ວິທີແກ້ໄຂ ຂໍ້ຂັດແຍ່ງການຢ່າຮ້າງ ໂດຍບໍ່ຕ້ອງຂຶ້ນສານ

Unhappy young couple

Most Australians can decide on parenting arrangements or divide property after a relationship ends without going to court. Credit: Milos Dimic/Getty Images

ການຢ່າຮ້າງ ແມ່ນຫນຶ່ງໃນການປ່ຽນແປງ ທີ່ເຄັ່ງຕຶງທີ່ສຸດ ທີ່ຜູ້ຄົນສາມາດປະສົບໄດ້ໃນຊີວິດ. ເນື່ອງຈາກວ່າ ຄ່າໃຊ້ຈ່າຍທາງດ້ານການເງິນ ແລະຄວາມຮູ້ສຶກສູງຂອງການຂຶ້ນສານ, ລະບົບກົດຫມາຍ ຂອງອອສເຕຣເລັຍ ຊຶ່ງມີການຊັກຈູງໃຫ້ມີໄກ່ເກັ່ຍ ແລະການແກ້ໄຂຂໍ້ຂັດແຍ່ງ ໃນຄອບຄົວ ກ່ອນການຟ້ອງຮ້ອງ.


ຈຸດສໍາຄັນ
  • ອອສເຕຣເລັຍມີ 'ການຢ່າຮ້າງ ທີ່ບໍ່ມີຄວາມຜິດ'. ຄູ່ສົມຣົດຄົນ ສາມາດຍື່ນຂໍຢ່າຮ້າງໄດ້ ໂດຍບໍ່ຕ້ອງໄດ້ຮັບການຍິນຍອມຈາກອີກຝ່າຍຫນຶ່ງ, ແລະບໍ່ຈໍາເປັນຕ້ອງໃຫ້ເຫດຜົນ
  • ຄູ່ສົມລົດທີ່ຢ່າຮ້າງກັນສ່ວນໃຫຍ່ ສາມາດຕົກລົງເລື່ອງການລ້ຽງດູລູກ ແລະເລື່ອງການເງິນໄດ້ຢ່າງເປັນທາງການໂດຍບໍ່ຕ້ອງໄປສານ.
  • ລະບົບກົດຫມາຍຂອງອອສເຕຣເລັຍ ຊຸກຍູ້ໃຫ້ຄູ່ຢ່າຮ້າງ ທຳການໄກ່ເກັ່ຍ ກ່ອນທີ່ຈະທຳການຟ້ອງຮ້ອງ
ເວົ້າງ່າຍໆກໍຄື, ການຢ່າຮ້າງ ແມ່ນການລຶບລ້າງການແຕ່ງດອງ ຢ່າງເປັນທາງການ. ແຕ່ຖ້າຫາກຄວາມຮູ້ສຶກ, ການລ້ຽງດູລູກ, ແລະການເງິນ ມີສ່ວນກ່ຽວຂ້ອງກັບການຢ່າຮ້າງ, ຄອບຄົວ ອາດຈະຕ້ອງດີ້ນລົນ ທີ່ຈະບັນລຸຂໍ້ຕົກລົງທາງການເງິນ ໂດຍບໍ່ໄດ້ຮັບການສນັບສນູນ ຈາກພາຍນອກ.

ໃນອອສເຕຣເລັຍ, ຄູ່ສົມຣົດຈະຕ້ອງພິສູດ ການແຕ່ງງານຂອງເຂົາເຈົ້າ ແມ່ນບໍ່ສາມາດແກ້ໄຂໄດ້ ຊຶ່ງເປັນສ່ວນຫນຶ່ງຂອງການຂໍຢ່າຮ້າງ. ເຂົາເຈົ້າ ຕ້ອງສະແດງໃຫ້ເຫັນວ່າ ໄດ້ແຍກກັນຢູ່ເປັນເວລາຫຼາຍກວ່າ 12 ເດືອນ ແລະໄດ້ຕົກລົງກ່ ຽວກັບການລ້ຽງດູລູກ ແລະເລື້ອງການເງິນ.

Eleanor Lau ເປັນຄູ່ຮ່ວມງານບໍຣິສັດກົດຫມາຍ ຂອງອອສເຕຣເລັຍ Lander ແລະ Rogers. ນາງເປັນນັກກົດໝາຍຄອບຄົວ ມາເປັນເວລາ 15 ປີ ແລະມີປະສົບການ ໃນການຈັດການ ການຢ່າຮ້າງ ລະຫວ່າງປະເທດ.

