ປີລະເທື່ອ ເພື່ອຊ່ວຍໃຫ້ທ່ານຈັບກິດຈະກັມ (ທາງການເງິນ)ໃດໆ ທີ່ບໍ່ໄດ້ຮັບອະນຸຍາດ.
"ຢຸດ. ຄິດ. ປ້ອງກັນ."
ການລັກຂໍ້ມູນປະຈຳຕົວ ສາມາດເກີດຂຶ້ນໄດ້ກັບທຸກຄົນ ເຖິງແມ່ນວ່າເຂົາເຈົ້າ ໄດ້ໃຊ້ຄວາມລະມັດລະວັງຢ່າງຫຼາຍກໍຕາມ.
Dr Lowe ກ່າວວ່າ ພວກອາຊຍາກອນ (scammers) ນັບມື້ນັບມີຄວາມຊັບຊ້ອນຫລາຍຂຶ້ນ. ດັ່ງນັ້ນ, ຜູ້ຄົນ ຈໍາເປັນຕ້ອງຈື່ຈໍາສາມຄໍາສັບສໍາຄັນ: ຢຸດ, ຄິດ, ແລະປ້ອງກັນ.
"ຢຸດ—ຢ່າໃຫ້ລາຍລະອຽດສ່ວນຕົວເຫລົ່ານັ້ນ ຫລືການເຂົ້າເຖິງຄອມພິວເຕີ. ຄິດ—'ຂ້ອຍຮູ້ບໍວ່າ ໃຜຢູ່ອີກຟາກຫນຶ່ງຂອງການເຮັດທຸຣະກັມນີ້?' ແລະ ປ້ອງກັນ—ຖ້າຫາກວ່າທ່ານມີຄວາມກັງວົນວ່າ ທ່ານອາດໄດ້ຕົກເປັນເຫຍື່ອ ຂອງການຫຼອກລວງ, ຕິດຕໍ່ IDCARE ແລະທະນາຄານຂອງທ່ານ ແລະລາຍງານເລື່ອງນີ້ ຕໍ່ Scamwatch," ດຣ. Lowe ອະທິບາຍ.