 Lau ກ່າວວ່າ ກ່ອນທີ່ຈະຢ່າຮ້າງ ຄູ່ຜົວເມັຍຈະສາມາດຟ້ອງຮ້ອງໄດ້, ພວກເຂົາເຈົ້າ ຕ້ອງພະຍາຍາມທີ່ຈະແກ້ໄຂ ເລື່ອງການລ້ຽງດູລູກ ແລະເລື່ອງການເງິນ ຢ່າງເປັນທາງການກ່ອນ, ເວັ້ນເສັຍແຕ່ວ່າ ຈະມີຂໍ້ຍົກເວັ້ນ.

"ຖ້າທ່ານຕ້ອງການຂຶ້ນສານ ກ່ຽວກັບບັນຫາການລ້ຽງດູລູກ, ມັນຈຳເປັນທີ່ພໍ່ແມ່ ຕ້ອງມີສ່ວນຮ່ວມ ໃນການແກ້ໄຂຂໍ້ຂັດແຍ່ງ ໃນຄອບຄົວກ່ອນ. ມັນເປັນຮູບແບບນຶ່ງ ຂອງການໄກ່ເກັ່ຍ ບ່ອນທີ່ເຂົາເຈົ້າ ໄດ້ຮັບການຊ່ອຍເຫລືອ ຈາກຜູ້ປະຕິບັດການແກ້ໄຂ ຂໍ້ຂັດແຍ້ງໃນຄອບຄົວ ເພື່ອຈະເບິ່ງວ່າ ເຂົາເຈົ້າຈະສາມາດ ບັນລຸການຕົກລົງກັນ ກ່ຽວກັບການກຽມການຕ່າງໆ ຂອງເດັກນ້ອຍຢ່າງຕໍ່ເນື່ອງຫລືບໍ່. ກ່ຽວກັບເລື່ອງການເງິນ, ພວກເຮົາ ຊຸກຍູ້ໃຫ້ຄູ່ກໍຣະນີ ພະຍາຍາມແກ້ໄຂຂໍ້ຂັດແຍ່ງ ໂດຍທາງເລືອກອື່ນກ່ອນ, ແລະສານໃນປັດຈຸບັນ ຕ້ອງການທີ່ຈະເຫັນ ຄູ່ກໍຣະນີຂອງຕົນຢ່າງຫນ້ອຍ ໄດ້ພະຍາຍາມເຈລະຈາ ກ່ອນທີ່ພວກເຂົາ ຈະທຳການຟ້ອງຮ້ອງ."

Young woman talking to colleague at home
ອີງຕາມຫ້ອງການສະຖິຕິຂອງອອສເຕຣເລັຍ, ອາຍຸສເລັ້່ຍຂອງການຢ່າຮ້າງໃນປີ 2020 ແມ່ນ 45.6 ປີ ສໍາລັບຜູ້ຊາຍ ແລະ 42.8 ສໍາລັບແມ່ຍິງ. ໄລຍະສເລັ່ຍຈາກການແຕ່ງດອງ ຮອດການຢ່າຮ້າງແມ່ນ 12.2 ປີ, ແລະເກືອບເຄິ່ງຫນຶ່ງຂອງການຢ່າຮ້າງ ແມ່ນຄູ່ຜົວເມັຍທີ່ມີລູກອາຍຸຕໍ່າກວ່າ 18 ປີ. Credit: fabio formaggio / 500px/Getty Images

How mediation works

Valerie Norton ໄດ້ເປັນຜູ້ປະຕິບັດງານ ແກ້ໄຂຂໍ້ຂັດ ໃນແຍ່ງຄອບຄົວ (ຫຼື F-D-R-P) ທີ່ໄດ້ຮັບການຮັບຮອງ ມາເປັນເວລາ 12 ປີ.

ກ່ອນທີ່ຈະພະຍາຍາມໄກ່ເກັ່ຍ, ທ່ານນາງ Norton ຈະປະເມີນຄວາມເປັນໄປໄດ້ ຂອງຄວາມສໍາເລັດ.
 
"ຂ້ອຍພົບກັບແຕ່ລະຄົນ ເປັນສ່ວນຕົວກ່ອນ, ດັ່ງນັ້ນ ຂ້ອຍຈຶ່ງປະເມີນວ່າການໄກ່ເກັ່ຍ ຈະເຫມາະສົມຫຼືບໍ່. ຖ້າມີຄວາມບໍ່ພໍໃຈຫຼາຍ, ມີການທໍລະຍົດ ຫຼືບໍ່? ມີຄວາມໂກດແຄ້ນຫຼາຍບໍ່? ມີບັນຫາສຸຂະພາບຈິດບໍ່? ຢາເສບຕິດ, ເຫຼົ້າ ຫຼືຄວາມຮຸນແຮງໃນຄອບຄົວ? ການກວດສອບຄວາມປອດພັຍ ເຫຼົ່ານັ້ນ ແມ່ນມີຄວາມສໍາຄັນຫຼາຍທີ່ຈະເຮັດ. ແລ້ວ, ຖ້າຫາກຂ້ອຍຕັດສິນໃຈວ່າ, 'ໂອເຄ, ຂ້ອຍສາມາດເຫັນຄວາມຄ້າຍຄື ກັນບາງຢ່າງຢູ່ທີ່ນີ້. ມັນເປັນໄປໄດ້ ທີ່ພວກເຂົາຈະຕົກລົງກັນໄດ້ ໂດຍບໍ່ຈໍາເປັນຕ້ອງຂຶ້ນສານ', ແລ້ວພວກເຮົາທຸກຄົນມາຮວມກັນ ເພື່ອຫາລືຮ່ວມກັນ ເພື່ອສົນທະນາ ແຕ່ລະຫົວຂໍ້."
 

ໃນລະຫວ່າງການໄກ່ເກັ່ຍ, Ms Norton ຊ່ວຍໃຫ້ລູກຄ້າ ແລະທະນາຍຄວາມຂອງພວກເຂົາ ເຈລະຈາຫາຂໍ້ຍຸດຕິ. ນາງພະຍາຍາມທີ່ຈະເຮັດເຂົາເຈົ້າ ໃຫ້ຫ່າງຈາກຄວາມໃຈຮ້າຍ ເພື່ອຈະເອົາໃຈໃສ່ ກັບທາງອອກທີ່ຈະເປັນປໂຍດ ຕໍ່ຄູ່ກໍຣະນີ ແລະລູກໆຂອງເຂົາເຈົ້າ, ຖ້າມີ.

'ການໄກ່ເກັ່ຍ ແມ່ນກ່ຽວກັບການຊອກຫາ ບ່ອນທີ່ເປັນໄປໄດ້. ມັນອາດຈະບໍ່ສົມບູນ ແລະຈະຕ້ອງມີການປະນີປະນອມທັງສອງຝ່າຍ, ແຕ່ວ່າມັນພໍທົນໄດ້. ທັງສອງສາມາດຢູ່ກັບມັນໄດ້. ແລະນັ້ນ ເປັນການໄກ່ເກັ່ຍທີ່ດີ, ເມື່ອເຂົາເຈົ້າທັງສອງຍ່າງຈາກໄປ, (ແລະຮູ້ສຶກວ່າ) 'okay, ນັ້ນແມ່ນທາງອອກທີ່ຍຸດຕິທັມ'.
Valerie Norton, Family Dispute Resolution Practitioner and mental health expert
MORE FROM THE SETTLEMENT GUIDE
How to get a divorce in Australia? image

How to get a divorce in Australia?

SBS English

06:34

ການຕົກລົງ ກ່ຽວກັບການຈັດການຊັບສິນ ແລະການເງິນ

ອອສເຕຣເລັຍມີ 'ການຢ່າຮ້າງ ທີ່ບໍ່ມີຄວາມຜິດ'. ນີ້ຫມາຍຄວາມວ່າ ຄູ່ສົມຣົດຄົນໃດຄົນຫນຶ່ງ ສາມາດຍື່ນຂໍຢ່າຮ້າງໄດ້ ໂດຍບໍ່ຕ້ອງໄດ້ຮັບການຍິນຍອມຈາກອີກຝ່າຍຫນຶ່ງ, ແລະບໍ່ຈໍາເປັນຕ້ອງ ລະບຸເຫດຜົນວ່າ ເປັນຫຍັງເຂົາເຈົ້າຕ້ອງການ ທີ່ຈະສິ້ນສຸດການແຕ່ງງານ.

ກົງກັນຂ້າມກັບຄວາມເຊື່ອຖືທົ່ວໄປ, ຊັບສິນ ແລະຂອງມີຄ່າ ບໍ່ຈໍາເປັນຕ້ອງແບ່ງເຄິ່ງເທົ່າກັນ.

ທະນາຍຄວາມ Eleanor Lau ກ່າວວ່າ ຄູ່ກໍຣະນີ ຕ້ອງຂໍຄໍາແນະນໍາ ທາງດ້ານກົດຫມາຍ ແລະນໍາໃຊ້ເກນສະເພາະ.

"ໃນການຈັດການເລື້້ອງຊັບສິນ ຂັ້ນຕອນທໍາອິດ ແມ່ນພວກເຮົາຕ້ອງຮູ້ວ່າ ມີຊັບສິນຫຍັງແນ່ ທີ່ຈະຕ້ອງແບ່ງກັນ. ດັ່ງນັ້ນ, ບໍ່ແມ່ນພຽງແຕ່ຊັບສິນພາຍໃນ ອອສເຕຣເລັຍເທົ່ານັ້ນ ແຕ່ຊັບສິນ ຢູ່ນອກປະເທດອອສເຕຣເລັຍ ກໍຈະຖືກນຳມາ ພິຈາຣະນາທັງຫມົດ.

ຈາກນັ້ນ ກໍມີການປະກອບສ່ວນທີ່ແຕກຕ່າງກັນ ທີ່ພວກເຮົາຈະພິຈາລະນາ ແລະເຮັດການປະເມີນ. ການປະກອບສ່ວນດ້ານການເງິນ, ການປະກອບສ່ວນ ທີ່ບໍ່ແມ່ນການເງິນ, ແລະການປະກອບສ່ວນ ເປັນຜູ້ສ້າງບ້ານ ແລະພໍ່ແມ່"

Valerie Norton ກ່າວວ່າ ການກໍານົດວ່າ ຄູ່ຄອງແຕ່ລະຄົນ ໄດ້ມີສ່ວນແນວໃດ ຕໍ່ຄວາມສໍາພັນ ສາມາດເປັນສິ່ງທີ່ສັບຊ້ອນ ແລະມີວິທີຄິດໄລ່.

"ຖ້າຄົນໃດຄົນຫນຶ່ງ ໄດ້ນໍາເງິນລ້ານໂດລາ ເຂົ້າສູ່ຄວາມສໍາພັນ ຫລືອີກຄົນຫນຶ່ງໄດ້ນໍາມາເປັນຫນີ້ສິນ--ນັ້ນເປັນການພິຈາລະນາ ເມື່ອທ່ານແຍກທາງກັນ. ສິ່ງທີສອງ ແມ່ນການປະກອບສ່ວນຂອງທ່ານ ໃນລະຫວ່າງທີ່ທ່ານມີຄວາມສຳພັນກັນ, ແລະນັ້ນແມ່ນ ທັງທາງດ້ານການເງິນ ແລະບໍ່ແມ່ນທາງດ້ານການເງິນ.

 ແລະນັ້ນບໍ່ແມ່ນວ່າ ທ່ານໄດ້ເງິນຫຼາຍປານໃດ ໃນການເຮັດວຽກ, ເພາະວ່າການເປັນພໍ່ແມ່ຢູ່ເຮືອນ ແມ່ນຖືວ່າເທົ່າກັບການເປັນ CEO ດ້ວຍເງິນນຶ່ງລ້ານໂດລາຕໍ່ປີ. ຍິ່ງໄປກວ່ານັ້ນ, ພໍ່ແມ່ໃຫ້ເງິນ ເພື່ອຊື້ເຮືອນບໍ່? ຫຼືເຈົ້າອາສັຍຢູ່ກັບເຂົາເຈົ້າເປັນເວລາຫຼາຍປີ ເພື່ອເກັບເງິນຊື້ເຮືອນບໍ່? ທ່ານໄດ້ມໍຣະດົກນັ້ນບໍ່? ແລະສິ່ງອື່ນໆເຫຼົ່ານັ້ນ."
ເງື່ອນໄຂຂໍ້ທີສາມ ໃນການຈັດການຊັບສິນ ແມ່ນການຄຳນວນຄວາມຕ້ອງການໃນອະນາຄົດ ຂອງຄູ່ຄອງແຕ່ລະຄົນ.

ການວິຈັຍນີ້   ເບິ່ງເຖິງອາຍຸຂອງຄູ່ສົມຣົດແຕ່ລະຄົນ, ມີຄວາມສາມາດໃນການຫາລາຍໄດ້, ແລະສຸຂະພາບໂດຍລວມໃນດ້ານອື່ນໆ, ເພື່ອກໍານົດອັດຕາສ່ວນ ຂອງການແບ່ງຊັບສິນແນວໃດ.

"ສິ່ງນັ້ນຫມາຍຄວາມວ່າ ມີເຫດຜົນໃດແນ່ ໃນກໍລະນີນີ້ ທີ່ຄວນໃຫ້ສິດຝ່າຍໃດຝ່າຍນຶ່ງ ທີ່ຈະໄດ້ຮັບຫຼາຍກວ່າຫນ້ອຍຫນຶ່ງ ເພາະຄົນນັ້ນ ອາດຈະມີຄວາມຕ້ອງການຫຼາຍກວ່າ ຫຼັງຈາກການຢ່າຮ້າງ. ສະນັ້ນ, ຕາມສຖານະການທົ່ວໄປ ແມ່ນວ່າ ຖ້າຝ່າຍຫນຶ່ງມີການເບິ່ງແຍງຂັ້ນຕົ້ນຂອງເດັກນ້ອຍ ແລະຫຼັງຈາກການຢ່າຮ້າງ ກໍຍັງຈະສືບຕໍ່ ການເບິ່ງແຍງຂັ້ນຕົ້ນຂອງເດັກນ້ອຍ, ດັ່ງນັ້ນ ຈຶ່ງບໍ່ສາມາດຫາລາຍໄດ້, ເຮັດວຽກ, ຫຼືເຂົ້າເຮັດວຽກຄືນໃຫມ່, ຫຼືມີລາຍໄດ້ຕ່ຳກວ່າອີກຝ່າຍຫນຶ່ງ. ເຫດຜົນປະເພດເຫຼົ່ານັ້ນ ອາດຈະເຮັດໃຫ້ມີການປັບປ່ຽນ ໃນການແບ່ງປັນຊັບສິນຂອງຝ່າຍນັ້ນ."

ຄູ່ກໍຣະນີ ສາມາດບັນລຸຂໍ້ຕົກລົງ ທາງດ້ານການເງິນ ຫຼືການດູແລລູກໃນລະຫວ່າງການໄກ່ເກັ່ຍຂໍ້ຂັດແຍ່ງໃນຄອບຄົວ. ທະນາຍຄວາມ ມັກຈະແນະນໍາລູກຄວາມຊຶ່ງເປັນສ່ວນຫນຶ່ງ ຂອງຂະບວນການນີ້, ຫຼືອາດ ມີສ່ວນຮ່ວມໃນການສົນທະນາ. ເມື່ອມີການເຮັດສັນຍາແລ້ວ, ເອກະສານສັນຍາ ສາມາດຍື່ນຕໍ່ສານ ເພື່ອໃຫ້ເປັນຄໍາສັ່ງຍິນຍອມ ຕາມກົດຫຼາຍ.
Male and female coworkers working while lawyers shaking hands at table in law office
Family Dispute Resolution Practitioners often work together with spouses and their lawyers during mediation to reach an agreement. Experts advise divorcing couples with children to consider their kids' wellbeing and needs during negotiations. Credit: Maskot/Getty Images

ຄໍາແນະນໍາດ້ານກົດຫມາຍ ແລະການສນັບສນູນທາງອາຣົມ

ທ່ານນາງ Lau ກ່າວວ່າ ມັນເປັນສິ່ງສໍາຄັນຢ່າງຍິ່ງ ສໍາລັບຜູ້ຄົນ ທີ່ປະເຊີນຫນ້າ ກັບການແຍກກັນເພື່ອລະງັບຄວາມຮູ້ສຶກ ແລະສແວງຫາຄໍາແນະນໍາ ທາງກົດຫມາຍ ທັນທີທີ່ສາມາດປະຕິບັດໄດ້.

"ບາງຄັ້ງ ຄູ່ກໍຣະນີອາດຈະຊັກຊ້າ ເພາະພວກເຂົາຍັງບໍ່ພ້ອມ, ແຕ່ຂ້າພະເຈົ້າຄິດວ່າ ມັນເປັນສິ່ງສໍາຄັນ ທີ່ຈະຮູ້ວ່າທ່ານຢືນຢູ່ໃສ, ສິດແລະພັນທະຂອງທ່ານແມ່ນຫຍັງ, ແລ້ວທ່ານສາມາດໃຊ້ເວລາ ທີ່ຈະຄິດກ່ຽວກັບມັນວ່າ ທ່ານຕ້ອງການທີ່ຈະເຮັດແນວໃດ. ແຕ່ຂ້າພະເຈົ້າຄິດວ່າ ມັນເປັນສິ່ງສໍາຄັນຫຼາຍ ທີ່ທ່ານຈະໄດ້ຮັບຄໍາແນະນໍາ ທາງດ້ານກົດຫມາຍ ໂດຍໄວເທົ່າທີ່ຈະໄວໄດ້. ໂດຍສະເພາະ ຖ້າຫາກວ່າຊັບສິນຢູ່ຕ່າງປະເທດ ມີສ່ວນກ່ຽວຂ້ອງ."

ການເຊັນຂໍ້ຕົກລົງ ທີ່ມີການຜູກມັດທາງການເງິນ ກ່ອນການເລີ່ມຕົ້ນ ຂອງຄວາມສໍາພັນ ຫຼືໃນລະຫວ່າງຄວາມສໍາພັນ ອາດຈະເປັນປໂຍດ ສໍາລັບຜູ້ທີ່ຢາກຫຼີກເວັ້ນ ຄວາມກົດດັນຂອງການແຍກທາງຈາກກັນໃນອະນາຄົດ. ຂໍ້ຕົກລົງການຜູກມັດທາງການເງິນ ສາມາດນໍາໃຊ້ເປັນຂໍ້ຕົກລົງຂັ້ນສຸດທ້າຍໄດ້.

ຄົນທີ່ບໍ່ມີເງິນຫຼາຍ ແລະບໍ່ສາມາດມີທະນາຍຄວາມສ່ວນຕົວ ຫຼືຜູ້ໄກ່ເກັ່ຍ ສາມາດໄດ້ຮັບຄໍາແນະນໍາ ຈາກການຊ່ວຍເຫຼືອ ທາງດ້ານກົດຫມາຍ(Legal Aid), ຫຼືສູນກົດຫມາຍຂອງຊຸມຊົນ.

ພວກເຂົາຍັງສາມາດຕິດຕໍ່ກັບ Relationships Australia ເຊິ່ງເປັນການບໍຣິການ ທີ່ໄດ້ຮັບທຶນຈາກ, ເຊິ່ງສາມາດຊ່ວຍໃຫ້ຄອບຄົວ ທີ່ແຍກທາງກັນ ໂດຍໃຫ້ຄໍາແນະນໍາ ທາງດ້ານກົດຫມາຍທີ່ຈໍາກັດ, ແລະເຊື່ອມຕໍ່ກັບ ຜູ້ໄກ່ເກັ່ຍ ແລະທີ່ປຶກສາ ທີ່ໄດ້ຮັບການຮັບຮອງ ໂດຍບໍ່ເສັຍຄ່າ, ຫຼືຄ່າໃຊ້ຈ່າຍຕ່ຳ

CEO ຂອງ Relationships Australia, Nick Tebbey ອະທິບາຍ.

"ການໃຊ້ ການບໍຣິການແບບ Relationships Australia ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍຈຳນວນຫຼາຍ ທີ່ທ່ານຈະຕ້ອງເສັຍໄປໂດຍການໄປຫາທະນາຍຄວາມ. ດັ່ງນັ້ນ, ຖ້າຫາກວ່າທ່ານ ສາມາດຫຼີກເວັ້ນ ການຈ່າຍຄ່າທໍານຽມທາງກົດຫມາຍ ທັງຫມົດທີ່ໄປພ້ອມກັບການຂຶ້ນສານ, ແລ້ວຍັງມີເງິນເຫຼືອອີກ ເພື່ອເອົາມາໃຊ້ ກັບສິ່ງອື່ນໆ ທີ່ທ່ານຕ້ອງການທີ່ຈະເຮັດ."

ເຖິງແມ່ນວ່າ Relationships Australia ບໍ່ສາມາດ ເປັນຕົວແທນໃຫ້ແກ່ລູກຄ້າໃນສານໄດ້, ແຕ່ເຂົາເຈົ້າ ສາມາດໃຫ້ການສນັບສນູນທາງຈິດໃຈ ແລະໃຫ້ຄໍາປຶກສາ ແກ່ຄອບຄົວທີ່ຕ້ອງຜ່ານການຟ້ອງຮ້ອງ.

"ພວກເຮົາ ແມ່ນຫຼາຍກວ່າການບໍຣິການຕາມທຸຣະກັມ, ດັ່ງນັ້ນ ພວກເຮົາບໍ່ພຽງແຕ່ເບິ່ງໄປທີ່ການຢ່າຮ້າງ ແລະແກ້ໄຂວ່າ ໃຜຈະໄດ້ຫຍັງ. ເຮົາຊ່ວຍຜູ້ຄົນໃຫ້ຜ່ານຜ່າ ທຸກຢ່າງທີ່ມາກັບສິ່ງນັ້ນ. ມີຄວາມຮູ້ສຶກຫຼາຍຢ່າງ. ມີຄວາມຈໍາເປັນ ທີ່ຈະດຳເນີນການ ເພື່ອໃຫ້ຜ່ານສິ່ງນັ້ນ ແລະຖ້າຫາກມີລູກ ເຂົ້າມາກ່ຽວຂ້ອງ, ເຫັນໄດ້ຢ່າງຊັດເຈນວ່າ ຄວາມສໍາພັນລະຫວ່າງພໍ່ແມ່ເຫລົ່ານັ້ນ ຈະດຳເນີນຕໍ່ໄປ ເຖິງແມ່ນວ່າເຂົາເຈົ້າ ຈະຢ່າຮ້າງກັນແລ້ວກໍຕາມ.”

ຜູ້ຊ່ຽວຊານດ້ານສຸຂະພາບຈິດ ແລະທາງດ້ານກົດຫມາຍ ເວົ້າວ່າ ສິ່ງທີ່ສໍາຄັນທີ່ສຸດ ທີ່ທ່ານຕ້ອງພິຈາຣະນາ ເມື່ອຢ່າຮ້າງ ແມ່ນຄວາມຕ້ອງການໃນອະນາຄົດ ແລະຄວາມຢູ່ດີກິນດີ ຂອງລູກຂອງທ່ານ, ຖ້າຫາກວ່າທ່ານມີ.

ສ່ວນຫນຶ່ງຂອງຂະບວນການປິ່ນປົວ ແມ່ນມາຈາກການຍອມຮັບວ່າ ຄວາມສໍາພັນທີ່ປ່ຽນໄປ.

"ຄວາມສໍາພັນບາງຢ່າງ ບໍ່ໄດ້ຫມາຍເຖິງຄວາມຍືນຍົງຕລອດໄປ. ມັນສາມາດມີຄວາມສໍາພັນ ໃນທາງບວກ ແລະປະສົບຜົນສໍາເລັດ ໃນຂນະທີ່ມັນຍັງຢູ່, ແຕ່ຄົນເຮົາ ສາມາດກ້າວໄປທາງໜ້າແລະຍັງມີຄວາມສຸກ ແລະປະສົບຜົນສໍາເລັດໃນຊີວິດ, ບາງທີ ອາດຈະມີຄວາມສໍາພັນໃຫມ່ ຫຼັງຈາກນັ້ນ. ໂດຍການຍອມຮັບສິ່ງນັ້ນ ແລະການຍົກເລີກ ຄວາມອັບອາຍ ບາງຢ່າງ ຈາກການຢ່າຮ້າງ ຄືເຮົາຍອມຮັບວ່າ ແທ້ຈິງແລ້ວ ມັນເປັນພຽງຂັ້ນຕອນທັມມະດາເທົ່ານັ້ນ. ເອົາໃຈໃສ່ຕໍ່ສິ່ງທີ່ຕ້ອງເຮັດ ຈາກທັດສະນະທາງປະຕິບັດ ຫລາຍກວ່າຂັ້ນຕອນ ການກ່າວໂທດທາງອາຣົມ."

ສໍາລັບການສນັບສນູນທາງອາຣົມ, ທ່ານສາມາດຕິດຕໍ່ Lifeline ໄດ້ທີ່ 131 114 ຫຼື Beyond Blue ທີ່1300 224 636.

ສາຍ ຄໍາແນະນໍາ ຄວາມສໍາພັນຄອບຄົວ(Family Relationships Adviceline) 1800 050 321.

Resources

For emotional support, contact or .

Share